VP LANDSCAPE COVER (86)
ລາວ ແລະ ອົງການສາກົນ ຮ່ວມມືສ້າງຄວາມເຂັ້ມແຂງໃຫ້ລະບົບສາທາລະນະສຸກ ໃນ ສປປ ລາວ
ຮຽບຮຽງໂດຍ:patthana
ເຜີຍແຜ່: 1 May, 2025

ກະຊວງສາທາລະນະສຸກ ກັບ ອົງການຊ່ວຍເຫຼືອເດັກສາກົນ ປະຈໍາ ສປປ ລາວ ແລະ ອົງການອະນາໄມໂລກ ຮ່ວມມືຈັດຕັ້ງໂຄງການການສ້າງຄວາມເຂັ້ມແຂງໃຫ້ລະບົບສາທາລະນະສຸກ ໃນ ສປປ ລາວ ໃຫ້ທົນທານຕໍ່ກັບສະພາບການປ່ຽນແປງດິນຟ້າອາກາດ, ຊຶ່ງເປັນໂຄງການຄັ້ງທຳອິດ ຂອງ ສປປ ລາວ ໂດຍໄດ້ຮັບທຶນສະໜັບສະໜູນຈາກກອງທຶນສີຂຽວທາງດ້ານການປ່ຽນແປງດິນຟ້າອາກາດ, ໄລຍະໃນການຈັດຕັ້ງປະຕິບັດໂຄງການແມ່ນ 5 ປີ ໂດຍມີເປົ້າໝາຍເພື່ອໃຫ້ຜົນປະໂຫຍດແກ່ປະຊາກອນ.

ພິທີເຊັນບົດບັນທຶກຄວາມເຂົ້າໃຈ ກ່ຽວກັບ ການຈັດຕັ້ງໂຄງການ ດັ່ງກ່າວ ໄດ້ຈັດຂຶ້ນໃນວັນທີ 29 ເມສາ 2025 ຜ່ານມານີ້  ທີ່ນະຄອນຫຼວງວຽງຈັນ ຊຶ່ງໄດ້ລົງນາມໂດຍ ທ່ານ ນາງ ພອນປະເສີດ ໄຊຍະມຸງຄຸນ ຫົວໜ້າກົມອະນາໄມ ແລະ ສົ່ງເສີມສຸຂະພາບ ແລະ ທ່ານ ລຸກ ເອັບສ໌ ຫົວໜ້າອົງການຊ່ວຍເຫຼືອເດັກສາກົນ ປະຈໍາ ສປປ ລາວ, ໂດຍໃຫ້ກຽດເຂົ້າຮ່ວມເປັນສັກຂີພິຍານ ຂອງທ່ານ ບຸນແຝງ ພູມມະໄລສິດ ລັດຖະມົນຕີ ກະຊວງສາທາລະນະສຸກ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ການສ້າງຄວາມເຂັ້ມແຂງໃຫ້ລະບົບສາທາລະນະສຸກ ໃນ ສປປລາວ ເນັ້ນໃສ່ສ້າງຄວາມທົນທານກັບສະພາບການປ່ຽນແປງດິນຟ້າອາກາດແມ່ນໄດ້ຮັບທຶນສະໜັບສະໜູນຫຼັກຈາກກອງທຶນສີຂຽວທາງດ້ານການປ່ຽນແປງດິນຟ້າອາກາດ ໂດຍຜ່ານອົງການຊ່ວຍເຫຼືອເດັກອົດສະຕຣາລີ ດ້ວຍການປະກອບທຶນຊ່ວຍເຫຼືອຈາກອົງການຊ່ວຍເຫຼືອເດັກສະຫະລັດອາເມລິກາ, ອົງການອະນາໄມໂລກ ແລະ ລັດຖະບານແຫ່ງ ສປປ ລາວ (ໃນຮູບແບບການສົມທົບທີ່ບໍ່ແມ່ນເງິນ), ຊຶ່ງມີຈຸດປະສົງເພື່ອເສີມສ້າງຄວາມເຂັ້ມແຂງດ້ານການປັບຕົວຕໍ່ການປ່ຽນແປງດິນຟ້າອາກາດ ແລະ ມີຄວາມຍືນຍົງຂອງລະບົບສາທາລະນະສຸກ ໃນ 7 ແຂວງເປົ້າໝາຍຂອງໂຄງການ: ແຂວງຫຼວງພະບາງ, ຫຼວງນໍ້າທາ, ຜົ້ງສາລີ, ອຸດົມໄຊ, ສາລະວັນ, ຄໍາມ່ວນ ແລະ ເຊກອງ.

