site_cover (21)
ເອກະສານຮົ່ວໄຫຼ 'ສະຫະລັດ' ກຽມເຮັດສົງຄາມ 'ຈີນ' ໄລຍະຍາວ ສ່ຽງໂຈມຕີຖານທັບ
ຮຽບຮຽງໂດຍ:Soulinda
ເຜີຍແຜ່: 21 May, 2025
ໝວດ: ຂ່າວ

ເມື່ອຕົ້ນເດືອນພຶດສະພານີ້, ພົນອາກາດຕີດັກ ວິກເຄີດ ໄດ້ເອີ້ນຜູ້ນຳພົນເຮືອນໃນພື້ນທີ່ຢູ່ໃກ້ ມາພົບກັນທີ່ຖານທັບອາກາດເອັດເວີດສ໌ ໃນລັດແຄລິຟໍເນຍ ປະເທດ ສະຫະລັດ ເພື່ອເຕືອນພວກເຂົາວ່າ ຫາກ ຈີນໂຈມຕີໄຕ້ຫວັນ ໃນອີກບໍ່ເທົ່າໃດປີຂ້າງໜ້າ ຄວນເລີ່ມຕົ້ນກຽມພ້ອມຮັບມືກັບຄວາມວຸ້ນວາຍທີ່ອາດເກີດໃນເຂດໃກ້ຄຽງ

 

ລາຍງານອັນໜ້າຕື່ນຕາຕື່ນໃຈຂອງ ກອງທັບສະຫະລັດ ໄດ້ຮົ່ວໄຫຼໄປໃນໂລກໂຊຊຽ ຊຶ່ງເປັນຄຳເຕືອນຈາກວິກເຄີດ ໜຶ່ງໃນນັກບິນທີ່ມີປະສົບການຫຼາຍທີ່ສຸດຄົນໜຶ່ງຂອງສະຫະລັດ

 

ຊຶ່ງປັດຈຸບັນເປັນຜູ້ບັງຄັບບັນຊາການກອງບິນທົດສອບທີ 412 ໄດ້ບັນລະຍາຍສະຫຼຸບເຖິງ ສະຖານະການ ກອງທັບຈີນ ທີ່ຄ່ອຍໆ ຂະຫຍາຍເຕີບໂຕຢ່າງວ່ອງໄວ ແລະ ສະຫະລັດໄດ້ກຽມພ້ອມຮົບໃນສົງຄາມຄັ້ງໃຫຍ່

 

ເຄື່ອງບິນລ້ຳສະໄໝຂອງສະຫະລັດທີ່ຜະລິດໃນ “ແອໂຣສເປສວັລເລ” ຊຶ່ງຕັ້ງຢູ່ໃກ້ກັບລັດແຄລິຟໍເນຍ ໂດຍສະເພາະເຄື່ອງບິນ B-21 ເປັນເຄື່ອງບິນຈູ່ໂຈມ

 

ຊຶ່ງປັດຈຸບັນມາແທນທີ່ເຄື່ອງບິນຖິ້ມລະເບີດ ສະເຕລທ໌ B-2 ສ້າງຂຶ້ນໃນປີທົດສະວັດ 1990 ຖືເປັນເຄື່ອງມືຕໍ່ກອນທີ່ສຳຄັນ ເຮັດໃຫ້ປັກກິ່ງບໍ່ກ້າໂຈມຕີ

 

ເຖິງຢ່າງໃດກໍຕາມ ຫາກການຢັບຢັ້ງບໍ່ເປັນຜົນສຳເລັດ ນັ້ນໝາຍຄວາມວ່າ ມີແນວໂນ້ມທີ່ຈີນຈະໂຈມຕີສະຫະລັດດ້ວຍ ລວມເຖິງໂຮງງານນອດລູມ ກຣູມແມນ ທີ່ຕັ້ງຢູ່ໃກ້ຄຽງ ຊຶ່ງເປັນແຫຼ່ງຖານການຜະລິດເຄື່ອງບິນຮົບເຫຼົ່ານີ້

 

“ຫາກສົງຄາມຄັ້ງນີ້ເກີດຂຶ້ນ ເຊື່ອຈະເກີດຂຶ້ນທີ່ນີ້” ເອກະສານໄດ້ອ້າງຄຳເວົ້າຂອງວິກເຄີດທີ່ເວົ້າກັບຜູ້ນຳຊຸມຊົນໄດ້ຮົ່ວໄຫຼອອກໄປໃນໂຊຊຽວ ຊຶ່ງການໂຈມຕີທີ່ວ່ານີ້ ອາດລວມເຖິງການໂຈມຕີທາງໄຊເບີ ຊຶ່ງສົ່ງຜົນໃຫ້ແຫຼ່ງຈ່າຍພະລັງງານໄຟຟ້າ ແລະ ໂຄງສ້າງພື້ນຖານອື່ນໆ ຂອງປະເທດຕ້ອງຢຸດຊະງັກໃນໄລຍະຍາວ

