ການເງິນ ເຖິງແມ່ນວ່າຈະຈັດສັນການເງິນໄດ້ເປັນຢ່າງດີ ແຕ່ຈະມີເຫດໃຫ້ຕ້ອງເສຍເງິນ ໂດຍສະເພາະກັບຍານພາຫະນະ ແລະ ບໍລິວານ ໂຊກລາບທີ່ໄດ້ມາກໍຕ້ອງຈ່າຍອອກໄປ ບໍ່ສາມາດເກັບໄວ້ໄດ້ ແຕ່ໂດຍພາບລວມກໍຍັງບໍ່ເຖິງຂັ້ນມີບັນຫາ
ການງານ ຊ່ວງນີ້ວຽກຈະເດັ່ນຫຼາຍ ເພາະເຈົ້າເປັນຄົນທີ່ມີຄວາມຄິດຄວາມອ່ານລ້ຳຍຸກສະໄຫມ ເບິ່ງແລະວາງແຜນງານໄດ້ໄກ ເຮັດໃຫ້ເປັນທີ່ຍອມຮັບແລະສ້າງຄວາມໄວ້ເນື້ອເຊື່ອໃຈກັບຄົນຮອບຂ້າງ ແຕ່ສິ່ງທີ່ຕ້ອງລະວັງຄືຢ່າຕັດສິນໃຈໄວເກີນໄປ ຈົນຂາດສະຕິ
ຄວາມຮັກ ຄົນໂສດຈະມີຄົນເຂົ້າມາ ເຊິ່ງອາດຈະໃຊ້ໄລຍະເວລາຈັກໜ່ອຍກວ່າເຂົາຈະຍອມເປີດເຜີຍຕົວຕົນໃຫ້ເຈົ້າຮູ້ ສ່ວນຄົນມີຄູ່ ຊ່ວງນີ້ເປັນຊ່ວງທີ່ມີສະເຫນ່ຫຼາຍ ຄູ່ຂອງເຈົ້າຈະເອົາອົກເອົາໃຈເຖິງວ່າບໍ່ໄດ້ເທົ່າສິ່ງທີ່ເຈົ້າຫວັງໄວ້ກໍຕາມ
ສຸຂະພາບ ລະວັງເລື່ອງການກິນ ເພາະເຈົ້າເລືອກກິນແບບເນັ້ນແຊບຖືກປາກ ຈຶ່ງເຮັດໃຫ້ມີບັນຫາເລື່ອງນ້ຳໜັກຕົວ ລວມໄປເຖິງພວກໄຂມັນໃນເສັ້ນເລືອດ ໂລກຫົວໃຈ ເບົາຫວານ ນ້ຳຕານໃນເລືອດສູງໄດ້
ເລກນຳໂຊກ 1, 2,
ຂໍ້ແນະນຳເສີມດວງ ໝັ່ນຕື່ມນ້ຳມັນຕະກຽງ, ຖວາຍຫຼອດໄຟຟ້າ, ທຽນ ຫຼື ຮ່ວມຖວາຍປັດໄຈຄ່າໄຟຟ້າ ໂດຍສະເພາະກັບວັດທີ່ຢູ່ຫ່າງໄກ ນອກຈາກນີ້ລອງຖວາຍສັງຄະທານເຂົ້າສານອາຫານແຫ້ງແກ່ພະພິກຂຸສົງ ແລະ ຫາໂອກາດປ່ອຍປາຕາມຈຳນວນກຳລັງວັນເກີດດ້ວຍ
ການເງິນ ລະວັງເລື່ອງການລົງທຶນ ຫຼື ການໃຊ້ອາລົມຕັດສິນບັນຫາທາງການເງິນໂດຍບໍ່ປຶກສາຫາລືໃຜ ເພາະມີໂອກາດທີ່ການເງິນຂອງເຈົ້າຈະຜັນຜວນສູງ ແລະ ມີໂອກາດທີ່ຈະຖຽງກັບຄົນໃກ້ຊິດຈົນເສຍຄວາມສຳພັນສາຍພີ່ນ້ອງໃນເລື່ອງການເງິນດ້ວຍ
