site-cover (92)
"ໂຕໂຢຕ້າ" ເຈີພາສີທຣຳ ເຮັດກຳໄລຫາຍ 1,200 ລ້ານໂດລາ
ຮຽບຮຽງໂດຍ:Soulinda
ເຜີຍແຜ່: 14 May, 2025
ໝວດ: ຂ່າວ

ໃນການປະເມີນຜົນກະທົບຈາກມາດຕະການພາສີຂອງປະທານາທິບໍດີ ໂດນັລ ທຣຳ ແຫ່ງສະຫະລັດອາເມຣິກາ, ບໍລິສັດໂຕໂຢຕ້າ ມໍເຕີ ເປີດເຜີຍວ່າ ໃນຊ່ວງເວລາພຽງ 2 ເດືອນ, ເຮັດໃຫ້ກຳໄລຈາກການດຳເນີນງານຂອງບໍລິສັດຫຼຸດລົງໄປປະມານ 180,000 ລ້ານເຢນ ຫຼື ກວ່າ 1,200 ລ້ານໂດລາສະຫະລັດ

 

ຍັງລະບຸວ່າ ຜົນກະທົບໃນເດືອນເມສາ ແລະ ພຶດສະພາ ໄດ້ຖືກນຳມາພິຈາລະນາຢ່າງໂດບະມານແລ້ວ ແຕ່ສະຖານະການຍັງມີຄວາມບໍ່ແນ່ນອນສູງຢູ່ ຊຶ່ງຈະສົ່ງຜົນຕໍ່ຜົນປະກອບການທັງປີ.

 

ບໍລິສັດຄາດການລາຍໄດ້ຈາກການດຳເນີນງານສຳລັບງວດປີທີ່ສິ້ນສຸດວັນທີ 31 ມີນາ 2026 ໄວ້ທີ່ 3 ລ້ານ 8 ແສນລ້ານເຢນ ຊຶ່ງຕ່ຳກວ່າທີ່ນັກວິເຄາະຄາດການໄວ້ທີ່ 4 ລ້ານ 7 ແສນລ້ານເຢນ.

 

ສ່ວນກຳໄລຈາກການດຳເນີນງານໃນປີງວດປີຫຼ້າສຸດ (ຄືງວດປີສິ້ນສຸດ 31 ມີນາ 2025) ຢູ່ທີ່ 4 ລ້ານ 8 ແສນລ້ານເຢນ, ຕ່ຳກວ່າສະຖິຕິສູງສຸດທີ່ໂຕໂຢຕ້າເຄີຍເຮັດໄດ້ໃນງວດປີ 2024 ຊຶ່ງເຄີຍເຮັດໄດ້ 5 ລ້ານ 3 ແສນ 5 ໝື່ນລ້ານເຢນ ຊຶ່ງຖືເປັນສະຖິຕິສູງສຸດຕະຫຼອດການສຳລັບບໍລິສັດດັ່ງກ່າວ.

 

ບລູມເບີກ ລາຍງານດ້ວຍວ່າ ໂຕໂຢຕ້າ ເປັນຜູ້ເສຍຫາຍລາຍໃຫຍ່ທີ່ສຸດໃນອຸດສາຫະກຳຍານຍົນ ແລະ ແມ້ຈະເພີ່ມການຜະລິດພາຍໃນປະເທດສະຫະລັດອາເມຣິກາຂຶ້ນມາເປັນກວ່າເຄິ່ງໜຶ່ງຂອງຍອດຂາຍພາຍໃນສະຫະລັດແລ້ວ

 

ແຕ່ຍັງຕ້ອງພຶ່ງພາການນຳເຂົ້າຊິ້ນສ່ວນລົດຍົນ ແລະ ນຳເຂົ້າລົດຍົນຮຸ່ນສຳຄັນໆ ຫຼາຍເຖິງປີລະປະມານ 1 ລ້ານ 2 ແສນຄັນ ແລະ ດ້ວຍເຫດນີ້ ຈຶ່ງຖືກທຣຳນຳໄປເວົ້າເຖິງເມື່ອວັນທີ 2 ເມສາທີ່ຜ່ານມາ ວ່າລົດໂຕໂຢຕ້າທີ່ຂາຍໃນສະຫະລັດຈຳນວນກວ່າ 1 ລ້ານຄັນນັ້ນ ເປັນການຜະລິດຈາກຕ່າງປະເທດ.

