site-cover (89)
ລະວັງກິນຖືກເຫັດເບື່ອ ເສຍຊີວິດແລ້ວ 06 ກໍລະນີ ຢູ່ແຂວງໄຊຍະບູລີ
ຮຽບຮຽງໂດຍ:Soulinda
ເຜີຍແຜ່: 14 May, 2025
ໝວດ: ຂ່າວ

ລະວັງກິນຖືກເຫັດເບື່ອ ເສຍຊີວິດແລ້ວ 06 ກໍລະນີ ຢູ່ແຂວງໄຊຍະບູລີ

 

ວັນທີ 13 ພຶດສະພາ 2025, ຫ້ອງການສາລະນະສຸກເມືອງໄຊຍະບູລີ ແຂວງໄຊຍະບູລີອອກແຈ້ງການເຖິງພໍ່ແມ່ປະຊາຊົນພາຍໃນເມືອງໄຊຍະບູລີ ໂດຍໃຫ້ນາຍບ້ານເອົາໃຈໃສ່ປຸກລະດົມພໍ່ແມ່ປະຊາຊົນບັນດາເຜົ່າກ່ຽວກັບຄວາມອັນຕະລາຍຂອງການ ບໍລິໂພກເຫັດທີ່ສາມາດເກີດຜົນກະທົບຕໍ່ສຸຂະພາບ.

ເນື້ອໃນແຈ້ງການລະບຸວ່າ: ເນື່ອງຈາກວ່າໃນປີ 2025 ໄດ້ມີຂໍ້ມູນລາຍງານການເບື່ອເຫັດ ແລະ ເສຍຊີວິດຢູ່ບັນດາເມືອງຕ່າງໆໃນທົ່ວແຂວງ ຈໍານວນທັງຫມົດ 08 ກໍລະນີ, ເສຍຊີວິດ 06 ກໍລະນີ ຢູ່ບ້ານປາກລອງ ເມືອງໄຊສະຖານ 04 ກໍລະນີ ແລະ ບ້ານນາປຸ່ງ ເມືອງຫົງສາ 02 ກໍລະນີ

 

ເຊີ່ງບຸກຄົນດັ່ງກ່າວໄດ້ພາກັນບໍລິໂພກອາຫານປະເພດເຫັດທີ່ເກີດຢູ່ຕາມທໍາມະຊາດ ພາຍຫຼັງ ປຸງແຕ່ງກິນແລ້ວແຕ່ລະຄົນມີອາການສະແດງອອກເຊັ່ນ: ວີນຫົວ, ປວດຮາກ, ຮາກ, ເຈັບທ້ອງ ແລະ ຖ່າຍເປັນນໍ້າ.

 

ສະນັ້ນ, ເພື່ອເປັນການເຜີຍແຜ່ຂໍ້ມູນຂ່າວສານດັ່ງກ່າວໃຫ້ປະຊາຊົນຮັບຮູ້ ແລະ ເຂົ້າໃຈ ຜົນອັນຕະລາຍຂອງການ ບໍລິໂພກອາຫານຊະນິດເປັນພິດຕໍ່ສຸຂະພາບ (ໂດຍສະເພາະອາຫານປະເພດເຫັດ)

 

ຫົວໜ້າຫ້ອງການສາທາລະນະສຸກເມືອງ ຂໍຖືເປັນກຽດແຈ້ງມາຍັງທ່ານ ດັ່ງນີ້:

 

  1. ໃຫ້ນາຍບ້ານເອົາໃຈໃສ່ຊີ້ນໍາພາກສ່ວນກ່ຽວຂ້ອງ ໂດຍສະເພາະ ອສບ ຕິດຕາມເຝົ້າລະວັງ, ເກັບກໍາຂໍ້ມູນ, ລາຍງານ ຂໍ້ມູນການເບື່ອເຫັດໃຫ້ສຸກສາລາ ຫຼື ຫ້ອງການສາທາລະນະສຸກເມືອງ ເປັນປົກກະຕິ ແລະ ທັນສະພາບການ;
  2. ໂຄສະນາສຸຂະສຶກສາ ແລະ ປຸກລະດົມປະຊາຊົນໃຫ້ຮັບຮູ້, ເຂົ້າໃຈຢ່າງທົ່ວເຖິງກ່ຽວກັບຄວາມອັນຕະລາຍຂອງ ການບໍລິໂພກເຫັດ, ອາຫານປະເພດອື່ນໆທີ່ເປັນພິດຕໍ່ສຸຂະພາບ;

