ເຈົ້າໜ້າທີ່ລະດັບສູງຄົນໜຶ່ງຂອງກຸ່ມຮາມາສລະບຸວ່າ ການເຈລະຈາໂດຍກົງກັບສະຫະລັດໄດ້ເກີດຂຶ້ນຕະຫຼອດຊ່ວງທ້າຍອາທິດ ໂດຍເນັ້ນໄປທີ່ເລື່ອງຂອງການຜັກດັນຂໍ້ຕົກລົງຢຸດຍິງແລະການອຳນວຍຄວາມສະດວກເລື່ອງການຈັດສົ່ງຄວາມຊ່ວຍເຫຼືອດ້ານມະນຸດ ເຊັ່ນດຽວກັບເລື່ອງການຊ່ວຍເຫຼືອຕົວປະກັນ
ຂ່າວການເຈລະຈາໂດຍກົງລະຫວ່າງກຸ່ມຮາມາສ ແລະ ສະຫະລັດ ມີຂຶ້ນຂະນະປະທານາທິບໍດີໂດນັລດ໌ ທຣຳປ໌ ຈະເດີນທາງໄປຍ້ຽມຍາມພູມິພາກຕາເວັນອອກກາງໃນວັນອັງຄານທີ 13 ພຶດສະພາ ແລະ ອິສຣາເອນປະກາດຈະຂະຫຍາຍປະຕິບັດການທາງທະຫານຕໍ່ຕ້ານກຸ່ມຮາມາສຖ້າບໍ່ມີການບັນລຸຂໍ້ຕົກລົງລະຫວ່າງກັນພາຍໃນຊ່ວງເວລາການເດີນທາງມາຍ້ຽມຍາມຂອງທ່ານທຣຳປ໌
ຂະນະດຽວກັນ ກຸ່ມຮາມາສ ຖະແຫຼງຈະປ່ອຍຕົວເອດານ ອເລກຊາເນດໍ ທະຫານອາເມລິກັນເຊື້ອສາຍອິສຣາເອນ ອາຍຸ 21 ປີ ທີ່ເຊື່ອວ່າເປັນຕົວປະກັນສັນຊາດສະຫະລັດຄົນສຸດທ້າຍທີ່ຍັງມີຊີວິດຢູ່ ອັນເປັນສ່ວນໜຶ່ງຂອງຄວາມພະຍາຍາມເພື່ອບັນລຸຂໍ້ຕົກລົງຢຸດຍິງໃນຊ່ອງກາຊາ
ສະກຸນເງິນ | ຊື້ | ຂາຍ |
---|---|---|
![]() USD | 21,531 | 21,808 |
![]() THB | 657.17 | 669 |
![]() EUR | 24,072 | 24,554 |
![]() CNY | 2,938 | 2,996 |
ຊະນິດນ້ຳມັນ | ລາຄາ |
---|---|
![]() | 28,650 |
![]() | 23,990 |
![]() | 19,320 |
ປະເພດ | ລາຄາຊື້ | ລາຄາຂາຍ |
---|---|---|
![]() | 42,720,000 | 43,250,000 |
![]() | 42,370,000 | 43,359,000 |