
ສາດສະດາຈານຊື່ດັງ ຊີ້ວ່າສັງເກດ “ເດັກ EQ ຕ່ຳ” ມັກມີ 3 ພຶດຕິກຳນີ້ເທິງໂຕະອາຫານ, ພໍ່ແມ່ຕ້ອງຮີບແກ້ໄຂດ່ວນ! ນັກຈິດຕະວິທະຍາອາຊະຍາວິທະຍາ ເປີດເຜີຍໃຫ້ສັງເກດ “ເດັກທີ່ມີ EQ ຕ່ຳ” ມັກເຮັດ 3 ພຶດຕິກຳນີ້ເທິງໂຕະອາຫານ, ພໍ່ແມ່ຄວນຮີບແກ້ໄຂດ່ວນ!
ຜົນການສຶກສາຈາກມະຫາວິທະຍາໄລຮາວາດ ປະເທດສະຫະລັດອາເມລິກາ ຊີ້ວ່າ ຄວາມສະຫຼາດທາງອາລົມ (EQ) ມີບົດບາດສຳຄັນເຖິງ 80% ຕໍ່ຄວາມສຳເລັດໃນຊີວິດ, ຫຼາຍກວ່າ IQ ທີ່ມີສັດສ່ວນພຽງແຕ່ 20% ເທົ່ານັ້ນ. ນັ້ນໝາຍຄວາມວ່າ EQ ເປັນປັດໄຈຫຼັກທີ່ກຳນົດທິດທາງອະນາຄົດຂອງເດັກ ແລະ ສາມາດສັງເກດໄດ້ຈາກພຶດຕິກຳໃນຊີວິດປະຈຳວັນ ເຊັ່ນ: ຂະນະຮັບປະທານອາຫານຮ່ວມກັນໃນຄອບຄົວ.
ສາດສະດາຈານຫຼີ່ ເໝີຍຈິ່ນ (李玫瑾) ຜູ້ຊ່ຽວຊານດ້ານຈິດຕະວິທະຍາອາຊະຍາກຳຊື່ດັງຈາກປະເທດຈີນ ໄດ້ເປີດເຜີຍວ່າ ເດັກທີ່ມີ EQ ຕ່ຳ ມັກສະແດງອອກຜ່ານ 3 ພຶດຕິກຳສຳຄັນເທິງໂຕະອາຫານ ຊຶ່ງຫາກຜູ້ປົກຄອງສັງເກດເຫັນ ຄວນຮີບປັບພຶດຕິກຳທັນທີເພື່ອບໍ່ໃຫ້ສົ່ງຜົນຕໍ່ການພັດທະນາໃນອະນາຄົດ:
- ຮັບປະທານອາຫານບໍ່ເປັນລະບຽບ ເຮັດສຽງດັງລົບກວນ: ເດັກບາງຄົນມັກລຸກຍ່າງຫຼິ້ນ, ເວົ້າສຽງດັງ ຫຼື ຫຼິ້ນຂອງເທິງໂຕະຂະນະກິນເຂົ້າ. ພຶດຕິກຳນີ້ອາດເບິ່ງຄືບໍລິສຸດສຳລັບເດັກນ້ອຍ ແຕ່ຖ້າຍັງເກີດຂຶ້ນຢ່າງຕໍ່ເນື່ອງຫຼັງອາຍຸ 2 ປີ ຊຶ່ງເປັນໄວທີ່ເດັກສາມາດເລີ່ມຮັບປະທານອາຫານດ້ວຍຕົນເອງໄດ້ແລ້ວ ກໍ່ອາດບົ່ງຊີ້ວ່າເດັກມີຄວາມສາມາດໃນການຄວບຄຸມຕົນເອງຕ່ຳ ແລະ ບໍ່ຕະຫນັກເຖິງມາລະຍາດໃນການເຂົ້າສັງຄົມ ຊຶ່ງເປັນພື້ນຖານຂອງ EQ.
- ຍາດຂອງກິນ ບໍ່ແບ່ງປັນ: ເດັກທີ່ມັກເລືອກກິນສະເພາະອາຫານທີ່ຕົນເອງມັກ ແລະ ບໍ່ຍອມແບ່ງໃຫ້ຜູ້ອື່ນ ແມ່ນແຕ່ພໍ່ແມ່ ຫຼື ອ້າຍເອື້ອຍນ້ອງ ຖືເປັນພຶດຕິກຳທີ່ສະທ້ອນເຖິງຄວາມເຫັນແກ່ຕົວ ແລະ ຂາດທັກສະໃນການຢູ່ຮ່ວມກັບຜູ້ອື່ນ. ຫາກພຶດຕິກຳນີ້ບໍ່ໄດ້ຮັບການແກ້ໄຂ ເດັກອາດເຕີບໃຫຍ່ຂຶ້ນເປັນຄົນທີ່ບໍ່ຍອມແບ່ງປັນ, ບໍ່ຮູ້ຈັກການເຮັດວຽກເປັນທີມ ແລະ ປະເຊີນບັນຫາໃນການສ້າງຄວາມສຳພັນກັບຜູ້ອື່ນໃນອະນາຄົດ.
