ເມື່ອເວົ້າເຖິງເກົາຫຼີເໜືອ ແນ່ນອນວ່າ ພວກເຮົາຕ້ອງຄິດເຖິງ “ຂີປະນາວຸດ” ຊຶ່ງຕະຫຼອດໄລຍະເວລາທີ່ຜ່ານມາ ກໍຄົງເຄີຍເຫັນພາບການທົດສອບຂີປະນາວຸດຊະນິດຕ່າງໆ ຈາກປະເທດນີ້ ຈົນເອີ້ນໄດ້ວ່າ ເກືອບວ່າຈະເປັນເລື່ອງປົກກະຕິຂອງທີ່ນີ້
ເຖິງແມ່ນວ່າຈະຖືກນານາຊາດຄວ່ຳບາດ ແຕ່ “ຄິມ ຈອງອຶນ” ຜູ້ນຳສູງສຸດເກົາຫຼີເໜືອ ກໍປະກາດມຸ່ງໝັ້ນຈະພັດທະນາໂຄງການນິວເຄຼຍຍ່າງຕໍ່ເນື່ອງ ເພື່ອໃຫ້ປະເທດໄດ້ຂຶ້ນເປັນ “ມະຫາອຳນາດນິວເຄລຍ”
ເກົາຫຼີເໜືອທົດສອບຂີປະນາວຸດຄັ້ງທີ 4 ໃນປີ 2025
ຫຼ້າສຸດ ເມື່ອວັນທີ 8 ພຶດສະພາ ເກົາຫຼີເໜືອເພິ່ງໄດ້ທົດສອບຂີປະນາວຸດຍຸດທະວິທີພິໄສໃກ້ ຮວາຊອງ-11 ແລະ ປືນໃຫຍ່ພິໄສໄກ ເພື່ອກຽມຄວາມພ້ອມທາງທະຫານໃຫ້ເຂັ້ມງວດຍິ່ງຂຶ້ນ ແລະ ຢ້ຳເຖິງຄວາມຈຳເປັນໃນການຂະຫຍາຍບົດບາດຂອງກອງກຳລັງນິວເຄລຍທັງໃນສະຖານະການຍັບຍັ້ງ ແລະ ການຕໍ່ສູ້
ການທົດສອບຄັ້ງນີ້ ນັບໄດ້ວ່າ ເປັນການທົດສອບຄັ້ງທີ 4 ຂອງປີ 2025 ຫຼັງຈາກຍິງທົດສອບຄັ້ງທຳອິດ ເມື່ອຕົ້ນເດືອນມັງກອນທີ່ຜ່ານມາ ໂດຍຫຼາຍຝ່າຍມອງວ່າ ການຍິງທົດສອບຂີປະນາວຸດ ອາດເປັນການທົດສອບ ເພື່ອສົ່ງອາວຸດອອກໄປຍັງຣັດເຊຍ ເນື່ອງຈາກຕອນນີ້ ເກົາຫຼີເໜືອກໍໄດ້ເຂົ້າມາມີບົດບາດບົນຄວາມຂັດແຍ່ງລະຫວ່າງຣັດເຊຍ ແລະ ຢູເຄຣນແລ້ວ
ມຸ່ງພັດທະນາອາວຸດນິວເຄລຍ ດັນປະເທດກ້າວສູ່ມະຫາອຳນາດ
ສິ່ງທີ່ເກົາຫຼີເໜືອໃຫ້ຄວາມສຳຄັນ ແລະ ກຳລັງພັດທະນາຢ່າງໜັກ ນັ້ນຄື “ອາວຸດນິວເຄລຍ” ທີ່ຕົວ ຄິມ ຈອງອຶນ ເອງ ກໍປະກາດຈະເຮັດໃຫ້ປະເທດເດີນໜ້າໄປສູ່ການເປັນ “ມະຫາອຳນາດນິວເຄລຍ” ໃຫ້ໄດ້ ແລະ ກໍມີການຂູ່ວ່າ ຈະໃຊ້ອາວຸດນິວເຄລຍຢູ່ເລື້ອຍໆ