  3. ປຸກລະດົມພໍ່ແມ່ປະຊາຊົນ ເພື່ອໃຫ້ເຂົາເຈົ້າເອົາໃຈໃສ່ຢ່າງເຂັ້ມງວດ ກ່ຽວກັບການປຸງແຕ່ງອາຫານຕ້ອງຮັບປະກັນ ໃຫ້ສຸກດີໂດຍສະເພາະປະເພດເຫັດ;

  4. ມອບໃຫ້ນາຍບ້ານນໍາເອົາແຈ້ງການສະບັບນີ້ ອອກຂ່າວທາງໂທລະໂຄ່ງແຈ້ງໃຫ້ພໍ່ແມ່ປະຊາຊົນມີສະຕິ, ລະມັດລະວັງໃນການບໍລິໂພກເຫັດທຸກປະເພດ ເພື່ອບໍ່ໃຫ້ມີການເບື່ອເຫັດເກີດຂຶ້ນ
  5. ມອບໃຫ້ອໍານາດການປົກຄອງບ້ານ ແລະ ພາກສ່ວນກ່ຽວຂ້ອງເປັນເຈົ້າການໃນການຈັດຕັ້ງປະຕິບັດແຈ້ງການສະບັບ ນີ້ດ້ວຍຄວາມຮັບຜິດຊອບສູງ.

 

ດັ່ງນັ້ນ, ຈຶ່ງແຈ້ງມາຍັງທ່ານເພື່ອຊາບ ແລະ ຈັດຕັ້ງປະຕິບັດຕາມແຈ້ງການສະບັບນີ້ດ້ວຍ.

 

 

 

ທີ່ມາ: ຄວາມສະຫງົບ Lao Security News

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Monday, 12 May, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,477
21,686
thailand (1)
THB
643.41
655.63
european-union
EUR
23,729
24,202
china
CNY
2,898
2,954
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Thursday, 27 March, 2025
ປະເພດ
ລາຄາຊື້
ລາຄາຂາຍ
31,160,000
31,6900,000
30,890,000
31,799,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
site-cover (92)
"ໂຕໂຢຕ້າ" ເຈີພາສີທຣຳ ເຮັດກຳໄລຫາຍ 1,200 ລ້ານໂດລາ
Copy of site cover (58)
ເກີດຫຍັງຂຶ້ນ! ອັລ-ອາຫ໌ລີ ຕັດສິນໃຈປ່ອຍຕົວ "ເຟີມີໂນ" ທັງທີ່ຫາກໍ່ສ້າງປະຫວັດສາດຄວ້າແຊມ ACL
site-cover (91)
Microsoft ໄລ່ພະນັກງານອອກ 6,000 ຄົນທົ່ວໂລກເຖິງວ່າຈະມີກຳໄລດີ ເນັ້ນຫຼຸດຄົນໄປລົງ AI
Copy of site cover (57)
ຄຸນສົມບັດໃໝ່ຂອງ Google ເປີດໃຊ້ໂໝດ AI ຊ່ວຍຄົ້ນຫາຄຳຕອບໄດ້ໄວຂຶ້ນ
site-cover (90)
8 ກັບດັກການເງິນທີ່ເຮັດໃຫ້ຫຼາຍຄົນ ພົບເຈີກັບບັນຫາໜີ້ ພ້ອມບອກວິທີແກ້ໄຂ
site-cover (89)
ລະວັງກິນຖືກເຫັດເບື່ອ ເສຍຊີວິດແລ້ວ 06 ກໍລະນີ ຢູ່ແຂວງໄຊຍະບູລີ
Copy of site cover (23)
ຂໍ້ແຕກຕ່າງລະຫວ່າງ Windows ຂອງແທ້ ແລະ Windows ຂອງປອມ
site-cover (88)
"ວໍເຣັນ ບັຟເຟັດ" ເປີດເຜີຍການລົງທຶນທີ່ຄຸ້ມຄ່າທີ່ສຸດ ບໍ່ແມ່ນອະສັງຫາລິມະຊັບ, ຄຳ ຫຼື ຮຸ້ນ
Copy of site cover (56)
ຕົວແທນ ເດິ ບຣອຍນ໌ ແມນຊິຕີ້ ເລັງເປົ້າ ເວີດຊ໌ ຮ່ວມທີມ
site-cover (87)
ແຈ້ງການມອດໄຟ ວັນທີ14 ແລະ 16 ພຶດສະພາ 2025
ຢ່າລື່ມກົດຕິດຕາມ