ໃຜກຳລັງລໍຖ້າ iPhone 17 ມາ? ຫຼ້າສຸດມີວິດີໂອຫຼຸດອອກມາເປີດເຜີຍໃຫ້ເຫັນໂມລ໌ຂອງ iPhone 17 Air ລຸ່ນໃໝ່ທີ່ຄາດວ່າຈະເປີດຕົວໄວໆ ນີ້ ໂດຍໃນຄລິບຍັງມີການນຳໂມລ໌ດັ່ງກ່າວມາປຽບທຽບກັບ iPhone ລຸ່ນອື່ນໆ ລວມເຖິງຮູບພາບຂອງ ເຄື່ອງດັມມີ່ (Dummy Unit) ໃນຊີຣີສ໌ iPhone 17 ທັງໝົດອີກດ້ວຍ.
ຫຼັງຈາກທີ່ມີຮູບພາບຫຼຸດອອກມາກ່ອນໜ້າ ໃນທີ່ສຸດພວກເຮົາກໍໄດ້ເຫັນວິດີໂອ hands-on ຂອງ dummy units ເຫຼົ່ານີ້ ຊຶ່ງເປີດເຜີຍໃຫ້ເຫັນດີໄຊນ໌ຈາກທຸກມຸມມອງໄດ້ຢ່າງຊັດເຈນ. ໄຮໄລທ໌ເດັ່ນຢູ່ທີ່ iPhone 17 Air ທີ່ມາພ້ອມກັບຄວາມບາງຢ່າງບໍ່ໜ້າເຊື່ອ ດ້ວຍຄວາມໜາພຽງແຕ່ 5.65 ມິລລິແມັດ ເທົ່ານັ້ນ ຊຶ່ງບາງກວ່າພອດ USB-C ເລັກນ້ອຍອີກ.
ເປັນທີ່ຮັບຮູ້ກັນດີວ່າ iPhone 17 Air ຈະເຂົ້າມາແທນທີ່ iPhone 16 Plus ຊຶ່ງມີຍອດຂາຍທີ່ບໍ່ໜ້າພໍໃຈນັກໃນຊ່ວງທີ່ຜ່ານມາ. ຕ້ອງຕິດຕາມກັນຕໍ່ໄປວ່າຄວາມບາງຂອງ Air ຈະເປັນປັດໄຈທີ່ເຮັດໃຫ້ລຸ່ນນີ້ປະສົບຄວາມສຳເລັດຫຼາຍຂຶ້ນຫຼືບໍ່ ແຕ່ແນ່ນອນວ່າ Apple ຍ່ອມຕ້ອງເນັ້ນຍ້ຳຈຸດເດັ່ນດ້ານຄວາມບາງ “ປະຕິວັດວົງການ” ແລະ “ນະວັດຕະກຳ” ນີ້ຢ່າງເຂັ້ມຂຸ້ນໃນການເຮັດການຕະຫຼາດຢ່າງແນ່ນອນ.
ນອກຈາກນີ້, ໃນວິດີໂອຍັງເປີດເຜີຍໃຫ້ເຫັນ iPhone 17 Pro ແລະ Pro Max ທີ່ມາພ້ອມກັບການປັບດີໄຊນ໌ກ້ອງຫຼັງໃໝ່ໝົດຈົດ ຊຶ່ງເບິ່ງຄືວ່າຈະໄດ້ຮັບແຮງບັນດານໃຈຈາກດີໄຊນ໌ຂອງອຸປະກອນ Poco ໃນຊ່ວງທີ່ຜ່ານມາ.
ສຳລັບສະເປັກອື່ນໆ ທີ່ເຄີຍມີຂ່າວລື ເຊັ່ນ: ໂຄງສ້າງອະລູມິນຽມ, ດີໄຊນ໌ໂລຫະ Unibody ແລະ ຊ່ອງສຳລັບ MagSafe ທີ່ຮອງຮັບການຊາຈໄຮ້ສາຍແບບ Reverse Wireless Charging ນັ້ນ ຍັງບໍ່ປະກົດໃຫ້ເຫັນໃນ dummy units ເຫຼົ່ານີ້ ຊຶ່ງອາດເປັນພຽງຄວາມຫວັງ ຫຼື ອາດຖືກຕັດອອກໄປໃນຂັ້ນຕອນການພັດທະນາຈິງ.
ເຖິງຢ່າງໃດກໍຕາມ, ສິ່ງສຳຄັນທີ່ຕ້ອງຍ້ຳຄື ເຄື່ອງດັມມີ່ (Dummy Unit) ເຫຼົ່ານີ້ອາດບໍ່ແມ່ນດີໄຊນ໌ສຸດທ້າຍ ດັ່ງນັ້ນ, ກະລຸນາຕິດຕາມຂ່າວສານຢ່າງໃກ້ຊິດສຳລັບການອັບເດດເພີ່ມເຕີມກ່ຽວກັບ iPhone 17 Series ທີ່ກຳລັງຈະມາເຖິງ.
ສະກຸນເງິນ | ຊື້ | ຂາຍ |
---|---|---|
![]() USD | 21,477 | 21,686 |
![]() THB | 643.41 | 655.63 |
![]() EUR | 23,729 | 24,202 |
![]() CNY | 2,898 | 2,954 |
ຊະນິດນ້ຳມັນ | ລາຄາ |
---|---|
![]() | 28,230 |
![]() | 22,560 |
![]() | 18,370 |
ປະເພດ | ລາຄາຊື້ | ລາຄາຂາຍ |
---|---|---|
![]() | 31,160,000 | 31,6900,000 |
![]() | 30,890,000 | 31,799,000 |