site-cover (72)
6 ທັກສະສຳຄັນ ກຽມຕົວໃຫ້ພ້ອມຮັບມືຍຸກ AI ຄອງໂລກ
ຮຽບຮຽງໂດຍ:Soulinda
ເຜີຍແຜ່: 12 May, 2025

 

ໃນຍຸກທີ່ປັນຍາປະດິດ (AI) ກຳລັງກ້າວໜ້າຢ່າງວ່ອງໄວແລະກາຍເປັນສ່ວນສຳຄັນຂອງການເຮັດວຽກໃນຫຼາຍອຸດສາຫະກຳ, ຫຼາຍຄົນໃນວົງການເທັກໂນໂລຢີເລີ່ມກັງວົນກ່ຽວກັບອະນາຄົດຂອງອາຊີບ, ເນື່ອງຈາກການໃຊ້ AI ອາດເຮັດໃຫ້ເຄື່ອງຈັກສາມາດເຮັດວຽກບາງປະເພດໄດ້ດີຂຶ້ນແລະວ່ອງໄວກວ່າມະນຸດ

 

ນາງສາວເດັບ ຣິຊາດສັນ, Senior Content Strategist ຈາກເຣັດແຮທ ກ່າວວ່າ ຫຼາຍຄົນກັງວົນວ່າເຄື່ອງມືດ້ານ AI ທີ່ມີຢູ່ຢ່າງຫຼວງຫຼາຍຈະກະທົບຕໍ່ອະນາຄົດດ້ານການງານແລະອາຊີບຂອງຕົນ, ເຊິ່ງເປັນເລື່ອງທີ່ເຂົ້າໃຈໄດ້, ເພາະເທັກໂນໂລຢີເຫຼົ່ານີ້ສາມາດເຮັດວຽກທີ່ໜ້າທຶ່ງໄດ້ຈາກຄຳສັ່ງງ່າຍໆ ພຽງບໍ່ເທົ່າໃດຄຳ

 

 

ຄວາມສາມາດຂອງ Generative AI (Gen AI) ເຊັ່ນ ການສ້າງໂຄ້ດ, ຂຽນຄອນເທັນທາງການຕະຫຼາດ, ອອກແບບກຣາຟິກ, ສ້າງສັນງານສິລະປະໄດ້ຫຼາກຫຼາຍສະໄຕລ໌, ສ້າງວິດີໂອເຕັມຮູບແບບພ້ອມສະຄຣິບແລະເພງປະກອບ, ຄິດແຜນທຸລະກິດເຊິງກົນລະຍຸດ, ພັດທະນາໂພສຕ໌ບົນໂຊຊຽວມີເດຍ, ແລະອື່ນໆ ອີກຫຼາຍຢ່າງ, ຈຶ່ງບໍ່ໜ້າແປກໃຈທີ່ຫຼາຍຄົນຈະຮູ້ສຶກກັງວົນກ່ຽວກັບໂອກາດໃນການຈ້າງງານໃນອະນາຄົດ.

 

ແຕ່ບໍ່ແມ່ນວ່າທຸກຢ່າງຈະເປັນໄປໃນທາງລົບໝົດ. ເຖິງແມ່ນວ່າການຮຽນຮູ້ການໃຊ້ເຄື່ອງມື AI ຢ່າງມີປະສິດທິພາບຈະເປັນສິ່ງສຳຄັນສຳລັບຄົນໃນວົງການເທັກໂນໂລຢີ, ແຕ່ຍັງມີຄວາມສາມາດບາງຢ່າງຂອງຄົນທີ່ເຄື່ອງຈັກບໍ່ອາດທຽບໄດ້, ເຊັ່ນ ການຄິດແລະຕັດສິນໃຈໂດຍໃຊ້ສັນຊາດຕະຍານ, ການແກ້ບັນຫາເຊິງສ້າງສັນ, ຄວາມເຂົ້າໃຈທີ່ເກີດຈາກຄວາມເຫັນອົກເຫັນໃຈ. ທັກສະມະນຸດເຫຼົ່ານີ້ເປັນກະແຈສຳຄັນໃນການສ້າງນະວັດຕະກຳ, ເຮັດໃຫ້ການສື່ສານມີປະສິດທິພາບ, ແລະສາມາດຮັບມືກັບບັນຫາທີ່ຊັບຊ້ອນໄດ້.

