VP LANDSCAPE COVER - 2025-05-08T154144.319
ປາຖະກະຖາ ວັນກຳມະກອນສາກົນ ຄົບຮອບ 139 ປີ ແລະ ພິທີມອບຮັບໃບຢັ້ງຢືນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2024
ຮຽບຮຽງໂດຍ:patthana
ເຜີຍແຜ່: 8 May, 2025
ຄະນະກວດກາສູນກາງພັກ-ອົງການກວດກາແຫ່ງລັດຈັດກອງປະຊຸມ ປາຖະກະຖາ ວັນກຳມະກອນສາກົນ ຄົບຮອບ 139 ປີ ແລະ ພິທີມອບຮັບໃບຢັ້ງຢືນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2024
ຕອນເຊົ້າຂອງວັນທີ 07 ພຶດສະພາ 2025 ຄະນະກວດກາສູນກາງພັກ-ອົງການກວດກາແຫ່ງລັດຈັດກອງປະຊຸມ ປາຖະກະຖາ ວັນກຳມະກອນສາກົນ ຄົບຮອບ 139 ປີ ຕິດພັນກັບ ມອບຮັບໃບຢັ້ງຢືນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2024 ຂຶ້ນ ຢູ່ທີ່ສະໂມສອນຂອງ ຄກສພ-ອກຫລ. ໃຫ້ກຽດເຂົ້າຮ່ວມໂດຍ ສະຫາຍ ວິໄລວັນ ບຸດດາຄຳ ກຳມະການສຳຮອງສູນກາງພັກ, ກຳມະການປະຈຳພັກ, ຮອງປະທານ ຄກສພ-ອກຫລ, ສະຫາຍ ສຸກຄຳເພັດ ເຮືອງບຸດສີ ກຳມະການປະຈຳພັກ, ຮອງປະທານ ຄກສພ-ອກຫລ. ພ້ອມດ້ວຍບັນດາສະຫາຍ ຄະນະປະຈໍາພັກ, ຄະນະພັກ, ຄະນະໜ່ວຍພັກ, ສະມາຊິກພັກ-ພະນັກງານພາຍໃນ ຄກສພ-ອກຫລ ເຂົ້າຮ່ວມ.
ໃນພິທີ ສະຫາຍ ສຸກຄຳເພັດ ເຮືອງບຸດສີ ໄດ້ເຜີຍແຜ່ເອກະສານ ວັນກຳມະກອນສາກົນ ຄົບຮອບ 139 ປີ (1 ພຶດສະພາ 1886 – 1 ພຶດສະພາ 2025). ໂດຍໄດ້ຍົກໃຫ້ເຫັນເຖິງປະຫວັດຄວາມເປັນມາ ຂອງວັນກໍາມະກອນສາກົນ ແລະ ການເຕີບໃຫຍ່ຂະຫຍາຍຕົວຂອງຊົນຊັ້ນກຳມະກອນ, ພ້ອມທັງຍົກໃຫ້ເຫັນເຖິງ ຄວາມສາມັກຄີ ມູນເຊື້ອອັນດີງາມ ຂອງຊົນຊັ້ນກຳມະກອນລາວ ແລະ ການປະກອບສ່ວນໃນພາລະກິດປະຕິວັດ ຂອງກຳມະກອນລາວ ແລະ ເສີມຂະຫຍາຍມູນເຊື້ອອັນດີງາມຂອງກຳມະກອນສາກົນໃນໄລຍະຜ່ານມາ. ຫຼັງຈາກນັ້ນ, ສະຫາຍ ວິໄລວັນ ບຸດດາຄຳ ກໍ່ໄດ້ເຜີຍແຜ່ຄຳແນະນຳ ຂອງຄະນະຈັດຕັ້ງສູນກາງພັກ ເລກທີ 28/ຄຈສພ ກ່ຽວກັບການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ ໜັກແໜ້ນ ແລະ ຕາງໜ້າກົມຈັດຕັ້ງພະນັກງານ ກໍ່ໄດ້ຜ່ານມະຕິຕົກລົງ ວ່າດ້ວຍການຮັບຮອງເອົາຜົນການປະເມີນການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2024, ເຊິ່ງ ຄກສພ-ອກຫລ ມີທັງໝົດ 9 ໜ່ວຍພັກ, ໄດ້ຮັບຮອງເອົາ 06 ໜ່ວຍພັກເປັນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ຄື: 1 ໜ່ວຍພັກຫ້ອງການ, 2 ໜ່ວຍພັກ ກົມຈັດຕັ້ງ-ພະນັກງານ, 3 ໜ່ວຍພັກ ກົມຄົ້ນຄວ້າ ແລະ ວາລະສານກວດກາ, 4 ໜ່ວຍພັກ ກົມຄົ້ນຄວ້າ ຄຳຮ້ອງ ແລະ ຄຳສະເໜີ. 