VP LANDSCAPE COVER (88)
ສອງນາຍົກລັດຖະມົນຕີ ລາວ-ມາເລເຊຍ ລົມໂທລະສັບ ຮັດແໜ້ນການຮ່ວມມື
ຮຽບຮຽງໂດຍ:patthana
ເຜີຍແຜ່: 1 May, 2025


ຂປລ. ໃນວັນທີ 30 ເມສາ 2025 ນີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ລົມໂທລະສັບ ກັບ ທ່ານ ອານວາ ອິບຣາຮິມ ນາຍົກລັດຖະມົນຕີ ແຫ່ງ ມາເລເຊຍ, ປະທານອາຊຽນ ປີ 2025. ການລົມໂທລະສັບດັ່ງກ່າວ, ເພື່ອປຶກສາຫາລືການຮ່ວມມືລະຫວ່າງ ສປປ ລາວ ແລະ ມາເລເຊຍ

ຂປລ. ໃນວັນທີ 30 ເມສາ 2025 ນີ້ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ  ສປປ ລາວ ໄດ້ລົມໂທລະສັບ ກັບ ທ່ານ ອານວາ ອິບຣາຮິມ ນາຍົກລັດຖະມົນຕີ ແຫ່ງ ມາເລເຊຍປະທານອາຊຽນ ປີ 2025. ການລົມໂທລະສັບດັ່ງກ່າວ, ເພື່ອປຶກສາຫາລືການຮ່ວມມືລະຫວ່າງ ສປປ ລາວ ແລະ ມາເລເຊຍພ້ອມທັງແຈ້ງຄວາມຄວາມຄືບໜ້າ ແລະ ປຶກສາຫາລືການດຳເນີນການເປັນປະທານອາຊຽນຂອງ ມາເລເຊຍ ໃນປີ 2025, ລວມທັງການຊ່ວຍເຫລືອດ້ານມະນຸດສະທໍາ ແລະ ການຟື້ນຟູຈາກເຫດການແຜ່ນດິນໄຫວຮ້າຍແຮງ ຢູ່ ມຽນມາ ຊຶ່ງເກີດຂຶ້ນໃນທ້າຍເດືອນ ມີນາ 2025 ຜ່ານມາ.

ໃນໂອກາດດັ່ງກ່າວທ່ານນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ສະແດງຄວາມຊົມເຊີຍ ຕໍ່ ມາເລເຊຍ ໃນນາມປະທານອາຊຽນ ປີ 2025 ໂດຍສະເພາະ ພາຍໃຕ້ການນໍາພາຂອງ ທ່ານນາຍົກລັດ ຖະມົນຕີ ແຫ່ງ ມາເລເຊຍ ທີ່ໄດ້ດໍາເນີນໜ້າທີ່ເປັນປະທານອາຊຽນນັບແຕ່ຕົ້ນປີ 2025 ຢ່າງຫ້າວຫັນ ແລະ ມີປະສິດທິພາບລວມທັງການສືບຕໍ່ຄວາມພະຍາຍາມລວມຂອງອາຊຽນ ໃນການສ້າງປະຊາຄົມອາຊຽນໃຫ້ມີຄວາມເຂັ້ມແຂງ ແລະ ການຈັດຕັ້ງປະຕິບັດ 5 ຂໍ້ຕົກລົງຂອງຜູ້ນໍາອາຊຽນກ່ຽວກັບ ມຽນມາ ແລະ ອື່ນໆ.

ທ່ານນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຍັງໄດ້ເນັ້ນຢໍ້າເຖິງຄວາມຈໍາເປັນອັນຮີບດ່ວນ ໃນການສຸມໃສ່ການຊ່ວຍເຫລືອຜູ້ປະສົບໄພ ແລະ ຟື້ນຟູຜົນກະທົບຈາກແຜ່ນດິນໄຫວຮ້າຍແຮງ ທີ່ເກີດຂຶ້ນຢູ່ ມຽນມາ ໂດຍສະເພາະການສ້າງເງື່ອນໄຂ ແລະ ສະພາບແວດລ້ອມອັນປອດໄພ ໃຫ້ແກ່ການເຂົ້າຊ່ວຍເຫລືອດ້ານມະນຸດສະທໍາ. ໄລຍະຜ່ານມາ ສປປ ລາວ ໄດ້ໃຫ້ການຊ່ວຍເຫລືອດ້ານມະນຸດສະທຳ ຈາກເຫດການແຜ່ນດິນໄຫວຢູ່ມຽນມາ ເປັນຕົ້ນແມ່ນ ໄດ້ມອບເງິນຊ່ວຍເຫລືອມຽນມາ ຈຳນວນ 2 ແສນ ໂດລາສະຫະລັດໄດ້ສົ່ງເຈົ້າໜ້າທີ່ກູ້ໄພ ໄປຊ່ວຍເຫລືອ ດ້ານມະນຸດສະທຳຢູ່ ມຽນມາ ຈຳນວນ 33 ຄົນ ແລະ ປະກອບພະນັກງານເຂົ້າໃນທີມງານຕອບໂຕ້ ແລະ ປະເມີນສຸກເສີນອາຊຽນ ຮ່ວມກັບສູນປະສານງານການຊ່ວຍເຫລືອ ດ້ານມະນຸດສະທຳອາຊຽນ (AHA Centre).

