ສຳນັກຂ່າວ KCNA ຂອງເກົາຫຼີເໜືອ ລາຍງານເມື່ອວັນທີ່ 10 ພຶດສະພາ ວ່າ ຄິມ ຈອງ-ອຶນ ຜູ້ນຳສູງສຸດເກົາຫຼີເໜືອ ກ່າວເມື່ອວັນທີ 9 ພຶດສະພາທີ່ຜ່ານມາວ່າ ການສົ່ງທະຫານເກົາຫຼີເໜືອໄປຮ່ວມຮົບກັບຣັດເຊຍໃນປະຕິບັດການທາງທະຫານທີ່ຢູເຄຣນນັ້ນເປັນ “ການກະທຳທີ່ຊອບທຳ” ໂດຍຖືເປັນການໃຊ້ສິດອະທິປະໄຕຂອງຊາດພາຍໃຕ້ສົນທິສັນຍາປ້ອງກັນຮ່ວມກັບມົສໂກ
ຄຳກ່າວຂອງຄິມມີຂຶ້ນລະຫວ່າງການຢ້ຽມຢາມສະຖານເອກອັກຄະລາຊະທູດຣັດເຊຍໃນນະຄອນປຽງຢາງ ເນື່ອງໃນວາລະຄົບຮອບ 80 ປີແຫ່ງໄຊຊະນະຂອງສະຫະພາບໂຊວຽດເໜືອເຢຍລະມັນນາຊີໃນສົງຄາມໂລກຄັ້ງທີ 2 ຫຼື ທີ່ຮູ້ຈັກໃນຊື່ ວັນແຫ່ງໄຊຊະນະ (Victory Day)
ຜູ້ນຳເກົາຫຼີເໜືອຍັງກ່າວອີກວ່າ ເຂົາໄດ້ລົງນາມຄຳສັ່ງໃຫ້ສົ່ງທະຫານເກົາຫຼີເໜືອເຂົ້າສູ່ແນວໜ້າທີ່ແຂວງເຄີສກ໌ຂອງຣັດເຊຍ ເພື່ອປົດປ່ອຍພື້ນທີ່ດັ່ງກ່າວ ແລະ ເພື່ອປະຕິບັດຕາມສົນທິສັນຍາຄວາມໝັ້ນຄົງຮ່ວມ ທີ່ທັງສອງປະເທດລົງນາມກັນເມື່ອປີທີ່ແລ້ວ
ເມື່ອເດືອນທີ່ແລ້ວ ເກົາຫຼີເໜືອໄດ້ຍອມຮັບເປັນຄັ້ງທຳອິດວ່າ ສົ່ງທະຫານໄປຮ່ວມຮົບຄຽງຂ້າງຣັດເຊຍໃນສົງຄາມຢູເຄຣນ ໂດຍ ໜ່ວຍຂ່າວກອງເກົາຫຼີໃຕ້ (NIS) ປະເມີນວ່າມີທະຫານເກົາຫຼີເໜືອປະມານ 15,000 ນາຍ ຢູ່ໃນຣັດເຊຍແລ້ວ ແລະ ມີຜູ້ເສຍຊີວິດແລ້ວປະມານ 600 ລາຍ ຈາກຍອດບາດເຈັບ ແລະ ເສຍຊີວິດຮວມກວ່າ 4,700 ລາຍ
ສົນທິສັນຍາທີ່ລົງນາມໃນເດືອນມິຖຸນາປີທີ່ແລ້ວລະບຸວ່າ ຫາກຝ່າຍໃດຝ່າຍໜຶ່ງຖືກໂຈມຕີ ອີກຝ່າຍຈະຕ້ອງໃຫ້ການສະໜັບສະໜູນທາງທະຫານທັນທີໂດຍບໍ່ຊັກຊ້າ
ຄິມຍັງກ່າວຫາຢູເຄຣນວ່າຮຸກຮານດິນແດນຂອງຣັດເຊຍ ແລະ ຢ້ຳວ່າຈະບໍ່ລັງເລໃນການໃຊ້ກຳລັງທະຫານຂອງເກົາຫຼີເໜືອ ຫາກສະຫະລັດ ແລະ ພັນທະມິດພະຍາຍາມໂຈມຕີຣັດເຊຍອີກ
ສະກຸນເງິນ | ຊື້ | ຂາຍ |
---|---|---|
![]() USD | 21,398 | 21,673 |
![]() THB | 657.10 | 669.58 |
![]() EUR | 24,148 | 24,630 |
![]() CNY | 2,904 | 2,962 |
ຊະນິດນ້ຳມັນ | ລາຄາ |
---|---|
![]() | 28,230 |
![]() | 22,560 |
![]() | 18,370 |
ປະເພດ | ລາຄາຊື້ | ລາຄາຂາຍ |
---|---|---|
![]() | 34,990,000 | 35,520,000 |
![]() | 34,640,000 | 35,629,000 |