site-cover (17)
ຍ້ອນທີ່ມາ 70 ປີແຫ່ງຄວາມຂັດແຍ້ງໃນແຄຊເມຍ ລະຫວ່າງອິນເດຍ-ປາກີສຖານ
ຮຽບຮຽງໂດຍ:Soulinda
ເຜີຍແຜ່: 29 April, 2025
ໝວດ: ຂ່າວ

ຫຼັງຈາກເຫດສັງຫານປະຊາຊົນ 26 ຄົນ ໃນແຂວງແຄຊເມຍ

 

ຫຼັງຈາກເຫດສັງຫານປະຊາຊົນ 26 ຄົນ ໂດຍມືປືນໃນແຂວງແຄຊເມຍ ເມື່ອວັນທີ 22 ເມສາ ທີ່ຜ່ານມາ, ດິນແດນເທິງພູເຂົາຫິມາໄລແຫ່ງນີ້ ເຊິ່ງເປັນພື້ນທີ່ຜິດພາດລະຫວ່າງອິນເດຍ ແລະ ປາກີສຖານມາດົນກວ່າ 7 ທົດສະວັດ ໄດ້ກັບມາເປັນຈຸດສົນໃຈອີກຄັ້ງ.

 

ນັບຕັ້ງແຕ່ເປັນເອກະລາດຈາກອັງກິດໃນປີ 1947, ບຣິຕິຊແຕ່ກ່ອນອິນເດຍໄດ້ແຍກຕົວອອກເປັນສອງປະເທດ ຄືອິນເດຍ ແລະ ປາກີສຖານ.

 

ທັງສອງປະເທດເຊິ່ງລ້ວນມີອາວຸດນິວເຄລຍໃນຄອບຄອງໄດ້ເຮັດສົງຄາມກັນມາແລ້ວສອງຄັ້ງຈາກປະເດັນຜິດພາດເໜືອດິນແດນແຫ່ງນີ້ ເຊິ່ງມີຄົນສ່ວນໃຫຍ່ເປັນຊາວມຸສລິມ. ທັງສອງປະເທດຕ່າງກໍອ້າງກຳມະສິດເໜືອດິນແດນແຫ່ງນີ້.

 

ນອກຈາກນີ້, ແຂວງແຄຊເມຍຍັງມີພື້ນທີ່ບາງສ່ວນທີ່ຈີນເຂົ້າປົກຄອງດ້ວຍເຊັ່ນກັນ: ໂດຍແຄຊເມຍຖືເປັນໜຶ່ງໃນພື້ນທີ່ທີ່ມີກອງກຳລັງທະຫານຢູ່ຫຼາຍທີ່ສຸດແຫ່ງໜຶ່ງຂອງໂລກ.

 

ໃນປີ 2019, ລັດຖະສະພາຂອງອິນເດຍໄດ້ຍົກເລີກສະຖານະພິເສດຂອງດິນແດນແຫ່ງນີ້ທີ່ໃຫ້ອຳນາດປົກຄອງຕົນເອງໃນລະດັບໜຶ່ງ.

 

ພູມິພາກນີ້ຍັງຖືກແບ່ງອອກເປັນສອງດິນແດນພາຍໃຕ້ການບໍລິຫານຂອງລັດຖະບານກາງອິນເດຍ.

 

ນັບຕັ້ງແຕ່ນັ້ນເປັນຕົ້ນມາ ລັດຖະບານອິນເດຍໄດ້ອ້າງຊ້ຳ ແລ້ວຊ້ຳອີກວ່າສະຖານະການດ້ານຄວາມປອດໄພໃນພູມິພາກນີ້ດີຂຶ້ນແລ້ວ ແລະ ກຸ່ມກະບົດຕໍ່ຕ້ານການປົກຄອງຂອງອິນເດຍກໍຖືກສະກັດກັ້ນໄປແລ້ວ.

