site-cover (69)
ຈຳຄຸກຕະຫຼອດຊີວິດ ພ້ອມປັບໃໝ 500 ລ້ານກີບ ຂໍ້ຫາຂົນສົ່ງໄອສ໌
ຮຽບຮຽງໂດຍ:Soulinda
ເຜີຍແຜ່: 12 May, 2025

ໃນວັນທີ 23 ເມສາ 2025, ຄະນະສານອາຍາຂັ້ນຕົ້ນ ສານປະຊາຊົນແຂວງອຸດົມໄຊ ຕັດສິນທ້າວ ເຈ່ຍປີ ( ຈຳເລີຍ ) ອາຍຸ 27 ປີ ປະຊາຊົນບ້ານພູຂຽວ ເມືອງໄຊ ແຂວງອຸດົມໄຊ ມີຄວາມຜິດທາງອາຍາ ໃນການຂົນສົ່ງຢາໄອສ໌ ຖືກລົງໂທດຕັດອິດສະລະພາບຕະຫຼອດຊີວິດ ພ້ອມທັງປັບໃໝ 500.000.000 ກີບ.

 

 

ຮິບຢາໄອສ໌ ຈຳນວນ 1 ຫໍ່, ນ້ຳໜັກ 1 ກິໂລກຼາມ ຂອງທ້າວ ເຈ່ຍປີ ແລະ ຮິບຢາບ້າຈຳນວນ 4 ເມັດ ນ້ຳໜັກ 0,4 ກຼາມ ຂອງທ້າວ ເຢັງວ່າ ມາທຳລາຍຖິ້ມ.

 

ຮິບລົດກະບະ ໂຕໂຢຕ້າວີໂກ້ ສີຂາວ ໝາຍເລກທະບຽນ ຫຼວງນ້ຳທາ ກກ 1684 ຂອງທ້າວ ເກັ່ງວ່າ ຫຼື ວາງອາວົງ, ຮິບລົດຈັກ ຍີ່ຫໍ້ ຮອນດາເວບ 100 ສີແດງດຳ ໝາຍເລກທະບຽນ ອຸດົມໄຊ ຈສ 6149 ແລະ ຮິບໂທລະສັບມືຖື ຂອງທ້າວ ເຈ່ຍປີ ( ຈຳເລີຍ ) ມາເປັນຂອງລັດ.

 

ສ່ວນທ້າວ ເຢັງວ່າ ແມ່ນໄດ້ມອບໃຫ້ເຈົ້າໜ້າທີ່ຕຳຫຼວດ ສສ ຫວຽດນາມ ນຳຕົວໄປດຳເນີນຄະດີຕາມກົດໝາຍຂອງ ສສ ຫວຽດນາມ.

 

ສ່ວນທ້າວ ເກັ່ງວ່າ ທີ່ຖືກຊັດທອດຫາ ເຈົ້າໜ້າທີ່ບໍ່ສາມາດນຳຕົວມາດຳເນີນຄະດີໄດ້ ເນື່ອງຈາກວ່າເອົາຕົວຫຼົບໜີ, ເຊິ່ງຜູ້ກ່ຽວແມ່ນເປົ້າໝາຍໄລ່ຊອກ-ໄລ່ຈັບຂອງເຈົ້າໜ້າທີ່ຕຳຫຼວດ ສສ ຫວຽດນາມ.

ທ້າວ ເຈ່ຍປີ ໄດ້ໃຫ້ການຮັບສາລະພາບວ່າ:

ຢາໄອສ໌ 1 ຫໍ່ ນ້ຳໜັກ 1 ກິໂລກຼາມ ຢູ່ເຮືອນທ້າວ ເຢັງວ່າ ຕົນເປັນຜູ້ໄປເອົາມາໄວ້ແທ້ ເຊິ່ງຕົນໄດ້ຮູ້ຈັກກັບທ້າວ ເຢັງວ່າ ຫຼື ວາງອາຈື ແຕ່ປີ 2022 ເປັນຕົ້ນມາ, ໃນເດືອນຕຸລາ 2022 ຕົນຈຶ່ງໄດ້ຮູ້ຈັກກັບທ້າວ ເກັ່ງວ່າ (ນ້ອງຊາຍຂອງທ້າວ ເຢັງວ່າ).

 

ວັນທີ 29 ທັນວາ 2022 ທ້າວ ເກັ່ງວ່າ ໄດ້ໂທບອກໃຫ້ຕົນອອກໄປເອົາຢາໄອສ໌ນຳເພື່ອເອົາມາໄວ້ເຮືອນຂອງທ້າວ ເຢັງວ່າ ຜູ້ກ່ຽວຈະເຊື່ອງໄວ້ຢູ່ຂ້າງທາງ ລະຫວ່າງ ຫຼັກ4-ຫຼັກ5 ເສັ້ນທາງໄປເມືອງນາໝໍ້ ແລ້ວຈະເອົາເງິນໃຫ້ 2.000 ບາດ ( ບໍ່ທັນໄດ້ຮັບເທື່ອ ),

 

ຕົນຈິ່ງໄດ້ອອກໄປເອົາຢາໄອສ໌ທີ່ຫຸ້ມຫໍ່ດ້ວຍຖົງຢາງສີຂາວຊ້ອນກັນ 2 ຖົງ ມາໃສ່ກະຕ່າລົດຈັກ ແລ້ວຂັບຂີ່ກັບມາເຮືອນຂອງທ້າວ ເຢັງວ່າ ແລະ ບອກວ່າ: ທ້າວ ເກັ່ງວ່າ ໃຫ້ເອົາເຄື່ອງມາໄວ້ຢູ່ເຮືອນນີ້, ທ້າວ ເຢັງວ່າ ບອກໃຫ້ຕົນເອົາໄວ້ຢູ່ໂຕະໃນຫ້ອງນອນ.

