VP LANDSCAPE COVER - 2025-05-09T102104.018
ແພດຈີນເປີດເຜີຍວິທີສັງເກດ "ສານພິດສະສົມໃນອະໄວຍະວະພາຍໃນ" ເບິ່ງໄດ້ຈາກອະໄວຍະວະພາຍນອກ
ຮຽບຮຽງໂດຍ:patthana
ເຜີຍແຜ່: 9 May, 2025

ແພດຈີນເປີດເຜີຍວິທີສັງເກດ “ສານພິດສະສົມໃນອະໄວຍະວະພາຍໃນ” ເບິ່ງໄດ້ຈາກອະໄວຍະວະພາຍນອກ ບ່ອນໃດສື່ເຖິງສິ່ງໃດ

ຮ່າງກາຍສົ່ງສັນຍານ! 5 ອາການເຕືອນ “ສານພິດສະສົມໃນອະໄວຍະວະພາຍໃນ” ຈາກມຸມມອງແພດແຜນຈີນ

ແພດຈີນເປີດເຜີຍ 5 ອາການຜິດປົກກະຕິ ທີ່ອາດບົ່ງບອກວ່າອະໄວຍະວະພາຍໃນກຳລັງສະສົມສານພິດ ເຖິງແມ່ນວ່າພາຍນອກຈະເບິ່ງຄືປົກກະຕິ ແຕ່ຮ່າງກາຍກຳລັງສົ່ງສັນຍານຂໍຄວາມຊ່ວຍເຫຼືອ!

ທ່ານ ໝໍ ເຊິນ ເຊົ້າ-ຈົງ (陳潮宗) ແພດແຜນຈີນຈາກໄຕ້ຫວັນ ເປີດເຜີຍຜ່ານລາຍການສຸຂະພາບວ່າ ການເຮັດວຽກຜິດປົກກະຕິຂອງ ອະໄວຍະວະພາຍໃນທັງ 5 ໄດ້ແກ່ ຕັບ, ຫົວໃຈ, ມ້າມ, ປອດ ແລະ ໝາກໄຂ່ຫຼັງ ມັກສະແດງອອກຜ່ານສັນຍານນ້ອຍໆ ຢູ່ເທິງຮ່າງກາຍ ຫາກສັງເກດໃຫ້ດີອາດຊ່ວຍປ້ອງກັນພະຍາດໃຫຍ່ໄດ້ທັນເວລາ

1. ຕັບ: ສັງເກດຈາກ “ເລັບ” ຫາກເລັບຂອງທ່ານເລີ່ມ ບໍ່ຮຽບ ຫຼື ມີພື້ນຜິວຂຸຂະ ອາດເປັນສັນຍານວ່າ “ຕັບ” ມີການສະສົມສານພິດ ຫຼື ມີພະລັງງານຕິດຂັດໃນລະບົບຕັບ ຕາມຫຼັກຈີນ “ຕັບຄວບຄຸມເສັ້ນເອັນແລະສະແດງອອກທາງເລັບ” ນອກຈາກນີ້ ຫາກມີ “ຈັນເລັບ” (ເຄິ່ງວົງມົນສີຂາວ) ໜ້ອຍກວ່າ 3 ຈາກ 10 ນິ້ວ ກໍ່ອາດເປັນສັນຍານຂອງພາວະສຸຂະພາບບໍ່ສົມດຸນ

2. ຫົວໃຈ: ສັງເກດຈາກ “ລີ້ນ” ຫາກມີແຜຮ້ອນໃນບໍລິເວນລີ້ນ ຫຼື ມີຈຸດແດງທີ່ປາຍລີ້ນ ຮ່ວມກັບອາການໃຈສັ່ນ ນອນບໍ່ຫຼັບ ຝັນບ່ອຍ ອາດໝາຍເຖິງ “ໄຟຫົວໃຈ” ກຳລັງພຸ່ງສູງ ຊຶ່ງໃນແພດແຜນຈີນເຊື່ອວ່າເກີດຈາກອາລົມສະສົມແລະຄວາມຮ້ອນໃນຮ່າງກາຍ

3. ມ້າມແລະກະເພາະອາຫານ: ສັງເກດຈາກ “ແຂນຂາ” ມ້າມກ່ຽວຂ້ອງກັບການຍ່ອຍແລະດູດຊຶມສານອາຫານ ຫາກມີອາການເບື່ອອາຫານ ຮູ້ສຶກໜັກຕົວ ແຂນຂາອ່ອນແຮງ ຫຼື ນ້ຳໜັກຂຶ້ນແມ່ນກິນໜ້ອຍ ອາດສະທ້ອນວ່າມ້າມເຮັດວຽກໄດ້ບໍ່ດີ ແລະ ມີພາວະ “ຄວາມຊຸ່ມສະສົມໃນຮ່າງກາຍ”