ພ້ອມນີ້ທ່ານນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຢໍ້າຄືນຄວາມໝາຍໝັ້ນຂອງ ສປປ ລາວ ໃນການສືບຕໍ່ສະໜັບສະໜູນ ແລະ ຮ່ວມມືກັບ ມາເລເຊຍ ໃນນາມປະທານອາຊຽນ ປີ 2025 ແລະ ບັນດາປະເທດສະມາຊິກອາຊຽນອື່ນ ເພື່ອຮັດແໜ້ນປະຊາຄົມອາຊຽນ ໃຫ້ມີຄວາມເຂັ້ມແຂງ ແລະ ຈະເລີນຮຸ່ງເຮືອງ ກໍຄື ເພື່ອພາລະກິດລວມ ແຫ່ງສັນຕິພາບສະຖຽນລະພາບ ແລະ ການຮ່ວມມືໃນພາກພື້ນ ແລະ ໃນໂລກ.

ຂ່າວ-ພາບ: ກຕທ

 

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 18 July, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,418
21,694
thailand (1)
THB
658.08
668.21
european-union
EUR
23,836
24,313
china
CNY
2,909
2,967
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 11 June, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,990,000
35,520,000
34,640,000
35,629,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
_cover - 2025-07-18T165025.789
ເຕືອນການສັນຈອນເສັ້ນທາງເມືອງເງິນ ເສັ້ນທາງເມືອງເງິນ ແຂວງໄຊຍະບູລີ ຫາ ເມືອງແບງ ແຂວງອຸດົມໄຊ ແມ່ນການສັນຈອນຫຍຸ້ງຍາກ
_cover - 2025-07-18T162909.796
ແຈ້ງເຕືອນໄພ ພາຍຸໜູນເຂດຮ້ອນ ວິພາ (wipha) ໃນລະຫວ່າງວັນທີ 21-23 ກໍລະກົດ 2025
pele - 2025-07-18T160649.842
ຝຶກຊ້ອມ ກຽມພ້ອມໃຫ້ການຊ່ວຍເຫລືອສັງຄົມ ກໍລະນີເກີດເຫດໄພນ້ຳຖ້ວມ
_cover - 2025-07-18T153533.877
ໄຟໄໝ້ເວທີຫຼັກ Tomorrowland ປະເທດເບລຢຽມເສຍຫາຍໜັກ ກ່ອນເປີດງານເທດສະການດົນຕີລະດັບໂລກພຽງບໍ່ເທົ່າໃດມື້
pele - 2025-07-18T151359.174
ເມືອງປາກແຊງ ເລັ່ງຕັດທາງເວັ້ນຊົ່ວຄາວຈຸດເສັ້ນທາງຂາດ ເຂດບ້ານສະຄີງ
_cover - 2025-07-18T150508.021
Googleປະກາດເປີດຕົວໂມເດວ AI ດ້ານສຸຂະພາບ 2 ຕົວໃໝ່ຫຼ້າສຸດ Google DeepMind ເປີດຕົວ MedGemma ຜູ້ຊ່ວຍໃໝ່ສຳລັບວົງການແພດ
_cover - 2025-07-18T142440.800
ກັກໂຕກຸ່ມນາຍໜ້າຄ້າມະນຸດ (ກໍລະນີແຕ່ງດອງແອບແຝງ) ຜູ້ຖືກສົງໄສເປັນນາຍໜ້າຄ້າມະນຸດ ຈຳນວນ 03 ຄົນ, ເປັນຄົນຕ່າງປະເທດ 02 ຄົນ
pele - 2025-07-18T135615.038
ກະຊວງ ວທ ສະຫລອງວັນສ້າງຕັ້ງ ສະຫະພັນແມ່ຍິງລາວ ຄົບຮອບ 70 ປີ
_cover - 2025-07-18T134644.830
ໃຜມີແຜນຈະໄປອາເມລິກາຕ້ອງຈ່າຍເພີ່ມ ສະຫະລັດຂຶ້ນຄ່າທຳນຽມວີຊ່າ ແລະ ຄ່າເດີນທາງປີ 2025
_cover - 2025-07-18T111910.830
"ດູໄບ" ຕັ້ງເປົ້າແກ້ໄຂບັນຫາການຈະລາຈອນດ້ວຍ "ແທັກຊີ່ບິນໄດ້" Joby Air Taxi ໃນປີ 2026
ຢ່າລື່ມກົດຕິດຕາມ