ການທົດສອບຂີປະນາວຸດນິວເຄລຍຂອງເກົາຫຼີເໜືອ ເກີດຂຶ້ນທັງໝົດ 6 ຄັ້ງ ໂດຍຄັ້ງທຳອິດເກີດຂຶ້ນໃນປີ 2006 ຫຼັງເກົາຫຼີເໜືອ ຖອນຕົວອອກຈາກສົນທິສັນຍາບໍ່ແຜ່ຂະຫຍາຍອາວຸດນິວເຄລຍ ຫຼື NPT ໄດ້ພຽງ 3 ປີ ໂດຍຄັ້ງຫຼ້າສຸດ ທີ່ມີການທົດສອບອາວຸດນິວເຄລຍຂອງເກົາຫຼີເໜືອເກີດຂຶ້ນໃນປີ 2017 ສ້າງຄວາມຫວັ່ນວິຕົກບົນຄາບສະໝຸດເກົາຫຼີຢ່າງຫຼວງຫຼາຍ
ດ້ານສະມາຄົມຄວບຄຸມອາວຸດ ປະມານການໄວ້ວ່າ ປີ 2024 ເກົາຫຼີເໜືອມີຫົວຮົບນິວເຄລຍປະມານ 50 ໜ່ວຍ
ຂະນະທີ່ ຜູ້ຊ່ຽວຊານຈາກໂຄງການນະໂຍບາຍນິວເຄລຍຂອງມູນນິທິຄາເນກີ ເປີດເຜີຍວ່າ ເກົາຫຼີເໜືອອາດມີອາວຸດນິວເຄລຍຄອບຄອງຫຼາຍເຖິງ 300 ໜ່ວຍພາຍໃນອີກ 10 ປີຂ້າງໜ້າ
ເປັນຫຍັງເກົາຫຼີເໜືອຕ້ອງພັດທະນາອາວຸດນິວເຄລຍ
ຄຳຖາມຕໍ່ມາຄື ເປັນຫຍັງເກົາຫຼີເໜືອຈຶ່ງຕ້ອງທຸ່ມເທໃຫ້ກັບການພັດທະນາໂຄງການອາວຸດນິວເຄລຍ
ສຳນັກຂ່າວ BBC ເປີດເຜີຍວ່າ ເກົາຫຼີເໜືອຂາດແຫຼ່ງເງິນທຶນ ແລະ ອາວຸດ ຫຼັງສະຫະພາບໂຊວຽດລົ້ມສະລາຍລົງໃນປີ 1991 ເມື່ອປະເທດຂາດເງິນທຶນ ແລະ ປະສົບກັບໄພພິບັດຫຼາຍຄັ້ງ ເຮັດໃຫ້ສະຖານະການເກົາຫຼີເໜືອຮ້າຍແຮງລົງ
ສົ່ງຜົນໃຫ້ເກີດບັນຫາຂາດແຄນອາຫານຮຸນແຮງຕໍ່ເນື່ອງຫຼາຍປີ ເຮັດໃຫ້ປະຊາຊົນເສຍຊີວິດ 3 ລ້ານຄົນ ເມື່ອຖືກນານາຊາດໂດດດ່ຽວ ເກົາຫຼີເໜືອຈຶ່ງຫັນໄປລົງທຶນດ້ານອາວຸດນິວເຄລຍເພື່ອຄວາມຢູ່ລອດ
ສ່ວນທາງດ້ານ Heritage Foundation ຊຶ່ງເປັນອົງການວິໄຈນະໂຍບາຍສາທາລະນະແນວອະນຸລັກນິຍົມຂອງອາເມຣິກາ ວິເຄາະເຖິງເລື່ອງນີ້ໄວ້ວ່າ
ເກົາຫຼີເໜືອ-ຣັດເຊຍ ມິດຕະພາບໃໝ່ເທິງຄວາມຂັດແຍ່ງ
ທ່າມກາງຄວາມຂັດແຍ່ງໂລກທີ່ເພີ່ມຂຶ້ນ 2 ຊາດທີ່ມີອາວຸດນິວເຄລຍເຊັ່ນ: ຣັດເຊຍ ແລະ ເກົາຫຼີເໜືອ ກັບຜູກສຳພັນໜັກແໜ້ນຫຼາຍຂຶ້ນ
