VP LANDSCAPE COVER (83)
ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ
ຮຽບຮຽງໂດຍ:patthana
ເຜີຍແຜ່: 30 April, 2025
ໝວດ: ຂ່າວ

ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ ແລະ ສ້າງຕັ້ງລະບອບນາຍທຶນຂຶ້ນແທນ.

ພາຍໃຕ້ການປົກຄອງຂອງພວກນາຍທຶນ, ຊົນຊັ້ນກຳມະກອນຖືກກົດຂີ່ຂູດຮີດນັບມື້ຍິ່ງໜັກໜ່ວງ, ອອກແຮງງານສຸດທີ່ລຳບາກ ແລະ ມີຄວາມສ່ຽງສູງຕໍ່ຊີວິດ ເນື່ອງຈາກລະບົບປ້ອງກັນໄພຂອງເຄື່ອງຈັກໃນເວລານັ້ນຍັງບໍ່ທັນມີ, ນາຍທຶນນັບມື້ເພີ່ມທະວີການກົດຂີ່ຂູດຮີດ, ບັງຄັບຂົ່ມເຫັງໃຫ້ກຳມະກອນອອກແຮງງານ ໂດຍບໍ່ມີເວລາພັກຜ່ອນ, ມື້ໜຶ່ງເຮັດວຽກ 14-15 ຊົ່ວໂມງ, ອອກແຮງງານໜັກແຕ່ຄ່າແຮງງານພັດຕໍ່າ, ບໍ່ມີການປ້ອງກັນສຸຂະພາບ ແລະ ຄວາມປອດໄພແຮງງານໃນສະຖານທີ່ເຮັດວຽກ, ບໍ່ໄດ້ເອົາໃຈໃສ່ກ່ຽວກັບສະຫວັດດີການ-ສັງຄົມ ຈຶ່ງພາໃຫ້ເກີດມີຂໍ້ຂັດແຍ່ງຂຶ້ນ ແລະ ຂໍ້ຂັດແຍ່ງດັ່ງກ່າວນັບມື້ນັບຮຸນແຮງຂຶ້ນເລື້ອຍໆ. ຊົນຊັ້ນກຳມະກອນ ແລະ ຊາວຜູ້ອອກແຮງງານຈຳເປັນຈຶ່ງໄດ້ຈັດຕັ້ງກັນເປັນກຸ່ມ, ເປັນຂະບວນເພື່ອລຸກຮື້ຂຶ້ນຕໍ່ສູ້ກັບຊົນຊັ້ນນາຍທຶນ, ທວງໃຫ້ພວກນາຍທຶນເພີ່ມເງິນເດືອນ ແລະ ຫຼຸດຜ່ອນຊົ່ວໂມງເຮັດວຽກລົງ ເຊິ່ງຂະບວນການຕໍ່ສູ້ຄັ້ງທຳອິດແມ່ນຢູ່ປະເທດອັງກິດໃນປີ 1764.

ມາໃນວັນທີ 1 ພຶດສະພາ 1886 ເປັນເທື່ອທຳອິດທີ່ ຊົນຊັ້ນກຳມະກອນ ແລະ ຊາວຜູ້ອອກແຮງງານໃນປະເທດອາເມລິກາຢູ່ຕົວເມືອງຊິກາໂກ ໄດ້ມີການຕໍ່ສູ້ໂດຍອີງໃສ່ເນື້ອໃນຂອງຖະແຫຼງການຮຽກຮ້ອງໃຫ້ພວກນາຍທຶນ ຕ້ອງປະຕິບັດຕາມການສະເໜີຂອງກຳມະກອນວ່າ: “ແຕ່ນີ້ຕໍ່ໄປບໍ່ໃຫ້ກຳມະກອນຜູ້ໃດເຮັດວຽກເກີນ 8 ຊົ່ວໂມງຕໍ່ມື້, 8 ຊົ່ວໂມງພັກຜ່ອນ ແລະ 8 ຊົ່ວໂມງຮໍ່າຮຽນ” ໃນມື້ນັ້ນ, ມີກຳມະກອນນັດຢຸດງານເຖິງ 5.000 ແຫ່ງໃນຕົວເມືອງໃຫຍ່ຂອງປະເທດອາເມລິກາ ເຊັ່ນ: ນິວຢອກ, ບານຕີມໍ, ວໍຊິງຕັນ ແລະ ອື່ນໆ, ມີຜູ້ເຂົ້າຮ່ວມເຖິງ 3 ແສນ 4 ໝື່ນຄົນ ໄດ້ຮຽກຮ້ອງ ແລະ ບັງຄັບໃຫ້ນາຍທຶນຕ້ອງຮັບຮອງເອົາສິດໃນການເຮັດວຽກຂອງກຳມະກອນ ໃນມື້ໜຶ່ງ 8 ຊົ່ວໂມງ.

ຈາກເຫດການຂອງວັນທີ 1 ພຶດສະພາ 1886 ມັນໄດ້ສ້າງກະແສຟອງອັນໃຫຍ່ຫຼວງ ແລະ ແຂງແຮງເຖິງຂະບວນການກຳມະກອນຢູ່ທະວີບເອີຣົບ ແລະ ທະວີບອາເມລິກາເປັນກຳລັງໃຈໃຫ້ຂະບວນການຕໍ່ສູ້ຂອງກຳມະກອນໂລກ, ທັງເປັນບາດກ້າວຂະຫຍາຍຕົວແຫ່ງໄຊຊະນະ, ເປັນວັນທີ່ມີຄວາມໝາຍອັນສໍາຄັນໃຫຍ່ຫຼວງ ຂອງຊົນຊັ້ນກຳມະກອນໃນຂະບວນການຕໍ່ສູ້ ເພື່ອປົກປ້ອງສິດທິ ແລະ ຜົນປະໂຫຍດອັນຊອບທຳຂອງຕົນ.

