
ອາກາດຮ້ອນຈັດ ສິ່ງທີ່ຕ້ອງກັງວົນກໍຄືການເກີດອາການ “ຮີດສະໂຕຣກ” (Heat Stroke) ເຊິ່ງພວກເຮົາສາມາດຄວບຄຸມອຸນຫະພູມຮ່າງກາຍໄດ້ ເຊັ່ນ: ການດື່ມນ້ຳ, ຢູ່ບ່ອນຮົ່ມ ແຕ່ສຳລັບຄົນທີ່ຕ້ອງເຮັດວຽກກາງແຈ້ງ ນັ້ນຄວບຄຸມອຸນຫະພູມຮ່າງກາຍໄດ້ຍາກກວ່າ ຍິ່ງໄປກວ່ານັ້ນຍັງອາດຕ້ອງຖືກແດດໝົດມື້ ເຊິ່ງອາດເປັນອັນຕະລາຍໄດ້ ເນື່ອງຈາກມີງານຄົ້ນຄວ້າເປີດເຜີຍວ່າ ການຖືກແດດ 1 ຊົ່ວໂມງ ຊ່ວງອາກາດຮ້ອນຈັດ ອາດເຮັດໃຫ້ເສຍຊີວິດໄດ້ ສູ່ວິທີຮັບມືເພື່ອປ້ອງກັນອັນຕະລາຍທີ່ເກີດຂຶ້ນ
ຈາກງານສຶກສາຄົ້ນຄວ້າຂອງ Dr Fiona Rennie, Family Medicine at Valiant Clinic ເຊິ່ງໄດ້ສຶກສາຄວາມສຳພັນລະຫວ່າງຄວາມຮ້ອນໃນບັນຍາກາດກັບອາການເຈັບປ່ວຍຂອງຜູ້ສຳຜັດ ຫຼື Heat related illnesses (HRI) ທີ່ສຶກສາໃນເມືອງດູໄບ ປະເທດສະຫະລັດອາຣັບເອມິເຣດ (UAE) ລະບຸວ່າປະຊາຊົນທີ່ຢູ່ທັງໃນສະຖານທີ່ຮົ່ມ ຫຼື ກາງແຈ້ງເມື່ອໄດ້ສຳຜັດອາກາດຮ້ອນທີ່ອຸນຫະພູມຕ່າງໆ ກັນປະມານ 1 ຊົ່ວໂມງ ໂດຍມີຄວາມຊຸ່ມສຳພັດໃນອາກາດປະມານ 50-55% ຈະເຮັດໃຫ້ຄົນສ່ວນໃຫຍ່ມີອາການ ດັ່ງນີ້:
- ອຸນຫະພູມໃນບັນຍາກາດຢູ່ລະຫວ່າງ 39 – 40 ອົງສາເຊລເຊຍສ ສະໝອງຈະສັ່ງງານຊ້າລົງ ອະໄວຍະວະຕ່າງໆ ຂອງຮ່າງກາຍຈະເຮັດວຽກຊ້າລົງ ແລະ ມີຈະອາການເມື່ອຍງ່າຍ ຫາຍໃຈໄວຂຶ້ນ
- ອຸນຫະພູມໃນບັນຍາກາດຢູ່ລະຫວ່າງ 40- 41 ອົງສາເຊລເຊຍສ ຈະມີອາການໝົດແຮງ ເມື່ອຍອ່ອນ ຢາກລົງໄປນອນກັບພື້ນ
- ອຸນຫະພູມໃນບັນຍາກາດຫຼາຍກວ່າ 41-45 ອົງສາເຊລເຊຍສ ຮ່າງກາຍຈະເລີ່ມ Shut Down ຄືລະບົບການເຮັດວຽກຂອງຮ່າງກາຍຈະເລີ່ມລົ້ມເຫລວນຳໄປສູ່ອາການ heat cramps ຫຼື ເປັນຕະຄິວຈາກການສູນເສຍເກືອແຮ່ ແລະ ເລີ່ມເກີດອາການ heat exhaustion ຫຼື ເກີດອາການເພຍແດດ ຫົວໃຈເຕັ້ນໄວ ເຫື່ອຈະອອກຫຼາຍ
- ຫາກອຸນຫະພູມສູງຫຼາຍກວ່າ 45 ອົງສາເຊລເຊຍສ ຈະເລີ່ມມີອາການຂອງ heat stroke ຫຼື ຈະມີອາການເປັນລົມແດດເຊິ່ງເກີດຈາກສະພາບອາກາດທີ່ຮ້ອນຈັດເຮັດໃຫ້ອຸນຫະພູມໃນຮ່າງກາຍສູງຂຶ້ນຢ່າງວ່ອງໄວຈົນຮ່າງກາຍບໍ່ສາມາດລະບາຍຄວາມຮ້ອນອອກໄດ້ຈົນອາດມີໂອກາດເສຍຊີວິດ
- ອຸນຫະພູມໃນບັນຍາກາດເຖິງ 50 ອົງສາເຊລເຊຍສ ຮ່າງກາຍຈະຮັບບໍ່ໄຫວ ແລະ ໂອກາດເສຍຊີວິດທັນທີສູງຫຼາຍຈາກການທີ່ຫົວໃຈລົ້ມເຫຼວ
ສຳລັບບຸກຄົນທີ່ຕ້ອງເຮັດວຽກໃນທີ່ທີ່ມີອຸນຫະພູມສູງຕັ້ງແຕ່ 38 ອົງສາເຊລເຊຍສຂຶ້ນໄປ ງານຄົ້ນຄວ້າມີຂໍ້ແນະນຳຄື:
- ບໍ່ຄວນຢູ່ກາງແດດໃນຊ່ວງເວລາ 09.00 -15.00ນ.