 

ຜົນກະທົບຢ່າງມະຫາສານນີ້ ສະທ້ອນເຖິງການຕັດສິນໃຈຂອງບໍລິສັດທີ່ຈະຮັກສາລະດັບລາຄາຂາຍ ແລະ ປະລິມານການຜະລິດໃນອາເມຣິກາ ຊຶ່ງມີໂຮງງານເຖິງ 11 ແຫ່ງ ທ່າມກາງການເລີ່ມຕົ້ນຂອງການເຈລະຈາການຄ້າລະດັບທະວິພາຄີ ລະຫວ່າງສະຫະລັດອາເມຣິກາ ແລະ ຍີ່ປຸ່ນ ຊຶ່ງການເຈລະຈານັ້ນໄດ້ເລີ່ມຕົ້ນຂຶ້ນເມື່ອເດືອນກຸມພາ ແລະ ຍັງບໍ່ຊັດເຈນວ່າຈະສິ້ນສຸດລົງເມື່ອໃດ ແລະ ບົດສະຫຼຸບເປັນແນວໃດ.

 

ໂກຈິ ຊາໂຕະ (Koji Sato) ປະທານເຈົ້າໜ້າທີ່ບໍລິຫານ ໂຕໂຢຕ້າ ກ່າວເມື່ອອາທິດທີ່ແລ້ວວ່າ ກ່ຽວກັບເລື່ອງພາສີ, ລາຍລະອຽດຍັງບໍ່ຊັດເຈນນັກ ແລະ ຍັງເປັນເລື່ອງຍາກທີ່ຈະດຳເນີນການຫຼືປະເມີນເຖິງຜົນກະທົບໃດໆ.

 

ຢ່າງໃດກໍດີ, ສຳລັບໂຕໂຢຕ້າໄດ້ລົງທຶນຢ່າງມະຫາສານເພື່ອສ້າງຖານການຜະລິດໃນສະຫະລັດ ລວມເຖິງການລົງທຶນໂຮງງານແບັດເຕີຣີແຫ່ງໃໝ່ທີ່ລັດນອດ ແຄໂຣໄລນາ ມູນຄ່າ 13,900 ລ້ານໂດລາ ແຕ່ບໍລິສັດດັ່ງກ່າວຍັງຄົງມຸ່ງໝັ້ນທີ່ຈະຮັກສາຖານການຜະລິດໃນປະເທດເອົາໄວ້ດ້ວຍ.

 

ປະທານບໍລິສັດ ອາກິໂອະ ໂຕໂຢດະ (Akio Toyoda) ໄດ້ໃຫ້ຄຳໝັ້ນໄວ້ສະເໝີວ່າ ບໍລິສັດຈະມີການຜະລິດໃນຍີ່ປຸ່ນຢ່າງໜ້ອຍ 3 ລ້ານຄັນຕໍ່ປີ ຊຶ່ງເມື່ອປີທີ່ແລ້ວ ໂຕໂຢຕ້າຜະລິດລົດຍົນໃນບ້ານເກີດຈຳນວນ 3 ລ້ານ 1 ແສນຄັນ ຊຶ່ງຄິດເປັນ 1 ໃນ 3 ຂອງຍອດຜະລິດທັງໝົດທົ່ວໂລກ.

 

ດ້ານຍອດຂາຍ ໂຕໂຢຕ້າມີຍອດຈຳໜ່າຍທົ່ວໂລກໃນປີທີ່ຜ່ານມາຢູ່ຈຳນວນ 10 ລ້ານ 8 ແສນຄັນ, ສະເພາະຕະຫຼາດສະຫະລັດຄິດເປັນເກືອບ 1 ໃນ 4 ຂອງຍອດຂາຍທັງໝົດ ແລະ ໃນຈຳນວນຍອດຂາຍໃນສະຫະລັດນັ້ນ ເປັນລົດທີ່ຜະລິດໃນສະຫະລັດປະມານຮ້ອຍລະ 50 ຫຼື ເຄິ່ງໜຶ່ງ ແລະ ອີກຮ້ອຍລະ 30 ມາຈາກແຄນາດາແລະເມັກຊິໂກ ຊຶ່ງເປັນປະເທດເພື່ອນບ້ານກັນ.

 

ສ່ວນລົດຍົນອີກຈຳນວນ 281,000 ຄັນ ນຳເຂົ້າຈາກຍີ່ປຸ່ນ ລວມເຖິງຮຸ່ນຍອດນິຍົມເຊັ່ນ ໂຟຣ໌ ຣັນເນີ ທີ່ເປັນເອສຢູວີຂະໜາດກາງ, ລົດພຣີອຸສ ເຄື່ອງຈັກໄຮບຣິດ ແລະ ແບຣນ ເລັກຊັສ ອີກຫຼາຍຮຸ່ນ.

