site-cover (30)
ຢາງລົດຍົນ 1 ເສັ້ນໃຊ້ໄດ້ຈັກປີ ຈຶ່ງຈະຕ້ອງປ່ຽນໃໝ່?
ຮຽບຮຽງໂດຍ:Soulinda
ເຜີຍແຜ່: 1 May, 2025

ຢາງລົດຍົນ 1 ເສັ້ນ ໃຊ້ໄດ້ຈັກປີຫຼືຈັກກິໂລແມັດ?

 

ໂດຍທົ່ວໄປແລ້ວຢາງລົດຍົນແຕ່ລະເສັ້ນ ຈະມີອາຍຸການໃຊ້ງານປະມານ 4 – 5 ປີ ຫຼື ປະມານ 50,000 – 80,000 ກິໂລແມັດ ນັບຕັ້ງແຕ່ວັນທີ່ເລີ່ມໃຊ້ງານຄັ້ງທຳອິດ.

 

ເຖິງຢ່າງໃດກໍຕາມ, ອາຍຸການໃຊ້ງານທີ່ແທ້ຈິງຂອງຢາງຈະແປຜັນຂຶ້ນຢູ່ກັບລັກສະນະການໃຊ້ງານ ລວມເຖິງສະພາບຂອງລະບົບຊ່ວງລ່າງລົດດ້ວຍ. ຫາກລົດໃຊ້ງານເທິງຖະໜົນທີ່ມີສະພາບບໍ່ລຽບພຽງ ແລະ ອາກາດຮ້ອນເປັນປະຈຳ ຈະເຮັດໃຫ້ເນື້ອຢາງເສື່ອມສະພາບໄວຂຶ້ນ ແລະ ຫາກລົດມີອາການສູນລໍ້ບ້ຽວ, ໂຊກອັບເສື່ອມສະພາບ ກໍສົ່ງຜົນໃຫ້ຢາງມີການສຶກຫໍຜິດປົກກະຕິໄດ້ເຊັ່ນກັນ.

 

ສັນຍານບົ່ງບອກວ່າຄວນປ່ຽນຢາງ

 

  • ດອກຢາງສຶກຫຼໍ – ເມື່ອດອກຢາງສຶກຫຼໍຈົນເຖິງສະພານຢາງ ຫຼື ມີດອກຢາງເຫຼືອຕໍ່າກວ່າ 2 ມິລລິແມັດ ຄວນປ່ຽນຢາງໃໝ່ ເພື່ອປະສິດທິພາບການຮີດນໍ້າ
  • ຢາງມີຮອຍແຕກ ຫຼື ບວມ – ຫາກພົບຮອຍແຕກ, ຮອຍບວມ ຫຼື ຮອຍຈີກຂາດເທິງຢາງ ຄວນປ່ຽນຢາງໃໝ່ທັນທີ
  • ຢາງມີອາຍຸເກີນ 5 ປີ – ເຖິງແມ່ນວ່າດອກຢາງຈະຍັງບໍ່ສຶກຫຼໍ ແຕ່ຫາກຢາງມີອາຍຸເກີນ 5 ປີ ຄວນປ່ຽນຢາງໃໝ່ ເພາະເນື້ອຢາງຈະເສື່ອມສະພາບຕາມອາຍຸ
  • ລົດມີອາການສັ່ນ ຫຼື ຄວບຄຸມຍາກ – ຫາກລົດມີອາການສັ່ນ ຫຼື ຄວບຄຸມຍາກຂະນະຂັບຂີ່ ອາດເປັນສັນຍານວ່າມີບັນຫາຢາງບວມ ກໍລະນີນີ້ຄວນປ່ຽນໃໝ່ເຊັ່ນກັນ

 

ວິທີຊ່ວຍໃຫ້ຢາງມີອາຍຸການໃຊ້ງານຍາວນານຂຶ້ນ

 

1. ໝັ່ນກວດສອບຊ່ວງລ່າງ – ຫາກຊ່ວງລ່າງມີສະພາບສົມບູນ ມີຜົນຊ່ວຍໃຫ້ການສຶກຫຫຼໍຂອງດອກຢາງເປັນໄປຢ່າງເໝາະສົມ ຈະຊ່ວຍໃຫ້ຢາງມີອາຍຸການໃຊ້ງານຍາວນານຍິ່ງຂຶ້ນ

 

