site-cover (36)
"ທຣຳ" ສະແດງຄວາມຍິນດີ "ມາຣ໌ກ ຄາຣ໌ເນ" ຊະນະການເລືອກຕັ້ງການາດາ
ຮຽບຮຽງໂດຍ:Soulinda
ເຜີຍແຜ່: 1 May, 2025
ໝວດ: ຂ່າວ

ປະທານາທິບໍດີໂດນັລດ໌ ທຣຳ ຂອງສະຫະລັດຯ ໂທລະສັບໄປຫາທ່ານມາຣ໌ກ ຄາຣ໌ເນ ນາຍົກລັດຖະມົນຕີການາດາເພື່ອສະແດງຄວາມຍິນດີທີ່ເພິ່ນເປັນຜູ້ຊະນະໃນການເລືອກຕັ້ງທົ່ວໄປຂອງການາດາເມື່ອມື້ນີ້ (29 ເມສາ) ແລະ ໄດ້ຕົກລົງວ່າຜູ້ນຳທັງສອງຈະພົບແລະເຈລະຈາປະເດັນຕ່າງໆເຊັ່ນ: ຄວາມສຳພັນທາງເສດຖະກິດແລະຄວາມໝັ້ນຄົງ ໃນອີກບໍ່ດົນຕໍ່ຈາກນີ້.

 

 

ຜົນການເລືອກຕັ້ງຢ່າງເປັນທາງການຂອງການາດາ, ປີແອຣ໌ ປົວລີຟຣ໌ ຫົວໜ້າພັກຝ່າຍຄ້ານ ອະນຸລັກນິຍົມ ພ່າຍແພ້ເຖິງກັບສູນເສຍທີ່ນັ່ງຂອງຕົວເອງຢ່າງບໍ່ໜ້າເຊື່ອດ້ວຍ ຂະນະທີ່ ມາຣ໌ກ ຄາຣ໌ເນ ຍັງຮັກສາຕຳແຫນ່ງນາຍົກລັດຖະມົນຕີຂອງການາດາເອົາໄວ້ຕໍ່ໄປ ເຖິງແມ່ນວ່າບໍ່ໄດ້ຄອງສຽງສ່ວນຫຼາຍໃນສະພາ.

 

มาร์ก คาร์นีย์ ประกาศชัยชนะเลือกตั้งแคนาดา เตรียมหารือ ทรัมป์ เรื่องอธิปไตย

 

ນາຍົກລັດຖະມົນຕີມາຣ໌ກ ຄາຣ໌ເນ ຂອງການາດາ ຮ້ອງເພງແລະເຕັ້ນຢ່າງມ່ວນຊື່ນຮ່ວມກັບກຸ່ມຜູ້ສະໜັບສະໜູນ ຫຼັງຮູ້ຜົນການເລືອກຕັ້ງພັກເສລີນິຍົມຂອງເພິ່ນເປັນຝ່າຍຊະນະເມື່ອວັນຈັນທີ່ຜ່ານມາ ໄດ້ບໍລິຫານປະເທດຕໍ່ໄປອີກສະໄໝ ໂດຍພັກເສລີນິຍົມ ເອົາຊະນະພັກອະນຸລັກນິຍົມ ທີ່ນຳໂດຍປີແອຣ໌ ປົວລີຟຣ໌ ຜູ້ມີສະໂລແກນ “ການາດາຕ້ອງມາກ່ອນ” ແລະ ບາງຄັ້ງສະໄຕການເວົ້າຈາສຽດສີຂອງເພິ່ນເຮັດໃຫ້ເກີດການປຽບທຽບກັບປະທານາທິບໍດີໂດນັລດ໌ ທຣຳ ຜູ້ນຳສະຫະລັດຯ ຊຶ່ງອາດເຮັດໃຫ້ເພິ່ນແພ້ການເລືອກຕັ້ງ.

 

ທັງນີ້, ພັກອະນຸລັກນິຍົມ ມີຄະແນນນິຍົມນຳໃນຜົນການສຳຫຼວດຄວາມຄິດເຫັນຂອງໂພລຫຼາຍສຳນັກມາຕິດຕໍ່ກັນຫຼາຍເດືອນ ກ່ອນຈະຫາຍໄປຫຼັງຈາກປະທານາທິບໍດີທຣຳປະກາດຂຶ້ນພາສີນຳເຂົ້າຈາກການາດາແລະຂູ່ຈະລວມເອົາການາດາເປັນຂອງສະຫະລັດຯ.

 

ຊາວການາດາຈຶ່ງຫຼີກລ້ຽງທີ່ຈະຊື້ສິນຄ້າແລະເດີນທາງເຂົ້າສະຫະລັດຯ ເພື່ອຕອບໂຕ້.

 

ຂະນະດຽວກັນ, ເຖິງແມ່ນວ່າຄາຣ໌ເນຍັງຄົງເປັນນາຍົກລັດຖະມົນຕີ ແຕ່ພັກເສລີນິຍົມຂອງລາວເບິ່ງຄືວ່າຈະຊະນະທີ່ນັ່ງສ່ວນນ້ອຍໃນສະພາສາມັນເທົ່ານັ້ນ ເຮັດໃຫ້ລັດຖະບານເປາະບາງຫຼາຍຂຶ້ນ ແລະ ຕ້ອງພຶ່ງພາພັກການເມືອງນ້ອຍໆ ເພື່ອຮັກສາອຳນາດໄວ້.