 

ເພື່ອຮັບມືກັບໂລກທີ່ມີ AI ເປັນສ່ວນສຳຄັນໃນການເຮັດວຽກ, ເຣັດແຮທໄດ້ແນະນຳທັກສະທີ່ມະນຸດຄວນພັດທະນາໃນດ້ານຕ່າງໆ ໂດຍສະເພາະໃນວົງການເທັກໂນໂລຢີ

 

  1. ທັກສະການແກ້ບັນຫາທີ່ຊັບຊ້ອນ

 

AI ສາມາດເຮັດສິ່ງຕ່າງໆ ໄດ້ຫຼາຍຢ່າງ, ແຕ່ຄວາມສາມາດໃນການແກ້ບັນຫານັ້ນບໍ່ສາມາດທຽບກັບມະນຸດໄດ້.

 

ເຖິງແມ່ນວ່າ AI ຈະສາມາດສ້າງໂຄ້ດໄດ້, ແຕ່ມະນຸດຕ້ອງເປັນຜູ້ອອກແບບລະບົບທີ່ມີປະສິດທິພາບ, ຂະຫຍາຍຂະໜາດໄດ້, ແກ້ໄຂບັນຫາທີ່ບໍ່ຄາດຄິດ, ແລະເຝົ້າລະວັງຈຸດບົກຜ່ອງແລະບັນຫາຄວາມປອດໄພທີ່ AI ອາດນຳມາ.

 

ເຖິງແມ່ນ AI ຈະຊ່ວຍກວດຈັບຄວາມຜິດປົກກະຕິດ້ານຄວາມປອດໄພໄດ້, ແຕ່ຄົນຕ້ອງເປັນຜູ້ປະເມີນແລະຈັດອັນດັບຄວາມສຳຄັນຂອງຄວາມສ່ຽງເຫຼົ່ານີ້.

 

ລະບົບອັດຕະໂນມັດທີ່ຂັບເຄື່ອນດ້ວຍ AI ສາມາດດຳເນີນການຊ້ຳໆ ໄດ້ຫຼາຍຢ່າງ, ແຕ່ກໍ່ຍັງຕ້ອງອາໄສວິຈາລະນະຍານຂອງຄົນໃນການອອກແບບຢ່າງຮອບຄອບແລະກວດສອບຢ່າງສະໝ່ຳສະເໝີ.

 

ໃນທາງການຕະຫຼາດແລະການສື່ສານ, ເຄື່ອງມື AI ທີ່ວິເຄາະຄວາມຮູ້ສຶກຈາກຂໍ້ຄວາມ (sentiment analysis) ຊ່ວຍກວດຈັບປະເດັນບັນຫາໄດ້ຢ່າງວ່ອງໄວ, ແຕ່ການຕັດສິນໃຈເລືອກແນວທາງຮັບມື ຫຼືການຮັກສາພາບພົດຂອງແບຣນໃຫ້ແຂງແກ່ງ, ຍັງຕ້ອງເພິ່ງພາການຕັດສິນໃຈຂອງຄົນ.

 

ການພັດທະນາທັກສະໃນການແກ້ບັນຫາຈຶ່ງເປັນສິ່ງທີ່ສາມາດພັດທະນາໄດ້ຕາມປະສົບການ, ແຕ່ຫາກຕ້ອງການຝຶກຝົນຢ່າງເປັນລະບົບມີບົດຄວາມແລະຫຼັກສູດຫຼາຍຢ່າງທີ່ຊ່ວຍໃນການຮຽນຮູ້ໄດ້ຢ່າງມີແບບແຜນ.