ໃນໄລຍະ 5 ປີຂ້າງໜ້າ, ໂຄງການ ຈະໃຫ້ການສະໜັບສະໜູນ ສະຖານທີ່ບໍລິການສາທາລະນະສຸກ ຈໍານວນ 100 ແຫ່ງ ແລະ ຊຸມຊົນ ຈໍານວນ 250 ແຫ່ງ ໃນ 25 ເມືອງ ຂອງ 7 ແຂວງ, ໂດຍຈະເສີມສ້າງຄວາມສາມາດຂອງພະນັກງານສາທາລະນະສຸກ ໃນການແກ້ໄຂຄວາມສ່ຽງດ້ານສຸຂະພາບທີ່ກ່ຽວຂ້ອງກັບການປ່ຽນແປງດິນຟ້າອາກາດ, ປັບປຸງພື້ນຖານໂຄງລ່າງດ້ານສາທາລະນະສຸກ ໃຫ້ມີຄວາມທົນທານຕໍ່ການປ່ຽນແປງດິນຟ້າອາກາດ ແລະ ປະຢັດພະລັງງານ ໃນສະຖານທີ່ບໍລິການສາທາລະນະສຸກ ຈໍານວນ 79 ແຫ່ງ, ພ້ອມນັ້ນ ໂຄງການ ຈະສ້າງຄວາມເຂັ້ມແຂງໃຫ້ແກ່ຊຸມຊົນໃນການກໍານົດບູລິມະສິດດ້ານສຸຂະພາບ ທີ່ກ່ຽວພັນກັບການປ່ຽນແປງດິນຟ້າອາກາດ, ຂະຫຍາຍລະບົບເຕືອນໄພລ່ວງໜ້າ ແລະ ປັບປຸງການເຂົ້າເຖິງການບໍລິການດ້ານສຸຂະພາບ ໃຫ້ແກ່ປະຊາຊົນຫຼາຍກວ່າ 2.3 ລ້ານຄົນ ໃນເຂດຊົນນະບົດທີ່ມີຄວາມສ່ຽງສູງຕໍ່ການປ່ຽນແປງດິນຟ້າອາກາດ.

ການປ່ຽນແປງສະພາບດິນຟ້າອາກາດໃນໄລຍະທີ່ຜ່ານມາຮອດປະຈຸບັນ ໃນ ສປປ ລາວ ເຫັນວ່າເກີດມີ ສະພາບອຸນຫະພູມທີ່ເພີ່ມສູງຂື້ນ, ເກີດມີໄພພີບັດທຳມະຊາດ ນໍ້າຖ້ວມ ສະພາບມົນລະພີດ PM 2,5 ແລະ ອື່ນໆ…

ສິ່ງດັ່ງກ່າວ ໄດ້ສົ່ງຜົນກະທົບຕໍ່ສຸຂະພາບຂອງປະຊາຊົນລາວໃນຂອບເຂດທົ່ວປະເທດ ແລະ ໃນຕໍ່ໜ້າ ຖ້າເຫດການຄວາມຮຸນແຮງ ຂອງສະພາບການປ່ຽນແປງດີນຟ້າອາກາດ ມີຄວາມຖີ່ ແລະ

ຄວາມຮຸນແຮງ ເພີ່ມຂຶ້ນເລື້ອຍໆ ກໍຈະສົ່ງຜົນກະທົບຕໍ່ກັບຂະແໜງສາທາລະນະສຸກໂດຍກົງ ຊຶ່ງຈະສ້າງຄວາມເສຍຫາຍໃຫ້ແກ່ພື້ນຖານໂຄງລ່າງຂອງຂະແໜງສາທາລະນະສຸກ ລວມເຖິງການບໍລິການນໍ້າສະອາດ, ສຸຂາພິບານ ແລະ ອະນາໄມ.