ການງານ ເປັນຊ່ວງເວລາທີ່ເຈົ້າຈະມີຄວາມສຸກກັບການເຮັດວຽກ ເປັນຊ່ວງທີ່ເຈົ້າໄດ້ມີຄວາມສຳພັນທີ່ດີ ໄດ້ຮັບການຍອມຮັບ ການສະໜັບສະໜູນຈາກຜູ້ຮ່ວມງານ ແລະ ຜູ້ບັງຄັບບັນຊາ ແຕ່ເຖິງຢ່າງນັ້ນກໍຂໍໃຫ້ລະວັງການໃສ່ຮ້າຍປ້າຍສີ ຊິງດີຊິງເດັ່ນຊຶ່ງອາດເຮັດໃຫ້ເຈົ້າອາດຈະພາດໂອກາດດີໆ ໄປໄດ້
ຄວາມຮັກ ຄົນໂສດຢູ່ແບບນີ້ກໍມີຄວາມສຸກແລ້ວ ຈຶ່ງບໍ່ໄດ້ຊອກຫາໃຜເຂົ້າມາແບ່ງຄວາມສຸກໃນຊີວິດ ສ່ວນຄົນມີຄູ່ ເປັນຊ່ວງທີ່ຢູ່ກັນແບບຄວາມຄຽດເຂົ້າຄອບງຳ ເຈົ້າຕ້ອງເບິ່ງວ່າທີ່ໃດມີຮັກທີ່ນັ້ນມີທຸກ ຕ້ອງຮູ້ຈັກປ່ອຍວາງແລະມີສະຕິ ກໍຈະຜ່ານຊ່ວງນີ້ໄປໄດ້
ສຸຂະພາບ ລະວັງອາການຜິດປົກກະຕິຕ່າງໆ ກ່ຽວກັບຄວາມຈຳແລະການຂາດສານອາຫານ
ເລກນຳໂຊກ 1, 2, 8
ຂໍ້ແນະນຳເສີມດວງ ຕ້ອງຫາເວລາໄປຖືສິນ, ປະຕິບັດທຳ, ໄຫວ້ພະ ສວດມົນໃຫ້ໄດ້ຢ່າງຕ່ຳ 9 ວັນ ງົດການກິນຊີ້ນສັດໃນວັນພະ ຖືສິນ 5 ຢ່າງເຄັ່ງຄັດ ແລະ ໃຫ້ນຳຜ້າໄຕຄົບຊຸດບວດ ພ້ອມສັງຄະທານທີ່ມີຢາຮັກສາໂລກໃຫ້ຜູ້ໃຫຍ່ທີ່ກຳລັງປ່ວຍຢູ່ຮ່ວມອະນຸໂມທະນາຖວາຍພະພິກຂຸສົງ
ການເງິນ ການເງິນໃນອາທິດນີ້ຄ່ອນຂ້າງຈະມີບັນຫາ ເພາະປົກກະຕິແລ້ວກໍຍັງບໍລິຫານເງິນບໍ່ໄດ້ ແຖມຍັງມີເລື່ອງໃຫ້ຕ້ອງໃຊ້ເງິນໄປຊ່ວຍຍາດພີ່ນ້ອງທີ່ກຳລັງມີບັນຫາອີກ ຈຶ່ງເຮັດໃຫ້ຕົວເຈົ້າມີບັນຫາໄປດ້ວຍ ແຕ່ກໍຍັງມີໂອກາດໄດ້ລາບລອຍຢູ່
ການງານ ຈະມີບັນຫາສະເພາະໜ້າເຂົ້າມາຢ່າງບໍ່ທັນຕັ້ງຕົວ ນອກຈາກນີ້ໃຫ້ລະວັງຄວາມໝັ້ນໃຈທີ່ສູງເກີນໄປ ເພາະຈະເຮັດໃຫ້ຂາດຄວາມຮອບຄອບ ແລະ ລືມໃສ່ໃຈຄວາມຮູ້ສຶກຂອງເພື່ອນຮ່ວມງານຈົນເກີດຄວາມຂັດແຍ່ງໃນທີ່ສຸດ
