site_cover (27)
ຜົນກະທົບຈາກສິນຄ້າຈີນ "ພານາໂຊນິກ" ກຳໄລຫຼຸດລົງ ຍອດຂາຍຕົກ ປົດອອກພະນັກງານ 10,000 ຕຳແໜ່ງ
ຮຽບຮຽງໂດຍ:Soulinda
ເຜີຍແຜ່: 22 May, 2025
ໝວດ: ຂ່າວ

“ພານາໂຊນິກ” ປັບໂຄງສ້າງອົງກອນ – ປົດຄົນຄັ້ງໃຫຍ່

 

ສື່ຂອງຍີ່ປຸ່ນລາຍງານວ່າ “ພານາໂຊນິກ ໂຮລດິງສ໌” ບໍລິສັດຍັກໃຫຍ່ດ້ານເອເລັກໂທຣນິກຂອງຍີ່ປຸ່ນ ວາງແຜນທີ່ຈະເລີກຈ້າງພະນັກງານປະມານ 10,000 ຄົນ ຫຼືປະມານ 5% ຂອງພະນັກງານທົ່ວໂລກ ເປັນຄວາມຕ້ອງການປັບໂຄງສ້າງຄັ້ງໃຫຍ່ ໂດຍເນັ້ນໄປທີ່ການຕັດທຸລະກິດທີ່ບໍ່ມີກໍາໄລ

 

ຂໍ້ມູນລະບຸວ່າຈະມີການເອົາຄົນອອກ ຫຼື ເລີກຈ້າງພະນັກງານ ແບ່ງເປັນໃນຍີ່ປຸ່ນ 5,000 ຕໍາແໜ່ງ ແລະທົ່ວໂລກອີກ 5,000 ຕໍາແໜ່ງ ຊຶ່ງຂະບວນການຫຼຸດພະນັກງານນີ້ ສ່ວນໃຫຍ່ຈະເກີດຂຶ້ນພາຍໃນປີງົບປະມານ ທີ່ຈະສີ້ນສຸດໃນເດືອນມີນາຄົມ 2026 ຜ່ານມາດຕະການຕ່າງໆ ເຊັ່ນ: ໂຄງການກະສຽນອາຍຸກ່ອນກໍານົດ ໂດຍສ່ວນໃຫຍ່ຈະເປັນຝ່າຍຂາຍແລະຝ່າຍບໍລິຫານ

 

ໂດຍພານາໂຊນິກຕັ້ງເປົ້າທີ່ຈະທຸ່ມທຸນທຸບຫຼາຍຂຶ້ນໃນການບໍລິການທີ່ໃຊ້ AI ສໍາລັບລູກຄ້າຂອງບໍລິສັດ ພ້ອມກັນນັ້ນ ບໍລິສັດກໍາລັງພິຈາລະນາຂາຍທຸລະກິດໂທລະພາບ ແລະ ແຍກຫົວໜ່ວຍງານທີ່ຊ່ຽວຊານດ້ານເຄື່ອງໃຊ້ໃນບ້ານ ເຄື່ອງປັບອາກາດ ແລະລະບົບໄຟ

 

ທ່ານ ຄູຊູມິ ຍູກິ ປະທານກໍາມະການບໍລິຫານ ຫຼື CEO ຂອງພານາໂຊນິກ ກ່າວເມື່ອວັນສຸກທີ່ 9 ພຶດສະພາ 2025 ລະບຸວ່າ ເພິ່ນຕ້ອງການເພີ່ມກໍາໄລໃຫ້ຫຼາຍກວ່າພັນລ້ານໂດລາຈົນເຖິງປີງົບປະມານ 2026 ແລະ ຕ້ອງການເຮັດໃຫ້ບໍລິສັດມີຄວາມ “ຄ່ອງຕົວຫຼາຍຂຶ້ນ ມີປະສິດທິພາບຫຼາຍຂຶ້ນ ແລະມີຄວາມຍືດຫຍຸ່ນຫຼາຍຂຶ້ນ” ຕໍ່ສະພາບແວດລ້ອມທາງທຸລະກິດທີ່ມີການປ່ຽນແປງຢ່າງວ່່ອງໄວ ແລະ ຍັງກ່າວອີກວ່າ ເພິ່ນຈະຍອມສະລະຄ່າຕອບແທນປະຈໍາປີຂອງເພິ່ນປະມານ 40% ໃນປີງົບປະມານນີ້ດ້ວຍ

