VP LANDSCAPE COVER - 2025-05-21T111137.738
ບໍ່ຢາກຈ່າຍແພງ? ຜູ້ຊ່ຽວຊານເຕືອນ 3 ພຶດຕິກຳ "ແອຕິດໄຟ" ເງິນໄຫຼໂດຍບໍ່ຈຳເປັນ!
ຮຽບຮຽງໂດຍ:patthana
ເຜີຍແຜ່: 21 May, 2025

ບໍ່ຢາກຈ່າຍແພງ? ຜູ້ຊ່ຽວຊານເຕືອນ 3 ພຶດຕິກຳ “ແອຕິດໄຟ” ເງິນໄຫຼໂດຍບໍ່ຈຳເປັນ!

ນັກວິໄຈ ມ.ຊິດນີ ເປີດເຜີຍເຄັດລັບ ໃຊ້ເຄື່ອງປັບອາກາດແນວໃດ ໃຫ້ເຢັນໄວແຕ່ປະຫຍັດໄຟ ປະຫຍັດໄດ້ເຖິງ 1/3 ຂອງຄ່າໄຟຟ້າ

ໃນຊ່ວງໜ້າຮ້ອນທີ່ຫຼາຍຄອບຄົວຕ້ອງປະເຊີນກັບຄ່າໄຟຟ້າທີ່ສູງຂຶ້ນ ການເປີດເຄື່ອງປັບອາກາດເລື້ອຍໆ ກາຍເປັນພາລະສຳຄັນຕໍ່ຄ່າໃຊ້ຈ່າຍພາຍໃນເຮືອນ. ເຖິງຢ່າງໃດກໍຕາມ, ງານຄົ້ນຄວ້າຫຼ້າສຸດຈາກ ສູນສຸຂະພາບແລະຄວາມຮ້ອນ ມະຫາວິທະຍາໄລຊິດນີ ປະເທດອອສເຕຣເລຍ ໄດ້ເປີດເຜີຍວິທີທີ່ສາມາດຊ່ວຍໃຫ້ການໃຊ້ແອເຢັນໄວຂຶ້ນແຕ່ໃຊ້ພະລັງງານໜ້ອຍລົງຢ່າງເຫັນໄດ້ຊັດ.

ງານຄົ້ນຄວ້າລະບຸວ່າ ເປີດພັດລົມກ່ອນເປີດແອ ຊ່ວຍປະຫຍັດໄຟໄດ້ຈິງ ບໍ່ວ່າຈະເປັນການເປີດພັດລົມຕັ້ງ ຫຼື ພັດລົມເພດານ ກ່ອນທີ່ຈະເປີດເຄື່ອງປັບອາກາດ ກໍສາມາດຊ່ວຍໃຫ້ຮ່າງກາຍຮູ້ສຶກເຢັນສະບາຍໄດ້ໄວຂຶ້ນ ໂດຍບໍ່ຈຳເປັນຕ້ອງປັບອຸນຫະພູມແອໃຫ້ຢູ່ໃນລະດັບຕ່ຳເກີນໄປ ເນື່ອງຈາກລົມຈາກພັດລົມຊ່ວຍເລັ່ງການລະເຫີຍເຫື່ອ ເຮັດໃຫ້ຜິວໜັງເຢັນລົງແລະຮ່າງກາຍຮູ້ສຶກສະບາຍຫຼາຍຂຶ້ນ ເຖິງແມ່ນວ່າອຸນຫະພູມໃນຫ້ອງຈະຍັງບໍ່ຫຼຸດລົງຫຼາຍກໍຕາມ.