 

ຂະນະທີ່ນັກວິຈານໄດ້ຕັ້ງຄຳຖາມເຖິງຄຳກ່າວອ້າງດັ່ງກ່າວຂອງລັດຖະບານອິນເດຍອີກຄັ້ງ ຫຼັງຈາກເກີດເຫດການນອງເລືອດເມື່ອວັນອັງຄານທີ່ຜ່ານມາ.

 

ທະຫານຊາວປາກີສຖານນາຍໜຶ່ງກຳລັງຢືນປະຈຳການທີ່ດ່ານກວດແຫ່ງໜຶ່ງ ຂະນະທີ່ລົດຍົນທີ່ມີຜູ້ສັງເກດການທາງທະຫານຂອງສະຫະປະຊາຊາດໂດຍສານໄປດ້ວຍເດີນທາງມາເຖິງໃກ້ກັບເສັ້ນແບ່ງເຂດຢຸດຍິງ (Line of Control).

 

ປະຫວັດສາດນັບຕັ້ງແຕ່ປີ 1947

 

ນັບຕັ້ງແຕ່ອິນເດຍແລະປາກີສຖານໄດ້ຮັບເອກະລາດຈາກການປົກຄອງອັງກິດໃນປີ 1947, ອະດີດຜູ້ປົກຄອງລັດຈຳມູ ແລະ ແຄຊເມຍໄດ້ຮັບທາງເລືອກໃຫ້ສາມາດເຂົ້າຮ່ວມລັດທີ່ພວກເຂົາຕ້ອງການໄດ້ ກ່າວຄືຈະເລືອກໄປລວມກັບອິນເດຍຫຼືປາກີສຖານກໍໄດ້.

 

ໃນຕອນນັ້ນ, ຮາຣີ ຊິງ ມະຫາຣາຊາຜູ້ປົກຄອງແຄຊເມຍເຊິ່ງເປັນຊາວຮິນດູ ເປັນປະມຸກຂອງດິນແດນທີ່ປະຊາກອນສ່ວນໃຫຍ່ເປັນຊາວມຸສລິມແຫ່ງນີ້.

 

ລາວຕົກຢູ່ໃນສະຖານະການທີ່ບໍ່ສາມາດຕັດສິນໃຈໄດ້ວ່າຈະໄປເຂົ້າຮ່ວມກັບປະເທດໃດ. ຮາຣີ ຊິງ ຈຶ່ງລົງນາມໃນຂໍ້ຕົກລົງ “ຢຸດນິ້ງ (standstill)” ເປັນການຊົ່ວຄາວເພື່ອທີ່ຈະຮັກສາບໍລິການດ້ານການຄົມມະນາຄົມຂົນສົ່ງແລະບໍລິການອື່ນໆ ກັບປາກີສຖານຕໍ່ໄປ.

 

ຕໍ່ມາໃນເດືອນຕຸລາ 1947 ມີກຸ່ມຊົນເຜົ່າຈາກປາກີສຖານໄດ້ບຸກລຸກເຂົ້າມາໃນແຂວງແຄຊເມຍ ໂດຍມີຈຸດເລີ່ມຕົ້ນມາຈາກລາຍງານວ່າມີການໂຈມຕີຊາວມຸສລິມ ລວມເຖິງຄວາມຜິດຫວັງຈາກກົນລະຍຸດການຍືດເວລາຂອງຮາຣີ ຊິງ.

 

ຮາຣີ ຊິງ ຈຶ່ງຂໍຄວາມຊ່ວຍເຫຼືອທາງທະຫານຈາກອິນເດຍ.

 

ໃນລະຫວ່າງການຖະແຫຼງຂ່າວໃນກຸງນິວເດລີ ໃນປີ 1947, ລອດ ເມົ້າແບັດເທັນ (ກາງຂວາ) ອຸປະລາຊຂອງອິນເດຍ ພ້ອມກັບຜູ້ນຳຂອງອິນເດຍ ເຫັນພ້ອງກັນເລື່ອງການແບ່ງແຍກອິນເດຍ.

