site_cover (31)
"ຄິມ ຈອງ-ອຶນ" ໃຈຮ້າຍ ເຮືອພິຄາດລຳໃໝ່ ເກີດອຸບັດຕິເຫດຕໍ່ໜ້າ
ຮຽບຮຽງໂດຍ:Soulinda
ເຜີຍແຜ່: 22 May, 2025
ໝວດ: ຂ່າວ

ເກີດອຸບັດຕິເຫດຂຶ້ນລະຫວ່າງການປ່ອຍເຮືອຮົບພິຄາດລຳໃໝ່ ຂະໜາດ 5,000 ຕັນ ຊຶ່ງຈັດຂຶ້ນຕໍ່ໜ້າຄິມ ຈອງ-ອຶນ ຜູ້ນຳສູງສຸດຂອງເກົາຫຼີເໜືອ

 

ລາຍງານລະບຸວ່າ ຄິມ ຈອງ-ອຶນ ວິຈານເຫດການທີ່ເກີດຂຶ້ນວ່າເປັນ “ຄວາມປະມາດ” ທີ່ບໍ່ອາດໃຫ້ອະໄພໄດ້ ແລະ ມີຄຳສັ່ງໃຫ້ເຮືອດັ່ງກ່າວໄດ້ຮັບການຊ່ອມແປງ ໃຫ້ສົມບູນກ່ອນການປະຊຸມພັກແຮງງານທີ່ຈະຈັດຂຶ້ນໃນເດືອນມິຖຸນາ

 

ເຮືອຮົບລຳນີ້ເປັນເຮືອພິຄາດລຳໃໝ່ທີ່ຄາດວ່າຢູ່ໃນກຸ່ມດຽວກັນກັບເຮືອພິຄາດອີກລຳໜຶ່ງຊຶ່ງມີຂະໜາດໃກ້ຄຽງກັນ ທີ່ເກົາຫຼີເໜືອຫາກໍເປີດຕົວເມື່ອເດືອນເມສາ ໂດຍຄິມ ຈອງ-ອຶນກໍ່ເຂົ້າຮ່ວມເປັນສັກຂີພະຍານໃນພິທີປ່ອຍເຮືອລຳນັ້ນເຊັ່ນກັນ ທີ່ອູ່ຕໍ່ເຮືອເມືອງນັມໂພ ທາງຝັ່ງຕະວັນຕົກຂອງປະເທດ

 

ເຖິງວ່າທາງການເກົາຫຼີເໜືອມັກຫຼີກລຽງການເປີດເຜີຍບັນຫາ ຫຼື ຄວາມລ້ມເຫຼວໃນທີ່ສາທາລະນະ ແຕ່ຄັ້ງນີ້ຖືເປັນໜຶ່ງໃນບໍ່ເທົ່າໃດຄັ້ງ ທີ່ມີການເປີດເຜີຍຕໍ່ສື່ຂອງລັດຢ່າງຊັດເຈນ ເຖິງອຸບັດຕິເຫດໃນພິທີທີ່ກ່ຽວຂ້ອງກັບໂຄງການທາງການທະຫານຂະໜາດໃຫຍ່

 

ເກົາຫຼີເໜືອເຄີຍປະສົບອຸບັດຕິເຫດລັກສະນະຄ້າຍກັນມາແລ້ວໃນໂຄງການປ່ອຍຍານອະວະກາດ ລວມເຖິງເຫດພິບັດທີ່ກ່ຽວຂ້ອງກັບພົນລະເຮືອນ ໂດຍຫຼັງເຫດການເຫຼົ່ານີ້ ລັດຖະບານມັກໃຊ້ເປັນໂອກາດໃນການສົ່ງເສີມບົດບາດຂອງຜູ້ນຳສູງສຸດແລະພັກແຮງງານວ່າເປັນຜູ້ທີ່ສາມາດ “ແກ້ໄຂບັນຫາ” ໄດ້

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Monday, 13 October, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,531
21,808
thailand (1)
THB
657.17
669
european-union
EUR
24,072
24,554
china
CNY
2,938
2,996
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Wednesday, 8 October, 2025
ຊະນິດນ້ຳມັນ
ລາຄາ
28,650
23,990
19,320
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 8 October, 2025
ປະເພດ
ລາຄາຊື້
ລາຄາຂາຍ
42,720,000
43,250,000
42,370,000
43,359,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
pele - 2025-10-13T112028.196
ຕິດຕັ້ງໄຟເຍືອງທາງ 253 ເສົາ ຕາມເສັ້ນທາງຫລັກເຂົ້າສູ່ດອນໂຂງ
jane - 2025-10-13T112733.620
ແຈ້ງການເກີດແຜ່ນດິນໄຫວໃນຄັ້ງວັນທີ 12 ຕຸລາ 2025 ເວລາ 7:00 ໂມງເຊົ້າ ຫາ ວັນທີ 13 ຕຸລາ 2025 ດັ່ງລຸ່ມນີ້
pele - 2025-10-13T103353.933
ກຽມເປີດ ນະຄອນຫຼວງວຽງຈັນເກມ 2025, ເລີ່ມ 15 ພະຈິກ ນີ້
jane - 2025-10-13T101808.563
ນາຍຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ຈະເດີນທາງຢ້ຽມຢາມ ສປປ ລາວ
jane - 2025-10-13T094242.532
ຄະນະຜູ້ແທນຂັ້ນສູງຈາກພັກ ສປປ ລາວ ເຂົ້າຮ່ວມພິທີ ສະຫລອງວັນສ້າງຕັ້ງພັກແຮງງານເກົາຫລີ ຄົບຮອບ 80 ປີ
pele - 2025-10-13T091033.806
ຄໍາມ່ວນ ຈັດກິດຈະກໍາຍ່າງເພື່ອສຸຂະພາບ ເນື່ອງໃນໂອກາດວັນການທູດລາວ ຄົບຮອບ 80 ປີ
jane - 2025-10-13T092349.578
ພະຍາກອນອາກາດປະຈໍາວັນທີ 13 ຕຸລາ 2025
jane - 2025-10-10T153622.374
ພິທີທຳລາຍສິງເສບຕິດ ຢູ່ທີ່ກອງບັນຊາການ ປກສ ແຂວງ (ຊົມເຊີຍ ວັນຕ້ານຢາເສບຕິດແຫ່ງຊາດ ຄົບຮອບ 24 ປີ)
pele - 2025-10-10T151506.831
ຜູ້ນຳ IMF ເຕືອນຄວາມບໍ່ແນ່ນອນດ້ານເສດຖະກິດໂລກຍັງຄົງຢູ່
jane - 2025-10-10T143139.061
ເຫດການແຜ່ນດິນໄຫວຮຸນແຮງຢູ່ປະເທດຟີລິບປິນ ໃນວັນສຸກທີ 10 ຕຸລາ 2025
ຢ່າລື່ມກົດຕິດຕາມ