ຍີ່ປຸ່ນກາຍເປັນປະເທດທຳອິດທີ່ໄດ້ເລີ່ມຕົ້ນເປີດໂຕະເຈລະຈາການຄ້າກັບສະຫະລັດຢ່າງເປັນທາງການ ພາຍຫຼັງປະທານາທິບໍດີໂດນັລ ທຣຳ ປະກາດມາດຕະການພາສີອາກອນຕອບໂຕ້ (Reciprocal Tariffs) ເມື່ອວັນທີ 2 ເມສາທີ່ຜ່ານມາ
ການເຈລະຈາຄັ້ງນີ້ມີຄວາມສຳຄັນຢ່າງຍິ່ງ ເພາະອາດກາຍເປັນແມ່ແບບໃຫ້ປະເທດອື່ນທີ່ຕ້ອງເຂົ້າສູ່ການເຈລະຈາກັບສະຫະລັດໃນລຳດັບຖັດໄປ.
ຄຳຖາມກໍຄື ຫາກຍີ່ປຸ່ນບໍ່ສາມາດຕົກລົງເງື່ອນໄຂທີ່ເອື້ອປະໂຫຍດໄດ້, ການເຈລະຈາຂອງປະເທດອື່ນຈະມີແນວໂນ້ມທີ່ຕ້ອງປະເຊີນກັບຄວາມຫຍຸ້ງຍາກຕາມໄປດ້ວຍຫຼືບໍ່
ແລ້ວເປັນຫຍັງຍີ່ປຸ່ນຈຶ່ງໄດ້ຮັບສິດເປີດການເຈລະຈາກ່ອນໃຜ ຄຳຕອບສະທ້ອນຈາກຫຼາຍປັດໄຈ ໂດຍສະເພາະສະຖານະຂອງຍີ່ປຸ່ນໃນຖານະໜຶ່ງໃນພັນທະມິດທີ່ໃກ້ຊິດທີ່ສຸດຂອງສະຫະລັດໃນອາຊີ ເຊິ່ງມີຄວາມຮ່ວມມືແໜ້ນແຟ້ນທັງດ້ານເສດຖະກິດ ແລະ ຄວາມໝັ້ນຄົງມາຢ່າງຍາວນານ
ຍີ່ປຸ່ນ ແລະ ສະຫະລັດມີພັນທະມິດຄວາມໝັ້ນຄົງແໜ້ນແຟ້ນມາຕັ້ງແຕ່ສິ້ນສຸດສົງຄາມໂລກຄັ້ງທີສອງ ພາຍໃຕ້ຂໍ້ຕົກລົງທີ່ອະນຸຍາດໃຫ້ສະຫະລັດຕັ້ງຖານທັບໃນຍີ່ປຸ່ນເພື່ອຖ່ວງດຸນອຳນາດຝ່າຍກົງກັນຂ້າມໃນອາຊີ.
ມີຖານທັບທະຫານສະຫະລັດຫຼາຍກວ່າ 80 ແຫ່ງໃນຍີ່ປຸ່ນ ແລະ ທະຫານສະຫະລັດປະຈຳການຢູ່ໃນຍີ່ປຸ່ນຫຼາຍກວ່າປະເທດອື່ນ.
ແຫຼ່ງຂໍ້ມູນຈາກ Center for Strategic and International Studies (CSIS) ແລະ Council on Foreign Relations (CFR) ລະບຸວ່າ ຄວາມສຳພັນນີ້ບໍ່ແມ່ນພຽງແຕ່ເລື່ອງການທະຫານ ແຕ່ເປັນຮາກຖານຂອງຄວາມຮ່ວມມືເຊິງຍຸດທະສາດລະດັບໂລກ.
ໃນປີ 2015 ພາຍໃຕ້ການນຳຂອງນາຍົກລັດຖະມົນຕີຊິນໂຊ ອາເບະ, ຍີ່ປຸ່ນໄດ້ຕີຄວາມລັດຖະທຳມະນູນໃໝ່ ເຊິ່ງຖືເປັນກ້າວສຳຄັນທາງປະຫວັດສາດທີ່ອະນຸຍາດໃຫ້ກອງທັບປົກປ້ອງພັນທະມິດໄດ້ເປັນຄັ້ງທຳອິດ ແຕ່ພາຍໃຕ້ສະຖານະການທີ່ຈຳກັດ.
ການປ່ຽນແປງຄັ້ງນີ້ຊ່ວຍປູທາງໃຫ້ສະຫະລັດອາເມລິກາແລະຍີ່ປຸ່ນແກ້ໄຂແນວທາງການປ້ອງກັນປະເທດອີກຄັ້ງ ໂດຍຂະຫຍາຍຂອບເຂດຄວາມຮ່ວມມືທາງທະຫານແລະເນັ້ນຄວາມຮ່ວມມືກັບພັນທະມິດໃນດ້ານການຄຸກຄາມໃນປັດຈຸບັນ ລວມເຖິງຈາກຈີນແລະເກົາຫຼີເໜືອ ແລະ ເທັກໂນໂລຢີໃໝ່ໆ.
ສະກຸນເງິນ | ຊື້ | ຂາຍ |
---|---|---|
![]() USD | 21,531 | 21,808 |
![]() THB | 657.17 | 669 |
![]() EUR | 24,072 | 24,554 |
![]() CNY | 2,938 | 2,996 |
ຊະນິດນ້ຳມັນ | ລາຄາ |
---|---|
![]() | 28,650 |
![]() | 23,990 |
![]() | 19,320 |
ປະເພດ | ລາຄາຊື້ | ລາຄາຂາຍ |
---|---|---|
![]() | 42,720,000 | 43,250,000 |
![]() | 42,370,000 | 43,359,000 |