
ໝໍສັນຍະກຳສະໝອງເຕືອນຢ່ານວດຕົ້ນຄໍໂດຍບໍ່ມີຄວາມຮູ້ ສ່ຽງຫຼອດເລືອດປິ ລິ່ມເລືອດອຸດສະໝອງເຖິງຂັ້ນເປັນອຳພາດ ຊີ້ 5 ຈຸດຫ້າມນວດແລະກຸ່ມສ່ຽງສຳຄັນຕ້ອງຫຼີກລ່ຽງ
ເມື່ອອາການເມື່ອຍລ້າທົ່ວໄປກາຍເປັນອັນຕະລາຍເຖິງຊີວິດ, ທ່ານໝໍປະຊາ ກັນຍາປະສິດ ສັນຍະແພດຜູ້ຊ່ຽວຊານດ້ານສະໝອງ ປະເທດໄທ ເຜີຍຜ່ານເພຈ “ໝໍປະຊາ ຜ່າສະໝອງ” ເຖິງກໍລະນີຊາຍວັຍ 54 ປີມີອາການປວດຕົ້ນຄໍເລັກນ້ອຍຫຼັງຮັບປະທານອາຫານ ກ່ອນໃຫ້ພັນລະຍາຊ່ວຍນວດ ແຕ່ກັບຕື່ນມາພົບວ່າເຄິ່ງຊີກຂວາຂອງຮ່າງກາຍອ່ອນແຮງ ບໍ່ສາມາດເວົ້າໄດ້ ກ່ອນພົບວ່າເສັ້ນເລືອດທີ່ຄໍເກີດການປິແຕກ ແລະ ລິ່ມເລືອດອຸດຕັນໃນສະໝອງ.
ເສັ້ນເລືອດໃນຄໍບໍ່ແມ່ນຂອງຫຼິ້ນ
ເຄສນີ້ສະແດງໃຫ້ເຫັນວ່າ “ການນວດໂດຍບໍ່ມີຄວາມຮູ້ດ້ານກາຍະວິພາກ” ໂດຍສະເພາະທີ່ຕົ້ນຄໍ ອາດເຮັດໃຫ້ເສັ້ນເລືອດໃຫຍ່ປິ, ແຕກ ຫຼື ຫຼຸດລອກຈາກຝາຫຼອດເລືອດ ແລ້ວກາຍເປັນລິ່ມເລືອດໄຫຼໄປອຸດເສັ້ນເລືອດສະໝອງ ສົ່ງຜົນໃຫ້ເກີດອຳພາດຫຼືເຖິງຂັ້ນເສຍຊີວິດໄດ້.
ຜູ້ປ່ວຍໃນກໍລະນີນີ້ຕ້ອງເຂົ້າຮັບການຜ່າຕັດເປີດກະໂຫຼກຫຼຸດແຮງດັນໃນສະໝອງ ເນື່ອງຈາກເສັ້ນເລືອດສະໝອງສ່ວນໜຶ່ງຕາຍໄປແລ້ວ (ຕາມຜົນ CT Scan ທີ່ສະແດງຈຸດສີດຳໃນສະໝອງ).
