site-cover (38)
ວໍເຣນ ບັບເຟັດ ກຽມວາງມືຈາກ "ເບີກເຊຍ ຮາທາເວ" ທ້າຍປີນີ້
ຮຽບຮຽງໂດຍ:Soulinda
ເຜີຍແຜ່: 5 May, 2025
ໝວດ: ຂ່າວ

“ວໍເຣນ ບັບເຟັດ” ປະກາດກຽມລົງຈາກຕຳແໜ່ງຊີອີໂອ ເບີກເຊຍ ຮາທາເວ” ທ້າຍປີນີ້ ຫຼັງຄຸມບັງຫງຽນມາກວ່າ 60 ປີ ພ້ອມສົ່ງໄມ້ຕໍ່ໃຫ້ຮອງປະທານຯ ດູແລຕໍ່

 

“ວໍເຣນ ບັບເຟັດ” ນັກທຸລະກິດ ແລະ ນັກລົງທຶນຊື່ດັງຊາວອາເມລິກາ ອາຍຸ 94 ປີ ປະກາດວ່າຈະລົງຈາກຕຳແໜ່ງປະທານເຈົ້າໜ້າທີ່ບໍລິຫານ ຫຼື ຊີອີໂອຂອງບໍລິສັດ “ເບີກເຊຍ ຮາທາເວ” (Berkshire Hathaway) ກຸ່ມບໍລິສັດໂຮລດິ້ງຂ້າມຊາດທີ່ດຳເນີນທຸລະກິດຜ່ານການຖືຫຸ້ນໃນບໍລິສັດຍ່ອຍ ແລະ ການລົງທຶນໃນຫຸ້ນຂອງບໍລິສັດອື່ນໃນພາກທຸລະກິດສຳຄັນ ພາຍໃນຊ່ວງສິ້ນປີ 2025 ນີ້ ແລະ ຈະສົ່ງຕໍ່ໃຫ້ກັບ “ເກຣກ ອາເບລ” ຮອງປະທານຂອງບໍລິສັດ

 

ວໍເຣນ ບັບເຟັດ

 

ການປະກາດລົງຈາກຕຳແໜ່ງຂອງ “ບັບເຟັດ” ເກີດຂຶ້ນໃນງານປະຊຸມປະຈຳປີຂອງບໍລິສັດ ໂດຍມະຫາເສດຖີລາຍນີ້ລະບຸວ່າ ຕົວເອງຄິດວ່າເວລານັ້ນມາຮອດແລ້ວ ເວລາທີ່ເກຣກຄວນຈະໄດ້ກ້າວຂຶ້ນມາເປັນຊີອີໂອຂອງບໍລິສັດໃນຊ່ວງສິ້ນປີນີ້ ພ້ອມເສີມວ່າ ຮອງປະທານບໍລິສັດບໍ່ເຄີຍຮູ້ແຜນການນີ້ມາກ່ອນການປະກາດນີ້ ແລະ ຢໍ້າວ່າບໍ່ມີຄວາມຕັ້ງໃຈແມ່ນແຕ່ໜ້ອຍທີ່ຈະຂາຍຮຸ້ນເບີກຊຽງທີ່ຕົວເອງຖືຢູ່

 

ເຖິງຢ່າງໃດກໍຕາມ ຂ່າວນີ້ສ້າງຄວາມປະຫຼາດໃຈໃຫ້ກັບຫຼາຍຝ່າຍ ແມ່ນ “ບັບເຟັດ” ຈະກ່າວວ່າ ໄດ້ບອກລູກໆ ຂອງຕົວເອງກ່ຽວກັບການຕັດສິນໃຈກ່ອນໜ້ານີ້ແລ້ວກໍຕາມ

 

ການຕັດສິນໃຈລົງຈາກຕຳແໜ່ງຂອງນັກລົງທຶນຜູ້ໃຈບຸນລາຍນີ້ ຖືເປັນຈຸດສິ້ນສຸດຂອງເສັ້ນທາງອັນໜ້າທຶ່ງທີ່ຍາວນານກວ່າ 60 ປີ ຫຼັງປ່ຽນ “ເບີກເຊຍ” ຈາກບໍລິສັດສິ່ງທໍທີ່ປະສົບຄວາມລົ້ມເຫຼວ ໃຫ້ກາຍເປັນກຸ່ມບໍລິສັດຂະໜາດໃຫຍ່ທີ່ຄອບຄຸມຫຼາຍພາກສ່ວນຂອງເສດຖະກິດສະຫະລັດຯ

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Wednesday, 27 August, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,515
21,792
thailand (1)
THB
660.08
670.25
european-union
EUR
24,086
24,568
china
CNY
2,924
2,982
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 11 June, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,990,000
35,520,000
34,640,000
35,629,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
site cover1 (89)
ພາສີ 50% ຂອງ Trump ຕໍ່ອິນເດຍເລີ່ມມີຜົນບັງຄັບໃຊ້ ຂະນະທີ່ Modi ຮຽກຮ້ອງໃຫ້ພຶ່ງຕົນເອງ
pele - 2025-08-27T143912.479
ການຜະລິດກະສິກຳແບບປະສົມປະສານ ສາມາດສ້າງລາຍຮັບໄດ້ 100 ລ້ານກວ່າກີບຕໍ່ປີ
site cover1 (88)
ມາກ ມາເກັຊ ຟອມເດັ່ນຕໍ່ເນື່ອງ! ຄວ້າແຊ້ມ ໂມໂຕຈີພີ 7 ສະໜາມຕິດຕໍ່ກັນ
pele - 2025-08-27T135451.737
ຄະນະຮັບຜິດຊອບ ນະໂຍບາຍສິນເຊື່ອແຂວງຄໍາມ່ວນ ລົງຕິດຕາມ ຫົວໜ່ວຍທຸລະກິດທີ່ໄດ້ຮັບແຫຼ່ງທຶນ
site cover1 (87)
ບໍ່ແມ່ນພຽງແຕ່ SSD ເສຍ, ການອັບເດດໃໝ່ຂອງ Windows 11 ສົ່ງຜົນກະທົບຕໍ່ AutoCAD, NDI (OBS)
pele - 2025-08-27T102206.902
ແຜນພັດທະນາເສດຖະກິດ - ສັງຄົມ 5 ປີ ຄັ້ງທີ VI ຂອງແຂວງບໍລິຄຳໄຊ (2026-2030)
pele - 2025-08-27T095144.914
ເສດຖະກິດ-ເງິນຕາ ຂອງລາວ ມີທ່າອ່ຽງດີຂຶ້ນ.
site cover1 (86)
OpenAI ຢືນຢັນວ່າ GPT5 ສະຫຼາດຂຶ້ນຫຼາຍ ແຕ່ຍັງບໍ່ສາມາດເຮັດວຽກແທນ "ຄົນ" ໄດ້ໃນຫຼາຍໆດ້ານ
_cover - 2025-08-26T155019.178
ແຈ້ງເຕືອນ ໃຫ້ເຝົ້າລະວັງຕິດຕາມຢ່າງໃກ້ຊິດ ອາດຈະເກີດນໍ້າຖ້ວມກະທັນຫັນ ອີກ 12–24 ຊົ່ວໂມງຂ້າງໜ້າ
_cover - 2025-08-26T152648.270
ແຈ້ງເຕືອນໄພ ພາຍຸດີເປຼຊັນ (TD) ສະບັບທີ 4 ໃນລະຫວ່າງ ວັນທີ 26 – 27 ສິງຫາ 2025
ຢ່າລື່ມກົດຕິດຕາມ