 

ພານາໂຊນິກຍັງປະກາດຜົນການຄາດຄະເນລາຍໄດ້ສໍາລັບປີງົບປະມານປັດຈຸບັນ ໂດຍຄາດວ່າຍອດຂາຍຈະຫຼຸດລົງຫຼາຍກວ່າ 7% ເຫຼືອປະມານ 53,700 ລ້ານໂດລາ ກໍາໄລສຸດທິຈະຫຼຸດລົງຫຼາຍກວ່າ 15% ເຫຼືອ 2,100 ລ້ານໂດລາ

 

ທັງນີ້ພານາໂຊນິກມີບັນຫາຜົນກໍາໄລຕົກຕ່ໍາມາເປັນເວລາຫຼາຍປີແລ້ວ ຍ້ອນກັບໄປຊ່ວງ 5 ປີທີ່ຜ່ານມາ ມີອັດຕາກໍາໄລຈາກການດໍາເນີນງານຕໍ່ປີຢູ່ໃນຊ່ວງ 3.4% – 5% ເທົ່ານັ້ນ ຊຶ່ງເປັນຕົວເລກທີ່ຕາມຫຼັງຄູ່ແຂ່ງສັນຊາດຍີ່ປຸ່ນທັງ Sony ແລະ Hitachi

 

ສະຖານະການນີ້ຍັງສະທ້ອນຜ່ານລາຄາຫຸ້ນຂອງ Panasonic ທີ່ເພີ່ມຂຶ້ນພຽງ 3% ເມື່ອທຽບກັບທົດສະວັດທີ່ແລ້ວ ສວນທາງກັບດັດຊະນີ Nikkei Stock Average ທີ່ເພີ່ມຂຶ້ນເຖິງ 85% ແລະຄູ່ແຂ່ງອຍ່າງ Hitachi ແລະ Sony ທີ່ເຕີບໂຕເຖິງ 379% ແລະ 414% ຕາມລໍາດັບ

 

ທ່ານຄູຊູມິ ຍູກິ ກ່າວວ່າ ເມື່ອທຽບຕົນເອງກັບບໍລິສັດອື່ນໆ ໃນອຸດສາຫະກໍາດຽວກັນ ທີ່ຕ່າງກໍ່ໄດ້ມີການປັບໂຄງສ້າງໄປແລ້ວນັ້ນ ພົບວ່າອັດຕາສ່ວນຄ່າໃຊ້ຈ່າຍໃນການຂາຍ ຄ່າໃຊ້ຈ່າຍທົ່ວໄປ ແລະ ຄ່າໃຊ້ຈ່າຍໃນການບໍລິຫານຂອງພານາໂຊນິກຍັງຄົງຢູ່ໃນລະດັບ “ສູງເປັນພິເສດ”

 

“ເພື່ອການແຂ່ງຂັນໃນອະນາຄົດ”

 

ດັ່ງນັ້ນເພື່ອການກະກຽມຄວາມພ້ອມດໍາເນີນທຸລະກິດລະຍະຍາວ 10 – 20 ປີ ຂ້າງໜ້າ ແລະ ເສີມສ້າງສັກຍະພາບການທໍາກໍາໄລໃຫ້ສາມາດກັບຄືນມາໄລ່ລ່າການເຕີບໂຕໄດ້ອີກຄັ້ງ ຈຶ່ງຈໍາເປັນຕ້ອງຍົກເຄື່ອງໂຄງສ້າງຕົ້ນທຶນຄົງທີ່ຢ່າງເລັ່ງດ່ວນ ດ້ວຍການຄວບລວມພະແນກຂາຍ ແລະ ກຸ່ມງານຫຼັງບ້ານ ຫຼື backoffice ຂອງແຕ່ລະບໍລິສັດໃນເຄືອ ພ້ອມກັບຫຼຸດການລົງທຶນ ຫຼື ຍົກເລີກທຸລະກິດທີ່ບໍ່ມີກໍາໄລ