 

ລອດ ເມົ້າແບັດເທັນ ອຸປະລາຊຂອງອິນເດຍເຊື່ອວ່າ ສັນຕິພາບຈະເກີດໃນແຄຊເມຍໄດ້ໂດຍການໃຫ້ດິນແດນແຫ່ງນີ້ເຂົ້າຮ່ວມກັບອິນເດຍເປັນການຊົ່ວຄາວ ໃນລະຫວ່າງລໍການລົງຄະແນນສຽງເພື່ອກຳນົດສະຖານະຂັ້ນສຸດທ້າຍ.

 

ໃນເດືອນນັ້ນເອງ, ຮາຣີ ຊິງ ໄດ້ລົງນາມໃນພາກຍານຸວັດສານ (Instrument of Accession) ເຊິ່ງເປັນການເຂົ້າເປັນອັກຄະພາຄີສົນທິສັນຍາມິດຕະພາບແລະຄວາມຮ່ວມມືກັບອິນເດຍ ໂດຍມອບການຄວບຄຸມນະໂຍບາຍຕ່າງປະເທດແລະການປ້ອງກັນປະເທດໃຫ້ກັບອິນເດຍ.

 

ກອງທັບອິນເດຍໄດ້ເຂົ້າຍຶດຄອງພື້ນທີ່ສອງໃນສາມຂອງແຄຊເມຍ. ດ້ານປາກີສຖານໄດ້ຍຶດຄອງພື້ນທີ່ທາງຕອນເໜືອສ່ວນທີ່ເຫຼືອໄວ້, ຂະນະທີ່ໃນທົດສະວັດທີ 1950 ຈີນກໍຍຶດຄອງພື້ນທີ່ທາງຕາເວັນອອກຂອງພູມິພາກນີ້ ໂດຍຮຽກວ່າ “ອັກໄຊຈິນ” (Aksai Chin).

 

ປະເດັນວ່າພາກຍານຸວັດສານດັ່ງກ່າວຫຼືການເຂົ້າມາຂອງກອງທັບອິນເດຍເກີດຂຶ້ນກ່ອນກັນ ຖືເປັນທີ່ມາຫຼັກຂອງຂໍ້ພິພາດລະຫວ່າງອິນເດຍແລະປາກີສຖານ.

 

ອິນເດຍຢືນຢັນວ່າ ຮາຣີ ຊິງ ລົງນາມໃນພາກຍານຸວັດສານດັ່ງກ່າວກ່ອນ, ນີ້ຈຶ່ງເຮັດໃຫ້ການມີກອງກຳລັງຂອງອິນເດຍໃນດິນແດນດັ່ງກ່າວບໍ່ມີຄວາມເປັນທຳ.

 

ຂະນະທີ່ປາກີສຖານຢືນຢັນວ່າ ມະຫາຣາຊາຄົງບໍ່ສາມາດລົງນາມໃນພາກຍານຸວັດສານດັ່ງກ່າວກ່ອນທີ່ກອງທະຫານອິນເດຍຈະມາຮອດໄດ້, ດັ່ງນັ້ນຈຶ່ງຖືວ່າ ຮາຣີ ຊິງ ກັບອິນເດຍໄດ້ເພີກເສີຍຕໍ່ຂໍ້ຕົກລົງ “ຢຸດນິ້ງ” ກັບປາກີສຖານ.

 

ທະຫານນາຍໜຶ່ງເບິ່ງຂຶ້ນໄປທີ່ທຸງ ແລະ ອາຄານຂອງປາກີສຖານ ຈາກໝູ່ບ້ານສີມາຣີ (Seemari) ເຊິ່ງຢູ່ຝັ່ງອິນເດຍຂອງເສັ້ນແບ່ງເຂດຢຸດຍິງ.