5 ໜ່ວຍພັກ ກົມກວດກາພັກ, 6 ໜ່ວຍພັກ ກົມກວດກາລັດ. ບໍ່ໄດ້ຮັບຮອງເອົາ 03 ໜ່ວຍພັກເປັນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ຄື: 1 ໜ່ວຍພັກ ກົມພົວພັນຕ່າງປະເທດ, 2 ໜ່ວຍພັກ ກົມຕ້ານ ແລະ ສອບສວນການສໍ້ລາດບັງຫຼວງ, 3 ໜ່ວຍພັກ ກົມຕິດຕາມ, ກວດກາການປະຕິບັດຜົນຂອງການກວດກາ. ພ້ອມດຽວກັນນີ້, ສະຫາຍ ວິໄລວັນ ບຸດດາຄຳ ກໍ່ໄດ້ໃຫ້ກຽດມອບໃບຢັ້ງຢືນ ໃຫ້ແກ່ 6 ໜ່ວຍພັກທີ່ໄດ້ຮັບຮອງເອົາ ເປັນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ. ນອກຈາກນີ້, ຍັງໄດ້ຮັບຮອງເອົາຜົນການແບ່ງປະເພດຂອງສະມາຊິກພັກ ຄື: ສະມາຊິກພັກຈັດປະເພດແຂງ 194 ສະຫາຍ, ຍິງ 64 ສະຫາຍ, ປະເພດກາງ 20 ສະຫາຍ, ຍິງ 7 ສະຫາຍ ແລະ ບໍ່ໄດ້ຈັດປະເພດ 51 ສະຫາຍ, ຍິງ 15 ສະຫາຍ (ສາເຫດຍ້ອນ ບໍານານ 26 ສະຫາຍ, ເປັນສະມາຊິກພັກສໍາຮອງ 16 ສະຫາຍ, ຍົກຍ້າຍມາໃໝ່ 5 ສະຫາຍ, ຍົກຍ້າຍອອກຊົ່ວຄາວ 1 ສະຫາຍ, ລາພັກເກີດລູກ 1 ສະຫາຍ, ລາພັກປິ່ນປົວສຸຂະພາບ 1 ສະຫາຍ ແລະ ກວດກາຕາມຄໍາຮ້ອງບໍ່ທັນສໍາເລັດ 1 ສະຫາຍ). ພ້ອມດຽວກັນນັ້ນ, ສະຫາຍ ສຸກຄຳເພັດ ເຮືອງບຸດສີ ກໍໄດ້ໃຫ້ກຽດມອບ ບັດໃຫ້ສະມາຊິກພັກສົມບູນ ພາຍໃນ ຄກສພ-ອກຫລ ຈຳນວນທັງໝົດ 55 ສະຫາຍ, ຍິງ 23 ສະຫາຍ.
ໃນຕອນທ້າຍຂອງກອງປະຊຸມ ສະຫາຍ ວິໄລວັນ ບຸດດາຄຳ ກໍ່ໄດ້ມີຄຳເຫັນໂອ້ລົມຕໍ່ພິທີ ໂດຍເນັ້ນໃຫ້ ເພີ່ມທະວີຄົ້ນຄວ້າເຊື່ອມຊຶມ ກຳແໜ້ນບັນດາມະຕິ, ຄຳສັ່ງຕ່າງໆເພື່ອນຳພາຜັນຂະຫຍາຍໃຫ້ເປັນແຜນການ, ແຜນງານ ແລະ ໂຄງການອັນລະອຽດຂອງບັນດາໜ່ວຍພັັກ ແລະ ນໍາພາຈັດຕັ້ງປະຕິບັດໃຫ້ເກີດດອກອອກຜົນ; ສືບຕໍ່ເອົາໃຈໃສ່ສຶກສາອົບຮົມທາງດ້ານການເມືອງ-ແນວຄິດ ໃຫ້ສະມາຊິກພັກ-ພະນັກງານ; ຄົ້ນຄວ້າກຳແໜ້ນກົດລະບຽບຂອງພັກ, ກົດໝາຍ ເເລະ ນິຕິກໍາຕ່າງໆກ່ຽວກັບວຽກງານກວດກາພັກ, ກວດກາລັດ ແລະ ນໍາພາຈັດຕັ້ງປະຕິບັດວຽກງານວິຊາສະເພາະຕາມພາລະບົດບາດ, ໜ້າທີ່, ສິດ ເເລະ ຂອບເຂດສິດຄວາມຮັບຜິດຊອບຂອງຕົນ; ເພີ່ມທະວີການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ, ການຂະຫຍາພັກຕ້ອງຖືເອົາຄຸນນະພາບ ເປັນກົກ, ດຳເນີນໃຫ້ຖືກຕ້ອງຕາມຂັ້ນຕອນກົດລະບຽບຂອງພັກ ໄດ້ກຳນົດ; ສ້າງແຜນກໍານົດ ສືບຕໍ່ຕິດຕາມ, ກໍາສະພາບ, ບໍາລຸງສ້າງສະມາຊິກພັກ ພະນັກງານໃຫ້ມີຄວາມຮູ້ຄວາມສາມາດ ຝຶກຝົນຫຼໍ່ຫຼອມເພື່ອເປັນພະນັກງານສືບທອດໃນຕໍ່ໜ້າ; ຄະນະໜ່ວຍພັກແຕ່ລະໜ່ວຍ ຕ້ອງໄດ້ເພີ່ມທະວີການປັບປຸງແບບແຜນນຳພາ ແລະ ວິທີເຮັດວຽກ, ເສີມຂະຫຍາຍການປະຕິບັດພາລະບົດບາດຂອງກົມ ຢ່າງແຂງແຮງ ເເລະ ເລິກເຊິ່ງ, ເຮັດວຽກມີແຜນການ ມີຈຸດສຸມ, ມີການສະຫຼຸບຖອດຖອນບົດຮຽນຈາກພຶດຕິກຳຕົວຈິງ; ຮັກສາຄວາມສາມັກຄີເປັນເອກະພາບ ບົນພື້ນຖານແນວທາງນະໂຍບາຍຂອງພັກ ແລະ ກົດໝາຍຂອງລັດ; ມີການລາຍງານສ່ອງແສງຂໍທິດຊີ້ນຳຈາກຂັ້ນເທິງ ແລະ ມີການປະສານງານຢູ່ພາຍໃນ ເເລະ ພາຍນອກ.

