VP LANDSCAPE COVER - 2025-05-23T094323.908
ນວ ຈະທົດລອງສ້າງຕັ້ງຕາແສງທໍາອິດຢູ່ເມືອງໄຊທານີ
ຮຽບຮຽງໂດຍ:patthana
ເຜີຍແຜ່: 23 May, 2025

ໃນວາລະການດຳເນີນກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງສະພາປະຊາຊົນນະຄອນຫຼວງວຽງຈັນ (ນວ) ຊຸດທີ IIໃນວັນທີ 22 ພຶດສະພານີ້ ທີ່ຫ້ອງວ່າການປົກຄອງ ນວ, ທ່ານ ພູວົງ ວົງຄຳຊາວ ຮອງເຈົ້າຄອງ ນວ ໄດ້ລາຍງານກ່ຽວກັບການຄົ້ນຄວ້າສ້າງຕັ້ງຕາແສງ (ທົດລອງ) ຢູ່ເມືອງໄຊທານີ ໃຫ້ຮູ້ວ່າ: ພາຍຫຼັງລັດຖະທໍາມະນູນສະບັບປັບປຸງໃໝ່, ຮ່າງກົດໝາຍການປົກຄອງທ້ອງຖິ່ນສະບັບປັບປຸງທີ່ໄດ້ຮັບຮອງເອົາໃນກອງປະຊຸມສະໄໝວິສາມັນເທື່ອ 2

ຂອງສະພາແຫ່ງຊາດ ຊຸດທີ IX, ບ່ອນອີງໃນການສ້າງຕັ້ງຕາແສງຈຶ່ງມີທັງລັດຖະທຳມະນູນ, ມີກົດໝາຍການປົກຄອງທ້ອງຖິ່ນສະບັບປັບປຸງ, ມີທັງມະຕິຂອງສູນກາງພັກ, ແຈ້ງການຂອງລັດຖະບານ ແລະ ຂອງຄະນະປະຈໍາພັກ, ອົງການປົກຄອງນວ ໃຫ້ທົດລອງສ້າງຕັ້ງຕາແສງທໍາອິດຂອງ ນວ ແລະ ຂອງປະເທດຢູ່ເມືອງໄຊທານີ.

ມາຮອດປັດຈຸບັນ, ສຳເລັດການຂຽນບົດວິພາກເສດຖະກິດ-ສັງຄົມຂອງຕາແສງ, ສໍາເລັດການກຳນົດຂອບເຂດພື້ນທີ່ຂອງຕາແສງ, ສຳເລັດການສໍາຫຼວດເຂດແດນເຊື່ອມຕໍ່ລະຫວ່າງບ້ານຕໍ່ບ້ານ, ເມືອງຕໍ່ເມືອງ, ໃນຂອບເຂດຕາແສງ, ລົງໂຄສະນາເຜີຍແຜ່ນິຕິກຳຕ່າງໆໃຫ້ປະຊາຊົນໄດ້ຮັບຮູ້ ແລະ ເຂົ້າຮ່ວມໃນການກະກຽມສ້າງຕັ້ງຕາແສງ ໄດ້ທາບທາມຊື່ຂອງເມືອງໃໝ່ໃນ 24 ບ້ານເປົ້າໝາຍ ແລະ ທາບທາມໃນ 9 ເມືອງທົ່ວ ນວ ເພື່ອໃຫ້ຊາວ ນວ ໄດ້ມີສ່ວນຮ່ວມໃນການຄົ້ນຄວ້າຊື່ຂອງຕາແສງສຳເລັດການຮ່າງຂໍ້ຕົກລົງວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງຕາແສງກ່ອນມີລັດຖະທຳມະນູນ ແລະ ກົດໝາຍການປົກຄອງທ້ອງຖິ່ນ, ສຳເລັດການຈັດຕັ້ງປະຕິບັດ 6 ໂຄງການຈຸດສຸມຄື: ໂຄງການສໍາຫຼວດອອກແບບ, ແຜນຜັງຂອງເມືອງໃໝ່, ໂຄງການສໍາຫຼວດອອກແບບສຳນັກງານປົກຄອງຕາແສງ, ໂຄງການສໍາຫຼວດເສັ້ນທາງເຂົ້າ-ອອກສຳນັກງານປົກຄອງຕາແສງ, ໂຄງການບຸກເບີກພື້ນທີ່ຕັ້ງສຳນັກງານປົກຄອງຕາແສງ, ໂຄງການກໍ່ສ້າງຫ້ອງການຄະນະຮັບຜິດຊອບຄົ້ນຄວ້າສ້າງຕັ້ງເມືອງໃໝ່ 1 ຫຼັງ, ໂຄງການຕໍ່ເຕີມຫ້ອງການ ແລະ ສ້າງຫໍພັກພະນັກງານ 1 ຫຼັງ.

