site_cover (12)
ຈີນຮູ້ທັນທຣຳ ເທຂາຍພັນທະບັດສະຫະລັດ ກ່ອນສຶກຂູດຮີດພາສີ ເຫຼືອຖືຄອງເປັນອັນດັບ 3
ຮຽບຮຽງໂດຍ:Soulinda
ເຜີຍແຜ່: 19 May, 2025
ໝວດ: ຂ່າວ

ຈີນຫຼຸດການຖືຄອງພັນທະບັດລັດຖະບານສະຫະລັດລົງໃນເດືອນມີນາ ຕັ້ງແຕ່ກ່ອນໜ້າສົງຄາມຂູດຮີດພາສີຂອງປະທານາທິບໍດີໂດນັລ ທຣຳ ສົ່ງຜົນໃຫ້ສະຫະລາດຊະອານາຈັກກ້າວຂຶ້ນມາແທນທີ່ໃນອັນດັບ 2 ຂອງຕ່າງຊາດທີ່ຖືຄອງພັນທະບັດລັດຖະບານສະຫະລັດຫຼາຍທີ່ສຸດ

 

ໃນເດືອນດັ່ງກ່າວ ຊຶ່ງເປັນເດືອນກ່ອນໜ້າທຣຳເປີດສາກສຶກຮີດພາສີທີ່ກໍ່ຄວາມປັ່ນປ່ວນແກ່ຕະຫຼາດພັນທະບັດລັດຖະບານສະຫະລັດໃນເດືອນເມສາ ພົບວ່າບັນດາຕ່າງຊາດເຂົ້າຊື້ພັນທະບັດລັດຖະບານສະຫະລັດເພີ່ມຂຶ້ນຢ່າງຫຼາຍເປັນເດືອນທີ 2 ຕິດຕໍ່ກັນ

 

ແຕະລະດັບສູງສຸດເປັນປະຫວັດການ ໂດຍລວມແລ້ວຕ່າງຊາດຖືຄອງພັນທະບັດລັດຖະບານສະຫະລັດເພີ່ມຂຶ້ນ 233,100 ລ້ານໂດລາ ໃນເດືອນມີນາ ສູ່ລະດັບ 9.05 ລ້ານລ້ານໂດລາ ອ້າງອີງຈາກຕົວເລກຂອງກະຊວງການຄັງອາເມລິກາທີ່ເຜີຍແຜ່ເມື່ອວັນສຸກ(16ພຶດສະພາ) ຜິດກັບຈີນທີ່ຫຼຸດການຖືຄອງລົງ

 

ທີ່ຜ່ານມາ ຈີນ ຄືຜູ້ຖືຄອງພັນທະບັດລັດຖະບານສະຫະລັດລາຍໃຫຍ່ທີ່ສຸດ ກ່ອນຖືກຍີ່ປຸ່ນແຊງໜ້າໃນປີ 2019 ແລະ ຂໍ້ມູນຫຼ້າສຸດນີ້ພົບວ່າສະຫະລາດຊະອານາຈັກ ໄດ້ແຊງໜ້າ ຈີນ ເປັນຄັ້ງທຳອິດໃນຮອບກວ່າ 2 ທົດສະວັດ ໃນອັນດັບ 2 ຊາດທີ່ຖືຄອງພັນທະບັດລັດຖະບານສະຫະລັດຫຼາຍທີ່ສຸດໃນໂລກ

 

ໃນພາບລວມຂອງຂໍ້ມູນທີ່ເຜີຍແຜ່ໃນວັນສຸກ(16 ພຶດສະພາ) ບົ່ງຊີ້ວ່າຈົນເຖິງເດືອນມີນາ ຍັງບໍ່ມີການເອົາໃຈອອກຫ່າງຈາກພັນທະບັດລັດຖະບານສະຫະລັດ ຈົນກະທັ່ງ ທຣຳ ເປີດສາກມາດຕະການຮີດພາສີກຳນົດເຫຼັ້ນງານສິນຄ້ານຳເຂົ້າຈາກນານາຊາດໃນຊ່ວງຕົ້ນເດືອນເມສາ

