site-cover (45)
Skype ປິດໃຫ້ບໍລິການແລ້ວ ສາມາດຍ້າຍໄປໃຊ້ Microsoft Teams ແທນໄດ້
ຮຽບຮຽງໂດຍ:Soulinda
ເຜີຍແຜ່: 6 May, 2025

ໃນທີ່ສຸດ, ມື້ທີ່ຫລາຍຄົນອາດເຄີຍໄດ້ຍິນຂ່າວລືມາແດ່ແລ້ວ ກໍມາຮອດ ເມື່ອ Microsoft ປະກາດຢຸດດການໃຫ້ບໍລິການ Skype ຢ່າງເປັນທາງການໃນວັນນີ້ (5 ພຶດສະພາ 2025) ປິດສາກໜຶ່ງໃນໜ້າປະຫວັດສາດຂອງໂລກການສື່ສານອອນລາຍ ທີ່ເຄີຍປະຕິວັດວິທີການຕິດຕໍ່ສື່ສານຂອງຜູ້ຄົນທົ່ວໂລກມາຢ່າງຍາວນານ

 

ສຳລັບຜູ້ທີ່ຢູ່ໃນແວດວົງ IT ແລະ ຕິດຕາມຄວາມເຄື່ອນໄຫວຂອງເທັກໂນໂລຢີມາໂດຍຕະຫລອດ, ການຕັດສິນໃຈຄັ້ງນີ້ຂອງ Microsoft ອາດບໍ່ແມ່ນເລື່ອງທີ່ໜ້າແປກໃຈນັກ ເພາະໃນຊ່ວງຫລາຍປີທີ່ຜ່ານມາ ບໍລິສັດໄດ້ຜັກດັນແລະພັດທະນາ Microsoft Teams ຢ່າງຕໍ່ເນື່ອງ ໂດຍມຸ່ງຫວັງໃຫ້ເປັນສູນກາງການເຮັດວຽກຮ່ວມກັນ (Collaboration Hub) ທີ່ຄົບວົງຈອນຫລາຍກວ່າ

 

ຜົນກະທົບທີ່ຫລີກລ່ຽງບໍ່ໄດ້ ການປິດຕົວຂອງ Skype ຍ່ອມສົ່ງຜົນກະທົບຕໍ່ຜູ້ໃຊ້ງານຈຳນວນບໍ່ໜ້ອຍ ບໍ່ວ່າຈະເປັນຜູ້ໃຊ້ງານທົ່ວໄປ ຫລື ແມ່ນແຕ່ໃນພາກທຸລະກິດທີ່ຍັງຄົງພຶ່ງພາ Skype ໃນການສື່ສານຢູ່. ຜົນກະທົບຫລັກໆ ທີ່ເຫັນໄດ້ຊັດເຈນຄື:

 

  • ການເຂົ້າເຖິງບໍລິການສິ້ນສຸດ: ຜູ້ໃຊ້ງານຈະບໍ່ສາມາດເຂົ້າເຖິງແອັບພລິເຄຊັນ ແລະ ຟັງຊັນຕ່າງໆ ຂອງ Skype ໄດ້ອີກຕໍ່ໄປ ບໍ່ວ່າຈະເປັນການໂທດ້ວຍສຽງ, ວິດີໂອ, ການສົ່ງຂໍ້ຄວາມ ຫລື ການແຊຣ໌ໄຟລ໌

 

  • ການປ່ຽນຜ່ານສູ່ແພັດຟອມອື່ນ: ຜູ້ໃຊ້ງານຈຳເປັນຕ້ອງຊອກຫາແລະປັບຕົວເຂົ້າກັບແພັດຟອມການສື່ສານທາງເລືອກອື່ນໆ ທີ່ມີຢູ່ໃນຕະຫລາດຫລາກຫລາຍ ເຊັ່ນ: Microsoft Teams (ເຊິ່ງເປັນທາງເລືອກໂດຍກົງຈາກ Microsoft), Zoom, Google Meet, Line, WhatsApp ແລະ ອີກຫລາກຫລາຍແອັບພລິເຄຊັນ

 

