ໃນຍຸກດີຈິຕອນ ແລະ ເຕັກໂນໂລຊີທີທັນສະໄໝ ທີ່ມີການພັດທະນາແບບກ້າວກະ ໂດດ ການດຳລົງຊີວິດຂອງປະຊາກອນທົ່ວທຸກມຸມໂລກມີການຫັນປ່ຽນໃໝ່ ເພື່ອຕອບສະໜອງກັບແນວທາງ ລັດຖະບານດີຈິຕ໋ອນ, ເສດຖະກິດດີຈິຕ໋ອນ ແລະ ສັງຄົມດີຈິຕ໋ອນ
ເພື່ອຮອງຮັບນະໂຍບາຍດັ່ງກ່າວ ກະຊວງປ້ອງກັນຄວາມສະຫງົບ ສຸມໃສ່ຫັນວຽກງານໃຫ້ກາຍເປັນທັນສະ ໄໝເທື່ອລະກ້າວ ຕາມແນວທາງຍຸດທະສາດຂອງພັກ.
ວັນທີ 11 ກໍລະກົດ 2024 ຢູ່ຫໍປະຊຸມແຫ່ງຊາດ ສປປ ລາວ ລັດຖະບານ ສອງປະເທດ ໂດຍການເຂົ້າຮ່ວມຂອງ ພະນະທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ປະທານປະເທດ ແຫ່ງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ທ່ານ ໂຕ່ເລີ່ມ ປະທານປະເທດ (ປະຈຸບັນເລຂາທິການໃຫຍ່) ສາທາລະນະລັດສັງຄົມນິຍົມຫວຽດ ນາມ ໄດ້ກົດປຸ່ມເປີດຢ່າງເປັນທາງການ ການຈັດຕັ້ງຜັນຂະຫຍາຍ “ ກໍ່ສ້າງຖານຂໍ້ມູນພົນລະເມືອງ ແລະ ບັດປະຈໍາຕົວ”
ເຂົ້າຮ່ວມເປັນສັກຂີພະຍານ ຂອງການນໍາສອງປະເທດ, ສອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບໄດ້ເຊັນບົດບັນທືກຄວາມເຂົ້າໃຈກ່ຽວກັບການຈັດຕັ້ງປະຕິບັດໂຄງການ ນີ້ເປັນກິດຈະກຳທີ່ສຳຄັນເປັນພິເສດ ມີຄວາມໝາຍສຳຄັນຫຼາຍຕໍ່ສາຍພົວພັນ ລາວ-ຫວຽດນາມ.
ຍັງອີກບໍ່ພໍເທົ່າໃດເດືອນ ສປປ ລາວ ກໍ່ຄືກະຊວງປ້ອງກັນຄວາມສະຫງົບ ຈະດຳເນີນອອກບັດປະຈໍາຕົວ ທີ່ມີຄວາມທັນສະໄໝໃນຍຸກດີຈິຕ໋ອນ ເພື່ອມາຮັບໃຊ້ປະຊາຊົນລາວໃນທົ່ວປະເທດ ກະຊວງປ້ອງກັນຄວາມສະຫງົບ ສຸມໃສ່ສ້າງພື້ນຖານໂຄງລ່າງ ສູນຂໍ້ມູນພົນ ລະເມືອງ ແລະ ບັດປະຈຳຕົວ,
ບໍາລຸງຍົກລະດັບຄວາມຮູ້ຄວາມສາມາດທາງດ້ານໄອທີໃຫ້ແກ່ພະນັກງານນັກຮົບ, ປັບປຸງ ແລະ ສ້າງບັນດານິຕິກຳຕ່າງໆ ເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດ, ສຸມໃສ່ເກັບກຳ ທ້ອນໂຮມຂໍ້ມູນພົນລະເມືອງ ຫັນເປັນຂໍ້ມູນດີຈິຕ໋ອນເຂົ້າສູ່ລະບົບ.
ມາເຖີງປະຈຸບັນກຽມພ້ອມທີ່ຈະດຳເນີນອອກບັດປະຈຳຕົວທີ່ມີຄວາມທັນສະໄໝ ຮັບໃຊ້ປະຊາຊົນໃນທົ່ວປະເທດຢ່າງເປັນທາງການ.
ແຫຼ່ງທີ່ມາ: ກົມສື່ມວນຊົນ ປກສ
ສະກຸນເງິນ | ຊື້ | ຂາຍ |
---|---|---|
![]() USD | 21,479 | 21,690 |
![]() THB | 645.44 | 657.70 |
![]() EUR | 23,823 | 24,300 |
![]() CNY | 2,898 | 2,956 |
ຊະນິດນ້ຳມັນ | ລາຄາ |
---|---|
![]() | 28,230 |
![]() | 22,560 |
![]() | 18,370 |
ປະເພດ | ລາຄາຊື້ | ລາຄາຂາຍ |
---|---|---|
![]() | 31,160,000 | 31,6900,000 |
![]() | 30,890,000 | 31,799,000 |