 

ການປັບຄັ້ງນີ້ ເພື່ອເອົາຊີວິດລອດໃນສົງຄາມສິນຄ້າເອເລັກໂທຣນິກ ທ່ານຄູຊູມິ ຍູກິ ກ່າວວ່າ “ການຫຼຸດຈໍານວນພະນັກງານເປັນສິ່ງຈໍາເປັນ” ເພື່ອໃຫ້ພວກເຮົາສາມາດດໍາເນີນການໄດ້ໃນລະດັບທີ່ສາມາດແຂ່ງຂັນກັບບໍລິສັດອື່ນໄດ້

 

ການເອົາຄົນອອກຈາກງານ 10,000 ຕໍາແໜ່ງຄັ້ງນີ້ ແມ່ນວ່າຈະເຮັດໃຫ້ເກີດຄ່າໃຊ້ຈ່າຍກວ່າ 130,000 ລ້ານເຢນ ຫຼືປະມານ 895 ລ້ານໂດລາສະຫະລັດ ແຕ່ຈະສົ່ງຜົນບວກຕໍ່ການທໍາກໍາໄລຂອງບໍລິສັດຫຼາຍກວ່າ 300,000 ລ້ານເຢນ ພາຍໃນເດືອນມີນາຄົມ 2029

 

ພ້ອມກັນນັ້ນຍັງຕັ້ງເປົ້າອັດຕາຜົນຕອບແທນຜູ້ຖືຫຸ້ນ ແລະ ອັດຕາກໍາໄລຈາກການດໍາເນີນງານທີ່ປັບປຸງແລ້ວໃຫ້ສູງກວ່າ 10% ພ້ອມເປົ້າໝາຍເພີ່ມຜົນກໍາໄລຢ່າງໜ້ອຍ 150,000 ລ້ານເຢນ

 

ກໍາໄລຂອງພານາໂຊນິກນັ້ນຕົກຕ່ໍາຢ່າງໜັກຢ່າງຕໍ່ເນື່ອງ ຈາກຍອດຂາຍສິນຄ້າທີ່ຫຼຸດລົງ ເພາະຄູ່ແຂ່ງທີ່ແຂງແຮງ ແລະ ມີຫຼາຍຂຶ້ນ ໂດຍສະເພາະຢ່າງຍິ່ງ ໂທລະພາບຈາກຈີນ ທີ່ລ່າສຸດຕີຕະຫຼາດຍີ່ປຸ່ນໄດ້ສໍາເລັດສວຍງາມ ແລະ ພານາໂຊນິກເອງກໍ່ເຖິງຂັ້ນກະກຽມຂາຍທຸລະກິດໂທລະພາບຖິ້ມ

 

ພານາໂຊນິກ ເຄີຍອອກມາເຄື່ອນໄຫວລະບຸຄວາມຕ້ອງການວ່າ ກະກຽມຈະຂາຍທຸລະກິດໃນກຸ່ມສິນຄ້າໂທລະພາບ ຫຼື ທີວີອອກໄປຫາກຈໍາເປັນ ແຕ່ຍັງຫາຄົນຊື້ບໍ່ໄດ້

 

ຍູກິ ຄູຊູມິ ປະທານ ເປີດເຜີຍເມື່ອຊ່ວງຕົ້ນກຸມພາທີ່ຜ່ານມາວ່າ ບໍລິສັດກະກຽມພິຈາລະນາຂາຍ ຫຼື ປັບຫຼຸດຂະໜາດທຸລະກິດໂທລະພາບທີ່ກໍາລັງປະສົບບັນຫາ

 

