ເດືອນພຶດສະພານີ້ ມີປະກົດການພິເສດທີ່ຫຼາຍໆ ໝໍດູດັງເວົ້າເຖິງຄວາມແຮງກັນຫຼາຍ ເຮົາເລີຍມີທຣິກເສີມດວງສຳລັບຄົນເກີດແຕ່ລະວັນ ແບບ Extra ຊ່ວຍໃຫ້ດວງພຸ່ງແບບສຸດໆກັນໄປເລີຍ ມາໃຫ້ນຳໄປເຮັດກັນເດີ ມາເບິ່ງກັນຕ້ອງເຮັດຫຍັງແດ່
ວິທີເສີມບຸນຕາມວັນເກີດ ເດືອນພຶດສະພາ2025
ຄົນເກີດວັນອາທິດ
ແນະນຳໃຫ້ທ່ານໄປເຮັດບຸນໂລງສົບກັບມູນນິທິທີ່ເຊື່ອຖືໄດ້ ສິ່ງນີ້ຈະເຮັດໃຫ້ທ່ານດວງພຸ່ງ ແບບດຶງບໍ່ຢູ່ກັນເລີຍ
ຄົນເກີດວັນຈັນ
ແນະນຳໃຫ້ງົດທານເນື້ອສັດໃຫຍ່ ຫຼື ໃຫ້ໄປໄຖ່ຊີວິດງົວຄວາຍ ດວງທ່ານຈະພຸ່ງຫຼາຍ ແຕ່ຖ້າບໍ່ສາມາດເລີກທານເນື້ອສັດໃຫຍ່ໄດ້ຕະຫຼອດ ໃຫ້ທ່ານເລືອກວັນເກີດຂອງທ່ານເປັນວັນທີ່ທ່ານຢຸດທານເນື້ອສັດໃຫຍ່
ຄົນເກີດວັນອັງຄານ
ໃຫ້ທ່ານມີໃຈແລະມີຈິດທີ່ອາສາຊ່ວຍເຫຼືອຄົນອື່ນຕາມສະຖານທີ່ຕ່າງໆ ຊ່ວຍດ້ວຍແຮງຊ່ວຍດ້ວຍໃຈ ຊ່ວຍດ້ວຍເງິນກໍໄດ້ ຮັບຮອງຫຼັງຈາກເຮັດສິ່ງນີ້ແລ້ວ ຊີວິດຂອງທ່ານຈະລາບລື່ນ ບໍ່ມີອຸປະສັກຢ່າງແນ່ນອນ
ຄົນເກີດວັນພຸດ
ໃນເລື່ອງການເຮັດບຸນ ການລະເຊົາກິນເນື້ອສັດໃຫຍ່ ເຊັ່ນ: ພວກງົວຫຼືຄວາຍ ຫຼືເຮັດບຸນໃນເລື່ອງຂອງໄຖ່ຊີວິດງົວຄວາຍເສີມຊີວິດໄດ້ເປັນຢ່າງດີ
ຄົນເກີດວັນພະຫັດ
ໃຫ້ໝັ່ນສວດມົນ, ນັ່ງສະມາທິ ແລະ ຢາດນ້ຳແຜ່ເມດຕາ ໃຫ້ກັບເຈົ້າກຳນາຍເວນ ດວງທ່ານຈະພິກກາຍເປັນດີແບບເຫັນໄດ້ຊັດເລີຍ
ຄົນເກີດວັນສຸກ
ໃຫ້ຫາປາໜ້າຂຽງທີ່ກຳລັງຈະຖືກ ຂ້າ.. ໃຫ້ທ່ານເອົາໄປປ່ອຍດ້ວຍຕົວເອງຄືການເຮັດບຸນທີ່ດີທີ່ສຸດຂອງຄົນເກີດວັນນີ້ແລະຕ້ອງໄປເຮັດໃຫ້ຕົງກັບວັນເກີດຂອງທ່ານ
ຄົນເກີດວັນເສົາ
ໃຫ້ໝັ່ນເຮັດບຸນໂດຍການຢອດຕູ້ບໍລິຈາກຕ່າງໆທີ່ວັດໃຫ້ໝັ່ນເຮັດບຸນໃນສ່ວນນັ້ນ ຈະຊ່ວຍເສີມດວງຂອງທ່ານໄດ້ ແບບທີ່ທ່ານບໍ່ຄາດຄິດເລີຍ
ແລະ ນີ້ກໍຄືທຣິກເສີມດວງ ທີ່ເຮົາແນະນຳ ໃຫ້ເປັນ extra ຂອງການເສີມດວງໃນເດືອນພຶດສະພານີ້ ໃຫ້ບຸນຂອງທ່ານຫຼາຍເປັນຄູນສອງກັນເລີຍເດີ
ສະກຸນເງິນ | ຊື້ | ຂາຍ |
---|---|---|
![]() USD | 21,531 | 21,808 |
![]() THB | 658.34 | 670.19 |
![]() EUR | 24,089 | 24,571 |
![]() CNY | 2,943 | 3,002 |
ຊະນິດນ້ຳມັນ | ລາຄາ |
---|---|
![]() | 28,650 |
![]() | 23,990 |
![]() | 19,320 |
ປະເພດ | ລາຄາຊື້ | ລາຄາຂາຍ |
---|---|---|
![]() | 42,720,000 | 43,250,000 |
![]() | 42,370,000 | 43,359,000 |