 

“ສະຖານະການກຳລັງຄືບຄານມາຫາເຮົາ ນັ້ນຄືເຫດຜົນທີ່ຕ້ອງລົມກັນເລື່ອງນີ້ ຍິ່ງເຮົາພ້ອມຫຼາຍເທົ່າໃດ ກໍ່ຍິ່ງມີແນວໂນ້ມທີ່ຈະປ່ຽນສູດປະຕິບັດການຂອງປະທານສີ ຈິ້ນຜິງ ຫຼາຍຂຶ້ນເທົ່ານັ້ນ”

 

ຄວາມຂັດແຍ່ງໃນລັກສະນະນີ້ ອາດເຮັດໃຫ້ເກີດຄວາມສູນເສຍ ແລະ ການທຳລາຍລ້າງໃນລະດັບສູງຫຼາຍກວ່າການຂັດແຍ່ງໃດໆ

 

ໃນສົງຄາມຕໍ່ຕ້ານການກໍ່ການຮ້າຍ ຊຶ່ງເກີດຂຶ້ນພາຍຫຼັງການໂຈມຕີໃນເຫດການ 911

 

ຟື້ນຟູຣັນເວສ໌ເກົ່າ ສະໄໝສົງຄາມໂລກ

 

ເຈົ້າໜ້າທີ່ທະຫານດ້ານວິສະວະກອນຂອງສະຫະລັດ ກຳລັງສ້າງຣັນເວສ໌ທີ່ບໍ່ໄດ້ໃຊ້ງານມານານ ນັບຕັ້ງແຕ່ຊ່ວງສົງຄາມໂລກຄັ້ງທີສອງ ທັງໃນຟິລິບປິນ ແລະ ຫຼາຍແຫ່ງໃນພື້ນທີ່ທາງຕາເວັນຕົກຂອງປາຊີຟິກ ເພາະຕັ້ງໃຈຈະນຳເຄື່ອງບິນບາງສ່ວນໄປຈອດພັກໄວ້ໃນທີ່ຕ່າງໆ ເພີ່ມໂອກາດຊ່ວງອົບພະຍົບ

 

ເຈົ້າໜ້າທີ່ລະດັບສູງສະຫະລັດໄດ້ເປີດເຜີຍຂໍ້ມູນຫຼາຍຄັ້ງ ຕາມທີ່ເຊື່ອວ່າປະທານາທິບໍດີສີຈິ້ນຜິງໄດ້ສັ່ງໃຫ້ກອງທັບຈີນກຽມພ້ອມບຸກລຸກໄຕ້ຫວັນພາຍໃນປີ 2027 ເຖິງວ່າຈີນເອງຈະບອກວ່າຍັງບໍ່ຕັດສິນໃຈໃດໆ ກໍຕາມ

 

ເຈົ້າໜ້າທີ່ທາງການຈີນປະຕິເສດເລື່ອງນີ້ ແລະ ຍ້ຳລັດຖະບານປັກກິ່ງໄດ້ສະແດງຈຸດຢືນຊັດເຈນຫຼາຍຂຶ້ນ ໃນການອ້າງສິດອະທິປະໄຕເໜືອເກາະໄຕ້ຫວັນ

 

ເຖິງວ່າປະທານາທິບໍດີໂດນັລ ທຣັມປ໌ ເຄີຍກ່າວໄວ້ວ່າ ຈະບໍ່ມີວັນໃຫ້ຄຳໝັ້ນທີ່ຊັດເຈນ ບໍ່ວ່າຈະດ້ວຍວິທີໃດ ຊຶ່ງຕ່າງຈາກອະດີດປະທານາທິບໍດີໂຈ ໄບເດັນ ໃຫ້ຄຳໝັ້ນໄວ້ວ່າ ຈະຕໍ່ສູ້ເພື່ອໄຕ້ຫວັນ ຫາກໄຕ້ຫວັນໂດນໂຈມຕີ

 

ທັງນີ້ ແຜນກົນລະຍຸດຢ່າງເປັນທາງການຂອງສະຫະລັດທີ່ຮົ່ວໄຫຼ ເມື່ອບໍ່ດົນມານີ້ ລະບຸວ່າ ການທີ່ກະຊວງປ້ອງກັນປະເທດສະຫະລັດເຂົ້າຂັດຂວາງການໂຈມຕີຈາກກອງທັບຈີນຖືເປັນພາລະກິດສຳຄັນທີ່ສຸດ