- ດື່ມນ້ຳເລື້ອຍໆ ຢ່າງໜ້ອຍ 2 ລິດຕໍ່ມື້
- ຖ້າອອກແດດຕ້ອງແຕ່ງຕົວມິດຊິດ ກັ້ງຄັນຮົ່ມ, ໃສ່ໝວກ, ພົກພັດລົມມືຖື, ສວມແວ່ນກັນແດດ UV ຫຼາຍກວ່າ 400 ນາໂນແມັດ ເພື່ອປ້ອງກັນລັງສີ UVA ທຳລາຍມ່ານຕາ ແລະ ທາຄຣີມກັນຜິວທີ່ມີຄ່າ SPF30++ ຢ່າງໜ້ອຍ ໂດຍອອກແດດໃຫ້ໜ້ອຍທີ່ສຸດ
- ຫ້າມດື່ມແອລກໍຮໍ ຫຼື ຄາເຟອີນ ແລະ ເຄື່ອງດື່ມທີ່ມີນ້ຳຕານຫຼາຍໆ ເພາະຈະເລັ່ງເຮັດໃຫ້ເກີດການເພຍແດດ ແລະ ເລັ່ງການເກີດອາການ Heat Stroke ຫຼື ລົມແດດໄວຂຶ້ນ
- ລີ້ຢູ່ໃນທີ່ຮົ່ມໃນອາຄານ ເປີດພັດລົມລະບາຍອາກາດ ຫາກມີແອເປີດແອ ຈິບນ້ຳເຢັນເລື້ອຍໆ
ທັງນີ້ ອາຊີບທີ່ຕ້ອງລະວັງຕົວເປັນພິເສດ ຈາກໂລກລົມແດດເນື່ອງຈາກອາກາດຮ້ອນໃນຊ່ວງນີ້ຄື ພໍ່ຄ້າແມ່ຄ້າທີ່ຂາຍຂອງກາງແຈ້ງ, ກຳມະກອນທີ່ເຮັດວຽກກາງແຈ້ງ, ໄລເດີ ແລະ ຜູ້ຂັບຂີ່ລົດຈັກກາງຖະໜົນ, ຕຳຫຼວດຈະລາຈອນທີ່ໂບກລົດຍົນຕາມສີ່ແຍກ ລວມທັງຜູ້ສູງອາຍຸຫຼາຍກວ່າ 70 ປີຂຶ້ນໄປທີ່ຍ່າງຢູ່ເທິງຖະໜົນກາງແຈ້ງ
ສະແດງຄຳຄິດເຫັນ
ອັດຕາແລກປ່ຽນ
ສະກຸນເງິນ | ຊື້ | ຂາຍ |
---|---|---|
![]() USD | 21,531 | 21,808 |
![]() THB | 658.10 | 668.63 |
![]() EUR | 24,323 | 24,810 |
![]() CNY | 2,948 | 3,007 |
ລາຄານ້ຳມັນ
ຊະນິດນ້ຳມັນ | ລາຄາ |
---|---|
![]() | 28,650 |
![]() | 23,990 |
![]() | 19,320 |
ລາຄາຄຳ
ປະເພດ | ລາຄາຊື້ | ລາຄາຂາຍ |
---|---|---|
![]() | 47,580,000 | 48,110,000 |
![]() | 46,965,000 | 48,219,000 |