 

ນອກຈາກນີ້, ຜົນການເລືອກຕັ້ງຢ່າງເປັນທາງການເມື່ອວານນີ້ (29 ເມສາ) ປີແອຣ໌ ປົວລີຟຣ໌ ຫົວໜ້າພັກອະນຸລັກນິຍົມ ແພ້ເລືອກຕັ້ງສູນເສຍທີ່ນັ່ງຂອງຕົວເອງດ້ວຍ ເຖິງແມ່ນວ່າ ພັກຂອງເພິ່ນໄດ້ຄະແນນສຽງເພີ່ມໃນຫຼາຍພື້ນທີ່ຂອງປະເທດ.

 

ນັບເປັນຄວາມພິກຜັນຄັ້ງສຳຄັນສຳລັບປົວລີຟຣ໌ ອາຍຸ 45 ປີ ຊຶ່ງໄດ້ຮັບການເລືອກຕັ້ງໃຫ້ເປັນຕົວແທນຂອງເຂດພື້ນທີ່ຊົນນະບົດໃນເມືອງຫຼວງອອດຕາວາເປັນຄັ້ງທຳອິດໃນປີ 2004.

 

ເພິ່ນປະກາດຍອມຮັບຄວາມປະລາໄຊຕໍ່ພັກເສລີນິຍົມຂອງຄາຣ໌ເນເມື່ອວັນຈັນທີ່ຜ່ານມາ ແຕ່ຍັງບອກວ່າ ເພິ່ນຈະຍັງເປັນຜູ້ນຳຝ່າຍຄ້ານຕໍ່ໄປ.

 

ຊຶ່ງເພື່ອຮັກສາຕຳແໜ່ງດັ່ງກ່າວນັ້ນໄວ້, ປົວລີຟຣ໌ສາມາດລົງສະໝັກໃນການເລືອກຕັ້ງຊ່ອມເພື່ອຄວ້າທີ່ນັ່ງໃນລັດຖະສະພາຄືນມາໄດ້.

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 12 September, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,500
21,777
thailand (1)
THB
672.49
683.25
european-union
EUR
24,142
24,626
china
CNY
2,932
2,990
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 11 June, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,990,000
35,520,000
34,640,000
35,629,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
jane (28)
ສະຫະລັດ ອາເມຣິກາ ຈະທຳລາຍສະຖິຕິການໃຊ້ໄຟຟ້າຢ່າງຕໍ່ເນື່ອງຈົນເຖິງປີໜ້າ
site cover1 - 2025-09-12T150055.112
ຍອດຜູ້ເສຍຊີວິດຈາກການປະທ້ວງເພີ່ມຂຶ້ນເປັນ 51 ສົບ ກະກຽມຕັ້ງອະດີດປະທານສານສູງສຸດເປັນນາຍົກລັດຖະມົນຕີຮັກສາການ
pele - 2025-09-12T152403.926
ຜູ້ຂັບລົດເສຍຊີວິດຄາທີ່ຈາກອຸບັດເຫດລົດຂົນເບຍປິ້ນຢູ່ທາງເລກທີີ 11 ເຂດພູໃຫຍ່
jane (26)
ກວດເຊັກດວງຊ່ວງນີ້ ດາວອັງຄານຍ້າຍ 45 ວັນ ກະທົບ 3 ລັກຄະນາລາສີ ແລະ ເຄັດລັບເສີມດວງ
jane (26)
ທ່ານ ຈາຕຸລົງ ບົວສີສະຫວັດ ທູດລາວຄົນໃໝ່ປະຈຳ ນິວຊີແລນ
site cover1 - 2025-09-12T143754.205
ປກສ ຈະສົ່ງ 18 ປະເພດກິລາ ເຂົ້າຮ່ວມງານກິລາແຫ່ງຊາດ ຄັ້ງທີ XII ທີ່ນະຄອນຫຼວງວຽງຈັນ
jane (25)
ເຄັດລັບຄວາມງາມຂອງເຈົ້າຍິງ ແລະ ລາຊິນີໃນອະດີດສູ່ປັດຈຸບັນ ທີ່ເຈົ້າກໍ່ສາມາດປະຕິບັດຕາມໄດ້!
site cover1 - 2025-09-12T104940.223
ກະຊວງການເງິນ ເຂັ້ມງວດ ປະເມີນຜົນງານຜູ້ບໍລິຫານ ເພີ່ມປະສິດທິພາບ ວິສາຫະກິດ ລັດລົງທຶນ
site cover1 - 2025-09-12T095041.995
Microsoft ກຽມປ່ຽນມາໃຊ້ AI ຈາກ Anthropic ແທນ OpenAI ຫຼັງພົບວ່າ Claude ເກັ່ງກວ່າ GPT-5
pele - 2025-09-12T090623.571
ປິດເສັ້ນທາງ ແຕ່ສາມແຍກດອນຈັນ ຫາ ສີ່ແຍກໄຟແດງ ວິທະຍາໄລເຕັກນິກລາວ-ເຢຍລະມັນ
ຢ່າລື່ມກົດຕິດຕາມ