site-cover (42)
ພາມາຮູ້ຈັກ Qwen3 AIນ້ອງໃໝ່ ທີ່ Alibaba ສົ່ງມາແຂ່ງກັບ ChatGPT ແລະ Google Gemini
ຮຽບຮຽງໂດຍ:Soulinda
ເຜີຍແຜ່: 6 May, 2025

ອາລີບາບາ (Alibaba) ເປີດຕົວປັນຍາປະດິດໃໝ່ “Qwen3” ເຄື່ອງມື AI ຕົວຫລ້າສຸດທີ່ທ້າທາຍເຈົ້າຕະຫລາດຢ່າງແຊັດຈີພີທີ (ChatGPT) ແລະ ກູເກິລເຈມິໄນ (Google Gemini)

 

 

ຍັກໃຫຍ່ແຫ່ງເອເຊຍຢ້ຳວ່າ Qwen3 ເປັນຮຸ່ນຫລ້າສຸດຂອງໂມເດວພາສາຂະໜາດໃຫຍ່ແບບໂອເພັນຊອສທີ່ບໍ່ທຳມະດາ ເພາະສາມາດເຮັດ “Hybrid Reasoning” ຫລື ການໃຊ້ເຫດຜົນແບບປະສົມປະສານ ເຊິ່ງເປັນຄັ້ງທຳອິດທີ່ Alibaba ພ້ອມໃຫ້ບໍລິການ

 

ຈາກຖະແຫຼງການ Alibaba ຊີ້ວ່າ Hybrid Reasoning ຄືການປະສົມປະສານລະຫວ່າງ 2 ໂໝດການເຮັດວຽກ ທັງໂໝດທຳອິດຄື “thinking mode” ຫລື ໂໝດການຄິດເປັນຂັ້ນເປັນຕອນ ແລະ ໂໝດທີສອງ “non-thinking mode” ຫລື ໂໝດການໃຊ້ສັນຊາດຕະຍານ ເຊິ່ງເປັນລັກສະນະການຄິດຄ້າຍຄືກັບສະໝອງມະນຸດ ທີ່ບາງຄັ້ງກໍຄິດຢ່າງຮອບຄອບ ເປັນຂັ້ນເປັນຕອນ ແຕ່ບາງຄັ້ງກໍໃຊ້ສັນຊາດຕະຍານຕອບສະໜອງຢ່າງວ່ອງໄວ

 

Alibaba ຊີ້ວ່າ Qwen3 ສາມາດສັບປ່ຽນໄປມາລະຫວ່າງ 2 ໂໝດນີ້ໄດ້ຕາມຄວາມເໝາະສົມຂອງວຽກ ແລະ ມີຫລາກຫລາຍຮຸ່ນໃຫ້ເລືອກໃຊ້.

 

ສະຖິຕິຫລ້າສຸດພົບວ່າມີທັງໝົດ 8 ໂມເດວ, ແບ່ງເປັນ 6 ໂມເດວແບບ dense ແລະ 2 ໂມເດວແບບ MoE ຫລື Mixture-of-Experts

 

ອີກສິ່ງທີ່ໜ້າສົນໃຈກໍຄື

 

ໂມເດວຂະໜາດໃຫຍ່ທີ່ສຸດຂອງ Alibaba ຢ່າງ Qwen3-235B-A22B MoE ສາມາດຫຼຸດຕົ້ນທຶນການໃຊ້ງານໄດ້ຢ່າງຫຼວງຫຼາຍເມື່ອທຽບກັບໂມເດວລະດັບດຽວກັນ.

