site_cover (37)
ຢັບຢັ້ງຄ່າໄຟພຸ່ງສູງ 5 ອຸປະກອນທີ່ຄວນ "ຖອດປັ່ກ" ເມື່ອບໍ່ໃຊ້ງານ
ຮຽບຮຽງໂດຍ:Soulinda
ເຜີຍແຜ່: 23 May, 2025

 5 ອຸປະກອນທີ່ຄວນ “ຖອດປັ່ກ” ເມື່ອບໍ່ໃຊ້ງານຢັບຢັ້ງບິນຄ່າໄຟພຸ່ງສູງ!

 

ຫຼາຍຄອບຄົວເຈີກັບຄ່າໄຟທີ່ຂ້ອນຂ້າງສູງ ໂດຍສະເພາະເມື່ອມີການໃຊ້ງານເຄື່ອງປັບອາກາດ ແລະ ພັດລົມຢ່າງຕໍ່ເນື່ອງໃນແຕ່ລະວັນ ຢ່າງໃດກໍຕາມ ຍັງມີອີກຫນຶ່ງສາເຫດທີ່ເຮັດໃຫ້ຄ່າໄຟບ້ານເຈົ້າສູງໂດຍບໍ່ຮູ້ຕົວ ນັ້ນຄື “ການສຽບປັ່ກອຸປະກອນໄຟຟ້າໄວ້ແມ້ເຖິງວ່າບໍ່ໄດ້ໃຊ້ງານ”

 

ຕາມລາຍງານຈາກເວັບໄຊ ຂ່າວ VTC News ຈາກທາງຝັ່ງຫວຽດນາມ ໄດ້ແຊຣ໌ເຄັດລັບທີ່ອ້າງອີງຈາກຜູ້ຊ່ຽວຊານ ເຕືອນວ່າມີອຸປະກອນໄຟຟ້າບາງຊະນິດທີ່ແມ້ຈະບໍ່ເປີດໃຊ້ງານ

 

ແຕ່ກໍຍັງຄົງດຶງກະແສໄຟຟ້າຢູ່ ດັ່ງນັ້ນ ຫາກຕ້ອງການປະຫຍັດຄ່າໄຟ ຄວນຫມັ່ນກວດ ແລະ ຖອດປັ່ກອຸປະກອນເຫຼົ່ານີ້ເມື່ອບໍ່ໄດ້ໃຊ້ງານ

 

ເຄື່ອງເຮັດນ້ຳອຸ່ນ

 

ເຄື່ອງເຮັດນ້ຳອຸ່ນເຖິງວ່າຈະມີລະບົບຮັກສາອຸນຫະພູມ ແຕ່ຫາກສຽບປັ່ກໄຟໄວ້ຕະຫຼອດເວລາ ຈະມີການເຮັດຄວາມຮ້ອນອັດຕະໂນມັດເມື່ອອຸນຫະພູມນ້ຳຫຼຸດຕ່ຳລົງ

 

ສົ່ງຜົນໃຫ້ເປືອງພະລັງງານໂດຍບໍ່ຈຳເປັນ ຕົວຢ່າງເຊັ່ນ ເຄື່ອງເຮັດນ້ຳອຸ່ນຂະໜາດ 2,000 ວັດ ຫາກເຮັດວຽກອັດຕະໂນມັດ 3-4 ຄັ້ງຕໍ່ວັນ ຄັ້ງລະ 30 ນາທີ ຈະໃຊ້ໄຟຟ້າສູງເຖິງ 3-4 ຫົວໜ່ວຍຕໍ່ວັນ ຄິດເປັນຄ່າໃຊ້ຈ່າຍທີ່ບໍ່ນ້ອຍເລີຍຕໍ່ເດືອນ

 

ດັ່ງນັ້ນ ຖອດປັ່ກໄຟ ຫຼື ເອົາສະວິດລົງຫຼັງໃຊ້ງານແລ້ວທຸກຄັ້ງ ເພື່ອຫຼຸດການສູນເສຍພະລັງງານໂດຍບໍ່ຈຳເປັນ

 

ກາຕົ້ມນ້ຳໄຟຟ້າ

 

ຫຼາຍຄົນອາດບໍ່ຮູ້ວ່າ ກາຕົ້ມນ້ຳໄຟຟ້າເປັນອຸປະກອນທີ່ໃຊ້ພະລັງງານໄຟຟ້າສູງຫຼາຍ ໂດຍໃຊ້ເວລາພຽງບໍ່ເທົ່າໃດ ນາທີໃນການຕົ້ມນ້ຳໃຫ້ເດືອດ ແຕ່ກໍໃຊ້ກຳລັງໄຟສູງໃນຊ່ວງສັ້ນໆ ຫາກສຽບປັ່ກໄຟຖິ້ມໄວ້ ເຖິງແມ່ນວ່າບໍ່ໄດ້ໃຊ້ງານ ກໍຍັງຄົງມີການດຶງພະລັງງານຢູ່ຕະຫຼອດເວລາ ເພາະສະນັ້ນຫາກບໍ່ໄດ້ໃຊ້ກາຕົ້ມນ້ຳຢ່າງຕໍ່ເນື່ອງ ຄວນຖອດປັ່ກທັນທີຫຼັງໃຊ້ງານ

 

ໝໍ້ຫຸງຂ້າວ

 

ໝໍ້ຫຸງເຂົ້າແບບສະໄໝໃໝ່ມັກມີຟັງຊັນ “ອຸ່ນຮ້ອນ” ອັດຕະໂນມັດ ເຖິງວ່າຈະຫຸງຂ້າວແລ້ວໆ ຫາກຍັງສຽບປັ່ກໄຟຢູ່ກໍຈະມີການໃຊ້ໄຟຢູ່ຕະຫຼອດ