ຂະນະທີ່ບໍລິສັດກໍາລັງດໍາເນີນແຜນປັບໂຄງສ້າງອົງກອນ ເພື່ອໃຫ້ການຕັດສິນໃຈເປັນໄປຢ່າງໄວ ແລະ ມຸ່ງເນັ້ນການເຕີບໂຕຫຼາຍຂຶ້ນ ໂດຍລະບຸວ່າພ້ອມທີ່ຈະຂາຍທຸລະກິດໂທລະພາບຖ້າຫາກມີຄວາມຈໍາເປັນ ແຕ່ຂະນະນີ້ຍັງບໍ່ໄດ້ມີການຕັດສິນໃຈຂັ້ນສຸດທ້າຍ ແລະ ໃນປັດຈຸບັນຄິດວ່າບໍ່ມີບໍລິສັດໃດທີ່ຈະມາຊື້ທຸລະກິດນີ້ ດັ່ງນັ້ນຈະຕ້ອງພິຈາລະນາການເພີ່ມຕົວເລືອກອື່ນໆ ໃຫ້ຫຼາຍຂຶ້ນ

 

ນິກເກອິເອເຊຍລາຍງານວ່າ ພານາໂຊນິກມີເປົ້າໝາຍຍຸບບໍລິສັດພານາໂຊນິກ ຄໍເປເຣຊັນ ຊຶ່ງເປັນທຸລະກິດຫຼັກດ້ານເຄື່ອງໃຊ້ໄຟຟ້າພາຍໃນສິ້ນປີງົບການເງິນ 2025 ແລະ ຈະຈັດຕັ້ງບໍລິສັດ 3 ແຫ່ງຂຶ້ນເພື່ອເບິ່ງແຍງຜະລິດຕະພັນເຄື່ອງໃຊ້ໄຟຟ້າພາຍໃນບ້ານ ເຊັ່ນ: ຕູ້ເຢັນ ແລະ ເຄື່ອງຊັກຜ້າ ລະບົບປັບອາກາດແລະລະບົບຈໍາໜ່າຍອາຫານ

 

ລວມເຖິງທຸລະກິດໄຟສ່ອງສະຫວ່າງ ແລະ ທຸລະກິດດ້ານໄຟຟ້າ ຊຶ່ງປັດຈຸບັນ ພານາໂຊນິກມີບໍລິສັດໃນເຄືອ 6 ແຫ່ງ ຊຶ່ງບໍ່ລວມທຸລະກິດຍານຍົນທີ່ຂາຍໄປແລ້ວ ເມື່ອເດືອນທັນວາຄົມປາຍປີທີ່ຜ່ານມາ

 

“ແບຣນດ໌ຈີນ ຈຸດປ່ຽນແປງ ແບຣນດ໌ຍີ່ປຸ່ນ – ໃຜ ຄື ຜູ້ຢູ່ລອດ ?”

 

ຈຸດສໍາຄັນທີ່ຕ້ອງຈັບຕາຄື ການແຂ່ງຂັນຢ່າງຮຸນແຮງຂອງຕະຫຼາດເຄື່ອງໃຊ້ໄຟຟ້າໃນມື້ນີ້ ສິນຄ້າຈາກຈີນແບຣນດ໌ຈີນຮຸກຕະຫຼາດອາຊຽນໄດ້ຢ່າງແຂງແຮງ ແລະ ລາມມາເຖິງຍີ່ປຸ່ນເອງດ້ວຍ

 

ພານາໂຊນິກ ລວມທັງສິນຄ້າແບຣນດ໌ຍີ່ປຸ່ນທີ່ເຄີຍໄດ້ຮັບຄວາມນິຍົມ ຕ້ອງມາເສຍສ່ວນແບ່ງຕະຫຼາດໃນທຸລະກິດນີ້

 

