site_cover (35)
ຝົນຕົກໜັກທີ່ເມືອງກຸ້ຍໂຈວ ເຮັດໃຫ້ເກີດດິນເຈື່ອນ ເສຍຊີວິດ 2 ຄົນ ສູນຫາຍອີກ 19 ຄົນ ທະຫານລະດົມກຳລັງຄົ້ນຫາ
ຮຽບຮຽງໂດຍ:Soulinda
ເຜີຍແຜ່: 23 May, 2025

ເກີດເຫດດິນເຈື່ອນຄັ້ງໃຫຍ່ໃນແຂວງກຸ້ຍໂຈວທາງຕະວັນຕົກສຽງໃຕ້ຂອງຈີນ ຫຼັງຝົນຕົກໜັກຕໍ່ເນື່ອງ ສົ່ງຜົນໃຫ້ມີຜູ້ເສຍຊີວິດແລ້ວຢ່າງໜ້ອຍ 2 ຄົນ ແລະ ຍັງສູນຫາຍອີກ 19 ຄົນ ຂະນະເຈົ້າໜ້າທີ່ເລັ່ງລະດົມກຳລັງຊ່ວຍເຫຼືອຢ່າງຕໍ່ເນື່ອງ

 

 

ສຳນັກຂ່າວ CCTV ຂອງຈີນລາຍງານວ່າ ຜູ້ເສຍຊີວິດ 2 ສົບຖືກພົບໃນເມືອງຈາງຈື້ ສ່ວນຜູ້ສູນຫາຍ 19 ຄົນມາຈາກ 8 ຄອບຄົວໃນໝູ່ບ້ານຊິງຢາງທີ່ຢູ່ເຂດໃກ້ຄຽງ ຊຶ່ງຖືກດິນເຈື່ອນທັບເຮືອນຊານຢ່າງຮຸນແຮງ

 

ທາງການຈີນໄດ້ປະກາດເຕືອນໄພດິນເຈື່ອນ ແລະ ໄພພິບັດທາງທະລະນີວິທະຍາໃນພື້ນທີ່ອ້ອມຮອບ ພ້ອມທັ້ງຍົກລະດັບການຕອບສະໜອງເຫດສຸກເສີນເປັນລະດັບ 3 ຈາກທັງໝົດ 4 ລະດັບ ໃນແຂວງກຸ້ຍໂຈວ ແລະ ແຂວງໃກ້ຄຽງ ໄດ້ແກ່ ຮູຫນານ ແລະ ຈຽງຊີ

 

ຂະນະນີ້ມີເຈົ້າໜ້າທີ່ກູ້ໄພກວ່າ 400 ຄົນ ລວມທັງທະຫານ ແລະ ນັກດັບເພີງ ຖືກສົ່ງເຂົ້າໄປໃນພື້ນທີ່ເພື່ອຄົ້ນຫາ ແລະ ຊ່ວຍເຫຼືອຜູ້ປະສົບໄພຢ່າງເລັ່ງດ່ວນ

 

ໃນຊ່ວງອາທິດທີ່ຜ່ານມາ ແຂວງກວາງຕຸ້ງ ແລະ ເຂດປົກຄອງຕົນເອງກວ່າງຊີ ທາງຕອນໃຕ້ຂອງຈີນກໍປະເຊີນກັບຝົນຕົກໜັກເຊັ່ນກັນ

 

ໂດຍມີລາຍງານຜູ້ເສຍຊີວິດ 7 ສົບ ແລະ ຜູ້ສູນຫາຍອີກຈຳນວນຫນຶ່ງ ທາງການໄດ້ອອກປະກາດເຕືອນຝົນຕົກໜັກ ນ້ຳປ່າໄຫຼຫຼາກ ແລະ ໄພພິບັດທົ່ວພື້ນທີ່ພາກໃຕ້

 