 

  1. ທັກສະການຄິດວິເຄາະຢ່າງມີວິຈາລະນະຍານ

 

AI ຍັງຫ່າງໄກຈາກຄຳວ່າສົມບູນແບບ, ດ້ວຍໂມເດລພາສາຂະໜາດໃຫຍ່ (LLMs) ທີ່ມີຂໍ້ຈຳກັດຈາກການເທຣນແລະຂໍ້ມູນທີ່ໃຊ້ໃນການເທຣນ. ຫາກອົງກອນໃດກຳລັງໃຊ້ເຄື່ອງມື AI ເຫຼົ່ານີ້, ຄວນໃຫ້ຄົນຂອງອົງກອນໄດ້ຝຶກຝົນທັກສະໃນການປະເມີນຜົນລັບຂອງ AI ຢ່າງມີວິຈາລະນະຍານ, ເຂົ້າໃຈຂໍ້ຈຳກັດຂອງເຄື່ອງມື, ແລະຮຽນຮູ້ວິທີລະບຸອະຄະຕິຂອງໂມເດລແລະຜົນລັບທີ່ອາດມີບັນຫາໄດ້.

 

ເຖິງແມ່ນ AI ຈະເກັ່ງໃນການກວດຈັບຮູບແບບຕ່າງໆ, ແຕ່ການຕີຄວາມຢ່າງຖືກຕ້ອງແລະການສັງເກດຄວາມຜິດປົກກະຕິທີ່ອາດຖືກມອງຂ້າມຍັງຄົງຕ້ອງອາໄສຄົນ, ເຊັ່ນດຽວກັບການຈັດການກັບອະຄະຕິແລະປະເດັນຈາລິຍະທຳທີ່ຊັບຊ້ອນກໍຕ້ອງອາໄສສະຕິປັນຍາແລະຄວາມເຂົ້າໃຈຂອງຄົນ.

 

ການຄິດວິເຄາະຢ່າງມີວິຈາລະນະຍານສາມາດພັດທະນາໄດ້ຈາກປະສົບການ, ແຕ່ກໍສາມາດຝຶກຝົນໄດ້ຈາກແຫຼ່ງຕ່າງໆ ເຊັ່ນ ຫຼັກສູດອອນລາຍຈາກ LinkedIn Learning, Khan Academy ແລະ Udemy, ລວມເຖິງໜັງສືທີ່ຊ່ວຍພັດທະນາທັກສະດ້ານນີ້.

 

  1. ທັກສະການເຮັດວຽກຮ່ວມກັນ

 

ການເຮັດວຽກຮ່ວມກັນໃນທີມເປັນທັກສະສຳຄັນທີ່ມະນຸດມີຄວາມສາມາດເໜືອກວ່າ AI ໃນການສ້າງຄວາມສຳພັນແລະເຮັດວຽກຮ່ວມກັນເພື່ອສ້າງນະວັດຕະກຳ.

 

ໃນການພັດທະນາແອັບພລິເຄຊັນ AI, ຜູ້ພັດທະນາຈະຕ້ອງເຮັດວຽກໃກ້ຊິດກັບນັກວິທະຍາສາດຂໍ້ມູນ, ຜູ້ຈັດການຜະລິດຕະພັນ, ແລະໂຄງການ, ລວມເຖິງຜູ້ມີສ່ວນກ່ຽວຂ້ອງອື່ນໆ, ເຊິ່ງການເຮັດວຽກຮ່ວມກັນມີຄວາມສຳຄັນໃນໂປຣເຈັກທີ່ເປັນໂອເພັນຊອດ.

 

ການພັດທະນາເຄື່ອງມື AI ຈຳເປັນຕ້ອງໃຊ້ການເຮັດວຽກຮ່ວມກັນຢ່າງໃກ້ຊິດເພື່ອໃຫ້ໄດ້ຜົນລັບທີ່ມີຄຸນນະພາບສູງສຸດ. ການພັດທະນາທັກສະໃນການເຮັດວຽກຮ່ວມກັນນັ້ນເປັນສິ່ງທີ່ສຳຄັນຢ່າງຍິ່ງໃນທຸກທີມ.