- ຕ້ອງມີຄົນປ້ອນຈຶ່ງຈະຍອມກິນ: ເຖິງແມ່ນວ່າຈະອາຍຸຫຼາຍແລ້ວ ແຕ່ບາງເດັກຍັງຄົງຕ້ອງເພິ່ງພາການປ້ອນເຂົ້າຈາກພໍ່ແມ່. ການທີ່ຜູ້ປົກຄອງຍອມເຮັດແນວນີ້ເພາະຕ້ອງການປະຫຍັດເວລາ ກັບກາຍເປັນການສົ່ງເສີມໃຫ້ເດັກເພິ່ງພິງຜູ້ອື່ນ ແລະ ບໍ່ຮຽນຮູ້ທີ່ຈະເບິ່ງແຍງຕົນເອງ ຊຶ່ງຈະສົ່ງຜົນຕໍ່ຄວາມສາມາດໃນການເພິ່ງພາຕົນເອງໃນອະນາຄົດ.
ພໍ່ແມ່ຄວນເຮັດແນວໃດ? ສາດສະດາຈານຫຼີ່ ລະບຸວ່າ ຊ່ວງອາຍຸ 3-6 ປີ ຄື “ຊ່ວງເວລາທອງ” ໃນການພັດທະນາບຸກຄະລິກະພາບຂອງເດັກ. ການສອນໃຫ້ເດັກເຂົ້າໃຈແລະສະແດງອອກທາງອາລົມຢ່າງເໝາະສົມຕັ້ງແຕ່ຍັງນ້ອຍ ຖືເປັນພື້ນຖານສຳຄັນຂອງການມີ EQ ສູງ.
“ເດັກທີ່ໄດ້ຮັບການປູກຝັງ EQ ທີ່ດີຕັ້ງແຕ່ໄວອະນຸບານ ຈະເຕີບໃຫຍ່ເປັນຜູ້ໃຫຍ່ທີ່ຮູ້ຈັກເຂົ້າໃຈຜູ້ອື່ນ, ເຮັດວຽກຮ່ວມກັບຄົນອ້ອມຂ້າງໄດ້ ແລະ ມີໂອກາດປະສົບຄວາມສຳເລັດໃນຊີວິດສູງກວ່າຄົນທີ່ມີ IQ ຢ່າງດຽວ” ສາດສະດາຈານຫຼີ່ ກ່າວ.
ດັ່ງນັ້ນ, ຢ່າມອງຂ້າມພຶດຕິກຳນ້ອຍໆ ເທິງໂຕະອາຫານ ເພາະນັ້ນອາດເປັນ “ສັນຍານເຕືອນ” ທີ່ສະທ້ອນເຖິງອະນາຄົດຂອງລູກນ້ອຍ. ພໍ່ແມ່ຄວນສັງເກດ, ເວົ້າລົມ ແລະ ປັບພຶດຕິກຳຢ່າງເໝາະສົມ ເພື່ອສົ່ງເສີມໃຫ້ລູກເຕີບໃຫຍ່ຢ່າງມີຄຸນນະພາບທັງທາງປັນຍາແລະອາລົມ.
ຮາວາດເຜີຍ 3 ນິໄສ(ເບິ່ງຄືວ່າ)ບໍ່ດີ ແຕ່ພິສູດໄດ້ວ່າ “ເດັກສະຫຼາດ” ຜູ້ປົກຄອງຄວນຮູ້ ບໍ່ຂັດຂວາງການເປັ່ງປະກາຍ! ສາດສະດາຈານຊື່ດັງ ຊີ້ສົ່ງລູກຮຽນພິເສດ 3 ຄລາສນີ້ ເປືອງເງິນບໍ່ມີປະໂຫຍດ ພໍ່ແມ່ຕ້ອງຮູ້ໃຫ້ທັນ!
ສະແດງຄຳຄິດເຫັນ
ອັດຕາແລກປ່ຽນ
ສະກຸນເງິນ | ຊື້ | ຂາຍ |
---|---|---|
![]() USD | 21,536 | 21,813 |
![]() THB | 660.47 | 671.37 |
![]() EUR | 24,193 | 24,678 |
![]() CNY | 2,939 | 2,997 |
ລາຄານ້ຳມັນ
ຊະນິດນ້ຳມັນ | ລາຄາ |
---|---|
![]() | 28,650 |
![]() | 23,990 |
![]() | 19,320 |
ລາຄາຄຳ
ປະເພດ | ລາຄາຊື້ | ລາຄາຂາຍ |
---|---|---|
![]() | 44,480,000 | 45,010,000 |
![]() | 43,946,000 | 45,119,000 |