ຜົນຈາກມາດຕະການຄວ່ຳບາດ ຈຶ່ງເຮັດໃຫ້ພວກເຂົາໂດດດ່ຽວຫຼາຍຂຶ້ນ ນັ້ນຈຶ່ງເປັນໜຶ່ງໃນປັດໄຈສຳຄັນທີ່ເຮັດໃຫ້ຣັດເຊຍ ແລະ ເກົາຫຼີຫັນມາຈັບມືກັນ ເພື່ອແລກປ່ຽນຄວາມຕ້ອງການຮ່ວມກັນ ແລະ ບັນເທົາຜົນກະທົບທີ່ເກີດຂຶ້ນຈາກຊາດຕາເວັນ
ເກົາຫຼີເໜືອສົ່ງທະຫານໄປຮ່ວມຮົບໃນສົງຄາມຢູເຄຣນ ຂະນະທີ່ ຣັດເຊຍຈະສົ່ງອາຫານ, ຊ່ວຍເຫຼືອທັງທາງການເງິນ ແລະ ທາງທະຫານໃຫ້ກັບເກົາຫຼີເໜືອ ຊຶ່ງຄາດວ່າ ເກົາຫຼີເໜືອອາດຂໍໃຫ້ຣັດເຊຍຊ່ວຍພັດທະນາໂຄງການອາວຸດນິວເຄລຍ ເພື່ອບັນລຸເປົ້າໝາຍຂອງຕົນ
ໂດຍ ວລາດິເມຍ ປູຕິນ ປະທານາທິບໍດີຣັດເຊຍ ເດີນທາງຢ້ຽມຢາມເກົາຫຼີເໜືອດ້ວຍຕົນເອງເມື່ອປີ 2024 ພ້ອມລົງນາມບັງຄັບໃຊ້ກົດໝາຍທີ່ໃຫ້ສັດຕະຍາບັນຮັບຮອງສົນທິສັນຍາຄວາມເປັນຫຸ້ນສ່ວນທີ່ຄອບຄຸມກັບເກົາຫຼີເໜືອ ທີ່ລວມທັງຄຳໝັ້ນທີ່ຈະໃຫ້ການຊ່ວຍເຫຼືອທາງການທະຫານລະຫວ່າງກັນ ຖ້າຝ່າຍໃດຝ່າຍໜຶ່ງຖືກໂຈມຕີ
ຄວາມສຳພັນຂອງ 2 ປະເທດ ຍິ່ງເຮັດໃຫ້ທົ່ວໂລກມອງວ່າ ເປັນຄວາມສຳພັນທີ່ເປັນໄພຂົ່ມຂູ່ຕໍ່ຄວາມໝັ້ນຄົງໂລກ ເພາະອາດເຮັດໃຫ້ການສູ້ຮົບຂະຫຍາຍຕົວເພີ່ມຂຶ້ນໃນພາກພື້ນ, ທ້າທາຍກົດເກນແລະລະບົບທີ່ໂລກໃຊ້ເພື່ອຮັກສາສັນຕິພາບ ລວມເຖິງຍັງອາດເປັນການສົ່ງສັນຍານເຕືອນສະຫະລັດຯ ແລະ ພັນທະມິດໃຫ້ຖືເອົາຄວາມຮ່ວມມືລະຫວ່າງ “ຄິມ-ປູຕິນ” ຢ່າງຈິງຈັງ ແລະ ກຽມພ້ອມສຳລັບສິ່ງທີ່ອາດເກີດຂຶ້ນຕໍ່ໄປ
ສະກຸນເງິນ | ຊື້ | ຂາຍ |
---|---|---|
![]() USD | 21,455 | 21,731 |
![]() THB | 648.35 | 660.67 |
![]() EUR | 23,023 | 23,484 |
![]() CNY | 2,898 | 2,956 |
ຊະນິດນ້ຳມັນ | ລາຄາ |
---|---|
![]() | 28,230 |
![]() | 22,560 |
![]() | 18,370 |
ປະເພດ | ລາຄາຊື້ | ລາຄາຂາຍ |
---|---|---|
![]() | 34,080,000 | 34,610,000 |
![]() | 33,730,000 | 34,719,000 |