ໂດຍສະເພາະສິນຄ້າລາຄາຖືກກວ່າຈາກແບຣນດ໌ຈີນ ເຊັ່ນ: Haier ແລະ Midea ທີ່ປັດຈຸບັນບໍ່ໄດ້ມີແຕ່ຂອງລາຄາຖືກແຕ່ເລີ່ມສົ່ງສິນຄ້າຄຸນນະພາບສູງເຂົ້າສູ່ຕະຫຼາດແລ້ວດ້ວຍເຊັ່ນກັນ ແລະ ມີສິນຄ້າທີ່ຫຼາກຫຼາຍ ຕັ້ງແຕ່ຕູ້ເຢັນ ໄມໂຄຣເວຟ ແລະ ໂດຍສະເພາະໂທລະພາບທີ່ປະສົບຄວາມສໍາເລັດຢ່າງຍິ່ງ

 

ໂອມດີອາ (Omdia) ກຸ່ມວິໄຈແລະໃຫ້ຄໍາປຶກສາດ້ານເທັກໂນໂລຊີ ເປີດເຜີຍກັບນິກເກອິເອເຊຍວ່າ ເມື່ອພິຈາລະນາຈາກຈໍານວນສິນຄ້າທີ່ຈັດສົ່ງແລ້ວ ພານາໂຊນິກມີສ່ວນແບ່ງຕະຫຼາດໂທລະພາບຈໍແບນໃນປະເທດຍີ່ປຸ່ນ ຊ່ວງມັງກອນເຖິງມິຖຸນາຍົນ 2024 ທີ່ 12.8% ຫຼຸດລົງຈາກເມື່ອປີ 2010 ທີ່ມີສ່ວນແບ່ງປະມານ 20%

 

ສ່ວນແບ່ງຕະຫຼາດທີ່ຫຼຸດລົງນີ້ ເນື່ອງຈາກການເພີ່ມຂຶ້ນຂອງສິນຄ້າລາຄາຈັບຕ້ອງໄດ້ຈາກຜູ້ຜະລິດຊາວຈີນ ຂະນະດຽວກັນພານາໂຊນິກ ຍັງບໍ່ໄດ້ເຮັດການຕະຫຼາດໂທລະພາບໃນສະຫະລັດມາເປັນເວລານານກວ່າ 10 ປີແລ້ວ ກ່ອນທີ່ຈະກັບເຂົ້າສູ່ຕະຫຼາດອີກຄັ້ງເມື່ອປີ 2024

 

ທັງນີ້ ຄາດວ່າໃນປີງົບ 2024 ພານາໂຊນິກ ຈະມີຍອດຂາຍຈາກທຸລະກິດສິນຄ້າພາບແລະສຽງ ລວມໄປເຖິງກ້ອງຖ່າຍຮູບ 284,000 ລ້ານເຢນ ຊຶ່ງຄິດເປັນພຽງ 3% ຂອງຍອດຂາຍລວມທີ່ບໍລິສັດຄາດການໄວ້

 

ສະທ້ອນເຖິງທິດທາງຂອງກຸ່ມສິນຄ້າພາບ ແລະ ສຽງຂອງພານາໂຊນິກ ທີ່ປ່ຽນແປງໄປຢ່າງຫຼາຍເມື່ອທຽບກັບໃນຊ່ວງປີ 1990s ທີ່ສິນຄ້າໂທລະພາບເຄີຍເປັນສິນຄ້າສໍາຄັນຂອງບໍລິສັດ

 

ນອກຈາກນີ້ ເມື່ອປີ 2016 ພານາໂຊນິກຢຸດການຜະລິດຈໍແອລຊີດີ (LCD) ສໍາລັບໂທລະພາບ ຈາກໂຮງງານຂອງຕົນເອງ ແລະ ຫັນໄປຊື້ຈໍແອລຊີດີຈາກເກົາຫຼີໃຕ້ ແລະ ຜູ້ສະໜອງລາຍອື່ນໆ ແທນ

 