  • ຄວາມຕໍ່ເນື່ອງຂອງຂໍ້ມູນ: ສຳລັບຜູ້ທີ່ຕ້ອງການເກັບຮັກສາປະຫວັດການສົນທະນາແລະລາຍຊື່ຕິດຕໍ່ ອາດຕ້ອງດຳເນີນການຍ້າຍຂໍ້ມູນດ້ວຍຕົນເອງ ເຊິ່ງ Microsoft ໄດ້ໃຫ້ຂໍ້ມູນວ່າຈະສາມາດດາວໂຫລດຂໍ້ມູນ Skype ໄດ້ຈົນເຖິງເດືອນມັງກອນ 2569 ຫາກຜູ້ໃຊ້ງານລົງຊື່ເຂົ້າໃຊ້ Microsoft Teams ຟຣີ ຂໍ້ມູນການໂທແລະແຊັດເທິງ Skype ບາງສ່ວນອາດຍັງຄົງຢູ່

 

  • ຜົນກະທົບຕໍ່ການໂທລະສັບ: ຜູ້ທີ່ເຄີຍໃຊ້ Skype Credit ໃນການໂທໄປຍັງໝາຍເລກໂທລະສັບພື້ນຖານແລະໂທລະສັບມືຖືຈະບໍ່ສາມາດໃຊ້ບໍລິການນີ້ໄດ້ອີກຕໍ່ໄປ ຕ້ອງຊອກຫາຜູ້ໃຫ້ບໍລິການ VoIP ລາຍອື່ນແທນ

 

  • ໝາຍເລກ Skype ທີ່ບໍ່ສາມາດຮັບສາຍ: ໝາຍເລກ Skype ທີ່ເຄີຍໃຊ້ງານຈະບໍ່ສາມາດຮັບສາຍໄດ້ອີກຕໍ່ໄປ ເຖິງຢ່າງໃດກໍຕາມ Microsoft ໄດ້ແຈ້ງວ່າໝາຍເລກ Skype ຈະຍັງຄົງໃຊ້ງານໄດ້ຈົນກວ່າຈະໝົດອາຍຸ ແລະ ອາດມີທາງເລືອກໃນການໂອນຍ້າຍໄປຍັງຜູ້ໃຫ້ບໍລິການລາຍອື່ນ

 

ປິດເພື່ອຍ້າຍໄປ Microsoft Teams

 

ການຕັດສິນໃຈຍຸຕິ Skype ສະທ້ອນໃຫ້ເຫັນເຖິງວິໄສທັດຂອງ Microsoft ທີ່ຕ້ອງການລວມເຄື່ອງມືການສື່ສານແລະການເຮັດວຽກຮ່ວມກັນໄວ້ໃນແພັດຟອມດຽວຢ່າງ Microsoft Teams ເຊິ່ງນຳສະເໜີຄຸນສົມບັດທີ່ຫຼາກຫຼາຍແລະຄອບຄຸມກວ່າ Skype ບໍ່ວ່າຈະເປັນ:

 

  • ການປະຊຸມອອນລາຍທີ່ຊົງພະລັງ: ຮອງຮັບຜູ້ເຂົ້າຮ່ວມຈຳນວນຫຼາຍ ພ້ອມຟີເຈີການແຊຣ໌ໜ້າຈໍ, ການບັນທຶກ, ແລະ ອື່ນໆ ອີກຫຼາຍຢ່າງ
  • ລະບົບແຊັດແລະຊ່ອງທາງສື່ສານທີ່ຍືດຫຍຸ່ນ: ຮອງຮັບການສົນທະນາແບບກຸ່ມແລະແບບສ່ວນຕົວ ພ້ອມການຈັດການຊ່ອງທາງທີ່ລະອຽດ
  • ການເຮັດວຽກຮ່ວມກັນເທິງເອກະສານແບບຣຽວໄທມ໌: ປະສານລວມກັບ Microsoft Office ເຮັດໃຫ້ສາມາດເຮັດວຽກຮ່ວມກັນເທິງເອກະສານໄດ້ໂດຍກົງ
  • ການປະສານລວມກັບແອັບພລິເຄຊັນອື່ນໆ: ຮອງຮັບການເຊື່ອມຕໍ່ກັບແອັບພລິເຄຊັນແລະບໍລິການພາຍນອກຫຼາກຫຼາຍ ເພີ່ມຂີດຄວາມສາມາດໃນການເຮັດວຽກ
  • ຄວາມປອດໄພແລະການຈັດການລະດັບອົງກອນ: ມີຄຸນສົມບັດການຮັກສາຄວາມປອດໄພແລະການຈັດການທີ່ແຂງແກ່ງ ເໝາະສຳລັບໃຊ້ງານໃນລະດັບອົງກອນ

 

ໂດຍສະຫຼຸບ

 

ການປິດຕົວຂອງ Skype ໃນມື້ນີ້ຖືເປັນອີກໜຶ່ງບົດຮຽນທີ່ສະແດງໃຫ້ເຫັນເຖິງພະລັງຂອງການປ່ຽນແປງໃນໂລກເທັກໂນໂລຢີ.