ຄວາມຮັກ ຄົນໂສດບໍ່ແນະນຳໃຫ້ມີຄູ່ຊ່ວງນີ້ ເພາະເຈົ້າຈະເຈີຄົນທີ່ບໍ່ໂສດເຂົ້າມາໃນຊີວິດ ຈົນຕົວເອງກາຍເປັນມືທີສາມຂອງຄົນອື່ນໄປ ສ່ວນຄົນມີຄູ່ຊ່ວງນີ້ເຈົ້າມີຄວາມຫວາດລະແວງອັນໃດບາງຢ່າງ ມີໂອກາດຈະຖຽງກັນຢ່າງຮຸນແຮງ ແລະ ມີເກນຢ່າຮ້າງສູງ
ສຸຂະພາບ ລະວັງອຸບັດຕິເຫດທີ່ຈະເກີດຂຶ້ນແບບກະທັນຫັນ ທັງຈາກການເດີນທາງ ແລະ ໄພທຳມະຊາດ ແນະນຳໃຫ້ກວດສຸຂະພາບຮ່າງກາຍເພື່ອຈະໄດ້ປ້ອງກັນໂລກທີ່ອາດຈະເກີດຂຶ້ນໂດຍບໍ່ທັນຕັ້ງຕົວ ເຊັ່ນ: ເບົາຫວານ, ໂລກໄຕ ຫຼື ຄວາມຜິດປົກກະຕິຂອງເມັດເລືອດ
ເລກນຳໂຊກ –
ຂໍ້ແນະນຳເສີມດວງ ຫາໂອກາດປ່ອຍສັດທີ່ກຳລັງຈະຖືກຂ້າ ເຊັ່ນ: ໂຄ, ກະບື, ປາໜ້າຂຽງ ຫຼື ເຕົ່າ ນອກຈາກນີ້ລອງເຮັດບຸນກ່ຽວກັບຄວາມຕາຍ ເຊັ່ນ: ບໍລິຈາກໂລງສົບ, ຜ້າຂາວ, ບໍລິຈາກເລືອດ ເປັນຕົ້ນ ພ້ອມທັງຫາເວລາໄປຖືສິນ ປະຕິບັດທຳໃຫ້ໄດ້ຢ່າງຕ່ຳ 15 ວັນ ສວດມົນໄຫວ້ພະກວດນ້ຳໃຫ້ເຈົ້າກຳນາຍເວນໃຫ້ໄດ້ທຸກມື້ຈະດີຫຼາຍ
ການເງິນ ອາທິດນີ້ການເງິນຂອງເຈົ້າກຳລັງໄປໃນທິດທາງທີ່ດີຫຼາຍ ມີເງິນເຂົ້າມາໃຫ້ໃຊ້ບໍ່ຂາດມື ນອກຈາກນີ້ມີໂອກາດທີ່ເງິນກ້ອນໃຫຍ່ໆ ຈະເຂົ້າມາຫາເຈົ້າອີກດ້ວຍ
ການງານ ການງານຊ່ວງນີ້ອາດຈະຕ້ອງໄປຮັບພາລະງານຂອງຄົນອື່ນມາເຮັດ ແຖມໄປໄດ້ບໍ່ສຸດອີກຕ່າງຫາກ ສ່ວນງານອັນໃດທີ່ວາງແຜນໄວ້ວ່າຈະເຮັດ ສາມາດດຳເນີນການໄດ້ເລີຍ ເພາະມີໂອກາດເຮັດເງິນໄດ້ແລະປະສົບຄວາມສຳເລັດ
ຄວາມຮັກ ຄົນໂສດຄົງຕ້ອງຢູ່ຄົນດຽວໄປກ່ອນ ເພາະຖ້າຝືນໄປຄວາມສຳພັນກໍຈະບໍ່ຄົງທົນ ສ່ວນຄົນມີຄູ່ ຈະມີບັນຫາວຸ້ນວາຍກັບການເຂົ້າໃຈຜິດ ຫຼື ມີມືທີສາມເຂົ້າມາຈົນຕ້ອງຖຽງກັນ ຈຶ່ງຄວນມີສະຕິ ແລະ ໃຊ້ເຫດຜົນໃນການເວົ້າຈາກັນ
