site_cover (29)
ມອບຮັບຂອງຂວັນເປັນເຄື່ອງບິນໂບອິງ ມູນຄ່າກວ່າ 400 ລ້ານໂດລາສະຫະລັດ ຈາກກາຕາຣ໌
ຮຽບຮຽງໂດຍ:Soulinda
ເຜີຍແຜ່: 22 May, 2025
ໝວດ: ຂ່າວ

ຫຼັງຈາກຕົກເປັນກະແສວິພາກວິຈານ ແລະ ສ້າງຄວາມກັງວົນດ້ານຄວາມປອດໄພກໍລະນີກາຕາຣ໌ຈະມອບຂອງຂວັນເປັນເຄື່ອງບິນໂບອິງ ມູນຄ່າກວ່າ 400 ລ້ານໂດລາສະຫະລັດ ລ່າສຸດສະຫະລັດຮັບມອບເຄື່ອງບິນລໍານີ້ແລ້ວ ກະກຽມດັດແປງນໍາເຂົ້າຮ່ວມຝູງບິນແອຣ໌ຟໍຊ໌ວັນ

 

ວັນນີ້ (22 ພຶດສະພາ 2025) ໂຄສົກ ກະຊວງປ້ອງກັນປະເທດ ແລະ ຄວາມໝັ້ນຄົງແຫ່ງຊາດສະຫະລັດເປີດເຜີຍວ່າ ພີທ ເຮກເຊທ ລັດຖະມົນຕີກາໂຫມ ໄດ້ຮັບມອບເຄື່ອງບິນໂບອິງ 747 ຈາກກາຕາຣ໌ແລ້ວຕາມກົດລະບຽບຂອງລັດຖະບານກາງ ໂດຍເຄື່ອງບິນລໍາດັ່ງກ່າວຈະຕ້ອງໄດ້ຮັບການດັດແປງກ່ອນນໍາໄປເປັນ ເຄື່ອງບິນປະຈໍາຕໍາແໜ່ງປະທານາທິບໍດີສະຫະລັດ ຫຼື ແອຣ໌ຟໍຊ໌ວັນ ເປັນການຊົ່ວຄາວ ລະຫວ່າງລໍບໍລິສັດໂບອິງສົ່ງລໍາໃໝ່ມາໃຫ້

 

ເຄື່ອງບິນລໍານີ້ເປັນຂອງຂວັນຈາກລາຊວົງກາຕາຣ໌ທີ່ມອບໃຫ້ໂດນັລ ທຣໍາ ຜູ້ນໍາສະຫະລັດ ມູນຄ່າ 400 ລ້ານໂດລາສະຫະລັດ  ຄາດວ່າຕ້ອງໃຊ້ເວລາໃນການດັດແປງນານຫຼາຍປີກ່ອນນໍາມາໃຊ້ງານໄດ້ຈິງ ທັງການຕິດຕັ້ງລະບົບຮັກສາຄວາມປອດໄພເພີ່ມເຕີມ ແລະ ການອັບເກຣດທີ່ຈໍາເປັນສໍາລັບການເດີນທາງຂອງຜູ້ນໍາສະຫະລັດ

 

ຊຶ່ງລວມເຖິງຄວາມສາມາດໃນການຕ້ານທານຄື່ນແມ່ເຫຼັກໄຟຟ້າຈາກການລະເບີດນິວເຄລຍ ແລະ ການເຕີມເຊື້ອໄຟກາງອາກາດ ໂດຍມີການປະເມີນດ້ວຍວ່າຕົ້ນທຶນໃນການດໍາເນີນການດັດແປງ ອາດສູງເຖິງ 1,000 ລ້ານໂດລາສະຫະລັດ

 

ປະເດັນການມອບເຄື່ອງບິນເປັນຂອງຂວັນນີ້ກໍ່ໃຫ້ເກີດຄວາມກັງວົນດ້ານຄວາມປອດໄພ ລວມເຖິງເກີດສຽງວິພາກວິຈານ ແລະ ຄໍາຖາມກ່ຽວກັບຈະລິຍະທໍາ ແລະ ຄວາມຖືກຕ້ອງ

 

ເນື່ອງຈາກລັດຖະທໍາມະນູນຂອງສະຫະລັດມີກໍານົດຫ້າມເຈົ້າໜ້າທີ່ລັດຖະບານຮັບຂອງຂວັນຈາກລັດຖະບານຕ່າງຊາດ ແລະ ປະມຸກຂອງລັດອື່ນ ໂດຍບໍ່ໄດ້ຮັບຄວາມເຫັນຊອບຈາກສະພາຄອງເກຣດ ແຕ່ທໍານຽບຂາວຍືນຢັນວ່າຂອງຂວັນນີ້ຖືກຕ້ອງຕາມກົດໝາຍ ແລະ ເຄື່ອງບິນລໍາໃໝ່ນີ້ຈະຖືກນໍາໄປໄວ້ທີ່ຫ້ອງສະໝຸດປະທານາທິບໍດີຂອງທຣໍາ ຫຼັງຈາກທຣໍາໝົດວາລະລົງ

 

