site-cover (2)
ສຳນັກງານຕຳຫຼວດແຫ່ງຊາດໄທ ຖະແຫຼງເຄື່ອງບິນຕຳຫຼວດຕົກຂະນະທົດສອບການບິນຝຶກໂດດຈ້ອງ ເສຍຊີວິດທັງ 6 ນາຍ
ຮຽບຮຽງໂດຍ:Soulinda
ເຜີຍແຜ່: 25 April, 2025
ໝວດ: ຂ່າວ

ສຳນັກງານຕຳຫຼວດແຫ່ງຊາດ ກອງສານນິເທດ ສຳນັກງານຕຳຫຼວດແຫ່ງຊາດ ເຜີຍແຜ່ຂ່າວໂດຍ ກອງສານນິເທດ ສຳນັກງານຕຳຫຼວດແຫ່ງຊາດ ເຄື່ອງບິນຕຳຫຼວດຕົກ ຂະນະປະຕິບັດພາລະກິດທົດສອບການບິນ ຝຶກໂດດຈ້ອງ ອຳເພີ ຫົວຫິນ ຈັງຫວັດ ປະຈວບຄີລີຂັນ ເສຍຊີວິດທັງ 6 ນາຍ

 

 

ມື້ນີ້ (25 ເມສາ) ພົນ.ຕ.ທ.ອາຊຽນ ໄກທອງ ໂຄສົກສຳນັກງານຕຳຫຼວດແຫ່ງຊາດເປີດເຜີຍວ່າ ເກີດເຫດເຄື່ອງບິນຂອງສຳນັກງານຕຳຫຼວດແຫ່ງຊາດຕົກລະຫວ່າງການປະຕິບັດພາລະກິດທົດສອບການບິນ ເພື່ອກຽມຄວາມພ້ອມສຳລັບການຝຶກໂດດຈ້ອງ ຢູ່ພື້ນທີ່ ອຳເພີ ຫົວຫິນ ຈັງຫວັດ ປະຈວບຄີລີຂັນ ໂດຍມີເຈົ້າໜ້າທີ່ຕຳຫຼວດຢູ່ໃນເຄື່ອງບິນຈຳນວນ 6 ນາຍ ຄື:

 

  1. ພ.ຕ.ອ.ປະທານ ຂຽວຂຳ ນັກບິນ ເສຍຊີວິດ
  2. ພ.ຕ.ທ.ປານເທບ ມະນິວິຊິຮາງກູນ ນັກບິນ ເສຍຊີວິດ
  3. ຮ.ຕ.ອ.ຈະຕຸຣົງ ວັດທະນະໄພສານ ນັກບິນ ໄດ້ຮັບບາດເຈັບ ນຳສົ່ງໂຮງໝໍຫົວຫິນ ເສຍຊີວິດທີ່ໂຮງໝໍໃນເວລາຕໍ່ມາ
  4. ຮ.ຕ.ທ.ທະນະວັດ ເມກປະເສີດສຸກ ວິສະວະກອນ ເສຍຊີວິດ
  5. ຈ.ສ.ຕ.ປະຫວັດ ພົນຫົງສາ ຊ່າງເຄື່ອງ ເສຍຊີວິດ
  6. ສ.ຕ.ຕ.ຈິຣະວັດ ມາກສາຂາ ຊ່າງເຄື່ອງ ເສຍຊີວິດ

 

ໂຄສົກສຳນັກງານຕຳຫຼວດແຫ່ງຊາດລະບຸວ່າ ຂະນະນີ້ຢູ່ລະຫວ່າງການກວດສອບຫາສາເຫດຂອງອຸບັດຕິເຫດ ໂດຍຈະມີການເກັບຂໍ້ມູນຈາກຊາກເຄື່ອງບິນ ກ່ອງບັນທຶກການບິນ (Black Box) ແລະ ພະຍານແວດລ້ອມທາງເທັກນິກ ພ້ອມປະສານໜ່ວຍງານທີ່ກ່ຽວຂ້ອງດ້ານອາກາດຍານເຂົ້າກວດສອບຮ່ວມກັນຢ່າງລະອຽດ