2. ສັບປ່ຽນຢາງທຸກໆ 10,000 ກມ. – ການສັບປ່ຽນຢາງຈະຊ່ວຍໃຫ້ຢາງມີການສຶກຫຼໍໃກ້ຄຽງກັນທັງ 4 ເສັ້ນ ຫາກບໍ່ມີການສັບປ່ຽນຢາງເລີຍ ຢາງລໍ້ຄູ່ໜ້າຈະມີການສຶກຫຼໍໄວກວ່າຢາງລໍ້ຄູ່ຫຼັງ

 

3. ເລືອກຢາງຄຸນນະພາບດີ – ຄວນເລືອກຢາງທີ່ມີຊື່ສຽງເປັນທີ່ນິຍົມຂອງຕະຫຼາດ ຊຶ່ງຈະມາພ້ອມຄຸນນະພາບແລະອາຍຸການໃຊ້ງານທີ່ຍາວນານ ປອດໄພຕໍ່ການຂັບຂີ່ຫຼາຍກວ່າ

 

ການດູແລຮັກສາຢາງລົດຍົນຢ່າງສະໝໍ່າສະເໝີ ຈະຊ່ວຍໃຫ້ທ່ານຂັບຂີ່ໄດ້ຢ່າງປອດໄພ ແລະ ຍືດອາຍຸການໃຊ້ງານຂອງຢາງໄດ້.

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 7 November, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,534
21,811
thailand (1)
THB
664.23
675.52
european-union
EUR
23,965
24,445
china
CNY
2,943
3,002
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 6 November, 2025
ຊະນິດນ້ຳມັນ
ລາຄາ
28,710
23,660
19,620
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Friday, 7 November, 2025
ປະເພດ
ລາຄາຊື້
ລາຄາຂາຍ
42,510,000
43,040,000
42,027,000
43,149,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
pele - 2025-11-07T162312.010
ແຈ້ງການມອດໄຟ ວັນທີ 09/11/2025
jane - 2025-11-07T161727.798
ພາຍຸຄັລເມກີ (KALMEGI) ອ່ອນກຳລັງເປັນຄວາມກົດອາກາດຕໍ່າ ສົ່ງຜົນກະທົບຫລັກໃນທາງພາກໃຕ້ຂອງ ສ ປ ປ ລາວ
site cover1 - 2025-11-07T150413.379
ບໍ່ຈໍາເປັນຕ້ອງພຶງພາຕ່າງປະເທດ ຈີນສ້າງກັງຫັນລົມນອກຊາຍຝັ່ງ ເພື່ອຜະລິດໄຟຟ້າໃຊ້ເອງ
site cover1 - 2025-11-07T133340.944
ເກົາຫຼີເໜືອຍິງຂີປະນາວຸດທີ່ບໍ່ຮູ້ຊະນິດ ຫຼັງຈາກສະຫະລັດອະນຸມັດໃຫ້ເກົາຫຼີໃຕ້ສ້າງເຮືອດຳນ້ຳນິວເຄຍ
pele - 2025-11-07T120421.063
ແຈ້ງມອດໄຟ ວັນທີ 10.11.2025
jane - 2025-11-07T113450.691
ຄືນວັນທີ 6 ພະຈິກ 2025ຜ່ານມາ ຢູ່ແຂວງອັດຕະປື ເກີດມີລົມພັດແຮງ ເຮັດໃຫ້ຫລັງຄາ-ເພດານ ໂຮງຮຽນ ແລະ ຫລັງຄາເຮືອນປະຊາຊົນ ປິວ ໄດ້ຮັບຄວາມເສຍຫາຍ ຫລາຍຈຸດ
jane - 2025-11-07T111403.489
ຮັບຮອງແຕ່ງຕັ້ງ ທ່ານ ບຸນຄົງ ພັນວົງສາ ເປັນປະທານອົງການກວດກາລັດ ແລະ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງແຂວງຈໍາປາສັກ (ຄົນໃໝ່)
jane - 2025-11-07T102739.534
ເບິ່ງດວງປະຈຳ ວັນທີ 07 ພະຈິກ 2025
site cover1 - 1
Apple ຈ່າຍເງິນ 1 ພັນລ້ານໂດລາໃຫ້ Google ເພື່ອຊ່ວຍພັດທະນາ Siri
pele - 2025-11-07T092408.575
ສະພາບຝຸ່ນລະອອງທີ່ມີຂະໜາດນ້ອຍກວ່າ​ 2.5 ໄມຄຣອນ (PM 2.5) ປະຈຳວັນທ​ີ 07 ພະຈິກ ​2025
ຢ່າລື່ມກົດຕິດຕາມ