 

ທັງນີ້, ການກຳນົດພາສີສຳລັບລົດຍົນນຳເຂົ້າສ່ວນໃຫຍ່ຕ້ອງເສຍພາສີທີ່ອັດຕາຮ້ອຍລະ 25 ມີຜົນຕັ້ງແຕ່ວັນທີ 3 ເມສາ ແລະ ຊິ້ນສ່ວນລົດຍົນສ່ວນໃຫຍ່ຕ້ອງເສຍພາສີດັ່ງກ່າວຕັ້ງແຕ່ວັນທີ 3 ພຶດສະພາ.

 

ນອກຈາກຜູ້ຜະລິດລົດຍົນຄ່າຍຍີ່ປຸ່ນແລ້ວ, ຜູ້ຜະລິດລົດຍົນອີກຫຼາຍລາຍຕ່າງປະເມີນຜົນກະທົບຕໍ່ຜົນປະກອບການໄວ້ຄ່ອນຂ້າງຫຼາຍທີເດຍວ ລວມເຖິງການຖອນຄາດການລາຍໄດ້ທັງໝົດໃນປີນີ້ອອກໄປດ້ວຍ ບໍ່ວ່າຈະເປັນ:

 

  • ເຈນເນີຣັລ ມໍເຕີສ ທີ່ປັບຫຼຸດການຄາດການກຳໄລທັງປີລົງຫຼາຍເຖິງ 5,000 ລ້ານໂດລາສະຫະລັດ
  • ຟອດ ມໍເຕີ ຈຳກັດ ກຽມຮັບມືກັບຜົນກະທົບປະຈຳປີທີ່ຄາດວ່າຈະເກີດຂຶ້ນ 1,500 ລ້ານໂດລາ
  • ກຸ່ມສະເຕລແລນທິສ (Stellantis) ແລະ ເມີເຊເດສ ເບັນຊ໌ ກຣຸບ (Mercedes-Benz Group) ກໍໄດ້ຖອນການຄາດການລາຍໄດ້ທັງໝົດໃນປີນີ້ອອກໄປແລ້ວ

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Monday, 12 May, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,477
21,686
thailand (1)
THB
643.41
655.63
european-union
EUR
23,729
24,202
china
CNY
2,898
2,954
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Thursday, 27 March, 2025
ປະເພດ
ລາຄາຊື້
ລາຄາຂາຍ
31,160,000
31,6900,000
30,890,000
31,799,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
site-cover (92)
"ໂຕໂຢຕ້າ" ເຈີພາສີທຣຳ ເຮັດກຳໄລຫາຍ 1,200 ລ້ານໂດລາ
Copy of site cover (58)
ເກີດຫຍັງຂຶ້ນ! ອັລ-ອາຫ໌ລີ ຕັດສິນໃຈປ່ອຍຕົວ "ເຟີມີໂນ" ທັງທີ່ຫາກໍ່ສ້າງປະຫວັດສາດຄວ້າແຊມ ACL
site-cover (91)
Microsoft ໄລ່ພະນັກງານອອກ 6,000 ຄົນທົ່ວໂລກເຖິງວ່າຈະມີກຳໄລດີ ເນັ້ນຫຼຸດຄົນໄປລົງ AI
Copy of site cover (57)
ຄຸນສົມບັດໃໝ່ຂອງ Google ເປີດໃຊ້ໂໝດ AI ຊ່ວຍຄົ້ນຫາຄຳຕອບໄດ້ໄວຂຶ້ນ
site-cover (90)
8 ກັບດັກການເງິນທີ່ເຮັດໃຫ້ຫຼາຍຄົນ ພົບເຈີກັບບັນຫາໜີ້ ພ້ອມບອກວິທີແກ້ໄຂ
site-cover (89)
ລະວັງກິນຖືກເຫັດເບື່ອ ເສຍຊີວິດແລ້ວ 06 ກໍລະນີ ຢູ່ແຂວງໄຊຍະບູລີ
Copy of site cover (23)
ຂໍ້ແຕກຕ່າງລະຫວ່າງ Windows ຂອງແທ້ ແລະ Windows ຂອງປອມ
site-cover (88)
"ວໍເຣັນ ບັຟເຟັດ" ເປີດເຜີຍການລົງທຶນທີ່ຄຸ້ມຄ່າທີ່ສຸດ ບໍ່ແມ່ນອະສັງຫາລິມະຊັບ, ຄຳ ຫຼື ຮຸ້ນ
Copy of site cover (56)
ຕົວແທນ ເດິ ບຣອຍນ໌ ແມນຊິຕີ້ ເລັງເປົ້າ ເວີດຊ໌ ຮ່ວມທີມ
site-cover (87)
ແຈ້ງການມອດໄຟ ວັນທີ14 ແລະ 16 ພຶດສະພາ 2025
ຢ່າລື່ມກົດຕິດຕາມ