ອະດີດເຈົ້າໜ້າທີ່ລະດັບສູງດ້ານປ້ອງກັນປະເທດຂອງສະຫະລັດ ສົ່ງສຽງເຕືອນສະມາຊິກສະພາຄອງເກຣສ ການຮຸກຮານໄຕ້ຫວັນໂດຍຈີນ “ຢູ່ບໍ່ຫ່າງໄກອີກຕໍ່ໄປ” ທ່າມກາງຄວາມຕຶງຄຽດເພີ່ມຂຶ້ນໃນຊ່ອງແຄບໄຕ້ຫວັນ ແລະ ສັກຍະພາບທີ່ເຂັ້ມແຂງຂຶ້ນເລື້ອຍໆຂອງກອງທັບປົດແອກປະຊາຊົນຈີນ
ຊາຣ໌ສ ຟລິນ ນາຍພົນບຳນານ ແລະ ອະດີດຜູ້ບັນຊາການກອງກຳລັງແປຊິຟິກແຫ່ງກອງທັບສະຫະລັດ ໃຫ້ຄວາມເຫັນໃນເລື່ອງນີ້ ຫຼັງຈາກທີ່ຜ່ານມາ ຈີນ ປະກາດລວມຊາດກັບໄຕ້ຫວັນ
ຊຶ່ງພວກເຂົາເບິ່ງໃນຖານະເປັນສ່ວນໜຶ່ງຂອງດິນແດນ ແລະ ເມື່ອບໍ່ດົນມານີ້ ປັກກິ່ງຍົກລະດັບຄວາມເຄື່ອນໄຫວທາງທະຫານຮອບໆໄຕ້ຫວັນ ລົງໂທດພັກປະຊາທິປະໄຕກ້າວໜ້າ ຜູ້ປົກຄອງຂອງເກາະ ທີ່ຕໍ່ຕ້ານປັກກິ່ງ
ພວກເຈົ້າໜ້າທີ່ສະຫະລັດເຊື່ອວ່າ ສີ ຈິ້ນຜິງ ປະທານາທິບໍດີຈີນ ອອກຄຳສັ່ງໃຫ້ກອງທັບປົດແອກປະຊາຊົນຈີນ ຍົກລະດັບໃຫ້ມີສັກຍະພາບພ້ອມສຳລັບເຂົ້າຍຶດໄຕ້ຫວັນພາຍໃນປີ 2027
ແຕ່ຜູ້ນຳລາຍນີ້ອາດຍັງບໍ່ສັ່ງບຸກໃນປີດັ່ງກ່າວ ຂະນະທີ່ ມາຣ໌ໂກ ຣູບິໂອ ລັດຖະມົນຕີຕ່າງປະເທດອາເມລິກາ ແລະ ຄົນອື່ນໆໃນລັດຖະບານປະທານາທິບໍດີໂດນັລ ທຣຳ ປະກາດກ້າວວ່າຈະປ້ອງປາມຈີນທຸກວິຖີທາງ ເຮັດໃຫ້ປັກກິ່ງຊົດໃຊ້ການຮຸກຮານໃນລາຄາແພງທີ່ສຸດເທົ່າທີ່ຈະເປັນໄປໄດ້
ເມື່ອປາຍອາທິດທີ່ແລ້ວ ລະຫວ່າງໃຫ້ຂໍ້ມູນກັບສະພາຜູ້ແທນປະຊາຊົນ ໃນປະເດັນພັກຄອມມິວນິສຈີນ ທາງ ຊາຣ໌ສ ຟລິນ ກ່າວວ່າ “ໄພຂົ່ມຂູ່ການຮຸກຮານໄຕ້ຫວັນຂອງຈີນ ຢູ່ບໍ່ໄກອີກຕໍ່ໄປ ຫຼື ບໍ່ແມ່ນພຽງແຕ່ໃນທາງທິດສະດີອີກຕໍ່ໄປ”
ເຖິງຢ່າງໃດກໍຕາມໃນການຖະແຫຼງ ທີ່ເຜີຍແຜ່ກ່ອນໜ້າເຂົ້າໃຫ້ປາກຄຳ ຟລິນ ຊີ້ເຖິງຄວາມທ້າທາຍໃຫຍ່ໂຕທີ່ຕ້ອງປະເຊີນໃນການໂຈມຕີແບບຍົກພົນຂຶ້ນບົກ ປັດໄຈທີ່ເຂົາເບິ່ງວ່າຈະຊ່ວຍຫຼຸດຄວາມຫ່າງດ້ານແສນຍານຸພາບລະຫວ່າງກອງທັບໄຕ້ຫວັນກັບກອງທັບຈີນ