 

ຫາກແຕ່ ປັກກິ່ງໄດ້ລົງທຶນຢ່າງຫຼວງຫຼາຍໃນສິ່ງທີ່ເອີ້ນວ່າ ແສນຍານຸພາບຂັດຂວາງການເຂົ້າເຖິງພື້ນທີ່ຍຸດທະສາດ ຫຼື A2AD ຊຶ່ງສ່ວນໃຫຍ່ເປັນຂີປະນາວຸດພິໄສໄກ

 

ໂດຍມີວັດຖຸປະສົງເພື່ອປ້ອງກັນບໍ່ໃຫ້ເຮືອຮົບສະຫະລັດ ໂດຍສະເພາະເຮືອບັນທຸກເຄື່ອງບິນເຂົ້າໄປໃນນ່ານນ້ຳໃກ້ຄຽງ ສິ່ງນີ້ແນ່ໃຫ້ເຫັນວ່າ ໄດ້ໃຫ້ຄວາມສຳຄັນກັບການປ້ອງກັນເຄື່ອງບິນສະຫະລັດທີ່ບິນຈາກຖານທັບທີ່ຢູ່ອອກໄປໄກເລັກນ້ອຍ

 

ສິ່ງເຫຼົ່ານີ້ເຮັດໃຫ້ປັກກິ່ງເອງເຫັນວ່າ ສະຫະລັດ ແລະ ພັນທະມິດໃນພູມິພາກ ໂດຍສະເພາະຢ່າງຍິ່ງຍີ່ປຸ່ນ, ເກົາຫຼີໃຕ້, ຟິລິບປິນ ແລະ ອົສຕຣາລີ ໄດ້ພັດທະນາສັກກະຍະພາບ ແລະ ມີຄວາມມຸ່ງໝັ້ນຮັບມືການໂຈມຕີ ລວມເຖິງການຕໍ່ສູ້ໃນໄລຍະຍາວ

 

ພາບ ແລະ ວິດີໂອການຝຶກຊ້ອມຮົບຈັດຂຶ້ນໃນຊ່ວງບໍ່ເທົ່າໃດອາທິດທີ່ຜ່ານມາເທິງເກາະໂອກິນາວ່າຂອງຍີ່ປຸ່ນ ຊຶ່ງ ເປີດເຜີຍໃຫ້ເຫັນພາບເຈົ້າໜ້າທີ່ທະຫານຂອງກອງທັບສະຫະລັດກຳລັງກັບ ເປີດເຜີຍໃຫ້ເຫັນພາບເຈົ້າໜ້າທີ່ທະຫານຂອງກອງທັບສະຫະລັດກຳລັງປັບພື້ນທີ່ ແລະ ຂົນອຸປະກອນກໍ່ສ້າງເພື່ອຊ່ອມແຊມຣັນເວສ໌ທີ່ເສຍຫາຍ ລວມທັງໂຄງສ້າງພື້ນຖານສຳຄັນອື່ນໆ

 

ຄິດການໃຫຍ່ໄປລ່ວງໜ້າ

 

ລາຍງານລັດຖະສະພາສະຫະລັດ ເມື່ອເດືອນກໍລະກົດປີທີ່ແລ້ວ ເພື່ອປະເມີນຄວາມສ່ຽງໃນຄວາມຂັດແຍ່ງອາດເກີດຂຶ້ນກັບລັດເຊຍ, ຈີນ, ເກົາຫຼີເໜືອ ແລະ ອາດລວມເຖິງອີຣ່ານນັ້ນໄດ້ຂໍ້ສະຫຼຸບທີ່ຄ້າຍກັນ ໂດຍເຕືອນວ່າປະຊາກອນຂອງສະຫະລັດ ຍັງບໍ່ມີຄວາມພ້ອມພຽງພໍ ຫາກສະບຽງອາຫານ ແລະ ບໍລິການ ຕະຫຼອດຈົນຫ່ວງໂຊ່ອຸປະທານຕ້ອງຢຸດຊະງັກ ມາຈາກຄວາມຂັດແຍ່ງດັ່ງກ່າວ ຜ່ານການໂຈມຕີທາງໄຊເບີ

 

ເຖິງຢ່າງໃດກໍຕາມ ສິ່ງນີ້ເປັນຄວາມທ້າທາຍຂອງທັງສອງຝ່າຍ ຊຶ່ງກອງບັນຊາການອິນໂດປາຊີຟິກຂອງສະຫະລັດໄດ້ອອກມາເວົ້າຊ້ຳແລ້ວຊ້ຳອີກກ່ຽວກັບການໃຊ້ໂດຣນຂະໜາດນ້ອຍ ແລະ ຂະໜາດໃຫຍ່