ພານາໂຊນິກ ກໍາລັງເຈັບ “ທາງແຍກແລະຈຸດປ່ຽນແປງ” ຄັ້ງສໍາຄັນ ສົງຄາມແຍ່ງຕະຫຼາດຈາກສິນຄ້າຈີນຍັງບໍ່ພໍ ຫັນໄປອີກດ້ານຕອນນີ້ກໍ່ຕ້ອງເຈັບກັບສົງຄາມພາສີທຣໍາ ແລະ ຈາກສະຫະລັດອາເມລິກາດ້ວຍ

 

ເພາະພານາໂຊນິກເອງກໍ່ເປັນຜູ້ສະໜອງແບັດເຕີຣີ EV ໃຫ້ກັບເທັສລາ ກໍາແພງພາສີທຣໍາທີ່ມີຈຸດຢືນຕ້ອງການກີດກັນສິນຄ້າຕ່າງຊາດ ເຮັດໃຫ້ການສົ່ງອອກຫຼືການຜະລິດໃດໆ ຍ່ອມບໍ່ງ່າຍຄືເກົ່າ

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Thursday, 22 May, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,460
21,671
thailand (1)
THB
647.21
659.51
european-union
EUR
22,976
23,436
china
CNY
2,893
2,951
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Monday, 19 May, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,080,000
34,610,000
33,730,000
34,719,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
VP LANDSCAPE COVER - 2025-05-22T160235.601
ເຊັນສັນຍາຮັບເໝົາກໍ່ສ້າງ ໂຄງການປ້ອງກັນຕາຝັ່ງເຈື່ອນ ແຕ່ຈຸດຄຸ້ມບ້ານມີໄຊສະຫວ່າງ ຫາ ບ້ານປ່າອ້ອຍ
site_cover (34)
ຈີນໃຊ້ລົດບັນທຸກເໝືອງພະລັງໄຟຟ້າໄຮ້ຄົນຂັບ 100 ຄັນ ໃນມົງໂກເລຍໃນ ເຊື່ອມຕໍ່ 5G ແລະ AI ຈາກ Huawei
VP LANDSCAPE COVER - 2025-05-22T153404.284
ສະມາຊິກພັກ 178 ສະຫາຍ ຂອງເມືອງສະໜາມໄຊ ໄດ້ຮັບການປະດັບຫຼຽນກາລະນຶກ 70 ປີ
site_cover (33)
ແຈ້ງການມອດໄຟ ວັນທີ 25 ພຶດສະພາ 2025
VP LANDSCAPE COVER - 2025-05-22T135322.220
ຜົນສຳເລັດຂອງກ້ອນກຳລັງກອງທັບປະຊາຊົນລາວ ເຂົ້າຮ່ວມສວນສະໜາມສະຫຼອງວັນປົດປ່ອຍພາກໃຕ້ຫວຽດນາມ ຄົບຮອບ 50 ປີ
site_cover (32)
ຈີນວິຕົກກັງວົນຢ່າງຫຼາຍ ຕໍ່ແຜນຕິດຕັ້ງ "ໂດມທອງຄໍາ" ລະບົບຕ້ານທານຂອງທຣໍາ ຍ້ານກະທົບສະຖຽນລະພາບໂລກ
VP LANDSCAPE COVER - 2025-05-22T133046.595
ສະພາບເງິນຕາຂອງລາວມີສັນຍານເປັນບວກ
site_cover (31)
"ຄິມ ຈອງ-ອຶນ" ໃຈຮ້າຍ ເຮືອພິຄາດລຳໃໝ່ ເກີດອຸບັດຕິເຫດຕໍ່ໜ້າ
site_cover (30)
ຜັກ ແລະ ໝາກໄມ້ 6 ຊະນິດ ຊ່ວຍຄຸມຄວາມດັນ ຫຼຸດການດູດຊຶມໄຂມັນ ຕ້ານອັກເສບຫຼອດເລືອດ
VP LANDSCAPE COVER - 2025-05-22T114206.912
ກອງປະຊຸມໃຫ່ຍຄັ້ງທີ VIII ຜູ້ເເທນເເນວລາວສ້າງຊາດ ເມືອງນາເເລ
ຢ່າລື່ມກົດຕິດຕາມ