VP LANDSCAPE COVER (62)
ກິນເວໂປຣຕີນຕອນໃດດີຕໍ່ຮ່າງກາຍທີ່ສຸດ?
ຮຽບຮຽງໂດຍ:patthana
ເຜີຍແຜ່: 25 April, 2025

ເວໂປຣຕີນ ເປັນອາຫານເສີມທີ່ຊ່ວຍເສີມສ້າງກ້າມເນື້ອໃຫ້ກັບຜູ້ທີ່ອອກກຳລັງກາຍ ອີກທັງຍັງຊ່ວຍໃຫ້ລະບົບພູມຕ້ານທານດີຂຶ້ນ, ປ້ອງກັນການເກີດພະຍາດຫົວໃຈ ແລະ ເບົາຫວານ, ແລະ ອີກຫຼາຍປະໂຫຍດດ້ານສຸຂະພາບ.

ຂະນະທີ່ ເວໂປຣຕີນ ໄດ້ມາຈາກນົມສັດ ຫຼື ຈາກພືດ ເຊັ່ນ: ຖົ່ວ ແລະ ນຳໄປສະກັດເອົາສານປະກອບອື່ນໆ ອອກ ໃຫ້ເຫຼືອແຕ່ໂປຣຕີນ ຈາກນັ້ນກໍນຳໄປສູ່ຂັ້ນຕອນອົບແຫ້ງຜະລິດອອກມາເປັນຮູບແບບຜົງ ໃຫ້ຮັບປະທານໄດ້ງ່າຍຂຶ້ນ ແລະ ເກັບໄວ້ໄດ້ດົນ. ແຕ່ລະຍີ່ຫໍ້ລາຄາກໍຈະຄ່ອນຂ້າງຕ່າງກັນ ຂຶ້ນຢູ່ກັບຂັ້ນຕອນການຜະລິດ ແລະ ວັດຖຸດິບຕົ້ນກຳເນີດ.

ເທຣນເນີຈັນ-ອານັນ ອະພິນັນທະນ໌ ໃຫ້ຄຳແນະນຳກ່ຽວກັບຊ່ວງເວລາຂອງການກິນເວີຍວ່າ ສຳລັບຊ່ວງທີ່ເວີຍໂປຣຕີນອອກລິດໄດ້ດີທີ່ສຸດນັ້ນ ຄືຊ່ວງເວລາທີ່ຮ່າງກາຍເຮົາມີກົດອະມິໂນໃນລະດັບຕ່ຳ ຊຶ່ງກໍຄືຊ່ວງກ່ອນນອນ ຫຼື ຊ່ວງຕື່ນນອນໃໝ່ໆ ລວມທັງຊ່ວງຫຼັງອອກກຳລັງກາຍ ແລະ ຊ່ວງທີ່ຮູ້ສຶກຫິວຫຼາຍໆ ນັ້ນເອງ.

ຄົນສ່ວນຫຼາຍມັກຈະທານເວໂປຣຕີນກັບອາຫານຄາບຫຼັກ ເພື່ອຊ່ວຍໃນການດູແລສຸຂະພາບຮ່າງກາຍ ແລະ ຫຼຸດຮູບຮ່າງໃຫ້ເບິ່ງດີ ເພາະການທານອາຫານຄົບ 5 ໝູ່ຈະຊ່ວຍໃຫ້ຮ່າງກາຍເຜົາຜານໄຂມັນໄດ້ດີຂຶ້ນ ຊຶ່ງເຮົາສາມາດທານອາຫານຄາບຫຼັກຄູ່ກັບເວໂປຣຕີນໄດ້ໂດຍບໍ່ເກີດຜົນຂ້າງຄຽງໃດໆ ທັງສິ້ນ.

ການຮັບປະທານອາຫານທີ່ມີປະໂຫຍດພຽງພໍ ແລະ ທານເວໂປຣຕີນຮ່ວມດ້ວຍ ກໍຈະຊ່ວຍໃຫ້ຮ່າງກາຍໄດ້ຮັບສານອາຫານທີ່ມີປະໂຫຍດ ແລະ ຈຳເປັນ ຊຶ່ງບໍ່ຄວນຢ່າງຍິ່ງທີ່ຈະທານເວີຍໂປຣຕີນແທນອາຫານຫຼັກ ເພາະເວໂປຣຕີນເປັນແຄ່ອາຫານເສີມທີ່ຈະຊ່ວຍໃຫ້ນ້ຳໜັກຂອງເຮົາຫຼຸດລົງໄດ້ ແລະ ສ້າງກ້າມເນື້ອຂຶ້ນມາແທນ.

ແຕ່ການຈະມີສຸຂະພາບຮ່າງກາຍທີ່ດີ ສົມບູນ ແຂງແຮງໄດ້ນັ້ນຕ້ອງໄດ້ຮັບສານອາຫານທີ່ພຽງພໍທັງ 5 ໝູ່ ແລະ ບໍ່ຄວນທານແຕ່ໂປຣຕີນແຄ່ພຽງຢ່າງດຽວ. ຄວນຈະທານອາຫານຄາບຫຼັກ ແລະ ອາຫານເສີມເວໂປຣຕີນຄວບຄູ່ກັນໄປ ເພື່ອໃຫ້ມີສຸຂະພາບດີ, ຮ່າງກາຍແຂງແຮງ, ແລະ ບໍ່ທໍລະມານຮ່າງກາຍນັ້ນເອງ.

