ວາລະສານອີໄບໂອເມດິຊີນ (eBioMedicine) ລາຍງານຜົນການສຶກສາສະບັບໜຶ່ງ ຊຶ່ງລະບຸວ່າສານເຄມີທີ່ກວດພົບໃນບັນຈຸພັນອາຫານ, ພລາສຕິກ, ລວມເຖິງໂລຊັ່ນ ແລະ ແຊມພູ ມີສ່ວນເຊື່ອມໂຍງກັບກໍລະນີຜູ້ເສຍຊີວິດຈາກພະຍາດຫົວໃຈຫຼາຍແສນຄົນ.
ຄະນະນັກຄົ້ນຄວ້າພົບວ່າສານເຄມີເຫຼົ່ານີ້ ຫຼື ສານພາທາເລດ (phthalates) ມີສ່ວນກ່ຽວຂ້ອງກັບການເສຍຊີວິດຂອງຄົນທົ່ວໂລກຫຼາຍກວ່າ 3.5 ແສນຄົນໃນປີ 2018 ຊຶ່ງປະມານຮ້ອຍລະ 75 ຢູ່ໃນອາຊີ, ຕາເວັນອອກກາງ ແລະ ປາຊີຟິກ, ສະທ້ອນຄວາມກັງວົນທີ່ເພີ່ມຂຶ້ນກ່ຽວກັບປະລິມານການແຜ່ກະຈາຍຂອງພລາສຕິກໃນກຸ່ມປະເທດກຳລັງພັດທະນາ.
ເດິ ວໍຊິງຕັນ ໂພສຕ໌ ລາຍງານວ່າຄະນະນັກຄົ້ນຄວ້າຍອມຮັບວ່າການສຳຜັດສານພາທາເລດເປັນປັດໄຈຮ່ວມກັບຄວາມສ່ຽງອື່ນໆ ເຊັ່ນ: ພະຍາດອ້ວນ ແລະ ຄວາມຜິດປົກກະຕິຂອງລະບົບຈ່ອຍສະຫຼາຍ.
ແຕ່ຜົນການສຶກສານີ້ເປັນອີກໜຶ່ງຫຼັກຖານທີ່ບົ່ງຊີ້ວ່າສານເຄມີທີ່ໃຊ້ໃນພລາສຕິກກໍ່ໃຫ້ເກີດຄວາມສ່ຽງຕໍ່ສຸຂະພາບຢ່າງຮ້າຍແຮງ.
ສານພາທາເລດເປັນຊຸດສານເຄມີທີ່ເຂົ້າໃນພລາສຕິກເພື່ອສ້າງຄວາມຢືດຢຸ່ນຫຼືອ່ອນນຸ້ມຍິ່ງຂຶ້ນ ແລະ ເຕີມເຂົ້າໃນໂລຊັ່ນ, ແຊມພູ ແລະ ນ້ຳຫອມເພື່ອກັກເກັບກິ່ນໃຫ້ຕິດທົນນານ.
ແຕ່ສານເຄມີຕົວນີ້ທີ່ນັກຄົ້ນຄວ້າບາງສ່ວນຮຽກວ່າ “ສານເຄມີທຸກຫົນແຫ່ງ” ໄດ້ປຸກກະແສວິຕົກກັງວົນຈາກນັກວິທະຍາສາດໃນວົງກວ້າງ.
ສະກຸນເງິນ | ຊື້ | ຂາຍ |
---|---|---|
![]() USD | 21,479 | 21,690 |
![]() THB | 632.47 | 642.46 |
![]() EUR | 23,857 | 24,335 |
![]() CNY | 2,871 | 2,928 |
ຊະນິດນ້ຳມັນ | ລາຄາ |
---|---|
![]() | 28,230 |
![]() | 22,560 |
![]() | 18,370 |
ປະເພດ | ລາຄາຊື້ | ລາຄາຂາຍ |
---|---|---|
![]() | 31,160,000 | 31,6900,000 |
![]() | 30,890,000 | 31,799,000 |