 

ອຸປະສົງຂອງຕ່າງຊາດກາຍມາເປັນປະເດັນຖົກຖຽງກັນໃນຕະຫຼາດພັນທະບັດ ນັບຕັ້ງແຕ່ ທຣຳ ຍົກລະດັບຍຸດທະການຂຶ້ນພາສີເຊີງຮຸກ ແລະ ກ່າວຫາບັນດາຄູ່ຫູທາງການຄ້າຂອງສະຫະລັດຊ້ຳໆວ່າກຳລັງສີກປະເທດຂອງເຂົາເປັນຊິ້ນໆ

 

ໃນວັນທີ 2 ເມສາ ລາວປະກາດ “ວັນປົດປ່ອຍ” ຂູດຮີດພາສີທົ່ວໂລກ ແຮງເທຂາຍພັນທະບັດລັດຖະບານສະຫະລັດ ເຊັ່ນດຽວກັບໂດລາ ແລະ ຕະຫຼາດຫຸ້ນສະຫະລັດ ໃນຊ່ວງລະຫວ່າງເດືອນດັ່ງກ່າວ

 

ແບຣດ ເຊັດເຊີ ອະດີດເຈົ້າໜ້າທີ່ກະຊວງການຄັງສະຫະລັດ ຊຶ່ງເວລານີ້ເປັນສາຊິກສະພາຄວາມສຳພັນລະຫວ່າງປະເທດ ຂຽນບົນແພລັດຟອມເອັກຊ໌ ເບິ່ງວ່າການປັບປ່ຽນຂອງຈີນເປັນຄວາມເຄື່ອນໄຫວຫຼຸດໄລຍະເວລາການຖືຄອງ ບໍ່ແມ່ນການຕີຕົວອອກຫ່າງຈາກໂດລາຢ່າງແທ້ຈິງ

 

ຈົນເຖິງເດືອນມີນາ ຍີ່ປຸ່ນ, ສະຫະລາດຊະອານາຈັກ, ແຄນາດາ ແລະ ເບລຢຽມ ເປັນໜຶ່ງໃນບັນດາປະເທດທີ່ຖືຄອງພັນທະບັດລັດຖະບານສະຫະລັດເພີ່ມຂຶ້ນ ໂດຍສະຫະລາດຊະອານາຈັກ ຖືຄອງເພີ່ມຂຶ້ນເປັນ 779,300 ລ້ານໂດລາ ແຊງໜ້າ ຈີນ ທີ່ມີຢູ່ 765,400 ລ້ານໂດລາ ການຫຼຸດຖືຄອງຂອງຈີນ ສະທ້ອນເຖິງການເທຂາຍພັນທະບັດລັດຖະບານສະຫະລັດໄລຍະຍາວ 27,600 ລ້ານໂດລາ

 

ຍີ່ປຸ່ນ ຖືຄອງເພີ່ມຂຶ້ນເປັນເດືອນທີ 3 ຕິດຕໍ່ກັນໃນເດືອນມີນາ ສູ່ລະດັບ 1.13 ລ້ານລ້ານໂດລາ ສ່ວນແຄນາດາ ເພີ່ມຂຶ້ນ 20,100 ລ້ານໂດລາ ເປັນ 426,200 ລ້ານໂດລາ

 