ຊ່ວງກ່ອນນອນ – ຈະເປັນຊ່ວງທີ່ສຳຄັນພໍໆ ກັບຊ່ວງອື່ນໆ ເພາະໃນລະຫວ່າງທີ່ຮ່າງກາຍເຮົາກຳລັງພັກຜ່ອນ ຮ່າງກາຍກໍຕ້ອງການໂປຣຕີນໄປຊ່ອມແຊມຮ່າງກາຍສ່ວນທີ່ກ້າມເນື້ອຈີກຂາດ ແລະ ສຶກຫໍຈາກການໃຊ້ງານທັງມື້ ແລະ ເຮັດໃຫ້ຮ່າງກາຍມີໂປຣຕີນພຽງພໍໃນການຊ່ອມແຊມຂະນະທີ່ເຮົາຫຼັບ.

ຊ່ວງເວລາທີ່ເຮົາຫິວ – ເປັນຊ່ວງເວລາທີ່ຮ່າງກາຍມີສານອາຫານບໍ່ພຽງພໍ ຫາກເຮົາຕ້ອງການທານເວີຍໂປຣຕີນໃນຊ່ວງເວລານີ້ໃຫ້ລອງປັ່ນຮວມກັບໝາກໄມ້ກໍເປັນອີກວິທີໜຶ່ງທີ່ສະດວກ ແລະ ວ່ອງໄວ.

ຊ່ວງຕື່ນນອນ – ຈະເປັນຊ່ວງເວລາທີ່ຮ່າງກາຍຂອງເຮົາພັກຜ່ອນເປັນເວລາດົນໂດຍທີ່ບໍ່ມີສານອາຫານມາຫຼໍ່ລ້ຽງ ຫາກກິນເວີຍໂປຣຕີນໃນຊ່ວງຕື່ນນອນຈະສາມາດຊ່ວຍປ້ອງກັນການສະຫຼາຍຂອງກ້າມເນື້ອໄດ້ດີ ແລະ ຮ່າງກາຍຈະດູດຊຶມໄດ້ດີກວ່າຊ່ວງເວລາອື່ນເພາະທ້ອງຍັງວ່າງຢູ່ນັ້ນເອງ.

ຊ່ວງຫຼັງອອກກຳລັງກາຍ – ຈະເປັນຊ່ວງທີ່ສຳຄັນທີ່ສຸດເພາະຮ່າງກາຍຈະໄດ້ພັກຈາກການໃຊ້ກ້າມເນື້ອຢ່າງໜັກໃນການຝຶກ ຫາກທານໃນຊ່ວງເວລານີ້ຈະເຮັດໃຫ້ຮ່າງກາຍດູດຊັບເອົາເວໂປຣຕີນເຂົ້າໄປເສີມສ້າງ ແລະ ຊ່ອມແຊມສ່ວນທີ່ສຶກຫໍໄດ້ໄວຂຶ້ນ.

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Monday, 18 August, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,468
21,744
thailand (1)
THB
660.40
670.57
european-union
EUR
24,085
24,567
china
CNY
2,912
2,970
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 11 June, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,990,000
35,520,000
34,640,000
35,629,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
_cover - 2025-08-18T162202.386
ແຈ້ງການ ປິດນ້ຳປະປາຊົ່ວຄາວ ວັນທີ 19 ສິງຫາ 2025 ຂອບເຂດພື້ນທີ່ບ້ານ ໂພນສະຫວ່າງ, ເມືອງ ຈັນທະບູລີ ແລະ ເຂດໃກ້ຄຽງ
_cover - 2025-08-18T155432.824
ການບໍ່ຖູແຂ້ວກ່ອນນອນ ອາດເພີ່ມຄວາມສ່ຽງຕໍ່ໂລກຫົວໃຈ ອ້າງອີງຈາກບົດຄົ້ນຄ້ວາປະເທດຢີ່ປຸ່ນ
pele - 2025-08-18T154019.544
ເລືອກຕັ້ງຄະນະບໍລິຫານງານສະມາຄົມນັກສຶກສາລາວຮຽນຈາກຈີນ
pele - 2025-08-18T151419.969
ສຂຈ ຈັດການສອບເສັງຄັດເລືອກນັກສຶກສາ ສາຂາຄູພາສາຈີນ
pele - 2025-08-18T135756.072
ເສີມສ້າງທັກສະໃຫ້ພະນັກງານແນວລາວສ້າງຊາດ ຢູ່ ສປ ຈີນ
site cover1 (81)
Samsung ແລ່ນຕາມ iPhone ໃນສະຫະລັດ ກະຕຸ້ນກະແສມືຖືຫນ້າຈໍພັບໄດ້
pele - 2025-08-18T112120.219
ສົ່ງຄະນະເຂົ້າຮ່ວມການແຂ່ງຂັນສີມືແຮງງານອາຊຽນຄັ້ງທີ 14 ທີ່ປະເທດ ຟີລິບປິນ
pele - 2025-08-18T105103.677
ມອບ-ຮັບລາງວັນ ປະກວດຊາວໜຸ່ມດີເດັ່ນຄັ້ງທຳອິດ ຂອງ ສປປ ລາວ
site cover1 (79)
ແມນຢູ ເລີ່ມຕົ້ນລະດູການ ພຣີເມ່ຍລີກ ນັດທຳອິດ ເສຍຄາບ້ານໃຫ້ ອາຣເຊນໍລ 0-1
site cover1 (80)
ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ໄດ້ໃຫ້ການສະຫນັບສະຫນູນດ້ານໂທລະຄົມ ໃຫ້ກັບ ສະຫະພັນບານເຕະແຫ່ງຊາດລາວ ໄລຍະເວລາ 3 ປີ 2025-2028
ຢ່າລື່ມກົດຕິດຕາມ