ແທນທີ່ຈະຕັ້ງແອໄວ້ທີ່ 23-24 ອົງສາເຊລເຊຍສ ຄືທີ່ຫຼາຍຄົນເຮັດຢູ່, ຜູ້ຊ່ຽວຊານແນະນຳໃຫ້ປັບຂຶ້ນເປັນ 27-28 ອົງສາເຊລເຊຍສ ແລ້ວໃຊ້ພັດລົມຮ່ວມດ້ວຍ ວິທີນີ້ບໍ່ພຽງແຕ່ຊ່ວຍເພີ່ມປະສິດທິພາບການເຮັດຄວາມເຢັນ ແຕ່ຍັງປະຫຍັດພະລັງງານໄດ້ສູງເຖິງ 1 ໃນ 3 ຂອງການໃຊ້ແອພຽງຢ່າງດຽວ ເນື່ອງຈາກພັດລົມໃຊ້ພະລັງງານພຽງປະມານ 3% ເມື່ອທຽບກັບແອ. ນັ້ນໝາຍຄວາມວ່າຫາກໃຊ້ຢ່າງຖືກວິທີ ພັດລົມສາມາດຊ່ວຍຫຼຸດພາລະຄ່າໄຟໄດ້ຢ່າງຊັດເຈນ.

ທັງນີ້, ຜູ້ຊ່ຽວຊານຍັງຊີ້ໃຫ້ເຫັນເຖິງ 3 ພຶດຕິກຳຫຼັກໆ ທີ່ເຮັດໃຫ້ແອຕິດໄຟໂດຍບໍ່ຈຳເປັນ ເຊິ່ງຫຼາຍຄົນຍັງເຮັດຢູ່ໂດຍບໍ່ຮູ້ຕົວ ແລະ ສົ່ງຜົນໃຫ້ແອໃຊ້ພະລັງງານຫຼາຍຂຶ້ນໂດຍບໍ່ຈຳເປັນ.

  1. ຕັ້ງອຸນຫະພູມແອຕ່ຳເກີນໄປ ໂດຍຫຼາຍຄົນຕັ້ງອຸນຫະພູມໄວ້ທີ່ 19-21 ອົງສາເຊລເຊຍສ ໂດຍຫວັງວ່າຈະເຮັດໃຫ້ຫ້ອງເຢັນໄວຂຶ້ນ ແຕ່ຄວາມຈິງແລ້ວພຶດຕິກຳນີ້ກັບເຮັດໃຫ້ແອຕ້ອງເຮັດວຽກໜັກແລະສິ້ນເປືອງພະລັງງານໂດຍບໍ່ຈຳເປັນ. Alan Langworthy ຜູ້ຊ່ຽວຊານດ້ານພະລັງງານແນະນຳວ່າ ຄວນຕັ້ງອຸນຫະພູມແອໄວ້ທີ່ປະມານ 27 ອົງສາເຊລເຊຍສ ແລະ ໃຊ້ພັດລົມຊ່ວຍໝູນວຽນອາກາດ ເພື່ອໃຫ້ໄດ້ຄວາມເຢັນທີ່ພຽງພໍແລະປະຫຍັດໄຟຫຼາຍຍິ່ງຂຶ້ນ.
  2. ປິດແອທັນທີເມື່ອອອກຈາກເຮືອນໃນໄລຍະເວລາສັ້ນ ຫາກອອກຈາກເຮືອນພຽງຊ່ວງເວລາສັ້ນໆ (ບໍ່ເກີນ 1 ຊົ່ວໂມງ) ການປິດແອແລ້ວເປີດໃໝ່ຊ້ຳໆ ກັບເຮັດໃຫ້ແອຕິດໄຟຫຼາຍຂຶ້ນ ເນື່ອງຈາກເມື່ອກັບມາເປີດໃໝ່ ແອຕ້ອງເຮັດວຽກໜັກຂຶ້ນເພື່ອດຶງອຸນຫະພູມກັບສູ່ລະດັບເດີມ. ໂດຍ Dr. Xiaolin Wang ຈາກມະຫາວິທະຍາໄລແຫ່ງຊາດອອສເຕຣເລຍ ລະບຸວ່າ ຄວນປ່ອຍໃຫ້ແອເຮັດວຽກຕໍ່ເນື່ອງດີກວ່າການເປີດ-ປິດເລື້ອຍໆ ໃນຊ່ວງເວລາສັ້ນໆ.
  3. ໃຊ້ໂໝດ “Dry” ໂດຍບໍ່ເຂົ້າໃຈ ໂໝດ “Dry” ຫຼື ໂໝດຫຼຸດຄວາມຊຸ່ມ ອາດຊ່ວຍໃຫ້ຮູ້ສຶກເຢັນສະບາຍໃນວັນອາກາດຊຸ່ມ ແຕ່ບໍ່ໄດ້ໝາຍຄວາມວ່າຈະທົດແທນການຄວບຄຸມອຸນຫະພູມໄດ້ທັງໝົດ ອີກທັງຍັງບໍ່ສາມາດຄວບຄຸມລະດັບຄວາມຊຸ່ມໄດ້ຢ່າງແມ່ນຢຳ.

