VP LANDSCAPE COVER (85)
ການກໍ່ສ້າງເຂື່ອນໄຟຟ້ານໍ້າຕົກນໍ້າເນີນ 1 ຈະສຳເລັດ ແລະ ເປີດນຳໃຊ້ ໃນເດືອນກັນຍາ 2028
ຮຽບຮຽງໂດຍ:patthana
ເຜີຍແຜ່: 1 May, 2025


ໂຄງການກໍ່ສ້າງເຂື່ອນໄຟຟ້ານໍ້າຕົກນໍ້າເນີນ 1 ທີ່ຕັ້ງຢູ່ບ້ານພຽງຫົ່ງ ເມືອງໜອງແຮດ ແຂວງຊຽງຂວາງ ຕາມແຜນຈະສ້າງສຳເລັດ ແລະ ເປີດນຳໃຊ້ ໃນເດືອນກັນຍາ 2028 ໂດຍແມ່ນບໍລິສັດ​ຫຸ້ນສ່ວນ ກໍ່ສ້າງ 47 ຈຳກັດ ແຫ່ງ ສສ ຫວຽດນາມ ເປັນຜູ້ຮັບເໝົາກໍ່ສ້າງ, ໂດຍມີພິທີວາງສີລາລືກການກໍ່ສ້າງເມື່ອມໍ່ໆມານີ້ ທີ່ ເມືອງໜອງແຮດ ແຂວງຊຽງຂວາງ ໂດຍການ ເຂົ້າຮ່ວມ ຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ.

ເຂື່ອນດັ່ງກ່າວມີກຳລັງຕິດຕັ້ງ 124 ເມກາວັດ; ໄລຍະເວລາກໍ່ສ້າງ 54 ເດືອນ, ມີ ມູນຄ່າໂຄງການ ປະມານ 360 ລ້ານໂດລາ, ເປັນເຂື່ອນຄອນກີດເສີມເຫຼັກ, ສັນເຂື່ອນມີຄວາມຍາວ 553 ແມັດ, ຕົວເຂື່ອນມີຄວາມສູງ 138 ແມັດ.

ທ່ານໂພໄຊ ໄຊຍະສອນ ລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ກ່າວໃນພິທີວ່າ: ໂຄງການພັດທະນາເຂື່ອນໄຟຟ້ານໍ້າເນີນ 1 ແມ່ນໂຄງການພັດທະນາອຸດສາຫະກຳພະລັງງານທີ່ສຳຄັນໂຄງການໜຶ່ງ ຊຶ່ງຕິດພັນກັບການຜະລິດ ເພື່ອສົ່ງອອກ ໂດຍສະເພາະແມ່ນ ສົ່ງໃຫ້ ສສ ຫວຽດນາມ, ​ເປັນໂຄງການທີ່ລົງທຶນສູງ, ນຳ​ໃຊ້​ເຕັກ​ນິກທີ່​ທັນ​ສະ​ໄໝ, ມີ​ລັກສະນະ​ຄົບ​ວົງ​ຈອນ ​ຊຶ່ງ​​ເຊື່ອ​ໝັ້ນວ່າ ພາຍຫຼັງການກໍ່ສ້າງໂຄງການນີ້ສຳເລັດ ຈະ​ເປັນ​ເງື່ອນໄຂອັນດີ ປະກອບສ່ວນສໍາຄັນ ເຂົ້າ​ໃນ​ການ​ພັດທະນາອຸດສາຫະກໍາພະລັງງານ ກໍຄືການພັດທະນາເສດຖະກິດ-ສັງຄົມຂອງຊາດ ເວົ້າລວມ, ເວົ້າສະເພາະ ການປັບປຸງໂຄງລ່າງພື້ນຖານ ແລະ ຊີວິດການເປັນຢູ່ ຂອງປະຊາຊົນ ຢູ່ທ້ອງຖິ່ນທີ່ໂຄງການຕັ້ງຢູ່ ໃນ​ປັດຈຸບັນ ກໍຄືໃນສະເພາະໜ້າ ແລະ ຍາວນານ ໃຫ້ນັບມື້ດີຂຶ້ນເປັນກ້າວໆ.

ແຫຼ່ງຂໍ້ມູນຂ່າວ ແລະ ພາບ: ກົມປະຊາສຳພັນ ຫສນຍ

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Monday, 12 May, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,477
21,686
thailand (1)
THB
643.41
655.63
european-union
EUR
23,729
24,202
china
CNY
2,898
2,954
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Thursday, 27 March, 2025
ປະເພດ
ລາຄາຊື້
ລາຄາຂາຍ
31,160,000
31,6900,000
30,890,000
31,799,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
site-cover (71)
ຜັກທີ່ໄດ້ຊື່ວ່າເປັນ "ລາຊາໂລກຕັບເນົ່າ" ອັນຕະລາຍຍິ່ງກວ່າດື່ມແອລກໍຮໍ
Copy of site cover (53)
Drive C ແລະ Drive D: ເປັນຫຍັງຕ້ອງເກັບຂໍ້ມູນແຍກກັນ?
site-cover (70)
ສະຫະລັດ-ຈີນເປີດເຜີຍຕົງກັນວ່າ ການເຈລະຈາການຄ້າຄືບໜ້າ
site-cover (69)
ຈຳຄຸກຕະຫຼອດຊີວິດ ພ້ອມປັບໃໝ 500 ລ້ານກີບ ຂໍ້ຫາຂົນສົ່ງໄອສ໌
site-cover (68)
ນັກວິທະຍາສາດວິເຄາະແລ້ວ, ຄຳທຳນາຍວັນສິ້ນໂລກຂອງ "ອີລອນ ມັສກ໌" ຈະເປັນຈິງປີໃດ?
Copy of site cover (21)
ວິທີການລຶບໄຟລຂີ້ເຫຍື້ອໃນ Windows 10 ຢ່າງປອດໄພ ແລະ ໄດ້ຮັບຜົນດີດ້ວຍວິທີດັ່ງຕໍ່ໄປນີ້
Copy of site cover (20)
ບາເຊໂລນາ ເອົາຊະນະ ເຣອັລ ມາດຣິດ ຢ່າງສຸດມັນ ຮັກສາຕຳແໜ່ງຈ່າຝູງໃນລີກ ລາ ລີກາ ສະເປນ
site-cover (67)
ຮາມາສຈະປ່ອຍຕົວທະຫານອາເມລິກາ ສະແດງໄມຕີຕໍ່ "ທຣຳປ໌" ຍ້ຽມຍາມຕາເວັນອອກກາງ
Copy of site cover (19)
ຜົນການແຂ່ງຂັນພຣີເມຍລີກ: ແມນຢູ ເສຍ ເວສຕ໌ແຮມ 0-2 ຜີແດງປ່ອຍເກມ ຖືກຂຸນຄ້ອນຕີຕາຍຄາບ້ານ
site-cover (66)
ໄຟໄໝ້ສາງເກັບສິນຄ້າ ຊອຍສະຫຼອງກຸງ55 ທີ່ກຸງເທບ ປະເທດໄທ
ຢ່າລື່ມກົດຕິດຕາມ