VP LANDSCAPE COVER (94)
ໝໍເຕືອນ "ພາວະສະໝອງເສື່ອມ" ບໍ່ແມ່ນພຽງແຕ່ພະຍາດຂອງຄົນເຖົ້າ
ຮຽບຮຽງໂດຍ:patthana
ເຜີຍແຜ່: 1 May, 2025

ໝໍເຕືອນ “ພາວະສະໝອງເສື່ອມ” ບໍ່ແມ່ນພຽງແຕ່ພະຍາດຂອງຄົນເຖົ້າ ແນະນຳໃຫ້ເຮັດ 3 ຂໍ້ນີ້ ປ້ອງກັນໄດ້ຕັ້ງແຕ່ໄວໜຸ່ມ ອະນາຄົດທ່ານຈະຂອບໃຈຕົນເອງ

ຄວາມສ່ຽງຂອງພະຍາດສະໝອງເສື່ອມອາດເລີ່ມສະສົມຕັ້ງແຕ່ຊ່ວງອາຍຸ 20 ປີ. ຈາກການຄົ້ນຄວ້າລ່າສຸດຂອງມະຫາວິທະຍາໄລໂຄລຳເບຍ, ສະຫະລັດອາເມຣິກາ ພົບວ່າ ປັດໄຈສ່ຽງຂອງພະຍາດອັລໄຊເມີ ເຊັ່ນ: ຄວາມດັນເລືອດສູງ, ໄຂມັນໃນເລືອດຜິດປົກກະຕິ ແລະ ການຂາດການອອກກຳລັງກາຍ ມີຜົນກະທົບຕໍ່ການເຮັດວຽກຂອງສະໝອງໃນກຸ່ມຄົນໄວໜຸ່ມ ເຖິງແມ່ນວ່າຍັງບໍ່ປາກົດອາການຊັດເຈນກໍຕາມ.

ນພ.ເຈິ້ງ ຊຸນອວີ່ ແພດຜູ້ຊ່ຽວຊານດ້ານປະສາດວິທະຍາ ໄດ້ໂພສຂໍ້ຄວາມຜ່ານເຟສບຸກ ລະບຸວ່າ ຄວາມສ່ຽງຂອງພະຍາດສະໝອງເສື່ອມອາດເລີ່ມສະສົມຢ່າງງຽບໆ ຕັ້ງແຕ່ຊ່ວງອາຍຸ 20 ປີ. ຫຼາຍຄົນມັກເຂົ້າໃຈວ່າພະຍາດນີ້ເປັນເລື່ອງຂອງຜູ້ສູງອາຍຸເທົ່ານັ້ນ ແຕ່ຄວາມຈິງແລ້ວ ສັນຍານເບື້ອງຕົ້ນອາດປາກົດຕັ້ງແຕ່ອາຍຸພຽງແຕ່ 24 ປີ.

ອ້າງອີງຈາກການຄົ້ນຄວ້າຊິ້ນໃໝ່ຂອງທີມມະຫາວິທະຍາໄລໂຄລຳເບຍທີ່ຕີພິມໃນວາລະສານ The Lancet Regional Health – Americas ເມື່ອເມສາ 2025 ພົບວ່າ ປັດໄຈສ່ຽງຂອງພະຍາດອັລໄຊເມີ ບໍ່ວ່າຈະເປັນຄວາມດັນເລືອດສູງ, ໄຂມັນໃນເລືອດຜິດປົກກະຕິ, ການບໍ່ອອກກຳລັງກາຍ ຫຼື ພາວະອັກເສບຊຳເຮື້ອ ລ້ວນສົ່ງຜົນກະທົບຕໍ່ສະໝອງຕັ້ງແຕ່ອາຍຸຍັງນ້ອຍ.

ນອກຈາກນີ້, ການສຶກສາຍັງພົບວ່າ ສະຖານະສຸຂະພາບຫົວໃຈແລະຫຼອດເລືອດ, ຕົວຊີ້ວັດຂອງການອັກເສບໃນຮ່າງກາຍ ແລະ ສານບົ່ງຊີ້ທາງຊີວະພາບທີ່ກ່ຽວຂ້ອງກັບພະຍາດອັລໄຊເມີ ລ້ວນມີຄວາມສຳພັນກັບຄວາມສາມາດດ້ານຄວາມຈື່ຈຳແລະການຄິດ ແມ່ນແຕ່ໃນກຸ່ມຄົນໜຸ່ມສາວ. ແລະ ທີ່ໜ້າສົນໃຈກໍຄື ໃນຜົນການທົດສອບສະໝອງ ຍັງພົບການປ່ຽນແປງພຽງເລັກນ້ອຍໃນກຸ່ມໄວລຸ່ນ ຊຶ່ງອາດເປັນສັນຍານເລີ່ມຕົ້ນຂອງຄວາມເສື່ອມທາງສະໝອງກ່ອນທີ່ອາການທາງຄລີນິກຈະປາກົດ.

ໝໍເຈິ້ງ ໄດ້ເຕືອນປະຊາຊົນວ່າ ການປ້ອງກັນພະຍາດສະໝອງເສື່ອມຄວນເລີ່ມຕັ້ງແຕ່ຕອນນີ້ ໂດຍແນະນຳໃຫ້ຫຼີກລ້ຽງເຄື່ອງດື່ມທີ່ມີນ້ຳຕານສູງ, ເຂົ້າຈີ່ ແລະ ເບເກີຣີແປຮູບ ເພາະສິ່ງເຫຼົ່ານີ້ສົ່ງຜົນເສຍຕໍ່ສະໝອງໂດຍກົງ. ພຶດຕິກຳໃນຊີວິດປະຈຳວັນ ເຊັ່ນ: ການຄວບຄຸມຄວາມດັນເລືອດ, ຄວາມຖີ່ໃນການອອກກຳລັງກາຍ, ການເລືອກອາຫານ, ການນອນຫຼັບ ແລະ ການຫຼຸດການອັກເສບໃນຮ່າງກາຍ ລ້ວນເປັນກຸນແຈສຳຄັນໃນການຮັກສາສຸຂະພາບສະໝອງແລະຊະລໍການເສື່ອມຂອງສະໝອງ.

