ລັດຖະບານປະທານາທິບໍດີໂດນັລ ທຣຳ ຂອງສະຫະລັດ ເຮັດວຽກຄົບ 100 ວັນທຳອິດໃນວັນອັງຄານທີ 29 ເມສາທີ່ຜ່ານມາ. ຕາມປົກກະຕິແລ້ວ, ການເຮັດວຽກ 100 ວັນທຳອິດຂອງລັດຖະບານສະຫະລັດ ຄືຊ່ວງຂອງການປະເມີນຄວາມກ້າວໜ້າໃນການເຮັດວຽກຂອງປະທານາທິບໍດີຕາມທີ່ໄດ້ຫາສຽງເລືອກຕັ້ງເອົາໄວ້.
ແຕ່ມີລາຍງານຂ່າວວ່າ ລັດຖະບານທຣຳໄດ້ຖືກຟ້ອງຮ້ອງແລ້ວຫຼາຍກວ່າ 200 ຄະດີໃນສະຫະລັດ ໃນຊ່ວງ 100 ວັນທຳອິດຂອງການເຮັດວຽກຂອງລັດຖະບານ, ໃນຄະດີທີ່ກ່ຽວກັບພາສີສຸນລະກາກອນ, ນະໂຍບາຍຄົນຕ່າງດ້າວ, ການສຶກສາ ແລະ ການປົດພະນັກງານພາກລັດ ນັບຕັ້ງແຕ່ລັດຖະບານທຣຳເລີ່ມຕົ້ນການເຮັດວຽກເປັນຕົ້ນມາ.
ທັງນີ້, ຈາກການລາຍງານຂອງສື່ດິຈິຕອນຊື່ “Just Security” ສື່ດິຈິຕອນອິດສະຫຼະບໍ່ຝັກໃຝ່ຝ່າຍໃດທາງດ້ານກົດໝາຍແລະນະໂຍບາຍ.
ຊີຊີທີວີລະບຸວ່າ ນະໂຍບາຍຕ່າງໆຂອງທຣຳໄດ້ສ້າງຄວາມແຕກແຍກຕັ້ງແຕ່ໃນຊ່ວງ 100 ວັນທຳອິດທີ່ເລີ່ມກັບເຂົ້າທຳນຽບຂາວອີກຄັ້ງ ແລະ ໄດ້ເລີ່ມໃຊ້ນະໂຍບາຍຫຼາຍຢ່າງ, ລວມເຖິງມາດຕະການເກັບພາສີນຳເຂົ້າຢ່າງຖ້ວນໜ້າ, ຜັກດັນການເນລະເທດຄົນຕ່າງດ້າວ, ປົດພະນັກງານລັດຖະບານກາງຄັ້ງໃຫຍ່ ແລະ ປິດສຳນັກງານລັດຖະບານເປັນຈຳນວນຫຼາຍ.
ໂດຍສະເພາະຢ່າງຍິ່ງ, ການຟ້ອງຮ້ອງທາງກົດໝາຍໃນຄະດີທີ່ກ່ຽວກັບນະໂຍບາຍພາສີສຸນລະກາກອນຂອງທຣຳນັ້ນ ກຳລັງເພີ່ມຂຶ້ນອີກ. ຫຼ້າສຸດຄືໃນວັນທີ 14 ເມສາທີ່ຜ່ານມາ, ທຸລະກິດຂະໜາດນ້ອຍໃນສະຫະລັດຫຼາຍແຫ່ງຟ້ອງຮ້ອງລັດຖະບານທຣຳກ່ຽວກັບນະໂຍບາຍພາສີອາກອນ.
ມີ 12 ລັດແລ້ວໃນສະຫະລັດ ລວມທັງລັດໃຫຍ່ຄືແຄລິຟໍເນຍ ໄດ້ຮ່ວມກັນຟ້ອງຮ້ອງລັດຖະບານກາງສະຫະລັດ ຮຽກຮ້ອງໃຫ້ລັດຖະບານທຣຳປ໌ຢຸດມາດຕະການພາສີອາກອນຕອບໂຕ້ (reciprocal tariff) ໂດຍກ່າວຫາວ່າເປັນການກະທໍາທີ່ຜິດກົດໝາຍ.
ສ່ວນການປົດພະນັກງານພາກລັດຄັ້ງໃຫຍ່ຂອງທຣຳປ໌ທົ່ວໜ່ວຍງານລັດຖະບານກາງ ກໍ່ໃຫ້ເກີດຄື້ນການຟ້ອງຮ້ອງຕາມມາຫຼາຍຄະດີ.
ດ້ານການສຶກສາ, ມະຫາວິທະຍາໄລຮາເວີດເພິ່ງກ່າວຫາລັດຖະບານທຣຳປ໌ ພະຍາຍາມເຂົ້າຄວບຄຸມຄວາມເປັນອິດສະຫຼະໃນການຕັດສິນໃຈໃນເຊິງວິຊາການຂອງຮາເວີດ ດ້ວຍການແຊ່ແຂງເງິນທຶນຂອງລັດຖະບານກາງທີ່ໃຫ້ແກ່ຮາເວີດ.
