ຕັ້ງໃຈຈະບໍ່ຫຼິ້ນໂທລະສັບກ່ອນນອນ, ແຕ່ສຸດທ້າຍກໍ່ຍັງຈັບຂຶ້ນມາເລື່ອນ TikTok, ເບິ່ງ Instagram ຈົນເຜີຫຼັບໄປພ້ອມໜ້າຈໍ. ພໍຕື່ນເຊົ້າກໍ່ຮູ້ສຶກບໍ່ສົດຊື່ນ, ເມື່ອຍ, ແລະ ຫງຸດຫງິດງ່າຍ. ມາທຳຄວາມເຂົ້າໃຈເບື້ອງເລິກຂອງພຶດຕິກຳ “ຫຼິ້ນໂທລະສັບກ່ອນນອນ” ແລະ ວິທີຮັບມືແບບບໍ່ຕ້ອງຝືນໃຈຈົນຄຽດ.
ຕອນກາງເວັນພວກເຮົາຕ້ອງພົບກັບວຽກ, ຄວາມກົດດັນ, ຫຼື ບັນຫາໜັກໆ. ພໍຮອດເວລາກ່ອນນອນ, ສະໝອງກໍ່ຢາກໄດ້ “ລາງວັນ” ຫຼື ສິ່ງທີ່ໃຫ້ຄວາມຮູ້ສຶກດີ. ໂທລະສັບຈຶ່ງກາຍເປັນເຄື່ອງມືທີ່ງ່າຍແລະຕອບສະໜອງທັນທີ.
ເຖິງແມ່ນວ່າຮູ້ວ່າແສງຈາກໜ້າຈໍໂທລະສັບເຮັດໃຫ້ຫຼັບຍາກ, ແຕ່ມັນກໍ່ເຮັດໃຫ້ສະໝອງຕື່ນຕົວຄືກັບກຳລັງໄດ້ຮັບຄວາມມ່ວນ, ບໍ່ຢາກນອນ, ເພາະຮູ້ສຶກວ່າຍັງມີເລື່ອງໃຫ້ຕິດຕາມອີກຫຼາຍຫຼາຍ.
ຫຼາຍຄົນຮູ້ສຶກວ່າ ຖ້າບໍ່ເຊັກໂທລະສັບກ່ອນນອນຈະຕົກຂ່າວ ຫຼື ພາດອັນໃດບາງຢ່າງ, ເຊັ່ນ: ຂໍ້ຄວາມຈາກໝູ່, ອັບເດດຈາກດາລາທີ່ມັກ, ຫຼື ຂ່າວສານສຳຄັນຕ່າງໆ.
ລອງກຳນົດວ່າ 30-60 ນາທີກ່ອນນອນ, ຈະຢຸດຫຼິ້ນໂທລະສັບເພື່ອໃຫ້ສະໝອງເລີ່ມຜ່ອນຄາຍຈາກສິ່ງເລົ້າ.
ຖ້າຫຼີກລ່ຽງບໍ່ໄດ້ຈິງໆ, ໃຫ້ຕັ້ງຄ່າໜ້າຈໍເປັນໂໝດ Night Shift ຫຼື ໃຊ້ແອັບຫຼຸດແສງສີຟ້າ, ເພື່ອຫຼຸດຜົນກະທົບຕໍ່ການນອນ.
ວາງໂທລະສັບໄວ້ໄກຕົວ ຫຼື ຊາດນອກຫ້ອງນອນ. ຖ້າຈັບໂທລະສັບບໍ່ສະດວກ, ກໍ່ຈະບໍ່ເຜີຫຍິບມາຫຼິ້ນງ່າຍໆ.
ໃຜທີ່ພະຍາຍາມເລີກຫຼິ້ນໂທລະສັບກ່ອນນອນແລ້ວລົ້ມເຫຼວຫຼາຍຄັ້ງ, ຢ່າເພິ່ງໂທດຕົວເອງ, ເພາະພຶດຕິກຳນີ້ເປັນທັງເລື່ອງຂອງນິໄສແລະຄວາມຄຽດສະສົມ. ລອງເລີ່ມຈາກຫຼຸດເວລາຈາກ 2 ຊົ່ວໂມງ ເຫຼືອ 30 ນາທີ, ຄ່ອຍໆປັບ. ພໍເຫັນຜົນດີ, ສະໝອງຈະເລີ່ມຮຽນຮູ້ວ່າການບໍ່ແຕະໂທລະສັບກ່ອນນອນກໍ່ດີຄືກັນ.
ການເລີກຫຼິ້ນໂທລະສັບກ່ອນນອນ ບໍ່ໄດ້ແຄ່ຊ່ວຍໃຫ້ຫຼັບສະບາຍຂຶ້ນ, ແຕ່ຍັງສົ່ງຜົນດີຕໍ່ສຸຂະພາບໂດຍລວມໃນໄລຍະຍາວ. ຢ່າລືມວ່າເວລາເຂົ້ານອນຄືຊ່ວງເວລາທີ່ຮ່າງກາຍຕ້ອງການການເຍີຍວຍາຈິງໆ. ລອງໃຫ້ໂອກາດຕົວເອງໄດ້ພັກຈາກໂລກອອນລາຍ, ແລ້ວທ່ານຈະພົບຄວາມປ່ຽນແປງທີ່ໜ້າທຶ່ງ.
ສະກຸນເງິນ | ຊື້ | ຂາຍ |
---|---|---|
![]() USD | 21,460 | 21,671 |
![]() THB | 647.21 | 659.51 |
![]() EUR | 22,976 | 23,436 |
![]() CNY | 2,893 | 2,951 |
ຊະນິດນ້ຳມັນ | ລາຄາ |
---|---|
![]() | 28,230 |
![]() | 22,560 |
![]() | 18,370 |
ປະເພດ | ລາຄາຊື້ | ລາຄາຂາຍ |
---|---|---|
![]() | 34,080,000 | 34,610,000 |
![]() | 33,730,000 | 34,719,000 |