ກ່ອນໜ້ານີ້ທຣໍາ ຢຸດຢັ້ງວ່າ ກາຕາຣ໌ມອບເຄື່ອງບິນໃຫ້ກັບກະຊວງປ້ອງກັນປະເທດ ແລະ ຄວາມໝັ້ນຄົງແຫ່ງຊາດສະຫະລັດ ບໍ່ແມ່ນຂອງຕົວລາວເອງ ແລະ ຄົງຈະໂງ່ຫາກປະຕິເສດເຄື່ອງບິນລໍານີ້ ນອກຈາກນີ້ຍັງລະບຸດ້ວຍວ່າ ການສົ່ງມອບເຄື່ອງບິນເປັນເລື່ອງຖືກກົດໝາຍ ເພາະມອບໃຫ້ກັບກະຊວງປ້ອງກັນປະເທດ ແລະ ຄວາມໝັ້ນຄົງແຫ່ງຊາດສະຫະລັດ ແລະ ຢືນຢັນວ່າຕົນຈະບໍ່ໃຊ້ເຄື່ອງບິນລໍານີ້ ຫຼັງໝົດວາລະດໍາຕໍາແໜ່ງ

 

ປັດຈຸບັນຝູງບິນແອຣ໌ຟໍຊ໌ວັນຂອງສະຫະລັດປະກອບດ້ວຍເຄື່ອງບິນໂບອິງ 747-200 ຈໍານວນ 2 ລໍາຊຶ່ງໃຊ້ງານມາຕັ້ງແຕ່ປີ 1990 ລວມທັງເຄື່ອງບິນໂບອິງ 757 ຊຶ່ງມີຂະໜາດນ້ອຍກວ່າອີກຫຼາຍລໍາ

 

ທັງນີ້ ບໍ່ແມ່ນຄັ້ງທຳອິດທີ່ກາຕາຣ໌ມອບເຄື່ອງບິນໃຫ້ກັບລັດຖະບານຕ່າງຊາດ ເພາະເມື່ອປີ 2018 ກາຕາຣ໌ມອບຂອງຂວັນເປັນເຄື່ອງບິນລຸ່ນດຽວກັນໃຫ້ປະທານາທິບໍດີຕຸລະກີ ຈົນເອີ້ນສຽງວິຈານຈາກພັກຝ່າຍຄ້ານຕຸລະກີ ຊຶ່ງປະທານາທິບໍດີເຣເຊບ ທາຢຢິບ ເອີດວັນ ຢຸດຢັ້ງວ່າ ເຄື່ອງບິນທີ່ໄດ້ມາເປັນຂອງປະເທດຕຸລະກີ ບໍ່ໃແມ່ນຂອງສ່ວນຕົວ

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Monday, 13 October, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,531
21,808
thailand (1)
THB
657.17
669
european-union
EUR
24,072
24,554
china
CNY
2,938
2,996
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Wednesday, 8 October, 2025
ຊະນິດນ້ຳມັນ
ລາຄາ
28,650
23,990
19,320
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 8 October, 2025
ປະເພດ
ລາຄາຊື້
ລາຄາຂາຍ
42,720,000
43,250,000
42,370,000
43,359,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
jane - 2025-10-13T142045.750
ຈັດອັນດັບ 5 ລາສີດວງດີປະຈຳເດືອນ ຕຸລາ ປີ 2025 ລາສີໃຜຈະປັງສຸດມາກວດເຊັກດ່ວນ!
jane - 2025-10-13T131830.391
ຂົວມິດຕະພາບລາວ-ໄທ ແຫ່ງທີ 5 ກຽມຈະເປີດບໍລິການທ້າຍປິ 2025 ນີ້ (ແຂວງບໍລິຄໍາໄຊ-ຈັງຫວັດບຶງການ)
pele - 2025-10-13T112028.196
ຕິດຕັ້ງໄຟເຍືອງທາງ 253 ເສົາ ຕາມເສັ້ນທາງຫລັກເຂົ້າສູ່ດອນໂຂງ
jane - 2025-10-13T112733.620
ແຈ້ງການເກີດແຜ່ນດິນໄຫວໃນຄັ້ງວັນທີ 12 ຕຸລາ 2025 ເວລາ 7:00 ໂມງເຊົ້າ ຫາ ວັນທີ 13 ຕຸລາ 2025 ດັ່ງລຸ່ມນີ້
pele - 2025-10-13T103353.933
ກຽມເປີດ ນະຄອນຫຼວງວຽງຈັນເກມ 2025, ເລີ່ມ 15 ພະຈິກ ນີ້
jane - 2025-10-13T101808.563
ນາຍຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ຈະເດີນທາງຢ້ຽມຢາມ ສປປ ລາວ
jane - 2025-10-13T094242.532
ຄະນະຜູ້ແທນຂັ້ນສູງຈາກພັກ ສປປ ລາວ ເຂົ້າຮ່ວມພິທີ ສະຫລອງວັນສ້າງຕັ້ງພັກແຮງງານເກົາຫລີ ຄົບຮອບ 80 ປີ
pele - 2025-10-13T091033.806
ຄໍາມ່ວນ ຈັດກິດຈະກໍາຍ່າງເພື່ອສຸຂະພາບ ເນື່ອງໃນໂອກາດວັນການທູດລາວ ຄົບຮອບ 80 ປີ
jane - 2025-10-13T092349.578
ພະຍາກອນອາກາດປະຈໍາວັນທີ 13 ຕຸລາ 2025
jane - 2025-10-10T153622.374
ພິທີທຳລາຍສິງເສບຕິດ ຢູ່ທີ່ກອງບັນຊາການ ປກສ ແຂວງ (ຊົມເຊີຍ ວັນຕ້ານຢາເສບຕິດແຫ່ງຊາດ ຄົບຮອບ 24 ປີ)
ຢ່າລື່ມກົດຕິດຕາມ