ມາໃນວັນທີ 1 ເດືອນພຶດສະພາປີ 1889 ກອງປະຊຸມພັກກອມມູນິດສາກົນຄັ້ງທີ II ໄດ້ເປີດຂຶ້ນຢູ່ນະຄອນຫຼວງປາຣີ (ປະເທດຝຣັ່ງ), ມີຜູ້ແທນເຂົ້າຮ່ວມກອງປະຊຸມທັງໝົດ 393 ຄົນ, ມາຈາກ 22 ປະເທດເອີຣົບ, ອາເມລິກາ ແລະ ອາກຊັງຕິນ, ທີ່ປະຊຸມໄດ້ຜ່ານໂຄງການດຳເນີນງານສຳຄັນຄື: ຊົນຊັ້ນກຳມະກອນສາມັກຄີຕໍ່ສູ້ເພື່ອປະຕິບັດຄຳຂວັນ “ມື້ໜຶ່ງເຮັດວຽກ 8 ຊົ່ວໂມງ ແລະ ກຳນົດເອົາວັນທີ 1 ພຶດສະພາ 1886 ເປັນວັນກຳມະກອນສາກົນ” ນັບແຕ່ນັ້ນມາ “ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ຈຶ່ງໄດ້ກາຍເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ”.

ສໍາລັບ ການສະ​ເຫຼີ​ມສະຫຼອງວັນ​ກໍາມະກອນ​ສາກົນ ປີນີ້ ແມ່ນ​ຄົບຮອບ 139 ປີ (1 ພຶດສະພາ 1886-1 ພຶດສະພາ 2025).

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 24 October, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,534
21,811
thailand (1)
THB
656.97
668.14
european-union
EUR
24,150
24,634
china
CNY
2,943
3,002
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 23 October, 2025
ຊະນິດນ້ຳມັນ
ລາຄາ
27,790
23,140
18,940
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Friday, 24 October, 2025
ປະເພດ
ລາຄາຊື້
ລາຄາຂາຍ
45,730,000
46,260,000
45,163,000
46,369,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
pele - 2025-10-24T140909.129
ແຈ້ງການມອດ 25,26,28/10/2025
jane - 2025-10-24T141822.033
ເພື່ອຄວາມເປັນເອກະພາບໃນການຈັດຕັ້ງປະຕິບັດລັດຖະທໍາມະນູນ ແຫ່ງ ສປປ ລາວ ສະບັບປີ 2025ໃນຂອບເຂດທົ່ວປະເທດ ເຫັນດີໃຫ້ປ່ຽນສີເຄື່ອງຫມາຍຊາດ
jane - 2025-10-24T135934.304
ຂ່າວຈາກ: BBCລາຍງານວ່າ ທຳນຽບຂາວຢືນຢັນ ປະທານາທິບໍດີໂດນັລ ທຣຳ ຈະພົບກັບ ປະທານາທິບໍດີສີຈິ້ນຜິງຂອງຈີນ ນອກຮອບທ້າຍເດືອນຕຸລານີ້
jane - 2025-10-24T112507.108
ຂ່າວຕ່າງປະເທດລາຍງານປະເທດເອຢິບ ຄົ້ນພົບບໍ່ນໍ້າມັນ ແລະ ອາຍແກ໊ສທຳມະຊາດຫຼາຍແຫ່ງ
jane - 2025-10-24T105214.259
ທີມຊາດລາວ ຢູ່ກຸ່ມ B ແຂ່ງຂັນບານເຕະ ໃນງານມະຫະກຳກິລາຊີເກມ 2025 ທີ່ປະເທດໄທ
pele - 2025-10-24T104749.867
ກົງສູນໃຫຍ່ ແຫ່ງ ສສ ຫວຽດນາມ ປະຈໍານະຄອນ-ຫຼວງພະບາງຄົນໃໝ່ຍື່ນໜັງສືແຕ່ງຕັ້ງ
pele - 2025-10-24T091435.209
ໄອສະປອດ ສະໜັບສະໜູນເຄື່ອງນຸ່ງກິລາ 30 ຊຸດ ໃຫ້ທີມເຕະບານຍິງ ນວ
jane - 2025-10-24T091108.303
ສະພາບອາກາດປະຈໍາເຊົ້າວັນທີ 24 ຕຸລາ 2025
jane - 2025-10-23T163614.854
ອັດຕະປື ອະນຸມັດໃຫ້ເອກະຊົນສຳປະທານພັດທະນາແຫຼ່ງທ່ອງທ່ຽວ ເຂດອ່າງນໍ້າ ເຂື່ອນເຊກະໝານ 1 ໃຫ້ກາຍເປັນແຫຼ່ງທ່ອງທ່ຽວຄົບວົງຈອນ ໄລຍະເວລາໃນການສຳປະທານ 30 ປີ.
pele - 2025-10-23T155235.940
ສູນປິ່ນປົວ ແລະ ຮັກສາສຸຂະພາບຕາ ຈັດກິດຈະກຳສະຫຼອງວັນສາຍຕາໂລກ
ຢ່າລື່ມກົດຕິດຕາມ