 

ລັດຖະບານປາກີສຖານຕ້ອງການໃຫ້ມີການຈັດທຳປະຊາມະຕິເພື່ອຕັດສິນສະຖານະຂອງແຄຊເມຍ ຂະນະທີ່ລັດຖະບານອິນເດຍໂຕ້ແຍ້ງວ່າ ຈາກການທີ່ຜູ້ຄົນໃນດິນແດນແຫ່ງນີ້ໄດ້ລົງຄະແນນສຽງໃນການເລືອກຕັ້ງລະດັບລັດ ແລະ ລະດັບຊາດຂອງອິນເດຍຕິດຕໍ່ກັນຫຼາຍຄັ້ງ ຖືວ່າຊາວແຄຊເມຍໄດ້ຢືນຢັນການເຂົ້າຮ່ວມກັບອິນເດຍແລ້ວ.

 

ດ້ານປາກີສຖານອ້າງເຖິງມະຕິຂອງອົງການສະຫະປະຊາຊາດຫຼາຍສະບັບທີ່ສະໜັບສະໜູນການລົງປະຊາມະຕິທີ່ດຳເນີນການໂດຍສະຫະປະຊາຊາດ, ໃນຂະນະທີ່ອິນເດຍກ່າວວ່າຂໍ້ຕົກລົງຊິມລາປີ 1972 ຜູກມັດທັງສອງປະເທດໃນການແກ້ໄຂບັນຫາດັ່ງກ່າວໃນລັກສະນະລັດຕໍ່ລັດ.

 

ເຖິງຢ່າງໃດກໍຕາມ, ຍັງບໍ່ມີຄວາມເຄື່ອນໄຫວທີ່ມີຄວາມສຳຄັນໃດໆ ຈາກຈຸດຢືນດັ່ງກ່າວມາເປັນເວລາຫຼາຍທົດສະວັດແລ້ວ.

 

ນອກຈາກນີ້, ຊາວແຄຊເມຍບາງສ່ວນຍັງພະຍາຍາມຫາທາງເລືອກທີສາມ, ນັ້ນຄືການປະກາດເອກະລາດ, ເຊິ່ງເປັນທາງເລືອກທີ່ບໍ່ວ່າຈະເປັນປາກີສຖານຫຼືແມ່ນແຕ່ອິນເດຍກໍບໍ່ພ້ອມພິຈາລະນາ.

 

ທະຫານປາກີສຖານນາຍໜຶ່ງຢືນຮັກສາການແລະມອງໄປຍັງແຂວງແຄຊເມຍທີ່ບໍລິຫານຈັດການໂດຍອິນເດຍ.

 

ທັງສອງປະເທດໄດ້ສູ້ຮົບກັນຜ່ານສົງຄາມເໜືອແຄຊເມຍລະຫວ່າງປີ 1947-48 ແລະອີກຄັ້ງໃນປີ 1965.

 

ອິນເດຍແລະປາກີສຖານໄດ້ກຳນົດແນວຢຸດຍິງດັ້ງເດີມເປັນທາງການວ່າເປັນ “ເສັ້ນແບ່ງເຂດຢຸດຍິງ (Line of Control)” ໃນຂໍ້ຕົກລົງຊິມລາ, ແຕ່ສິ່ງນີ້ກໍບໍ່ໄດ້ປ້ອງກັນການປະທະກັນທີ່ເກີດຂຶ້ນອີກໃນປີ 1999 ເທິງທານ້ຳແຂງເຊຍເຊນ (Siachen glacier) ເຊິ່ງຢູ່ນອກເສັ້ນແບ່ງເຂດຢຸດຍິງດັ່ງກ່າວ.

 

ຕໍ່ມາອິນເດຍແລະປາກີສຖານເກືອບຈະເຮັດສົງຄາມກັນອີກຄັ້ງໃນປີ 2002.

 

ສະຖານະການໄດ້ເພີ່ມຄວາມຊັບຊ້ອນຫຼາຍຍິ່ງຂຶ້ນ ເມື່ອມີກຸ່ມກໍ່ຄວາມບໍ່ສະຫງົບທີ່ນຳໂດຍກຸ່ມອິສລາມເກີດຂຶ້ນໃນປີ 1989.