ໃນທາງກົງກັນຂ້າມ, ຜູ້ຊ່ຽວຊານຍັງໄດ້ສະເໜີແນວທາງການໃຊ້ແອຢ່າງສະຫຼາດ ເພື່ອຄວາມເຢັນແລະປະຫຍັດ ພຽງແຄ່ປັບພຶດຕິກຳເລັກໆ ນ້ອຍໆ ທີ່ສາມາດຊ່ວຍໃຫ້ໃຊ້ແອຢ່າງມີປະສິດທິພາບຫຼາຍຂຶ້ນ ດັ່ງນີ້:

  1. ເປີດພັດລົມກ່ອນແອ: ໃຫ້ຮ່າງກາຍໄດ້ປັບຕົວກ່ອນ ຫຼຸດຄວາມຈຳເປັນໃນການໃຊ້ແອທັນທີ
  2. ເປີດແອເມື່ອຈຳເປັນຈິງໆ: ຫາກອຸນຫະພູມໃນຫ້ອງຍັງບໍ່ເກີນ 27 ອົງສາເຊລເຊຍສ ອາດຍັງບໍ່ຈຳເປັນຕ້ອງເປີດແອ
  3. ໃຊ້ແອຄູ່ກັບພັດລົມ: ຊ່ວຍກະຈາຍລົມເຢັນໃຫ້ທົ່ວເຖິງ ປະຫຍັດໄຟຫຼາຍຂຶ້ນ
  4. ຕັ້ງອຸນຫະພູມແອໄວ້ທີ່ 27-28°C: ເປັນຊ່ວງອຸນຫະພູມທີ່ເຢັນສະບາຍແລະປະຫຍັດໄຟທີ່ສຸດ
  5. ປິດແອເມື່ອເຢັນພຽງພໍ ແລ້ວໃຊ້ພັດລົມຕໍ່: ຮັກສາຄວາມເຢັນຕໍ່ໄດ້ອີກ 1-2 ຊົ່ວໂມງ ຊ່ວຍຫຼຸດຄ່າໄຟໄດ້ຫຼາຍ

ການໃຊ້ແອໃຫ້ຄຸ້ມຄ່າ ບໍ່ໄດ້ຂຶ້ນຢູ່ກັບການຕັ້ງອຸນຫະພູມຕ່ຳສຸດ ແຕ່ຂຶ້ນຢູ່ກັບ ວິທີໃຊ້ຢ່າງສະຫຼາດ ດ້ວຍການເປີດພັດລົມຮ່ວມ ໃຊ້ໃນເວລາທີ່ຈຳເປັນ ແລະ ຕັ້ງອຸນຫະພູມຢ່າງເໝາະສົມ ກໍສາມາດຊ່ວຍໃຫ້ທ່ານປະຫຍັດພະລັງງານ ຫຼຸດຄ່າໄຟ ແລະ ຍັງຮັກສາສຸຂະພາບໄດ້ໃນຊ່ວງລະດູຮ້ອນທີ່ອາກາດຮ້ອນຈັດ. ພຽງແຄ່ປັບພຶດຕິກຳເລັກນ້ອຍ ທ່ານກໍສາມາດມີເຮືອນທີ່ເຢັນສະບາຍ ໂດຍບໍ່ຕ້ອງແລກມາດ້ວຍຄ່າໄຟຟ້າທີ່ສູງລິ່ວ.