ຟລິນ ເບິ່ງວ່າເພື່ອບັນລຸເປົ້າໝາຍ ກອງກຳລັງຈີນຈຳເປັນຕ້ອງຊ່ອງແຄບ 100 ໄມລ໌(ປະມານ 160 ກິໂລແມັດ)
ພາຍໃຕ້ການໂຈມຕີສະກັດກັ້ນຢ່າງໜັກ ແລະ ເມື່ອໄປເຖິງຕາຝັ່ງໄຕ້ຫວັນ ພວກເຂົາຈຳເປັນຕ້ອງຈັດຕັ້ງແນວຮົບ ແລະ ຍຶດຫົວຫາດເອົາໄວ້
ຈາກນັ້ນພາຍໃນເມືອງຕ່າງໆຂອງໄຕ້ຫວັນ ທາງກອງທັບປົດແອກປະຊາຊົນຈີນຈະຕ້ອງເຈິກັບການເຮັດສຶກສົງຄາມໃນເມືອງກັບຝ່າຍປ້ອງກັນ ທີ່ຢືນຢັດຢູ່ຕາມຖານທີ່ໝັ້ນຕ່າງໆທີ່ເປັນປ້ອມປາການອັນແຂງແກ່ງ
ຊຶ່ງ ຈີນ ຈຳເປັນຕ້ອງຈັດການເລື່ອງນີ້ໃຫ້ລຸລ່ວງ ກ່ອນໜ້າທີ່ສະຫະລັດ ແລະ ບັນດາພັນທະມິດ ຈະສົ່ງກອງກຳລັງເຂົ້າແຊກແຊງ ຕາມທີ່ຮັບປາກໄວ້
ຟລິນ ເນັ້ນຢ້ຳວ່າໃນຂະນະທີ່ພວກນັກວິເຄາະໂຟກັສໄປທີ່ການເຕີບໂຕຢ່າງວ່ອງໄວຂອງກອງທັບເຮືອ ກອງທັບອາກາດ ແລະ ກອງກຳລັງຈະຫຼວດຂອງຈີນ
ແຕ່ທ້າຍທີ່ສຸດແລ້ວຜົນລັບຂອງສົງຄາມຈະຕັດສິນກັນດ້ວຍສັກຍະພາບຂອງກອງກຳລັງທາງພາກພື້ນຂອງປັກກິ່ງ
“ຖ້າກອງທັບປົດແອກປະຊາຊົນຈີນບໍ່ສາມາດຍົກພົນຂຶ້ນບົກ ບໍ່ສາມາດແປທັບ ບໍ່ສາມາດຍຶດພື້ນທີ່ ແລະ ບໍ່ສາມາດປາບປາມປະຊາຊົນຊາວໄຕ້ຫວັນໄດ້ ພວກເຂົາກໍຈະບໍ່ອາດເປັນຝ່າຍຊະນະ ຖ້າພວກເຮົາສາມາດຂັດຂວາງພວກເຂົາຈາກຄວາມພະຍາຍາມຂ້າມຊ່ອງແຄບ ພວກເຮົາກໍຈະສາມາດປ້ອງປາມສົງຄາມດ້ວຍກັນ” ຟລິນກ່າວໄວ້
ສະກຸນເງິນ | ຊື້ | ຂາຍ |
---|---|---|
![]() USD | 21,455 | 21,731 |
![]() THB | 648.35 | 660.67 |
![]() EUR | 23,023 | 23,484 |
![]() CNY | 2,898 | 2,956 |
ຊະນິດນ້ຳມັນ | ລາຄາ |
---|---|
![]() | 28,230 |
![]() | 22,560 |
![]() | 18,370 |
ປະເພດ | ລາຄາຊື້ | ລາຄາຂາຍ |
---|---|---|
![]() | 34,080,000 | 34,610,000 |
![]() | 33,730,000 | 34,719,000 |