ຄວາມກັງວົນກ່ຽວກັບສົງຄາມການຄ້າຫຼຸດລົງເມື່ອບໍ່ດົນມານີ້ ຕາມຫຼັງການພົບປະກັນລະຫວ່າງພວກເຈົ້າໜ້າທີ່ສະຫະລັດ ແລະ ເຈົ້າໜ້າທີ່ຈີນເມື່ອອາທິດທີ່ແລ້ວ ທີ່ນຳໄປສູ່ການປັບຫຼຸດເພດານພາສີລະຫວ່າງ 2 ຊາດ ຫຼັງຈາກກ່ອນໜ້ານີ້ເມື່ອຊ່ວງຕົ້ນເດືອນ ລັດຖະບານທຣຳຖະແຫຼງຂໍ້ຕົກລົງການຄ້າກັບສະຫະລາດຊະອານາຈັກ

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Monday, 13 October, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,531
21,808
thailand (1)
THB
657.17
669
european-union
EUR
24,072
24,554
china
CNY
2,938
2,996
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Wednesday, 8 October, 2025
ຊະນິດນ້ຳມັນ
ລາຄາ
28,650
23,990
19,320
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 8 October, 2025
ປະເພດ
ລາຄາຊື້
ລາຄາຂາຍ
42,720,000
43,250,000
42,370,000
43,359,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
pele - 2025-10-13T160628.863
ຫົວພັນ ຈູດທຳລາຍຢາເສບຕິດ ໂອກາດສະຫລອງ ວັນແຫ່ງຊາດຕ້ານຢາເສບຕິດ
jane - 2025-10-13T154809.499
ປະເທດລາວຮັບມືກັບອາກາດຈະຮ້ອນຂຶ້ນໂດຍໃນຕອນບ່າຍ ໃນເຂດນະຄອນຫຼວງວຽງຈັນ ພາກກາງ ແລະ ພາກໃຕ້ ຈະມີອຸນຫະພູມສູງເຖິງ 34 ອົງສາ.
pele - 2025-10-13T144727.197
ມອບຊາກເສືອໂຄ່ງທີ່ຢຶດ ໄດ້ໃຫ້ພະແນກ ກະສິກຳ ແລະ ສິ່ງແວດລ້ອມ ແຂວງຈຳປາສັກ
jane - 2025-10-13T142045.750
ຈັດອັນດັບ 5 ລາສີດວງດີປະຈຳເດືອນ ຕຸລາ ປີ 2025 ລາສີໃຜຈະປັງສຸດມາກວດເຊັກດ່ວນ!
jane - 2025-10-13T131830.391
ຂົວມິດຕະພາບລາວ-ໄທ ແຫ່ງທີ 5 ກຽມຈະເປີດບໍລິການທ້າຍປິ 2025 ນີ້ (ແຂວງບໍລິຄໍາໄຊ-ຈັງຫວັດບຶງການ)
pele - 2025-10-13T112028.196
ຕິດຕັ້ງໄຟເຍືອງທາງ 253 ເສົາ ຕາມເສັ້ນທາງຫລັກເຂົ້າສູ່ດອນໂຂງ
jane - 2025-10-13T112733.620
ແຈ້ງການເກີດແຜ່ນດິນໄຫວໃນຄັ້ງວັນທີ 12 ຕຸລາ 2025 ເວລາ 7:00 ໂມງເຊົ້າ ຫາ ວັນທີ 13 ຕຸລາ 2025 ດັ່ງລຸ່ມນີ້
pele - 2025-10-13T103353.933
ກຽມເປີດ ນະຄອນຫຼວງວຽງຈັນເກມ 2025, ເລີ່ມ 15 ພະຈິກ ນີ້
jane - 2025-10-13T101808.563
ນາຍຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ຈະເດີນທາງຢ້ຽມຢາມ ສປປ ລາວ
jane - 2025-10-13T094242.532
ຄະນະຜູ້ແທນຂັ້ນສູງຈາກພັກ ສປປ ລາວ ເຂົ້າຮ່ວມພິທີ ສະຫລອງວັນສ້າງຕັ້ງພັກແຮງງານເກົາຫລີ ຄົບຮອບ 80 ປີ
ຢ່າລື່ມກົດຕິດຕາມ