site-cover (58)
ໂຄວິດຮອບໃໝ່ພຸ່ງ! ຄົນເຈັບລົ້ນໂຮງໝໍ, ສາຍພັນ XEC ລະບາດໜັກ ໃນປະເທດໄທ
ຮຽບຮຽງໂດຍ:Soulinda
ເຜີຍແຜ່: 9 May, 2025
ໝວດ: ຂ່າວ

ແພດຍິງ ພູ່ວໍລະວັນ ລາຊະບັນດິດ ສຳນັກວິທະຍາສາດ ສູນຊ່ຽວຊານສະເພາະທາງດ້ານໄວລັສວິທະຍາຄລີນິກ ຄະນະແພດສາດຈຸລາ ໄດ້ໂພສເຟສບຸກກ່ຽວກັບໂຄວິດ 19 ກຳລັງລະບາດຢ່າງຫນັກໃນປະເທດໄທ

 

ໂດຍລະບຸວ່າ ລະດູການຂອງໂຄວິດ 19 ໄດ້ເລີ່ມຕັ້ງແຕ່ສົງການເປັນຕົ້ນມາ ແລະ ຈະລະບາດຫຼາຍຂຶ້ນອີກເມື່ອນັກຮຽນເປີດເທີມ.

 

ໃນປີນີ້ ເນື່ອງຈາກຝົນມາໄວ ການລະບາດໃນຊ່ວງນີ້ ຈຶ່ງມີຜູ້ປ່ວຍຈຳນວນຫຼາຍກວ່າປີກາຍ. ຈຳນວນຍອດຜູ້ປ່ວຍທີ່ແທ້ຈິງ ບໍ່ສາມາດຮູ້ໄດ້ ແຕ່ຍອດຈຳນວນຜູ້ປ່ວຍທີ່ນອນໃນໂຮງໝໍ ເຫັນໄດ້ຊັດເຈນຈາກຮູບທີ່ໃຫ້ເບິ່ງ ໃນປີນີ້ຫຼາຍກວ່າປີກາຍ ສີເຂັ້ມຊັດເຈນ ອາທິດລະ ຫຼາຍກວ່າ 5,000 ຄົນ ສີທີ່ເຫັນຈາກຮູບຈຶ່ງເປັນສີເຂັ້ມແດງ.

 

ເຊື້ອໂຄວິດ 19 ທີ່ພົບໃນຂະນະນີ້ເປັນສາຍພັນ XEC ເປັນສ່ວນໃຫຍ່ ເປັນສາຍພັນ ຫຼານເຫຼນຂອງໂອມິຄຣອນ ແລະ ລົດຄວາມຮຸນແຮງຂອງພະຍາດ ມາໂດຍຕະຫຼອດ.

 

ຜູ້ທີ່ເຄີຍເປັນມາແລ້ວ ເປັນຊ້ຳໄດ້ອີກ ແລະ ສ່ວນໃຫຍ່ ຈຳນວນຫຼາຍບໍ່ຮູ້ຕົວວ່າຕິດເຊື້ອ ຄືມີອາການນ້ອຍ ແຕ່ແຜ່ກະຈາຍໄດ້ ຈຶ່ງເປັນເຫດໃຫ້ມີການແຜ່ກະຈາຍໄດ້ຢ່າງກວ້າງຂວາງແລະວ່ອງໄວ.

 

ອັດຕາການເສຍຊີວິດຂອງພະຍາດນີ້ໃນປັດຈຸບັນ ຫຼຸດລົງຢ່າງຫຼວງຫຼາຍ ຄາດວ່າຢູ່ໃນລະດັບຂອງໄຂ້ຫວັດໃຫຍ່ ເຊິ່ງປີນີ້ທັງປີຄາດວ່າຈະມີການເສຍຊີວິດບໍ່ເກີນ 100 ຄົນ ດັ່ງສະແດງໃນຮູບປຽບທຽບໃນແຕ່ລະປີ. ໃນປີນີ້ເຖິງແມ່ນວ່າຈະມີການລະບາດແລະມີຈຳນວນຄົນນອນໂຮງໝໍຫຼາຍກວ່າປີກາຍ ແຕ່ອັດຕາການເສຍຊີວິດໃນຊ່ວງເວລາດຽວກັນກໍ່ນ້ອຍກວ່າປີກາຍ ດັ່ງສະແດງໃນຮູບ

 

ລະດູການລະບາດຈະໄປຮອດເດືອນກໍລະກົດ, ສິງຫາ ຈຶ່ງຈະເລີ່ມຫຼຸດລົງ ເຊັ່ນປີກາຍ ໃນຮູບ ທີ່ເປັນສີແດງ