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Monday, 13 October, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,531
21,808
thailand (1)
THB
657.17
669
european-union
EUR
24,072
24,554
china
CNY
2,938
2,996
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Wednesday, 8 October, 2025
ຊະນິດນ້ຳມັນ
ລາຄາ
28,650
23,990
19,320
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 8 October, 2025
ປະເພດ
ລາຄາຊື້
ລາຄາຂາຍ
42,720,000
43,250,000
42,370,000
43,359,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
jane - 2025-10-13T163234.534
ອິນ​ໂດ​ເນ​ເຊຍ​ມີ​ແຜນ​ຈະ​ຢຸດ​ການ​ນຳ​ເຂົ້າ​ນ້ຳມັນ​ກາ​ຊວນ​ໃນ​ເຄິ່ງຫຼັງປີ 2026 ​​ຕາມ​ຄຳ​ສັ່ງ​ທີ່​ຈະ​ນຳ​ໃຊ້​ນ້ຳມັນ​ເຊື້ອ​ໄຟຊີວະພາບຊະນິດໃໝ່(B-50).
pele - 2025-10-13T160628.863
ຫົວພັນ ຈູດທຳລາຍຢາເສບຕິດ ໂອກາດສະຫລອງ ວັນແຫ່ງຊາດຕ້ານຢາເສບຕິດ
jane - 2025-10-13T154809.499
ປະເທດລາວຮັບມືກັບອາກາດຈະຮ້ອນຂຶ້ນໂດຍໃນຕອນບ່າຍ ໃນເຂດນະຄອນຫຼວງວຽງຈັນ ພາກກາງ ແລະ ພາກໃຕ້ ຈະມີອຸນຫະພູມສູງເຖິງ 34 ອົງສາ.
pele - 2025-10-13T144727.197
ມອບຊາກເສືອໂຄ່ງທີ່ຢຶດ ໄດ້ໃຫ້ພະແນກ ກະສິກຳ ແລະ ສິ່ງແວດລ້ອມ ແຂວງຈຳປາສັກ
jane - 2025-10-13T142045.750
ຈັດອັນດັບ 5 ລາສີດວງດີປະຈຳເດືອນ ຕຸລາ ປີ 2025 ລາສີໃຜຈະປັງສຸດມາກວດເຊັກດ່ວນ!
jane - 2025-10-13T131830.391
ຂົວມິດຕະພາບລາວ-ໄທ ແຫ່ງທີ 5 ກຽມຈະເປີດບໍລິການທ້າຍປິ 2025 ນີ້ (ແຂວງບໍລິຄໍາໄຊ-ຈັງຫວັດບຶງການ)
pele - 2025-10-13T112028.196
ຕິດຕັ້ງໄຟເຍືອງທາງ 253 ເສົາ ຕາມເສັ້ນທາງຫລັກເຂົ້າສູ່ດອນໂຂງ
jane - 2025-10-13T112733.620
ແຈ້ງການເກີດແຜ່ນດິນໄຫວໃນຄັ້ງວັນທີ 12 ຕຸລາ 2025 ເວລາ 7:00 ໂມງເຊົ້າ ຫາ ວັນທີ 13 ຕຸລາ 2025 ດັ່ງລຸ່ມນີ້
pele - 2025-10-13T103353.933
ກຽມເປີດ ນະຄອນຫຼວງວຽງຈັນເກມ 2025, ເລີ່ມ 15 ພະຈິກ ນີ້
jane - 2025-10-13T101808.563
ນາຍຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ຈະເດີນທາງຢ້ຽມຢາມ ສປປ ລາວ
ຢ່າລື່ມກົດຕິດຕາມ