 

  1. ທັກສະການສື່ສານ

 

ໂດຍທັກສະການສື່ສານເປັນຫົວໃຈສຳຄັນໃນທຸກສາຂາອາຊີບ, ໂດຍສະເພາະໃນເທັກໂນໂລຢີ. ຜູ້ຊ່ຽວຊານຕ້ອງສາມາດອະທິບາຍແນວຄິດທາງເທັກນິກແລະແຜນເຊິງກົນລະຍຸດໃຫ້ຜູ້ອື່ນເຂົ້າໃຈໄດ້ຢ່າງຊັດເຈນ, ເຊິ່ງ AI ຍັງບໍ່ສາມາດເຮັດໄດ້.

 

ຄວາມສາມາດໃນການສື່ສານຍັງມີຄວາມສຳຄັນໃນທຸກໆ ແງ່ມຸມ, ເຊັ່ນ ຜູ້ຊ່ຽວຊານດ້ານຄວາມປອດໄພທາງໄຊເບີຕ້ອງສາມາດຕີຄວາມຜົນລັບທີ່ໄດ້ຈາກ AI ແລະສື່ສານຂໍ້ມູນເຊິງເລິກເຫຼົ່ານັ້ນໃຫ້ຝ່າຍບໍລິຫານຫຼືທີມທີ່ບໍ່ແມ່ນທີມເທັກນິກເຂົ້າໃຈໄດ້.

 

ການສື່ສານເປັນຫົວໃຈຂອງການຕະຫຼາດແລະການປະຊາສຳພັນ. ເຖິງແມ່ນເຄື່ອງມື AI ສາມາດໃຫ້ການວິເຄາະແລະຂໍ້ມູນເຊິງເລິກໄດ້, ແຕ່ຄົນຄືຜູ້ສ້າງສັນແລະບອກເລົ່າເລື່ອງລາວຂອງແບຣນທີ່ໂດນໃຈຜູ້ທີ່ເຮົາຕ້ອງການເຂົ້າເຖິງ.

 

  1. ທັກສະການປະຕິບັດຢ່າງຮູ້ຈິງ

 

ໂດຍ AI ເປັນເທັກໂນໂລຢີໃໝ່ທີ່ໜ້າຕື່ນເຕັ້ນ, ເຊິ່ງຂະນະນີ້ຖືກນຳໄປໃຊ້ງານໃນແທບທຸກອຸປະກອນແລະແອັບພລິເຄຊັນຕ່າງໆ.

 

ແຕ່ໃນຄວາມເປັນຈິງແລ້ວ, AI ຍັງມີຂໍ້ຈຳກັດຢູ່ບາງສ່ວນ. ຄວາມສາມາດໃນການປະເມີນຄວາມເປັນໄປໄດ້ລວມເຖິງປະໂຫຍດຂອງເທັກໂນໂລຢີຫຼືໂຊລູຊັນຕ່າງໆ ໄດ້ຢ່າງຊັດເຈນ, ເປັນຈຸດແຂງທີ່ມະນຸດສາມາດເຮັດໄດ້ດີກວ່າ AI ເພາະສາມາດເລືອກໂຊລູຊັນທີ່ມີປະສິດທິພາບແລະເໝາະສົມກັບສະຖານະການຈິງໄດ້.

 

ການເປັນນັກປະຕິບັດທີ່ຮູ້ຈິງບໍ່ໄດ້ໝາຍເຖິງການເບິ່ງໂລກໃນແງ່ລົບ, ແຕ່ເປັນການເບິ່ງແນວທາງຫຼືໂຊລູຊັນທີ່ມີສັກກະຍະພາບໃນມຸມມອງທີ່ເປັນຈິງແລະຮອບຄອບ.

 

ການຝຶກຝົນການປະຕິບັດຢ່າງຮູ້ຈິງສາມາດເຮັດໄດ້ໂດຍການມຸ່ງເນັ້ນທີ່ຜົນລັບຈິງແລະເລືອກໂຊລູຊັນທີ່ໃຊ້ງານໄດ້ຈິງແລະມີປະສິດທິພາບໃນສະຖານະການຈິງ.