ຂໍ້ມູນຈາກກົມອຸຕຸນິຍົມວິທະຍາຈີນເຜີຍວ່າ ປີ 2024 ເປັນປີທີ່ອຸນຫະພູມເຄີ່ງຂອງປະເທດສູງທີ່ສຸດນັບຕັ້ງແຕ່ເລີ່ມບັນທຶກສະຖິຕິເມື່ອກວ່າ 60 ປີກ່ອນ ແລະ ນັບເປັນປີທີ່ 2 ຕິດຕໍ່ກັນທີ່ເກີດສະພາບອາກາດສຸດຂັ້ວຈົນທຳລາຍສະຖິຕິ

 

ໂດຍຈີນນັບເປັນຫນຶ່ງໃນປະເທດທີ່ປະເຊີນຄວາມສ່ຽງຈາກຜົນກະທົບຂອງການປ່ຽນແປງສະພາບພູມິອາກາດຢ່າງຮຸນແຮງ ເນື່ອງຈາກມີປະຊາກອນຈຳນວນຫຼາຍ ແລະ ມີພື້ນທີ່ພູເຂົາສ່ຽງຕໍ່ດິນເຈື່ອນຈຳນວນຫຼາຍ.

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 23 May, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,465
21,676
thailand (1)
THB
645.78
658.05
european-union
EUR
23,022
23,483
china
CNY
2,893
2,951
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Monday, 19 May, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,080,000
34,610,000
33,730,000
34,719,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
site_cover (46)
ເຄື່ອງບິນລຳນ້ອຍຕົກໃນຊານດິເອໂກ ໄຟໄໝ້ບ້ານ-ລົດເສຍຫາຍ ເສຍຊີວິດແລ້ວ 2 ສົບ ປ​ະຊາຊົນນັບຮ້ອຍຕ້ອງອົບພະຍົບ
site_cover (44)
ແມ່ຍິງ ດື່ມນ້ຳອັດລົມມື້ລະ 1 ກະປ໋ອງ ສ່ຽງເປັນມະເຮັງ ໃນຊ່ອງປາກເພີ່ມຂຶ້ນ 5 ເທົ່າ
site_cover (43)
ຍີ່ປຸ່ນສະເໜີຕັ້ງໜ່ວຍສືບສວນ UAP/UFO ແຫຼ່ງທຳອິດຂອງໂລກ ຫຼັງເຊື່ອວ່າວັດຖຸລຶກລັບອ້ອມປະເທດອາດມາຈາກຈີນ
site_cover (41)
ສະຕາບັກສ໌ເກົາຫຼີໃຕ້ຫ້າມໃຊ້ຊື່ຜູ້ຊິງປະທານາທິບໍດີສັ່ງກາແຟ ເພື່ອຮັກສາຄວາມເປັນກາງ
site_cover (39)
ແຈ້ງການມອດໄຟ ວັນທີ 23-25 ພຶດສະພາ 2025
site_cover (38)
ທຣຳສັ່ງມະຫາວິທະຍາໄລຮາວາດ ຫ້າມຮັບນັກສຶກສາຕ່າງປະເທດເພີ່ມ
site_cover (37)
ຢັບຢັ້ງຄ່າໄຟພຸ່ງສູງ 5 ອຸປະກອນທີ່ຄວນ "ຖອດປັ່ກ" ເມື່ອບໍ່ໃຊ້ງານ
site_cover (36)
ຈີນເພີ່ມຄວາມເຂັ້ມງວດການກວດສອບຖົ່ວລຽນແລະໝາກມີ້ທີ່ນຳເຂົ້າມາຈາກຫວຽດນາມ ເນື່ອງຈາກກວດພົບສານປົນເປື້ອນ ກໍ່ໃຫ້ເກີດມະເຮັງ
VP LANDSCAPE COVER - 2025-05-23T094323.908
ນວ ຈະທົດລອງສ້າງຕັ້ງຕາແສງທໍາອິດຢູ່ເມືອງໄຊທານີ
Copy of site cover (30)
ປົດລັອກ 17 ປີ "ຊົນ ຮຶງ ມິນ" ເປີດໃຈ "ສະເປີສ" ຄວ້າແຊມຢູໂຣປາລີກ ຫຼັງຊະນະແມນຢູ
ຢ່າລື່ມກົດຕິດຕາມ