ເພິ່ນເນັ້ນວ່າ “ການກິນໃຫ້ຖືກ, ນອນໃຫ້ພໍ ແລະ ລຸກຂຶ້ນເຄື່ອນໄຫວຮ່າງກາຍ” ບໍ່ໄດ້ເຮັດເພື່ອຊິກແພັກ ແຕ່ເພື່ອຮັກສາຄວາມຈື່ຈຳຂອງພວກເຮົາ. “ວາງຈອກຊານົມໄຂ່ມຸກແລະຂະໜົມລົງ ສະໝອງຂອງທ່ານຈະຂອບໃຈທ່ານເອງ”

ທ້າຍບົດຄວາມ, ນພ.ເຈິ້ງຍັງເສີມວ່າ ການຄົ້ນຄວ້ານີ້ອ້າງອີງຈາກການວິເຄາະຂໍ້ມູນໃນໂຄງການຄົ້ນຄວ້າລະດັບຊາດຂອງສະຫະລັດຯ ຊື່ວ່າ “ການສຶກສາໄລຍະຍາວດ້ານສຸຂະພາບຈາກໄວລຸ່ນສູ່ໄວຜູ້ໃຫຍ່” (Add Health) ໂດຍມີການຕິດຕາມກຸ່ມຕົວຢ່າງກວ່າ 10,000 ຄົນ ຕັ້ງແຕ່ໄວລຸ່ນຈົນເຖິງໄວຜູ້ໃຫຍ່ ໂດຍແບ່ງຊ່ວງອາຍຸເປັນ 24–34 ປີ ແລະ 34–44 ປີ ດຳເນີນການຜ່ານແບບສອບຖາມ, ການກວດສະມັດຕະພາບສະໝອງ, ການກວດຮ່າງກາຍ ແລະ ການວິເຄາະເລືອດ ເຮັດໃຫ້ໄດ້ຂໍ້ມູນທີ່ສຳຄັນກ່ຽວກັບຄວາມເສື່ອມຂອງສະໝອງຕັ້ງແຕ່ໄວໜຸ່ມ.

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Wednesday, 10 September, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,508
21,785
thailand (1)
THB
674.10
685.56
european-union
EUR
24,207
24,691
china
CNY
2,946
3,005
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 11 June, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,990,000
35,520,000
34,640,000
35,629,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
jane (20)
ເບິ່ງດວງລາຍວັນປະຈຳວັນພຸດ ທີ 10 ກັນຍາ 2025ໄດ້ທີ່ນີ້ເລີຍ
jane (20)
ແຈ້ງການມອດໄຟວັນທີ 26/09/2025
jane (19)
ສາ​ນປະຊາຊົນ​ສູງ​ສຸດ (ສສປສ) ເປີດກອງ​ປະຊຸມໃຫຍ່ສະມາຊິກພັກ ​​ຄັ້ງ​ທີ V ອົງຄະ​ນະ​ພັກສານ​ປະຊາຊົນ​ສູງ​ສຸດຂຶ້ນຢ່າງ​ເປັນ​ທາງການ
jane (18)
ທາງລົດໄຟຈີນ-ລາວເສີມສ້າງການຂາຍໝາກຖົ່ວລຽນເອເຊຍຕາເວັນອອກສຽງໃຕ້ໃນ ສ.ປ ຈີນ
jane (17)
ເຄັດລັບກຳຈັດເຊື້ອຣາ ຮ່ອງຢາເເນວໃນຫ້ອງນ້ຳ ໃຊ້ພຽງແຕ່ 2 ສ່ວນປະສົມງ່າຍໆ ດີກວ່າໃຊ່ສານຟອກຂາວ
pele - 2025-09-10T100905.860
ທ່ານ ບຸນໂຈມ ອຸບົນປະເສີດ ຊຸກຍູ້ການຮຽນ-ການສອນ, ຮ່ວມພິທີໄຂສົກຮຽນໃໝ່ຢູ່ເມືອງເຊໂປນ
pele - 2025-09-10T093335.512
ເລີ່ມປະຕິບັດໂຄງການອະນຸລັກຊັບພະຍາກອນທໍາມະຊາດ ແລະ ຄໍ້າປະກັນໃນການດໍາລົງຊີວິດແບບຍືນຍົງຢູ່ 18 ບ້ານ ແຂວງເຊກອງ
jane (16)
ເຜີຍແຜ່ຜົນວິເຄາະການເປັນຕົວແທນ ຂອງເພດຍິງ ແລະ ຄວາມສະເໝີພາບຍິງ-ຊາຍຈັດຂຶ້ນໃນວັນທີ 9 ກັນຍາ 2027 ຢູ່ສະພາ ແຫ່ງຊາດ
pele - 2025-09-09T155938.511
ອາສາສະໝັກ ລັດວິສາຫະກິດສະໜາມບິນ ເກົາຫຼີ ຮ່ວມຈັດກິດຈະກຳກັບນັກຮຽນ ໂຮງຮຽນມັດທະຍົມສົມບູນເດັກກໍ່າພ້າ
jane (16)
ສານໄທ ຕັດສິນໃຫ້ ທ່ານ ທັກສິນ ຊິນນະວັດ ອະດີດນາຍົກລັດຖະມົນຕີ ຈຳຄຸກ 1 ປີ
ຢ່າລື່ມກົດຕິດຕາມ