  • ຕ່າງຊາດແຊຣ໌ເຄັດລັບ “ໃສ່ເກືອໃນຕູ້ເຢັນ” ບໍ່ໄດ້ຊ່ວຍແຄ່ເລື່ອງກິ່ນ ແຕ່ມີປະໂຫຍດຫຼາຍກວ່ານັ້ນ!
  • ຮູ້ໄວ້ດີກວ່າ! ເຂົ້າສຸກແລ້ວຕ້ອງ “ຖອດປັກ” ໝໍ້ຫຸງເຂົ້າຫຼືບໍ່ ປະກົດວ່າຫຼາຍຄົນເຮັດຜິດມາຕະຫຼອດ

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Tuesday, 21 October, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,536
21,813
thailand (1)
THB
660.47
671.37
european-union
EUR
24,193
24,678
china
CNY
2,939
2,997
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Wednesday, 8 October, 2025
ຊະນິດນ້ຳມັນ
ລາຄາ
28,650
23,990
19,320
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Tuesday, 21 October, 2025
ປະເພດ
ລາຄາຊື້
ລາຄາຂາຍ
47,920,000
48,450,000
47,296,000
48,559,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
pele - 2025-10-21T163456.766
ຣັດເຊຍ ກັບ ອູແກຣນ ຄວນ “ແບ່ງປັນ” ເຂດດອນບາສ ອີງຕາມເຂດສູ້ຮົບໃນປັດຈຸບັນ
jane - 2025-10-21T154926.955
ເຊັກດວງການເງິນ–ໂຊກລາບ ຂອງຄົນເກີດທັງ 7 ມື້ ສົ່ງທ້າຍເດືອນ ຕຸລາ 2025
pele - 2025-10-21T144328.209
ຊາວແຄລິຟໍເນຍ ຫຼາຍກວ່າ 10 ລ້ານຄົນ ຝຶກຊ້ອມຮັບມືກັບແຜ່ນດິນໄຫວ
jane - 2025-10-21T114147.836
ລັດຖະມົນຕີກະຊວງການຕ່າງປະເທດ ເຂົ້າຢ້ຽມຂໍ່ານັບ ສົມເດັດ ຊຸນຕານ ແຫ່ງ ບຣູໄນ ດາຣູຊາລາມ.
jane - 2025-10-21T110548.419
ແຈ້ງການຄຸ້ມຄອງການບໍລິການລົດແທັກຊີ ດ້ວຍລະບົບອອນລາຍ ເພື່ອປ້ອງກັນປະກົດການຫຍໍ້ທໍ້ຕ່າງໆ.
pele - 2025-10-21T110008.835
ຈະມີບໍລິການກວດ ແລະ ຜ່າຕັດແກ່ນຕາຂຸ້ນ ຟຣີ ທີ່ສູນປິ່ນປົວ ແລະ ຮັກສາສຸຂະພາບຕາ
pele - 2025-10-21T102701.925
ເມືອງພຽງ ເປີດຝຶກອົບຮົມໃຫ້ແກ່ນັກເດີນສຳຫຼວດ ພົນລະເມືອງ ຄັ້ງທີ V ປີ 2025
jane - 2025-10-21T101439.418
ຂົວມິດຕະພາບລາວ-ໄທ ແຫ່ງທີ 5 ເຊື່ອມຕໍ່ແຂວງບໍລິຄຳໄຊ ກັບ ແຂວງບຶງການ ປະເທດໄທ (ປາກຊັນ-ບຶງການ) ເປີດໃຫ້ບໍລິການຢ່າງເປັນທາງການແລ້ວ
jane - 2025-10-21T092859.441
ສະພາບອາກາດປະຈໍາເຊົ້າວັນທີ 21 ຕຸລາ 2025
pele - 2025-10-21T091733.903
IMF ໜູນ​ຊ່ວຍ​ບັນດາ​ປະ​ເທດ​ອາຊີ - ປາຊີ​ຟິກ ​ກະຕຸ້ນຄວາມຕ້ອງການພາຍໃນ
ຢ່າລື່ມກົດຕິດຕາມ