 

ລວມເຖິງເຮືອດຳນ້ຳຫຸ່ນຍົນ ໃນຊ່ອງແຄບໄຕ້ຫວັນເພື່ອຂັດຂວາງກອງກຳລັງຈີນ

 

ດ້ານທ່ານເຈມສ໌ ຄິລບີ ຮັກສາການຫົວໜ້າຝ່າຍປະຕິບັດການທາງເຮືອຂອງສະຫະລັດ ເຕືອນວ່າ ອາດມີການຂາດແຄນຕໍປີໂດ ແລະ ຂີປະນາວຸດຕໍ່ຕ້ານເຮືອ

 

ໂດຍລະບຸດ້ວຍວ່າ ກະຊວງປ້ອງກັນປະເທດຈຳເປັນຕ້ອງຊອກຫາຜູ້ຜະລິດລາຍອື່ນທີ່ອາດຜະລິດອາວຸດທີ່ມີຄຸນນະພາບບໍ່ດີເທົ່າແຕ່ “ມີປະສິດທິພາບຫຼາຍກວ່າບໍ່ມີຂີປະນາວຸດເລີຍ” ແລະ “ຫາກເຮົາເຮັດສົງຄາມກັບຈີນ ສົງຄາມຈະນອງເລືອດ ແລະ ມີຜູ້ບາດເຈັບລົ້ມຕາຍຈຳນວນຫຼາຍ ແລະ ຕ້ອງໃຊ້ອາວຸດຈຳນວນຫຼາຍ” ຄິລບີກ່າວ “ດັ່ງນັ້ນ ສະຕ໊ອກຂອງເຮົາຈຶ່ງຕ້ອງເຕັມໄປດ້ວຍຄັງອາວຸດ”

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Thursday, 22 May, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,460
21,671
thailand (1)
THB
647.21
659.51
european-union
EUR
22,976
23,436
china
CNY
2,893
2,951
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Monday, 19 May, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,080,000
34,610,000
33,730,000
34,719,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
site_cover (33)
ແຈ້ງການມອດໄຟ ວັນທີ 25 ພຶດສະພາ 2025
VP LANDSCAPE COVER - 2025-05-22T135322.220
ຜົນສຳເລັດຂອງກ້ອນກຳລັງກອງທັບປະຊາຊົນລາວ ເຂົ້າຮ່ວມສວນສະໜາມສະຫຼອງວັນປົດປ່ອຍພາກໃຕ້ຫວຽດນາມ ຄົບຮອບ 50 ປີ
site_cover (32)
ຈີນວິຕົກກັງວົນຢ່າງຫຼາຍ ຕໍ່ແຜນຕິດຕັ້ງ "ໂດມທອງຄໍາ" ລະບົບຕ້ານທານຂອງທຣໍາ ຍ້ານກະທົບສະຖຽນລະພາບໂລກ
VP LANDSCAPE COVER - 2025-05-22T133046.595
ສະພາບເງິນຕາຂອງລາວມີສັນຍານເປັນບວກ
site_cover (31)
"ຄິມ ຈອງ-ອຶນ" ໃຈຮ້າຍ ເຮືອພິຄາດລຳໃໝ່ ເກີດອຸບັດຕິເຫດຕໍ່ໜ້າ
site_cover (30)
ຜັກ ແລະ ໝາກໄມ້ 6 ຊະນິດ ຊ່ວຍຄຸມຄວາມດັນ ຫຼຸດການດູດຊຶມໄຂມັນ ຕ້ານອັກເສບຫຼອດເລືອດ
VP LANDSCAPE COVER - 2025-05-22T114206.912
ກອງປະຊຸມໃຫ່ຍຄັ້ງທີ VIII ຜູ້ເເທນເເນວລາວສ້າງຊາດ ເມືອງນາເເລ
VP LANDSCAPE COVER - 2025-05-22T104720.009
ປະກາດການຈັດຕັ້ງສານປະຊາຊົນເຂດ II ແຂວງຜົ້ງສາລີ
site_cover (29)
ມອບຮັບຂອງຂວັນເປັນເຄື່ອງບິນໂບອິງ ມູນຄ່າກວ່າ 400 ລ້ານໂດລາສະຫະລັດ ຈາກກາຕາຣ໌
VP LANDSCAPE COVER - 2025-05-22T102014.348
ອາຫານໄຂມັນສູງ ເປັນອັນຕະລາຍຕໍ່ລຳໄສ້
ຢ່າລື່ມກົດຕິດຕາມ