ສຸຂະພາບ ລະວັງການຂາດສານອາຫານ ແລະ ວິຕາມິນ ນອກຈາກນີ້ແນະນຳໃຫ້ອອກກຳລັງກາຍດ້ວຍ
ເລກນຳໂຊກ 1, 2, 4, 5, 9
ຂໍ້ແນະນຳເສີມດວງ ແນະນຳຖວາຍສັງຄະທານທີ່ຕ້ອງໃຊ້ເປັນຄູ່ ເຊັ່ນ: ທຽນ, ເກີບ, ເປັນຕົ້ນ ລວມເຖິງຖວາຍທູບຫອມ, ທຽນຫອມ ຖວາຍພັດຕາຫານຄາວຫວານຢ່າງນ້ອຍ 3 ຢ່າງແດ່ພະພິກຂຸສົງ ພ້ອມທັງຕື່ມນ້ຳມັນຕະກຽງ ຈະຊ່ວຍໃຫ້ດວງດ້ານຄວາມຮັກບໍ່ຮ້ອນເກີນໄປ
ການເງິນ ການເງິນອາທິດນີ້ມີທັງດີ ແລະ ຮ້າຍໃນເວລາດຽວກັນ ເພາະໃຊ້ເງິນເກັ່ງ, ໃຈໃຫຍ່, ບໍ່ຄ່ອຍວາງແຜນ ແຕ່ໂຊກດີທີ່ເຈົ້າເປັນຄົນດຸໝັ່ນ ຈຶ່ງເຮັດໃຫ້ມີລາຍໄດ້ເຂົ້າມາຢ່າງຕໍ່ເນື່ອງ ແລະ ຜ່ານວິກິດການເງິນໄປໄດ້ ແຕ່ໃຫ້ລະວັງພີ່ນ້ອງມາຢືມດ້ວຍ
ການງານ ເຈົ້າຕ້ອງມີຄວາມລະອຽດຮອບຄອບໃຫ້ຫຼາຍໃນເລື່ອງເອກະສານຕ່າງໆ ແມ່ນຈະມີເພື່ອນຮ່ວມງານ, ບໍລິວານທີ່ດີ ແຕ່ກໍໃຫ້ລະວັງຄວາມຜິດພາດທີ່ອາດເກີດຂຶ້ນໄດ້ ນອກຈາກນີ້ໃຫ້ລະວັງຖືກແທງຂ້າງຫຼັງ ຫຼື ມີຜູ້ໃຫຍ່ມາໃຫ້ໂທດແບບບໍ່ມີເຫດຜົນ ພຽງເພາະຟັງຄຳເວົ້າຄົນອື່ນ
ຄວາມຮັກ ຄົນໂສດແມ່ນຈະເຈິຄົນເຂົ້າມາ ແຕ່ກໍຍັງເຮັດໃຫ້ເຈົ້າບໍ່ວາງໃຈຈົນຮູ້ສຶກອຶດອັດກັບຄວາມສຳພັນ ແລະ ໄປບໍ່ເຖິງເປົ້າໝາຍທີ່ວາງໄວ້ ສ່ວນຄົນມີຄູ່ ຈະໄດ້ຄູ່ທີ່ຊ່ວຍສົ່ງເສີມໃຫ້ເຈົ້າໄປໃນທາງທີ່ດີຂຶ້ນ ແຕ່ກໍຈະເຈີເລື່ອງຄຽດໆ ຈາກຄົນທີ່ບໍ່ຄ່ອຍປາດຖະໜາດີກັບພວກເຈົ້າ
ສຸຂະພາບ ຈະເກີດຄວາມຄຽດ ຄວາມກົດດັນຈົນເປັນສາເຫດສຳຄັນຂອງຄວາມເຈັບປ່ວຍໂດຍສະເພາະລະບົບປະສາດ ຄວາມດັນເລືອດ ໄມເກຼນ ຊຶ່ງສົ່ງຜົນຕໍ່ລະບົບການຍ່ອຍອາຫານດ້ວຍ ນອກຈາກນີ້ລະວັງລົ້ມ, ຕົກຈາກທີ່ສູງ ຫຼື ຕີນພິກ ດ້ວຍ
ເລກນຳໂຊກ –