5 ຈຸດຕ້ອງຫ້າມໃນການນວດ
ຂໍ້ມູນຈາກຄະນະແພດສາດໂຮງໝໍລາມາທິບໍດີ ມະຫາວິທະຍາໄລມະຫິດົນ ແລະ ສະຖານການແພດແຜນໄທປະຍຸກ ຄະນະແພດສາດສິລິລາດພະຍາບານ ລະບຸວ່າ ມີ 5 ຈຸດທີ່ “ບໍ່ຄວນນວດ” ຫາກບໍ່ມີຄວາມຮູ້ ໄດ້ແກ່:
- ຂະມັບ – ກະດູກບາງ ເສັ້ນເລືອດເປາະ
- ຕົ້ນຄໍ – ມີຫຼອດເລືອດແດງໃຫຍ່ທີ່ໄປລ້ຽງສະໝອງ
- ກະດູກສັນຫຼັງ/ອຸ້ງຊິງກຣານ – ສ່ຽງຕໍ່ການກະດູກເຄື່ອນຫຼືຫັກ
- ຮັກແຮ້ – ຈຸດລວມເສັ້ນປະສາດແລະເສັ້ນເລືອດສຳຄັນ
- ທ້ອງ – ມີອະໄວຍະວະພາຍໃນແລະເສັ້ນເລືອດໃຫຍ່ ຫາກມີຫຼອດເລືອດໂປ່ງພອງອາດປິແຕກໄດ້
ໃຜແດ່ “ບໍ່ຄວນນວດ”
ກຸ່ມສ່ຽງທີ່ອາດເກີດອັນຕະລາຍຈາກການນວດ ໄດ້ແກ່:
- ຜູ້ມີພະຍາດກ່ຽວກັບຫຼອດເລືອດ (ໂປ່ງພອງ, ອັກເສບ)
- ພະຍາດກະດູກພຸ, ກະດູກເປາະ
- ຜູ້ມີພະຍາດເລືອດຫຼືກິນຢາລະລາຍລິ່ມເລືອດ
- ພະຍາດມະເຮັງ, ພູມຄຸ້ມກັນບົກພ່ອງ
- ຍິງຖືພາ, ເດັກ, ແລະ ຜູ້ສູງອາຍຸ (ຄວນນວດໂດຍຜູ້ຊ່ຽວຊານເທົ່ານັ້ນ)
ຂໍ້ມູນຈາກ ຄະນະແພດສາດ ໂຮງໝໍ ລາມາທິບໍດີ ແລະ ສິລິລາດພະຍາບານ ຍັງລະບຸວ່າການນວດທີ່ບໍ່ເໝາະສົມອາດເຮັດໃຫ້ເກີດ stroke ຈາກການນວດ ໄດ້ຈິງ ຫາກເຮັດໃນຈຸດສ່ຽງຫຼືຜູ້ປ່ວຍມີພະຍາດປະຈຳຕົວຢູ່.
ນວດແນວໃດໃຫ້ປອດໄພ?
ການນວດໄທແມ່ນເປັນສາດດັ້ງເດີມທີ່ມີປະໂຫຍດໃນການຄາຍກ້າມເນື້ອ, ກະຕຸ້ນການໄຫຼວຽນໂລຫິດ, ແລະ ບັນເທົາອາການປວດເມື່ອຍ ແຕ່ຕ້ອງອາໄສຄວາມຮູ້ທາງກາຍະວິພາກ, ການຝຶກອົບຮົມ, ແລະ ໃບອະນຸຍາດຈາກສະຖານສຶກສາ/ໜ່ວຍງານຮັບຮອງ ເພື່ອປ້ອງກັນອັນຕະລາຍຈາກ “ການນວດດ້ວຍມືສະໝັກຫຼິ້ນ”
ໝໍປະຊາຈຶ່ງທິ້ງທ້າຍວ່າ:
“ຢາກໃຫ້ພັນລະຍານວດ ຕ້ອງໃຫ້ພັນລະຍາໄປຮຽນກ່ອນ ເພາະການນວດຜິດຈຸດອາດເຮັດໃຫ້ສະໝອງຕາຍ ແຂນຂາອ່ອນແຮງ ຫຼື ພິການຖາວອນໄດ້”
ສະແດງຄຳຄິດເຫັນ
ອັດຕາແລກປ່ຽນ
ສະກຸນເງິນ | ຊື້ | ຂາຍ |
|---|---|---|
USD | 21,524 | 21,801 |
THB | 665.41 | 676.72 |
EUR | 24,181 | 24,665 |
CNY | 2,954 | 3,013 |
ລາຄານ້ຳມັນ
ຊະນິດນ້ຳມັນ | ລາຄາ |
|---|---|
![]() | 27,790 |
![]() | 23,140 |
![]() | 18,940 |
ລາຄາຄຳ
ປະເພດ | ລາຄາຊື້ | ລາຄາຂາຍ |
|---|---|---|
![]() | 43,570,000 | 44,100,000 |
![]() | 43,060,000 | 44,209,000 |














