ນີ້ຄືພາບເຫດການແທ້ ຄົນສະແດງແທ້ ບໍ່ແມ່ນ AI
ກັບການທົດສອບ Volonaut Airbike ລົດຈັກໄຟຟ້າບິນໄດ້ຈາກສະຕາດອັບສັນຊາດໂປແລນ ກັບຄວາມພິເສດຄືຕົວເຄື່ອງມີຂະໜາດກະທັດຮັດ ບໍ່ມີໃບພັດ ແລະ ບໍ່ຈຳເປັນຕ້ອງໃຊ້ລັນເວເພື່ອບິນຂຶ້ນ ຂັບເຄື່ອນດ້ວຍແຮງຂັບໄອພົ່ນ ສາມາດບິນຂຶ້ນ-ລົງໃນແນວຕັ້ງ (VTOL) ຄ້າຍເຮລິຄອບເຕີ ແລະ ສາມາດລອຍຕົວຢູ່ກາງອາກາດໄດ້ຢ່າງສະຖຽນ.
ຈຸດເດັ່ນຂອງ Volonaut Airbike ສາມາດທຳຄວາມໄວໄດ້ເຖິງ 200 ກມ./ຊມ. ອອກແບບສຳລັບຂັບຂີ່ຄົນດຽວ
ຕົວດີໄຊທີ່ໄດ້ແຮງບັນດານໃຈມາຈາກ Speeder Bike ໃນພາບຍົນເລື່ອງ Star Wars ໂດຍຈາກການທົດສອບຜູ້ສ້າງໄດ້ອອກມາຢືນຢັນວ່າພາບທີ່ເຫັນເປັນເຫດການແທ້ຄົນແທ້ໆ ຊຶ່ງໄດ້ມີການທົດສອບບິນໃນສະພາບແວດລ້ອມຕ່າງໆ ເຊັ່ນ: ທະເລຊາຍ ແລະ ປ່າໄມ້.
ສຳລັບສິ່ງນີ້ຍັງເປັນພຽງມາໂຊວ໌ນະວັດຕະກຳ ຍັງບໍ່ໄດ້ຮັບຮອງເລື່ອງການນຳມາໃຊ້ງານຈິງເຊີງການຄ້າ ແລະ ເຖິງແມ່ນວ່ານີ້ຈະບໍ່ແມ່ນຄັ້ງທຳອິດຂອງລົດຈັກໄຟຟ້າບິນໄດ້ ແຕ່ກໍ່ຖືວ່າເປັນດີໄຊທີ່ເບິ່ງລ້ຳຍຸກ ຢ່າງບໍ່ໜ້າເຊື່ອວ່າຈະໄດ້ເຫັນໃນຍຸກສະໄໝນີ້
ສະກຸນເງິນ | ຊື້ | ຂາຍ |
---|---|---|
![]() USD | 21,531 | 21,808 |
![]() THB | 657.17 | 669 |
![]() EUR | 24,072 | 24,554 |
![]() CNY | 2,938 | 2,996 |
ຊະນິດນ້ຳມັນ | ລາຄາ |
---|---|
![]() | 28,650 |
![]() | 23,990 |
![]() | 19,320 |
ປະເພດ | ລາຄາຊື້ | ລາຄາຂາຍ |
---|---|---|
![]() | 42,720,000 | 43,250,000 |
![]() | 42,370,000 | 43,359,000 |