ສານຈີນສັ່ງລົງໂທດປະຫານຊີວິດ “ຈ້າວ ເວ່ຍກັ໋ວ” ອະດີດຊີອີໂອບໍລິສັດຊິງຫົວ ຢູນິກຣຸບ ຍັກໃຫຍ່ຜູ້ຜະລິດຊິບຂອງຈີນ ຖານສະແຫວງຫາຜົນປະໂຫຍດໃຫ້ແກ່ຄອບຄົວແລະພວກພ້ອງ ທຸຈະລິດ-ຍັກຍອກເງິນ 470 ລ້ານຫຍວນ ສານໃຫ້ລໍຖ້າລົງອາຍາ 2 ປີ ພ້ອມສັ່ງປັບອີກ 12 ລ້ານຫຍວນ
ວັນທີ 15 ພຶດສະພາ 2025 ສະຖານີໂທລະທັດຊີຊີທີວີ ຂອງຈີນ ລາຍງານວ່າ ສານໃນແຂວງຈີ໋ຫຼິນ ຂອງຈີນມີຄຳພິພາກສາ ທ້າວ ຈ້າວ ເວ່ຍກັ໋ວ ອະດີດປະທານບໍລິສັດຊິງຫົວ ຢູນິກຣຸບ ກຸ່ມທຸລະກິດບໍລິສັດຜູ້ຜະລິດຊິບລາຍໃຫຍ່ຂອງຈີນ ໃຫ້ຮັບໂທດປະຫານຊີວິດແບບລໍຖ້າລົງອາຍາເປັນເວລາ 2 ປີ
ຂໍ້ຫາທຸຈະລິດແລະຍັກຍອກເງິນຫຼວງເປັນມູນຄ່າ 470 ລ້ານຫຍວນ ໂດຍມີການໃຊ້ອຳນາດໃນທາງບໍ່ເປັນທຳ ເພື່ອສະແຫວງຫາຜົນປະໂຫຍດໃຫ້ແກ່ຄອບຄົວ ແລະ ພວກພ້ອງ ລວມເຖິງສ້າງຄວາມເສຍຫາຍຕໍ່ຜົນປະໂຫຍດຂອງບໍລິສັດຈົດທະບຽນໃນຕະຫຼາດຫຼັກຊັບ
ຄຳພິພາກສາລະບຸວ່າ ຫາກ ທ່າວ ຈ້າວ ເວ່ຍກັ໋ວ ບໍ່ກະທຳຜິດຊ້ຳໃນຊ່ວງເວລາລໍຖ້າລົງອາຍາ 2 ປີ ໂທດປະຫານຈະຖືກປ່ຽນເປັນຈຳຄຸກຕະຫຼອດຊີວິດໂດຍບໍ່ມີການຫຼຸດຜ່ອນໂທດໃດໆ ນອກຈາກນີ້ສານຍັງສັ່ງປັບເຂົາເປັນເງິນຈຳນວນ 12 ລ້ານຫຍວນ
ກ່ອນໜ້ານີ້ ນາຍຈ້າວ ເວ່ຍກັ໋ວ ຖືກຕັ້ງຂໍ້ຫາທຸຈະລິດເມື່ອປີ 2023 ຊຶ່ງເປັນຜົນຈາກການສືບສວນການບໍລິຫານງານຂອງຊິງຫົວ ຢູນິກຣຸບ ທີ່ລາວດຳລົງຕຳແໜ່ງຜູ້ບໍລິຫານມາເປັນເວລານານ
ໂດຍບໍລິສັດຊິງຫົວ ຢູນິກຣຸບ ມີຈຸດເລີ່ມຕົ້ນມາຈາກການເປັນໜ່ວຍງານໜຶ່ງຂອງ ມະຫາວິທະຍາໄລຊິງຫົວ ອັນເປັນມະຫາວິທະຍາໄລຊັ້ນນຳຂອງຈີນ ໂດຍລັດຖະບານຈີນໃຫ້ການສະໜັບສະໜຸນກໍ່ຕັ້ງຂຶ້ນເມື່ອ ປີ 1988
ເພື່ອເປັນຕົວແທນພາກອຸດສາຫະກຳເຊມິຄອນດັກເຕີຂອງຊາດທີ່ຍັງລ້າຫຼັງ ແລະຕໍ່ມາພາຍໃຕ້ການນຳຂອງນາຍຈ້າວ ເວ່ຍກັ໋ວ ບໍລິສັດໄດ້ທຸ່ມເງິນມະຫາສານເຂົ້າຊື້ກິດຈະການບໍລິສັດດ້ານຊິບຫຼາຍແຫ່ງ ແຕ່ກໍຂະຫຍາຍໄປລົງທຶນໃນທຸລະກິດທີ່ບໍ່ກ່ຽວຂ້ອງແລະບໍ່ສ້າງຜົນກຳໄລ
ເຊັ່ນ: ອະສັງຫາລິມະຊັບ ແລະ ເວັບໄຊພະນັນອອນລາຍ ຈົນນຳໄປສູ່ພາວະຜິດນັດຊຳລະໜີ້ພັນທະບັດຫຼາຍລາຍການໃນຊ່ວງປາຍປີ 2020 ແລະ ສຸດທ້າຍຕ້ອງເຂົ້າສູ່ຂະບວນການລົ້ມລະລາຍໃນປີຖັດມາ
ຕໍ່ມາໃນປີ 2022 ບໍລິສັດໄດ້ຜ່ານຂະບວນການຟື້ນຟູກິດຈະການ ແລະໂອນກຳມະສິດໄປຢູ່ພາຍໃຕ້ການຄວບຄຸມຂອງກຸ່ມທຶນລາຍໃໝ່ທີ່ປະກອບດ້ວຍ ໄວສ໌ ໂຣ້ດ ແຄປິຕັລ ແລະ ຈຽງກວງ ແອັດເຊັດ ແມເນັດເມັນທ໌ ຕະຫຼອດຈົນ ກອງທຶນທີ່ມີສາຍສຳພັນກັບພາກລັດຂອງຈີນ.
ສະກຸນເງິນ | ຊື້ | ຂາຍ |
---|---|---|
![]() USD | 21,477 | 21,686 |
![]() THB | 643.41 | 655.63 |
![]() EUR | 23,729 | 24,202 |
![]() CNY | 2,898 | 2,954 |
ຊະນິດນ້ຳມັນ | ລາຄາ |
---|---|
![]() | 28,230 |
![]() | 22,560 |
![]() | 18,370 |
ປະເພດ | ລາຄາຊື້ | ລາຄາຂາຍ |
---|---|---|
![]() | 31,160,000 | 31,6900,000 |
![]() | 30,890,000 | 31,799,000 |