4. ປອດ: ສັງເກດຈາກ “ຜິວໜັງແລະເສັ້ນຂົນ” ຫາກຜິວແຫ້ງໝອງ ບໍ່ສົດໃສ ມີແນວໂນ້ມທ້ອງຜູກ ຫຼື ຕິດເຊື້ອງ່າຍ ເຊັ່ນ ເປັນຫວັດບ່ອຍ ອາດໝາຍເຖິງປອດເຮັດວຽກຜິດປົກກະຕິ ຊຶ່ງແພດຈີນເຊື່ອວ່າ “ປອດຄວບຄຸມຜິວໜັງແລະຂົນ”

5. ໝາກໄຂ່ຫຼັງ: ສັງເກດຈາກ “ລະບົບຂອງແຫຼວທົ່ວຮ່າງ” ໝາກໄຂ່ຫຼັງຄືອະໄວຍະວະສຳຄັນໃນການຄວບຄຸມສົມດຸນນ້ຳແລະພະລັງຊີວິດ ຫາກມີອາການບວມນ້ຳ ເຈັບແອວ ເຈັບສົ້ນຕີນ ຫຼື ໃນແມ່ຍິງມີປະຈຳເດືອນໜ້ອຍ ສີຄ້ຳ ໃນຜູ້ຊາຍອາດມີພາວະຄວາມຕ້ອງການທາງເພດຫຼຸດລົງ ຫຼື ສະເປີມໜ້ອຍລົງ ລວມເຖິງມີສິວຂຶ້ນບໍລິເວນຄາງ ສິ່ງເຫຼົ່ານີ້ອາດເປັນສັນຍານເຕືອນວ່າ “ໝາກໄຂ່ຫຼັງອ່ອນແອ”

ສະຫຼຸບ: ຫາກທ່ານພົບອາການເຫຼົ່ານີ້ອັນໃດອັນໜຶ່ງ ຄວນໝັ່ນສັງເກດຕົນເອງແລະປຶກສາຜູ້ຊ່ຽວຊານດ້ານສຸຂະພາບ ແພດແຜນຈີນເຊື່ອວ່າການຮູ້ທັນຮ່າງກາຍຄືກຸນແຈສຳຄັນໃນການປ້ອງກັນພະຍາດຮ້າຍທີ່ມາຈາກພາຍໃນ

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 9 May, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,479
21,690
thailand (1)
THB
645.44
657.70
european-union
EUR
23,823
24,300
china
CNY
2,898
2,956
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Thursday, 27 March, 2025
ປະເພດ
ລາຄາຊື້
ລາຄາຂາຍ
31,160,000
31,6900,000
30,890,000
31,799,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
site-cover (65)
ຖອດລະຫັດຄວາມສ່ຽງ 'ນວດຜິດວິທີ' ໂດຍສະເພາະໃນຜູ້ປ່ວຍພະຍາດປະຈຳຕົວ
Copy of site cover (18)
Grand Theft Auto 6 ເປີດເຜີຍຕົວຢ່າງ Vice City ພ້ອມດ້ວຍລາຍລະອຽດບາງສ່ວນຂອງເນື້ອເລື່ອງ
site-cover (64)
ຜູ້ບໍລິຫານເອໄອຢ້ຳສະຫະລັດຕ້ອງເພີ່ມສົ່ງອອກຊິບຈຶ່ງຈະນຳໜ້າຈີນ
site-cover (63)
ຈີນ-ລັດເຊຍຮ່ວມປົກປ້ອງອຳນາດຢູເອັນ-ຜົນປະໂຫຍດປະເທດກຳລັງພັດທະນາ
Copy of site cover (52)
ຕ້ອງແຊມປ໌ເທົ່ານັ້ນ! ອາໂມຣິມ ອອກມາກ່າວວ່າ ແມນຢູ ເຂົ້າຊິງບໍ່ມີຄວາມໝາຍຫາກບໍ່ໄດ້ແຊມປ໌
site-cover (62)
ຝຸ່ນດວງຈັນ "ຫາຍາກກວ່າຄຳ" ເດີນທາງຈາກຈີນມາເຖິງອັງກິດແລ້ວ
site-cover (61)
ສະຫະລັດ-ອັງກິດຍົກຍ່ອງຂໍ້ຕົກລົງການຄ້າທີ່ບັນລຸເປັນຊາດທຳອິດ
Copy of site cover (51)
Alibaba ເປີດເຜີຍວິທີ ZeroSearch ໃຫ້ AI ຮຽນຮູ້ການຄົ້ນຫາດ້ວຍຕົນເອງ ຫຼຸດຄ່າໃຊ້ຈ່າຍໃນການສອນໂມເດລໄດ້ຢ່າງມະຫາສານ
site-cover (60)
ສະໝອງກັບລຳໄສ້ຮ່ວມກັນເຮັດວຽກ ຄວບຄຸມອາລົມຂອງຄົນເຮົາໄດ້ແນວໃດ?
site-cover (59)
ຄຳເຕືອນຈາກໝໍຍີ່ປຸ່ນ: ເຄື່ອງດື່ມ 5 ຊະນິດ ທີ່ເບິ່ງຄືວ່າດີຕໍ່ສຸຂະພາບ ແຕ່ທຳລາຍຕັບບໍ່ໜ້ອຍກວ່າເຫລົ້າເບຍ
ຢ່າລື່ມກົດຕິດຕາມ