ກ່ຽວກັບນະໂຍບາຍຄົນຕ່າງດ້າວ, ທຣຳປ໌ໄດ້ລົງນາມຄໍາສັ່ງບໍລິຫານຕັ້ງແຕ່ມື້ທໍາອິດຂອງການເຮັດວຽກ ຍົກເລີກສິດການເປັນພົນລະເມືອງສະຫະລັດຈາກການເກີດໃນສະຫະລັດ ແຕ່ຖືກຜູ້ພິພາກສາລັດຖະບານກາງຫຼາຍຄົນມີຄໍາສັ່ງຂັດຂວາງຄໍາສັ່ງຂອງທຣຳປ໌ນີ້.
ນິວຢອກ ໄທມສ໌ລາຍງານເມື່ອວັນເສົາທີ່ຜ່ານມາ (26 ເມສາ) ວ່າ ໂດຍລວມແລ້ວ ຝ່າຍຕຸລາການສະຫະລັດໄດ້ອອກຄໍາສັ່ງສານແລ້ວຢ່າງໜ້ອຍ 108 ຄໍາສັ່ງ ຂັດຂວາງລັດຖະບານທຣຳປ໌ບໍ່ໃຫ້ປະຕິບັດຕາມນະໂຍບາຍຕ່າງໆ ຫຼາຍນະໂຍບາຍໃຫ້ລຸລ່ວງໄດ້.
ນັກວິເຄາະຫຼາຍຄົນຊີ້ວ່າ ການທີ່ລັດຖະບານທຣຳປ໌ໃຊ້ວິທີຜັກດັນຢ່າງໜັກໃນການໃຊ້ນະໂຍບາຍຕ່າງໆ ນັ້ນ ສະທ້ອນຄວາມຕັ້ງໃຈຂອງລັດຖະບານທຣຳປ໌ ທີ່ຕັ້ງໃຈເຮັດໃຫ້ອໍານາດຂອງຝ່າຍບໍລິຫານກາຍເປັນອາວຸດ ຈຶ່ງໄດ້ຈຸດຊົນວນໃຫ້ເກີດການຟ້ອງຮ້ອງທາງກົດໝາຍຕາມມາຢ່າງຫຼວງຫຼາຍ.
ປະກົດການ “ສະຫະລັດຟ້ອງຕົວເອງ” ນີ້ ບໍ່ພຽງແຕ່ເນັ້ນໃຫ້ເຫັນຄວາມຂັດແຍ່ງທີ່ເພີ່ມສູງຂຶ້ນລະຫວ່າງຝ່າຍບໍລິຫານແລະຝ່າຍຕຸລາການຂອງສະຫະລັດ ແຕ່ຍັງເຜີຍວ່າ ການຟ້ອງຮ້ອງທາງກົດໝາຍໃນສະຫະລັດໄດ້ກາຍເປັນສະໜາມຫຼັກໃນສົງຄາມລະຫວ່າງຝັກຝ່າຍຕ່າງໆໃນສະຫະລັດ.
ການປະທະທີ່ເພີ່ມຂຶ້ນຢ່າງຕໍ່ເນື່ອງລະຫວ່າງຝ່າຍບໍລິຫານແລະຕຸລາການຂອງສະຫະລັດ ລວມໄປເຖິງສົງຄາມລະຫວ່າງຝັກຝ່າຍຕ່າງໆທີ່ເພີ່ມສູງຂຶ້ນນີ້ ເປັນການຕື່ມເຊື້ອເພີງລົງສູ່ກອງໄຟແຫ່ງຄວາມບໍ່ພໍໃຈຂອງປະຊາຊົນ ແລະ ຍັງຊ່ວຍເພີ່ມຄວາມຕາສະຫວ່າງໃຫ້ແກ່ສາທາລະນະຊົນຕໍ່ນະໂຍບາຍຕ່າງໆຂອງທຣຳປ໌.
ຄວາມບໍ່ພໍໃຈຂອງຊາວອາເມລິກາໄດ້ສະທ້ອນອອກມາຜ່ານການປະທ້ວງທີ່ລະເບີດຂຶ້ນຫຼາຍກວ່າ 1,000 ຄັ້ງໃນທັງ 50 ລັດທົ່ວສະຫະລັດ ນັບສະເພາະໃນເດືອນນີ້ເດືອນດຽວ (ເມສາ).
ສະກຸນເງິນ | ຊື້ | ຂາຍ |
---|---|---|
![]() USD | 21,479 | 21,690 |
![]() THB | 632.47 | 642.46 |
![]() EUR | 23,857 | 24,335 |
![]() CNY | 2,871 | 2,928 |
ຊະນິດນ້ຳມັນ | ລາຄາ |
---|---|
![]() | 28,230 |
![]() | 22,560 |
![]() | 18,370 |
ປະເພດ | ລາຄາຊື້ | ລາຄາຂາຍ |
---|---|---|
![]() | 31,160,000 | 31,6900,000 |
![]() | 30,890,000 | 31,799,000 |