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Monday, 13 October, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,531
21,808
thailand (1)
THB
657.17
669
european-union
EUR
24,072
24,554
china
CNY
2,938
2,996
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Wednesday, 8 October, 2025
ຊະນິດນ້ຳມັນ
ລາຄາ
28,650
23,990
19,320
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 8 October, 2025
ປະເພດ
ລາຄາຊື້
ລາຄາຂາຍ
42,720,000
43,250,000
42,370,000
43,359,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
jane - 2025-10-13T163234.534
ອິນ​ໂດ​ເນ​ເຊຍ​ມີ​ແຜນ​ຈະ​ຢຸດ​ການ​ນຳ​ເຂົ້າ​ນ້ຳມັນ​ກາ​ຊວນ​ໃນ​ເຄິ່ງຫຼັງປີ 2026 ​​ຕາມ​ຄຳ​ສັ່ງ​ທີ່​ຈະ​ນຳ​ໃຊ້​ນ້ຳມັນ​ເຊື້ອ​ໄຟຊີວະພາບຊະນິດໃໝ່(B-50).
pele - 2025-10-13T160628.863
ຫົວພັນ ຈູດທຳລາຍຢາເສບຕິດ ໂອກາດສະຫລອງ ວັນແຫ່ງຊາດຕ້ານຢາເສບຕິດ
jane - 2025-10-13T154809.499
ປະເທດລາວຮັບມືກັບອາກາດຈະຮ້ອນຂຶ້ນໂດຍໃນຕອນບ່າຍ ໃນເຂດນະຄອນຫຼວງວຽງຈັນ ພາກກາງ ແລະ ພາກໃຕ້ ຈະມີອຸນຫະພູມສູງເຖິງ 34 ອົງສາ.
pele - 2025-10-13T144727.197
ມອບຊາກເສືອໂຄ່ງທີ່ຢຶດ ໄດ້ໃຫ້ພະແນກ ກະສິກຳ ແລະ ສິ່ງແວດລ້ອມ ແຂວງຈຳປາສັກ
jane - 2025-10-13T142045.750
ຈັດອັນດັບ 5 ລາສີດວງດີປະຈຳເດືອນ ຕຸລາ ປີ 2025 ລາສີໃຜຈະປັງສຸດມາກວດເຊັກດ່ວນ!
jane - 2025-10-13T131830.391
ຂົວມິດຕະພາບລາວ-ໄທ ແຫ່ງທີ 5 ກຽມຈະເປີດບໍລິການທ້າຍປິ 2025 ນີ້ (ແຂວງບໍລິຄໍາໄຊ-ຈັງຫວັດບຶງການ)
pele - 2025-10-13T112028.196
ຕິດຕັ້ງໄຟເຍືອງທາງ 253 ເສົາ ຕາມເສັ້ນທາງຫລັກເຂົ້າສູ່ດອນໂຂງ
jane - 2025-10-13T112733.620
ແຈ້ງການເກີດແຜ່ນດິນໄຫວໃນຄັ້ງວັນທີ 12 ຕຸລາ 2025 ເວລາ 7:00 ໂມງເຊົ້າ ຫາ ວັນທີ 13 ຕຸລາ 2025 ດັ່ງລຸ່ມນີ້
pele - 2025-10-13T103353.933
ກຽມເປີດ ນະຄອນຫຼວງວຽງຈັນເກມ 2025, ເລີ່ມ 15 ພະຈິກ ນີ້
jane - 2025-10-13T101808.563
ນາຍຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ຈະເດີນທາງຢ້ຽມຢາມ ສປປ ລາວ
ຢ່າລື່ມກົດຕິດຕາມ