 

ທັງນີ້ ພົນ.ຕ.ອ.ກິດຕິ໌ຣັດ ພັນທຸ໌ເພັດ ຜູ້ບັນຊາການຕຳຫຼວດແຫ່ງຊາດ ໄດ້ສັ່ງການໃຫ້ດູແລຄອບຄົວຂອງຜູ້ເສຍຊີວິດຢ່າງໃກ້ຊິດ ແລະ ຈັດພິທີຢ່າງສົມກຽດ ພ້ອມກຳຊັບໃຫ້ເລັ່ງສືບສວນຫາຂໍ້ເທັດຈິງ ເພື່ອປ້ອງກັນເຫດການລັກສະນະດຽວກັນບໍ່ໃຫ້ເກີດຂຶ້ນຊ້ຳໃນອະນາຄົດ ສຳນັກງານຕຳຫຼວດແຫ່ງຊາດຂໍສະແດງຄວາມເສຍໃຈຢ່າງສຸດຊຶ້ງຕໍ່ການສູນເສຍເຈົ້າໜ້າທີ່ຕຳຫຼວດຜູ້ເສຍສະລະຈາກເຫດການຄັ້ງນີ້

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 25 April, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,479
21,690
thailand (1)
THB
632.47
642.46
european-union
EUR
23,857
24,335
china
CNY
2,871
2,928
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Thursday, 27 March, 2025
ປະເພດ
ລາຄາຊື້
ລາຄາຂາຍ
31,160,000
31,6900,000
30,890,000
31,799,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
site-cover (3)
ລະວັງ! ອາກາດຮ້ອນຈັດຂັ້ນສຸດ ຕາກແດດ 1 ຊົ່ວໂມງ ອາດເສຍຊີວິດໄດ້
VP LANDSCAPE COVER (67)
"ປົດລັອກ" ຄວາມຮູ້ສຶກຜິດຫວັງໃນຕົນເອງ
site-cover (2)
ສຳນັກງານຕຳຫຼວດແຫ່ງຊາດໄທ ຖະແຫຼງເຄື່ອງບິນຕຳຫຼວດຕົກຂະນະທົດສອບການບິນຝຶກໂດດຈ້ອງ ເສຍຊີວິດທັງ 6 ນາຍ
VP LANDSCAPE COVER (66)
ຈີນໄດ້ຢຸດການສົ່ງອອກແຮ່ທາດຫາຍາກ, ອອສເຕຣເລຍສາມາດເຂົ້າມາແທນທີ່ໄດ້ບໍ່?
Copy of site cover (22)
"ວາດີ" ເລືອກ "ສະຖານີຕໍ່ໄປ" ຫຼັງຈາກກຽມອຳລາ ເລສເຕີ ຊິຕີ້
VP LANDSCAPE COVER (65)
ຢູເຄຣນອາດຕ້ອງໄດ້ຍອມເສຍດິນແດນເພື່ອສັນຕິພາບ
site-cover (1)
ຈີນເປີດຕົວ "ຕູ້ ATM ຄຳ" ທີ່ຈະຫຼອມຄຳຂອງທ່ານແລ້ວປ່ຽນເປັນເງິນສົດໃຫ້ທ່ານທັນທີ
VP LANDSCAPE COVER (64)
ນອນບໍ່ຫຼັບຕ້ອງເຮັດແນວໃດ
Copy of site cover (20)
Intel ກຽມປົດພະນັກງານຫຼາຍກວ່າ 20%
site-cover
10 ຊັບສິນທີ່ມີອັນດັບມູນຄ່າຕະຫຼາດສູງທີ່ສຸດໃນໂລກ
ຢ່າລື່ມກົດຕິດຕາມ