 

 

ການຮັກສາ ເປັນການຮັກສາຕາມອາການຄືກັນກັບພະຍາດທາງເດີນຫາຍໃຈທົ່ວໄປ. ໃນຜູ້ທີ່ສູງອາຍຸ ຫຼື ມີຮ່າງກາຍອ່ອນແອຫຼາຍໆທີ່ຈັດວ່າຢູ່ໃນກຸ່ມສ່ຽງ ການໃຫ້ຢາຕ້ານໄວຣັສ ຢູ່ໃນດຸນພິນິດຂອງແພດ ໂດຍຂະນະນີ້ຢາທີ່ໃຊ້ໄດ້ຜົນດີທີ່ສຸດຄື Remdesivir

 

ສິ່ງສຳຄັນທີ່ສຸດຂະນະນີ້ຄືການປ້ອງກັນການລະບາດໂດຍສະເພາະໃນໂຮງຮຽນ, ໂຮງງານ ຫຼື ທີ່ມີຄົນຫມູ່ຫຼາຍ ດ້ວຍການລ້າງມື ຢູ່ເປັນນິດ ໃຊ້ແອລກໍຮໍ ແລະ ຖ້າປ່ວຍ ຄວນຢຸດຮຽນ.

 

ໜ້າກາກອະນາໄມແນະນຳໃຫ້ ຜູ້ປ່ວຍທຸກຄົນຈະຕ້ອງໃສ່ ເພື່ອປ້ອງກັນການກະຈາຍແລະລະບາດຂອງພະຍາດ

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 9 May, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,479
21,690
thailand (1)
THB
645.44
657.70
european-union
EUR
23,823
24,300
china
CNY
2,898
2,956
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Thursday, 27 March, 2025
ປະເພດ
ລາຄາຊື້
ລາຄາຂາຍ
31,160,000
31,6900,000
30,890,000
31,799,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
site-cover (65)
ຖອດລະຫັດຄວາມສ່ຽງ 'ນວດຜິດວິທີ' ໂດຍສະເພາະໃນຜູ້ປ່ວຍພະຍາດປະຈຳຕົວ
Copy of site cover (18)
Grand Theft Auto 6 ເປີດເຜີຍຕົວຢ່າງ Vice City ພ້ອມດ້ວຍລາຍລະອຽດບາງສ່ວນຂອງເນື້ອເລື່ອງ
site-cover (64)
ຜູ້ບໍລິຫານເອໄອຢ້ຳສະຫະລັດຕ້ອງເພີ່ມສົ່ງອອກຊິບຈຶ່ງຈະນຳໜ້າຈີນ
site-cover (63)
ຈີນ-ລັດເຊຍຮ່ວມປົກປ້ອງອຳນາດຢູເອັນ-ຜົນປະໂຫຍດປະເທດກຳລັງພັດທະນາ
Copy of site cover (52)
ຕ້ອງແຊມປ໌ເທົ່ານັ້ນ! ອາໂມຣິມ ອອກມາກ່າວວ່າ ແມນຢູ ເຂົ້າຊິງບໍ່ມີຄວາມໝາຍຫາກບໍ່ໄດ້ແຊມປ໌
site-cover (62)
ຝຸ່ນດວງຈັນ "ຫາຍາກກວ່າຄຳ" ເດີນທາງຈາກຈີນມາເຖິງອັງກິດແລ້ວ
site-cover (61)
ສະຫະລັດ-ອັງກິດຍົກຍ່ອງຂໍ້ຕົກລົງການຄ້າທີ່ບັນລຸເປັນຊາດທຳອິດ
Copy of site cover (51)
Alibaba ເປີດເຜີຍວິທີ ZeroSearch ໃຫ້ AI ຮຽນຮູ້ການຄົ້ນຫາດ້ວຍຕົນເອງ ຫຼຸດຄ່າໃຊ້ຈ່າຍໃນການສອນໂມເດລໄດ້ຢ່າງມະຫາສານ
site-cover (60)
ສະໝອງກັບລຳໄສ້ຮ່ວມກັນເຮັດວຽກ ຄວບຄຸມອາລົມຂອງຄົນເຮົາໄດ້ແນວໃດ?
site-cover (59)
ຄຳເຕືອນຈາກໝໍຍີ່ປຸ່ນ: ເຄື່ອງດື່ມ 5 ຊະນິດ ທີ່ເບິ່ງຄືວ່າດີຕໍ່ສຸຂະພາບ ແຕ່ທຳລາຍຕັບບໍ່ໜ້ອຍກວ່າເຫລົ້າເບຍ
ຢ່າລື່ມກົດຕິດຕາມ