  1. ທັກສະການປັບຕົວ

 

ໃນຍຸກທີ່ເທັກໂນໂລຢີພັດທະນາຢ່າງວ່ອງໄວ, ທັກສະໃນການປັບຕົວເປັນສິ່ງສຳຄັນທີ່ຈະຊ່ວຍໃຫ້ມະນຸດສາມາດຮັບມືກັບການປ່ຽນແປງແລະເຕີບໂຕໃນສະພາບແວດລ້ອມທີ່ປ່ຽນແປງຢ່າງວ່ອງໄວໄດ້.

 

ທັກສະການປັບຕົວໃນທີ່ເຮັດວຽກຄືການສ້າງທັດສະນະຄະຕິທີ່ຍືດຫຍຸ່ນ, ເປີດໃຈໃຫ້ກັບສິ່ງໃໝ່ໆ, ແລະການຮຽນຮູ້ຢ່າງຕໍ່ເນື່ອງ. ການພັດທະນາຄວາມສາມາດໃນການປັບຕົວຈະຊ່ວຍໃຫ້ມະນຸດມີຄວາມພ້ອມໃນການຮັບມືກັບການປ່ຽນແປງໃນອະນາຄົດ.

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Monday, 12 May, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,477
21,686
thailand (1)
THB
643.41
655.63
european-union
EUR
23,729
24,202
china
CNY
2,898
2,954
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Thursday, 27 March, 2025
ປະເພດ
ລາຄາຊື້
ລາຄາຂາຍ
31,160,000
31,6900,000
30,890,000
31,799,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
site-cover (72)
6 ທັກສະສຳຄັນ ກຽມຕົວໃຫ້ພ້ອມຮັບມືຍຸກ AI ຄອງໂລກ
site-cover (71)
ຜັກທີ່ໄດ້ຊື່ວ່າເປັນ "ລາຊາໂລກຕັບເນົ່າ" ອັນຕະລາຍຍິ່ງກວ່າດື່ມແອລກໍຮໍ
Copy of site cover (53)
Drive C ແລະ Drive D: ເປັນຫຍັງຕ້ອງເກັບຂໍ້ມູນແຍກກັນ?
site-cover (70)
ສະຫະລັດ-ຈີນເປີດເຜີຍຕົງກັນວ່າ ການເຈລະຈາການຄ້າຄືບໜ້າ
site-cover (69)
ຈຳຄຸກຕະຫຼອດຊີວິດ ພ້ອມປັບໃໝ 500 ລ້ານກີບ ຂໍ້ຫາຂົນສົ່ງໄອສ໌
site-cover (68)
ນັກວິທະຍາສາດວິເຄາະແລ້ວ, ຄຳທຳນາຍວັນສິ້ນໂລກຂອງ "ອີລອນ ມັສກ໌" ຈະເປັນຈິງປີໃດ?
Copy of site cover (21)
ວິທີການລຶບໄຟລຂີ້ເຫຍື້ອໃນ Windows 10 ຢ່າງປອດໄພ ແລະ ໄດ້ຮັບຜົນດີດ້ວຍວິທີດັ່ງຕໍ່ໄປນີ້
Copy of site cover (20)
ບາເຊໂລນາ ເອົາຊະນະ ເຣອັລ ມາດຣິດ ຢ່າງສຸດມັນ ຮັກສາຕຳແໜ່ງຈ່າຝູງໃນລີກ ລາ ລີກາ ສະເປນ
site-cover (67)
ຮາມາສຈະປ່ອຍຕົວທະຫານອາເມລິກາ ສະແດງໄມຕີຕໍ່ "ທຣຳປ໌" ຍ້ຽມຍາມຕາເວັນອອກກາງ
Copy of site cover (19)
ຜົນການແຂ່ງຂັນພຣີເມຍລີກ: ແມນຢູ ເສຍ ເວສຕ໌ແຮມ 0-2 ຜີແດງປ່ອຍເກມ ຖືກຂຸນຄ້ອນຕີຕາຍຄາບ້ານ
ຢ່າລື່ມກົດຕິດຕາມ