ກົດໝາຍການປົກຄອງທ້ອງຖິ່ນສະບັບປັບປຸງສຳເລັດໂດຍພື້ນຖານ ແລະ ນິຕິກຳຂອງສູນກາງ ໄດ້ກຳນົດໃຫ້ເມືອງໜຶ່ງປະກອບມີຢ່າງໜ້ອຍ 3 ຕາແສງ, ຫຼາຍສຸດບໍ່ໃຫ້ກາຍ 5 ຕາແສງ ແລະ ຕາແສງໜຶ່ງກວມເອົາແຕ່ 6-24 ບ້ານ. ສະນັ້ນ, ເມືອງໄຊທານີປະກອບມີ 104 ບ້ານ, ເມື່ອແບ່ງເປັນ 5 ຕາແສງກໍຈະຖືກຕາແສງໜຶ່ງ 20-24 ບ້ານ ຊຶ່ງກຳນົດເອົາ 23 ບ້ານຂອງ 4 ກຸ່ມບ້ານເຂດຝາກນໍ້າງື່ມອອກໄປເປັນຕາແສງໜຶ່ງເຫັນວ່າຖືກຕ້ອງສອດຄ່ອງກັບນິຕິກຳ ແລະ ຖືກຕ້ອງກັບສະພາບຄວາມເປັນຈິງ; ສໍາລັບຕາແສງຈະສ້າງຕັ້ງທົດລອງນີ້ຊື່ວ່າ “ຕາແສງຊ້າງມີໄຊ” ມີເນື້ອທີ່ທັງໝົດ 358 ກິໂລຕາແມັດ ຫຼື 35,8 ເຮັກຕາ ປະກອບມີ 23 ບ້ານ (ຊຶ່ງແມ່ນບັນດາບ້ານເປົ້າໝາຍທີ່ຈະສ້າງເມືອງໃໝ່ໃນເມື່ອກ່ອນ) ຄື: ບ້ານໂພນໄຮຄໍາ, ໂພນໂຮງ, ຫາດກ້ຽງ, ຫາດພະອິນ, ໂພນຄໍ້, ນາກຸງ, ທົ່ງມັ່ງ, ຂຸດສາມບາດ, ຊຳບອນ, ດວງບຸດດີ, ນາແຖ, ທ່າດິນແດງເໜືອ, ທ່າດິນແດງໃຕ້, ເວີນແທ່ນ, ທ່າຈຳປາ, ຫົວຂົວ, ຫົວນາ, ນາຄັນທຸງ, ນາຄາຍ, ໂພນແພງ, ນາໂງມເກົ່າ, ນາໂງມໃໝ່ ແລະ ບ້ານນາຕານ, ມີພົນລະເມືອງທັງໝົດ 35,577 ຄົນ, ເປັນຍິງ 17,878 ຄົນ, ມີ 6,043 ຄອບຄົວ, ມີ 6,736 ຫຼັງຄາເຮືອນ, ມີ 474 ໜ່ວຍ.

(ຂ່າວ-ພາບ: ແສງຈັນ)

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Monday, 13 October, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,531
21,808
thailand (1)
THB
657.17
669
european-union
EUR
24,072
24,554
china
CNY
2,938
2,996
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Wednesday, 8 October, 2025
ຊະນິດນ້ຳມັນ
ລາຄາ
28,650
23,990
19,320
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 8 October, 2025
ປະເພດ
ລາຄາຊື້
ລາຄາຂາຍ
42,720,000
43,250,000
42,370,000
43,359,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
pele - 2025-10-13T144727.197
ມອບຊາກເສືອໂຄ່ງທີ່ຢຶດ ໄດ້ໃຫ້ພະແນກ ກະສິກຳ ແລະ ສິ່ງແວດລ້ອມ ແຂວງຈຳປາສັກ
jane - 2025-10-13T142045.750
ຈັດອັນດັບ 5 ລາສີດວງດີປະຈຳເດືອນ ຕຸລາ ປີ 2025 ລາສີໃຜຈະປັງສຸດມາກວດເຊັກດ່ວນ!
jane - 2025-10-13T131830.391
ຂົວມິດຕະພາບລາວ-ໄທ ແຫ່ງທີ 5 ກຽມຈະເປີດບໍລິການທ້າຍປິ 2025 ນີ້ (ແຂວງບໍລິຄໍາໄຊ-ຈັງຫວັດບຶງການ)
pele - 2025-10-13T112028.196
ຕິດຕັ້ງໄຟເຍືອງທາງ 253 ເສົາ ຕາມເສັ້ນທາງຫລັກເຂົ້າສູ່ດອນໂຂງ
jane - 2025-10-13T112733.620
ແຈ້ງການເກີດແຜ່ນດິນໄຫວໃນຄັ້ງວັນທີ 12 ຕຸລາ 2025 ເວລາ 7:00 ໂມງເຊົ້າ ຫາ ວັນທີ 13 ຕຸລາ 2025 ດັ່ງລຸ່ມນີ້
pele - 2025-10-13T103353.933
ກຽມເປີດ ນະຄອນຫຼວງວຽງຈັນເກມ 2025, ເລີ່ມ 15 ພະຈິກ ນີ້
jane - 2025-10-13T101808.563
ນາຍຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ຈະເດີນທາງຢ້ຽມຢາມ ສປປ ລາວ
jane - 2025-10-13T094242.532
ຄະນະຜູ້ແທນຂັ້ນສູງຈາກພັກ ສປປ ລາວ ເຂົ້າຮ່ວມພິທີ ສະຫລອງວັນສ້າງຕັ້ງພັກແຮງງານເກົາຫລີ ຄົບຮອບ 80 ປີ
pele - 2025-10-13T091033.806
ຄໍາມ່ວນ ຈັດກິດຈະກໍາຍ່າງເພື່ອສຸຂະພາບ ເນື່ອງໃນໂອກາດວັນການທູດລາວ ຄົບຮອບ 80 ປີ
jane - 2025-10-13T092349.578
ພະຍາກອນອາກາດປະຈໍາວັນທີ 13 ຕຸລາ 2025
ຢ່າລື່ມກົດຕິດຕາມ