 

ໂດຍ Qwen3 ໄດ້ຮັບການຝຶກຫຼືເທຣນດ້ວຍຂໍ້ມູນຂະໜາດມະຫຶມາເຖິງ 36 ລ້ານລ້ານໂທເຄັນ, ເຊິ່ງຫຼາຍກວ່າຮຸ່ນກ່ອນໜ້າເຖິງ 2 ເທົ່າ

 

4 ຄວາມສາມາດອັນອົດສະລິຍະຂອງ AI ໃໝ່ຈາກ Alibaba ປະກອບດ້ວຍ:

 

  1. ການຮອງຮັບ 119 ພາສາຫຼັກແລະພາສາທ້ອງຖິ່ນ
  2. ສາມາດເປັນເອເຈນອັດສະລິຍະທີ່ໃຊ້ເຄື່ອງມືແລະຟັງຊັນຕ່າງໆໄດ້ຢ່າງມີປະສິດທິພາບ
  3. ມີຄວາມສາມາດດ້ານການໃຊ້ເຫດຜົນຂັ້ນສູງ, ທັງຄະນິດສາດ, ການຂຽນໂຄດ, ແລະ ຕັກກະ
  4. ມີຄວາມເປັນທຳມະຊາດໃນການສື່ສານ, ທັງການຂຽນເຊິງສ້າງສັນແລະການສົນທະນາໂຕ້ຕອບ

 

 

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 25 April, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,479
21,690
thailand (1)
THB
632.47
642.46
european-union
EUR
23,857
24,335
china
CNY
2,871
2,928
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Thursday, 27 March, 2025
ປະເພດ
ລາຄາຊື້
ລາຄາຂາຍ
31,160,000
31,6900,000
30,890,000
31,799,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
site-cover (49)
ຮອບຮູ້ເລື່ອງ "ມັດຊະ" ດື່ມແນວໃດດີຕໍ່ສຸຂະພາບຫຼາຍທີ່ສຸດ?
site-cover (48)
ເຕືອນຢ່າຟ້າວໂອນ (ເງິນ) ຖ້າຍັງບໍ່ກວດສອບໃຫ້ຊັດເຈນ ອາດຕົກເປັນເຫຍື່ອມິຈຊາຊີບ
site-cover (47)
8 ກຸ່ມຄົນ "ຢ່າດື່ມກາເຟ" ຢຸດຊວນໄພພິບັດເຂົ້າສູ່ຮ່າງກາຍ ພວກເຮົາຮູ້ຕົວຫຼືຍັງ?!
site-cover (46)
ຣັດເຊຍສັ່ງປິດ 4 ສະໜາມບິນມົດສະໂກ ຖືກຢູເຄຣນໂຈມຕີດ້ວຍໂດຣນ
site-cover (45)
Skype ປິດໃຫ້ບໍລິການແລ້ວ ສາມາດຍ້າຍໄປໃຊ້ Microsoft Teams ແທນໄດ້
site-cover (44)
"ປະເທດລາວ" ເລັ່ງຊອກຫາແນວທາງລອດຈາກ 'ພາສີທຣຳ'
site-cover (43)
ເອັກເຜີງ ຍອດຂາຍເພີ່ມຂຶ້ນ 313% ພັດທະນາ AI ໂຕໃໝ່ ຮອງຮັບຍານພາຫະນະໄຟຟ້າ ໂດຣນ ຫຸ່ນຍົນມະນຸດ
site-cover (42)
ພາມາຮູ້ຈັກ Qwen3 AIນ້ອງໃໝ່ ທີ່ Alibaba ສົ່ງມາແຂ່ງກັບ ChatGPT ແລະ Google Gemini
site-cover (41)
ເຮືອທ່ອງທ່ຽວຫລົ້ມໃນຈີນ 4 ລຳຕິດຕໍ່ກັນ, ເສຍຊີວິດ 10 ຄົນ
VP LANDSCAPE COVER (96)
"ເດັກ EQ ຕ່ຳ" ມັກມີ 3 ພຶດຕິກຳນີ້ເທິງໂຕະອາຫານ, ພໍ່ແມ່ຕ້ອງຮີບແກ້ໄຂດ່ວນ!
ຢ່າລື່ມກົດຕິດຕາມ