 

ບໍ່ມີສິ່ງໃດຄົງຢູ່ຕະຫຼອດໄປ ແລະ ການປັບຕົວໃຫ້ເຂົ້າກັບການປ່ຽນແປງເປັນສິ່ງສຳຄັນສຳລັບທັງຜູ້ໃຊ້ງານແລະອົງກອນຕ່າງໆ. ໃນຂະນະທີ່ Skype ປິດສາກລົງ, Microsoft Teams ກໍພ້ອມທີ່ຈະກ້າວເຂົ້າມາເປັນຜູ້ນຳໃນຍຸກສະໄໝໃໝ່ຂອງການສື່ສານແລະການເຮັດວຽກຮ່ວມກັນ.

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Wednesday, 2 July, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,392
21,667
thailand (1)
THB
659.01
670.87
european-union
EUR
24,252
24,736
china
CNY
2,906
2,964
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 11 June, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,990,000
35,520,000
34,640,000
35,629,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
_cover - 2025-07-03T161732.503
ຍີ່ປຸ່ນກຽມພ້ອມຮັບມື "Megaquake" ເປີດເຜີຍແຜນໃຊ້ AI ຫຼຸດຜູ້ເສຍຊີວິດສູງສຸດ 300,000 ຄົນ
_cover - 2025-07-03T152835.513
ຈະເກີດຫຍັງຂຶ້ນ ເມື່ອງົດດື່ມແອລກໍຮໍ ນອນງ່າຍ ໜ້າທ້ອງຫາຍ ຜິວດີ ແທ້ຫຼືບໍ່?
_cover - 2025-07-03T144001.784
ແຜ່ນດິນໄຫວກວ່າ 900 ຄັ້ງ ສັ່ນສະເທືອນໝູ່ເກາະໂທຄາຣະຂອງຍີ່ປຸ່ນໃນເວລາພຽງ 2 ອາທິດ
_cover - 2025-07-03T135925.491
ສະຫະລັດລົງນາມຂໍ້ຕົກລົງການຄ້າກັບຫວຽດນາມ ຕົກລົງຫຼຸດພາສີຈາກ 46% ເຫຼືອ 20%
_cover - 2025-07-03T115136.160
ເຮືອເຟີຣີ່ຫຼົ້ມໃກ້ເກາະບາຫລີ ສູນຫາຍກວ່າ 30 ຄົນ ຄາດວ່າເປັນບັນຫາເຄື່ອງຈັກ
_cover - 2025-07-03T111331.155
ບໍລິສັດ "Neta" ກຽມກັບມາດຳເນີນສາຍການຜະລິດອີກຄັ້ງ ຫຼັງປະກາດລົ້ມລະລາຍເພື່ອປັບໂຄງສ້າງອົງກອນ
_cover - 2025-07-03T103006.031
ເຕືອນ!!! ປະຈຸບັນ ມີກຸ່ມຄົນບໍ່ຫວັງດີ ໄດ້ປອມແປງທະນະບັດ ສະກຸນເງິນກີບ ປະເພດໃບ 100,000 ກີບ ລຸ້ນປີ 2020 ອອກມາໃຊ້ຈ່າຍໃນສັງຄົມ
_cover - 2025-07-03T093700.780
ແຈ້ງປັບລາຄານ້ຳມັນ ເລີ່ມປະຕິບັດ 06:00 ໂມງຂອງວັນທີ 03 ກໍລະກົດ 2025
pele - 2025-07-02T105100.856
ຈະມີຝົນຕົກໃນລະດັບຄ່ອຍ ຫາ ປານກາງ ແລະ ຕົກໜັກ ຫາ ໜັກຫຼາຍຢູ່ບາງທ້ອງຖິ່ນ
pele - 2025-07-02T095249.830
ບໍລິສັດ ໄບຣຊອຍສ ມອບເຄື່ອງຊ່ວຍເຫຼືອໃຫ້ນັກຮຽນເຂດຫ່າງໄກສອກຫຼີກ
ຢ່າລື່ມກົດຕິດຕາມ