 

ຈາກນັ້ນ, ຕົນກໍຂັບຂີ່ລົດຈັກມາເຮືອນທີ່ບ້ານພູຂຽວ, ຮອດເວລາປະມານ3-4 ໂມງຂອງວັນທີ 12 ມັງກອນ 2023 ກໍຖືກເຈົ້າໜ້າທີ່ກັກຕົວມາດຳເນີນຄະດີ.

 

ຜ່ານການຄົ້ນຄວ້າຢ່າງພາວະວິໄສແລ້ວ ເຫັນວ່າ: ການກະທຳຂອງທ້າວ ເຈ່ຍປີ ເປັນການກະທຳຜິດທີ່ແຕະຕ້ອງຕໍ່ປະມວນກົດໝາຍອາຍາ ສະບັບປີ 2017 ໃນໝວດທີ 8 ການກະທຳຜິດກ່ຽວກັບຢາເສບຕິດ ເຊິ່ງຜິດຕໍ່ມາດຕາ 315 ວັກ 3

 

ໃນຂໍ້ຫາ ການຂົນສົ່ງຢາໄອສ໌ ໄດ້ກຳນົດໄວ້ວ່າ: ບຸກຄົນໃດ ຫາກຜະລິດ, ປຸງແຕ່ງ, ຄ້າຂາຍ, ຈຳໜ່າຍ, ຂົນສົ່ງ, ມີໄວ້ໃນຄອບຄອງ ຫຼື ນຳເຂົ້າ, ສົ່ງອອກ ຫຼື ນຳຢາອີ, ຢາບ້າ, ຢາໄອສ໌ ( Ice ) ຫຼື ວັດຖຸອອກລິດຕໍ່ຈິດປະສາດ ຜ່ານ ສປປ ລາວ ເກີນກວ່າ 500 ກຼາມ ຫາ 3 ກິໂລກຼາມ ຈະຖືກລົງໂທດ ຕັດອິດສະລະພາບຕະຫຼອດຊີວິດ ແລະ ຈະຖືກປັບໃໝແຕ່ 500.000.000 ກີບ ຫາ 1.000.000.000 ກີບ ແລະ ຈະຖືກຮິບຊັບ.

 

ທີ່ມາ: ຄວາມສະຫງົບ Lao Security News

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 12 September, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,500
21,777
thailand (1)
THB
672.49
683.25
european-union
EUR
24,142
24,626
china
CNY
2,932
2,990
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 11 June, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,990,000
35,520,000
34,640,000
35,629,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
jane (28)
ສະຫະລັດ ອາເມຣິກາ ຈະທຳລາຍສະຖິຕິການໃຊ້ໄຟຟ້າຢ່າງຕໍ່ເນື່ອງຈົນເຖິງປີໜ້າ
site cover1 - 2025-09-12T150055.112
ຍອດຜູ້ເສຍຊີວິດຈາກການປະທ້ວງເພີ່ມຂຶ້ນເປັນ 51 ສົບ ກະກຽມຕັ້ງອະດີດປະທານສານສູງສຸດເປັນນາຍົກລັດຖະມົນຕີຮັກສາການ
pele - 2025-09-12T152403.926
ຜູ້ຂັບລົດເສຍຊີວິດຄາທີ່ຈາກອຸບັດເຫດລົດຂົນເບຍປິ້ນຢູ່ທາງເລກທີີ 11 ເຂດພູໃຫຍ່
jane (26)
ກວດເຊັກດວງຊ່ວງນີ້ ດາວອັງຄານຍ້າຍ 45 ວັນ ກະທົບ 3 ລັກຄະນາລາສີ ແລະ ເຄັດລັບເສີມດວງ
jane (26)
ທ່ານ ຈາຕຸລົງ ບົວສີສະຫວັດ ທູດລາວຄົນໃໝ່ປະຈຳ ນິວຊີແລນ
site cover1 - 2025-09-12T143754.205
ປກສ ຈະສົ່ງ 18 ປະເພດກິລາ ເຂົ້າຮ່ວມງານກິລາແຫ່ງຊາດ ຄັ້ງທີ XII ທີ່ນະຄອນຫຼວງວຽງຈັນ
jane (25)
ເຄັດລັບຄວາມງາມຂອງເຈົ້າຍິງ ແລະ ລາຊິນີໃນອະດີດສູ່ປັດຈຸບັນ ທີ່ເຈົ້າກໍ່ສາມາດປະຕິບັດຕາມໄດ້!
site cover1 - 2025-09-12T104940.223
ກະຊວງການເງິນ ເຂັ້ມງວດ ປະເມີນຜົນງານຜູ້ບໍລິຫານ ເພີ່ມປະສິດທິພາບ ວິສາຫະກິດ ລັດລົງທຶນ
site cover1 - 2025-09-12T095041.995
Microsoft ກຽມປ່ຽນມາໃຊ້ AI ຈາກ Anthropic ແທນ OpenAI ຫຼັງພົບວ່າ Claude ເກັ່ງກວ່າ GPT-5
pele - 2025-09-12T090623.571
ປິດເສັ້ນທາງ ແຕ່ສາມແຍກດອນຈັນ ຫາ ສີ່ແຍກໄຟແດງ ວິທະຍາໄລເຕັກນິກລາວ-ເຢຍລະມັນ
ຢ່າລື່ມກົດຕິດຕາມ