ຂໍ້ແນະນຳເສີມດວງ ຫາໂອກາດປ່ອຍສັດທີ່ກຳລັງຈະຖືກຂ້າ ເຊັ່ນ: ໂຄ ກະບື ປາໜ້າຂຽງ ຫຼື ເຕົ່າ ແນະນຳໃຫ້ພະຍາຍາມສວດມົນ ໄຫວ້ພະ ຖືສິນ 5 ແລະ ກວດນ້ຳອຸທິດໃຫ້ກັບເຈົ້າກຳນາຍເວນ ນອກຈາກນີ້ລອງຫາໂອກາດໄປປ່ອຍປູທະເລຈະເຮັດໃຫ້ອັນໃດທີ່ອຶດອັດຢູ່ຄີ່ຄາຍໄປໃນທາງທີ່ດີຂຶ້ນ
ການເງິນ ການເງິນເລີ່ມດີຂຶ້ນ ມີເງິນເຂົ້າມາຫຼາຍຂຶ້ນແມ່ນຈະຍັງບໍ່ຄ່ອງຕົວແຕ່ກໍດີກວ່າອາທິດທີ່ຜ່ານໆ ມາ ແລະ ອາດຈະມີເລື່ອງທີ່ບ້ານມາໃຫ້ເຈົ້າຕ້ອງຮັບຜິດຊອບ
ການງານ ການງານຂອງເຈົ້າເປັນໄປໃນທິດທາງທີ່ດີ ເປັນຊ່ວງເວລາທີ່ຄ່ອນຂ້າງຈະສະບາຍ ສາມາດເຈລະຈາຕໍ່ລອງໄດ້ດີ ແລະ ປະສົບຄວາມສຳເລັດ ສຳລັບອາຊີບທີ່ຕ້ອງໃຊ້ວາດທະສິນ ອາທິດນີ້ເປັນອາທິດທີ່ດີຂອງເຈົ້າ
ຄວາມຮັກ ຄົນໂສດລະວັງຈະເຂົ້າໄປເປັນມືທີສາມໂດຍບໍ່ຮູ້ຕົວ ສ່ວນຄົນມີຄູ່ອາດຈະມີຂ່າວດີຕ້ອນຮັບເບບີ້ຕົວນ້ອຍໆ ເຂົ້າມາເປັນສະມາຊິກໃໝ່ຂອງຄອບຄົວ
ສຸຂະພາບ ຢ່າຈິງຈັງອັນໃດຫຼາຍໄປເພາະຈະເຮັດໃຫ້ເຈັບຫົວຕໍ່ເນື່ອງ ລະວັງໂລກຫົວໃຈ ແລະ ລະບົບເລືອດ ລວມເຖິງອາການຜິດປົກກະຕິຕາມຜິວໜັງ ນອກຈາກນີ້ບາງທ່ານອາດຈະບາດເຈັບກະດູກແລະຂໍ້ຕໍ່ຕ່າງໆ ໄດ້
ເລກນຳໂຊກ 2, 4, 9
ຂໍ້ແນະນຳເສີມດວງ ຖວາຍພັດຕາຫານແດ່ພະພິກຂຸສົງດ້ວຍອາຫານຄາວຫວານ ພ້ອມດອກໄມ້ຫອມ ທູບທຽນ ນອກຈາກນີ້ໃຫ້ຫາໂອກາດຮ່ວມບຸນຊື້ໄມ້ເທົ້າໃຫ້ກັບຜູ້ພິການທາງສາຍຕາ ຫຼື ບໍລິຈາກແວ່ນຕາ ຮ່ວມປັດໄຈເຮັດບຸນດ້ານການຮັກສາໂລກທາງກະດູກ ເຮັດຂາທຽມ ເປັນຕົ້ນ
ການເງິນ ອາທິດນີ້ການເງິນອາດຈະລຳບາກແດ່ ຕ້ອງວາງແຜນຢ່າງຮອບຄອບ ແລະ ຮັດກຸມພໍສົມຄວນເລີຍ ລົດ ລະ ເລີກກັບເລື່ອງຟຸມເຟືອຍ ເພາະອາດຈະມີໂອກາດເປັນໜີ້ສິນ ດັ່ງນັ້ນຄວນວາງແຜນການເງິນໃຫ້ດີ