 

ອິນເດຍຈຶ່ງໄດ້ມອບອຳນາດເພີ່ມເຕີມແກ່ກອງທັບເພື່ອຢຸດການກໍ່ກະບົດດັ່ງກ່າວພາຍໃຕ້ພະລາຊະບັນຍັດອຳນາດພິເສດຂອງກອງກຳລັງຕິດອາວຸດ (Armed Forces Special Powers Act – AFSPA) ທີ່ກໍ່ໃຫ້ເກີດສຽງວິພາກວິຈານ.

 

ເຖິງແມ່ນວ່າຈະມີການທົບທວນກ່ຽວກັບ AFSPA ໃນບາງໂອກາດ ແຕ່ກົດໝາຍດັ່ງກ່າວຍັງຄົງມີຜົນບັງຄັບໃຊ້ໃນຈຳມູແລະແຄຊເມຍທີ່ອິນເດຍບໍລິຫານຢູ່.

 

ສະພາບບ້ານເຮືອນໃນໝູ່ບ້ານເຄລ (Kel) ໃນເສັ້ນແບ່ງເຂດຢຸດຍິງຝັ່ງປາກີສຖານ.

 

ນາເຂົ້າໃນເມືອງພາຮາລແກມ ແຂວງແຄຊເມຍ.

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 25 April, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,479
21,690
thailand (1)
THB
632.47
642.46
european-union
EUR
23,857
24,335
china
CNY
2,871
2,928
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Thursday, 27 March, 2025
ປະເພດ
ລາຄາຊື້
ລາຄາຂາຍ
31,160,000
31,6900,000
30,890,000
31,799,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
Copy of site cover (32)
OpenAI, Perplexity ແລະ Yahoo ສົນໃຈຊື້ Chrome ຖ້າ Google ຖືກບັງຄັບໃຫ້ຂາຍ
VP LANDSCAPE COVER (82)
ຮຽກຮ້ອງໃຫ້ລະງັບແອັບພລິເຄຊັນ AI ທີ່ສ້າງຮູບພາບເປືອຍຂອງເດັກນ້ອຍ
site-cover (17)
ຍ້ອນທີ່ມາ 70 ປີແຫ່ງຄວາມຂັດແຍ້ງໃນແຄຊເມຍ ລະຫວ່າງອິນເດຍ-ປາກີສຖານ
Copy of site cover (14)
ຂ່າວໃກ້ຈະສິ້ນສຸດແລ້ວ! ຊາບີ ອາລອນໂຊ່ ກຽມແຈ້ງໄບເອີ ເລເວີຄູເຊັນ ຂໍຍ້າຍໄປຄຸມເຣອັລ ມາດຣິດ
VP LANDSCAPE COVER (81)
5 ສາຂາຊ່າງ ໃນທົ່ວປະເທດ ເຂົ້າຮ່ວມການແຂ່ງຂັນສີມືແຮງງານແຫ່ງຊາດ ຄັ້ງທີ 4
site-cover (16)
ສະເປນ-ໂປຕຸເກສ ໄຟຟ້າດັບຄັ້ງໃຫຍ່
VP LANDSCAPE COVER (80)
ດາວທຽມໃໝ່ຈະສ່ອງຜ່ານຂີ້ເຝື້ອເພື່ອ 'ຊັ່ງນ້ຳໜັກ' ປ່າໄມ້ຂອງໂລກ
site-cover (15)
ຣັດເຊຍ ປະກາດຢຸດຍິງໃນຢູເຄຣນຊົ່ວຄາວ 3 ວັນ
site-cover (14)
ເກີດເຫດດິນສະໄລເຈື່ອນກວດເຮືອນປະຊາຊົນ ບ້ານ ລາດກືມ ເມືອງງາ ແຂວງອຸດົມໄຊ
Copy of site cover (31)
ວິທີລຶບໂພສຕ໌ Facebook ຫຼາຍໆໂພສຕ໌ໃນຄັ້ງດຽວຢ່າງວ່ອງໄວ
ຢ່າລື່ມກົດຕິດຕາມ