ແຈ້ງຢຸດຕິຊົ່ວຄາວ ການອອກອະນຸຍາດດໍາເນີນທຸລະກິດ ກິດຈະການຈໍາໜ່າຍພາຫານະ
ອີງຕາມແຈ້ງການຂອງ ຫ້ອງການ ກະຊວງອຸດສາຫະກຳ ແລະ ການຄ້າ ລົງວັນທີ 20 ພຶດສະພາ 2025 ກ່ຽວກັບ ແຈ້ງການໃຫ້ຢຸດຕິຊົ່ວຄາວ ການອອກອະນຸຍາດດໍາເນີນທຸລະກິດ ກິດຈະການຈໍາໜ່າຍພາຫານະ
ເພື່ອເຮັດໃຫ້ການຈັດຕັ້ງ ປະຕິບັດວຽກງານການຄຸ້ມຄອງພາຫານະໃຫ້ເຂົ້າສູ່ລະບົບ ແລະ ເປັນເອກະພາບໃນການຈັດຕັ້ງປະຕິບັດ ຈຶ່ງແຈ້ງມາຍັງທ່ານ ປະຕິບັດດັ່ງນີ້:
ການປ່ຽນແປງເນື້ອໃນ ຫຼື ໃບອະນຸຍາດ ດໍາເນີນກິດຈະການ ການຈໍາໜ່າຍພາຫານະແມ່ນໃຫ້ລໍຖ້າຄະນະ ຮັບຜິດຊອບໃນການລົງກວດກາຄືນບັນດາບໍລິສັດນໍາເຂົ້າ, ຈໍາໜ່າຍພາຫານະ ຈົນກວ່າຈະສຳເລັດເພື່ອຄວາມ ຖືກຕ້ອງ ແລະ ເປັນເອກະພາບໃນການຈັດຕັ້ງປະຕິບັດ.
ສະຫຼຸບລາຍງານ ບັນດາບໍລິສັດ ທີ່ສ້າງຕັ້ງ ແລະ ດໍາເນີນທຸລະກິດການຈໍາໜ່າຍພາຫານະ ພາຍໃນແຂວງ, ນະຄອນຫຼວງ ສົ່ງໃຫ້ ກົມການຄ້າພາຍໃນບໍ່ໃຫ້ກາຍວັນທີ 27 ມິຖຸນາ 2025.
ດັ່ງນັ້ນ, ຈຶ່ງແຈ້ງມາຍັງທ່ານ ເພື່ອຊາບ ແລະ ປະຕິບັດ.
ທີ່ມາ: ຄວາມສະຫງົບ Lao Security News
ສະກຸນເງິນ | ຊື້ | ຂາຍ |
---|---|---|
![]() USD | 21,418 | 21,694 |
![]() THB | 658.08 | 668.21 |
![]() EUR | 23,836 | 24,313 |
![]() CNY | 2,909 | 2,967 |
ຊະນິດນ້ຳມັນ | ລາຄາ |
---|---|
![]() | 28,230 |
![]() | 22,560 |
![]() | 18,370 |
ປະເພດ | ລາຄາຊື້ | ລາຄາຂາຍ |
---|---|---|
![]() | 34,990,000 | 35,520,000 |
![]() | 34,640,000 | 35,629,000 |