ການງານ ລະວັງເກີດບັນຫາຂັດແຍ່ງກັບບໍລິວານ ຜູ້ຮ່ວມງານ ເພາະທິຖິມານະຂອງເຈົ້າ ແນະນຳໃຫ້ລອງເອົາໃຈເຂົາມາໃສ່ໃຈເຮົາ ແລະ ຜູກມິດກັບຄົນຮອບຂ້າງຈະເຮັດໃຫ້ເຈົ້າໝົດບັນຫາເລື່ອງບໍລິວານໄປໄດ້ ນອກຈາກນີ້ຢ່າເຮັດອັນໃດເກີນໜ້າທີ່ ເກີນຄວາມສາມາດເພື່ອລີ່ຽງບັນຫາທີ່ຈະຕາມມາ
ຄວາມຮັກ ຄົນໂສດບໍ່ມີວີ່ແວວມີຄູ່ໃນຊ່ວງນີ້ເລີຍ ເຖິງມີຄົນເຂົ້າມາລົມກໍຈະຢູ່ກັນໄດ້ບໍ່ດົນ ໂດຍສະເພາະ LGBTQIAN+ ໃຫ້ລະວັງການໂຕ້ຖຽງ ແຍ່ງຊິງ ສ່ວນຄົນມີຄູ່ເປັນຊ່ວງທີ່ເຈົ້າຈະໄດ້ຂອງຂວັນຈາກຄູ່ຄອງແບບສະເຫນ່ຫາ ແຕ່ໃຫ້ລະວັງມືທີສາມຈ້ອງຈະເຂົ້າມາແຊກກາງ
ສຸຂະພາບ ລະວັງເລື່ອງອາການເຈັບປ່ວຍທີ່ລະບົບຍ່ອຍອາຫານ ລວມເຖິງຄວາມຄຽດຫຼືການເຈັບປ່ວຍອັນເກີດຈາກຄວາມວິຕົກກັງວົນ
ເລກນຳໂຊກ 2, 9
ຂໍ້ແນະນຳເສີມດວງ ຫາໂອກາດບູຊາສັກກາລະພະລາຫູດ້ວຍຂອງດຳ 12 ຢ່າງ ປ່ອຍສັດທີ່ກຳລັງຈະຖືກຂ້າ ເຊັ່ນ: ໂຄ ກະບື ປາໜ້າຂຽງ ຫຼື ເຕົ່າ ລວມກັບການເຮັດບຸນກ່ຽວກັບຄວາມຕາຍ ເຊັ່ນ: ບໍລິຈາກໂລງສົບ ຜ້າຂາວ ບໍລິຈາກເລືອດ ເປັນຕົ້ນ ນອກຈາກນີ້ຢ່າລືມໝັ່ນໄຫວ້ພະສວດມົນ ຖືສິນ 5 ທຸກວັນພະຍາຍາມຢ່າຂາດ ແລະ ກວດນ້ຳໃຫ້ເຈົ້າກຳນາຍເວນ
ສະກຸນເງິນ | ຊື້ | ຂາຍ |
---|---|---|
![]() USD | 21,460 | 21,671 |
![]() THB | 647.21 | 659.51 |
![]() EUR | 22,976 | 23,436 |
![]() CNY | 2,893 | 2,951 |
ຊະນິດນ້ຳມັນ | ລາຄາ |
---|---|
![]() | 28,230 |
![]() | 22,560 |
![]() | 18,370 |
ປະເພດ | ລາຄາຊື້ | ລາຄາຂາຍ |
---|---|---|
![]() | 34,080,000 | 34,610,000 |
![]() | 33,730,000 | 34,719,000 |