VP LANDSCAPE COVER - 2025-05-20T102655.009
ມູນຄ່າການສົ່ງອອກ ສປປ ລາວ ເພີ່ມຂຶ້ນ 6.1% ເກີນດຸນ 55 ລ້ານໂດລາ
ຮຽບຮຽງໂດຍ:patthana
ເຜີຍແຜ່: 20 May, 2025

ໃນເດືອນເມສາ 2025 ສປປ ລາວ ສາມາດສົ່ງອອກສິນຄ້າໄປຕ່າງປະເທດບັນລຸໄດ້ 813,111,377 ໂດລາສະຫະລັດ ເພີ່ມຂຶ້ນ 6.14% ທຽບກັບເດືອນດຽວກັນຂອງປີກາຍ. ອີງຕາມໂຕເລກຈາກກົມການຄ້າຕ່າງປະເທດ.

ໂດຍ ມູນຄ່າການຄ້າສອງສົ້ນ ຂອງ ສປປ ລາວ ໃນເດືອນເມສາ ສາມາດບັນລຸໄດ້ທັງໝົດ 1,570,320,267 ໂດລາສະຫະລັດ, ໃນນັ້ນ ສປປ ລາວ ນຳເຂົ້າສິນຄ້າ ປະມານ 757,208,891 ໂດລາສະລັດ. ເຮັດໃຫ້ການຄ້າຕ່າງປະເທດ ຂອງ ສປປ ລາວ ໄດ້ດຸນການຄ້າຢູ່ທີ່ 55,902,486 ໂດລາ.

ໃນໄລຍະ 4 ເດືອນທຳອິດຂອງປີ 2025 ມູນຄ່າການຄ້າຕ່າງປະເທດ ທັງໝົດ ບັນລຸຢູ່ທີ່ 6,195,320,039 ໂດລາສະຫະລັດ, ເພີ່ມຂຶ້ນ 1.37% ຈາກໄລຍະດຽວກັນຂອງປີ 2024.

ສິນຄ້າ ສປປ ລາວ ສົ່ງອອກຫຼາຍທີ່ສຸດໃນເດືອນເມສາທີ່ຜ່ານມາ ແມ່ນເຄື່ອງ​ໃຊ້​ໄຟ​ຟ້າ ແລະ ອຸ​ປະ​ກອນ​ເຄື່ອງ​ໃຊ້​ໄຟ​ຟ້າ ບັນລຸຢູ່ທີ່ 150,741,000 ໂດລາ, ຮອງລົງມາແມ່ນ ຄຳແທ່ງ ແລະ ຄຳປະສົມ ມູນຄ່າ 66,533,103 ໂດລາ, ມັນຕົ້ນ ມູນຄ່າ 48,205,903; ນອກຈາກນີ້ຍັງມີເກືອກາລີ ແລະ ເຈ້ຍ ແລະ ເຄື່ອງທີ່ເຮັດດ້ວຍເຈ້ຍ.

ສ່ວນ ສິນຄ້າ ທີ່ ສປປ ລາວ ນຳເຂົ້າຫຼາຍທີ່ສຸດໄດ້ແກ່ ຜະລິດຕະພັນເຄມີປະສົມສໍາເລັດຮູບ ມູນຄ່າ 91,268,292; ນ້ຳມັນກາຊວນ ມູນຄ່າ 83,822,981 ໂດລາ; ພາຫະນະທາງບົກ (ນອກຈາກລົດຈັກ,​ລົດໄຖ) ມູນຄ່າ 67,884,311 ໂດລາ; ນອກຈາກນີ້ຍັງມີ ອຸປະກອນກົນຈັກ (ນອກຈາກເຄື່ອງກົນຈັກພາຫະນະ) ແລະ ອື່ນໆ.

ປະເທດທີ່ ສປປ ລາວ ສົ່ງອອກສິນຄ້າຫຼາຍທີ່ສຸດໄດ້ແກ່ ຈີນ ດ້ວຍມູນຄ່າ 278,648,313, ໂດລາ; ເຊັ່ນດຽວກັບການນຳເຂົ້າ ທີ່ມີມູນຄ່າ 297,651,702 ໂດລາ ໃນສະເພາະເດືອນເມສາທີ່ຜ່ານມາ.

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Thursday, 22 May, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,460
21,671
thailand (1)
THB
647.21
659.51
european-union
EUR
22,976
23,436
china
CNY
2,893
2,951
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Monday, 19 May, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,080,000
34,610,000
33,730,000
34,719,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
VP LANDSCAPE COVER - 2025-05-22T160235.601
ເຊັນສັນຍາຮັບເໝົາກໍ່ສ້າງ ໂຄງການປ້ອງກັນຕາຝັ່ງເຈື່ອນ ແຕ່ຈຸດຄຸ້ມບ້ານມີໄຊສະຫວ່າງ ຫາ ບ້ານປ່າອ້ອຍ
site_cover (34)
ຈີນໃຊ້ລົດບັນທຸກເໝືອງພະລັງໄຟຟ້າໄຮ້ຄົນຂັບ 100 ຄັນ ໃນມົງໂກເລຍໃນ ເຊື່ອມຕໍ່ 5G ແລະ AI ຈາກ Huawei
VP LANDSCAPE COVER - 2025-05-22T153404.284
ສະມາຊິກພັກ 178 ສະຫາຍ ຂອງເມືອງສະໜາມໄຊ ໄດ້ຮັບການປະດັບຫຼຽນກາລະນຶກ 70 ປີ
site_cover (33)
ແຈ້ງການມອດໄຟ ວັນທີ 25 ພຶດສະພາ 2025
VP LANDSCAPE COVER - 2025-05-22T135322.220
ຜົນສຳເລັດຂອງກ້ອນກຳລັງກອງທັບປະຊາຊົນລາວ ເຂົ້າຮ່ວມສວນສະໜາມສະຫຼອງວັນປົດປ່ອຍພາກໃຕ້ຫວຽດນາມ ຄົບຮອບ 50 ປີ
site_cover (32)
ຈີນວິຕົກກັງວົນຢ່າງຫຼາຍ ຕໍ່ແຜນຕິດຕັ້ງ "ໂດມທອງຄໍາ" ລະບົບຕ້ານທານຂອງທຣໍາ ຍ້ານກະທົບສະຖຽນລະພາບໂລກ
VP LANDSCAPE COVER - 2025-05-22T133046.595
ສະພາບເງິນຕາຂອງລາວມີສັນຍານເປັນບວກ
site_cover (31)
"ຄິມ ຈອງ-ອຶນ" ໃຈຮ້າຍ ເຮືອພິຄາດລຳໃໝ່ ເກີດອຸບັດຕິເຫດຕໍ່ໜ້າ
site_cover (30)
ຜັກ ແລະ ໝາກໄມ້ 6 ຊະນິດ ຊ່ວຍຄຸມຄວາມດັນ ຫຼຸດການດູດຊຶມໄຂມັນ ຕ້ານອັກເສບຫຼອດເລືອດ
VP LANDSCAPE COVER - 2025-05-22T114206.912
ກອງປະຊຸມໃຫ່ຍຄັ້ງທີ VIII ຜູ້ເເທນເເນວລາວສ້າງຊາດ ເມືອງນາເເລ
ຢ່າລື່ມກົດຕິດຕາມ