 

ຊຶ່ງບໍ່ພຽງເຮັດໃຫ້ເປືອງໄຟ ແຕ່ຍັງເຮັດໃຫ້ແຜ່ນເຮັດຄວາມຮ້ອນເສື່ອມສະພາບໄວຂຶ້ນອີກດ້ວຍ ຈຶ່ງຢ້ຳວ່າຢ່າລືມຖອດປັ່ກໝໍ້ຫຸງເຂົ້າທຸກຄັ້ງຫຼັງໃຊ້ງານ ເພື່ອຍືດອາຍຸການໃຊ້ງານ ແລະ ຫຼຸດຄ່າໄຟ

 

ໄມໂຄຣເວຟ

 

ໄມໂຄຣເວຟເມື່ອເສຍບປັ່ກໄຟໄວ້ ເຖິງບໍ່ໄດ້ໃຊ້ງານ ກໍຍັງໃຊ້ພະລັງງານໄຟຟ້າໃນໂໝດ standby ໂດຍສາມາດກິນໄຟໄດ້ຫຼາຍເຖິງ 0.8 ຫົວໜ່ວຍຕໍ່ວັນ ຫຼື ປະມານ 24 ຫົວໜ່ວຍຕໍ່ເດືອນ

 

ຈຶ່ງເປັນອີກຫນຶ່ງເຄື່ອງໃຊ້ໄຟທີ່ຄວນຖອດປັ່ກຫຼັງໃຊ້ງານແລ້ວ ເພື່ອປະຫຍັດພະລັງງານໃນໄລຍະຍາວ

 

 

ເຣົາເຕີ Wi-Fi ແລະ ອຸປະກອນດິຈິຕອນອື່ນໆ

 

ເຣົາເຕີ Wi-Fi ມັກເປີດຖິ້ມໄວ້ຕະຫຼອດ 24 ຊົ່ວໂມງ ຊຶ່ງເຖິງຈະເບິ່ງເປັນອຸປະກອນນ້ອຍໆ ແຕ່ສາມາດໃຊ້ພະລັງງານໄຟຫຼາຍກວ່າຫຼອດໄຟໃນບ້ານບາງປະເພດ ແລະ ຍັງເຮັດໃຫ້ອາຍຸການໃຊ້ງານຂອງອຸປະກອນຫຼຸດລົງຫາກບໍ່ໄດ້ພັກການໃຊ້ງານເລີຍ

 

ເຊັ່ນດຽວກັນກັບກ່ອງຮັບສັນຍານທີວີດິຈິຕອນ ຫາກປ່ອຍສຽບປັ່ກໄຟໄວ້ເຖິງວ່າບໍ່ເປີດໃຊ້ງານ ກໍຍັງມີການໃຊ້ໄຟຟ້າຢູ່ຕະຫຼອດເວລາ ແນະນຳວ່າຄວນຖອດປັ່ກອຸປະກອນເຫຼົ່ານີ້ໃນຊ່ວງເວລາທີ່ບໍ່ໄດ້ໃຊ້ງານ ເຊັ່ນ: ຕອນອອກຈາກບ້ານ ຫຼື ກ່ອນນອນ

 

ທ້າຍທີ່ສຸດ ເຖິງວ່າອຸປະກອນໄຟຟ້າເຫຼົ່ານີ້ຈະເບິ່ງນ້ອຍໆ ແຕ່ເມື່ອນຳມາລວມກັນກັບເຮັດໃຫ້ຄ່າໄຟພຸ່ງສູງໂດຍບໍ່ຮູ້ຕົວ ການຖອດປັ່ກຫຼັງໃຊ້ງານຈຶ່ງເປັນນິດໄສທີ່ຄວນປູກຝັງໃນຄອບຄົວ ເພື່ອຊ່ວຍປະຫຍັດຄ່າໄຟ ແລະ ຍືດອາຍຸການໃຊ້ງານຂອງເຄື່ອງໃຊ້ໄຟຟ້າໃນບ້ານຢ່າງຍືນຍົງ

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Wednesday, 29 October, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,524
21,801
thailand (1)
THB
665.41
676.72
european-union
EUR
24,181
24,665
china
CNY
2,954
3,013
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 23 October, 2025
ຊະນິດນ້ຳມັນ
ລາຄາ
27,790
23,140
18,940
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Tuesday, 28 October, 2025
ປະເພດ
ລາຄາຊື້
ລາຄາຂາຍ
43,570,000
44,100,000
43,060,000
44,209,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
pele - 2025-10-29T114914.142
ເຕືອນ! 5 ເມືອງ, ແຂວງອັດຕະປື ແລະ ເຊກອງ “ເຂື່ອນເຊກະໝານ1 ຈະມີການປ່ອຍນໍ້າເພີ່ມ ຄາດຄະເນລະດັບນໍ້າເຊກອງຈະເພີ່ມຂຶ້ນ 15.20 cm-16.30 cm
jane - 2025-10-29T114947.909
ສຳນັກຂ່າວຕ່າງປະເທດລາຍງານວ່າລົດບັນທຸກຂົນລິງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ
jane - 2025-10-29T113336.923
ຂ່າວຕ່າງປະເທດລາຍງານ ຄາດວ່າ ທອງຄຳໂລກ ມີແນວໂນ້ມເເຕະ 5,000 ໂດລາ ໃນອີກ 1 ປີ ເຕືອນລະວັງ 'ປັບຖານ' ແຮງ
pele - 2025-10-29T101422.786
ເຫດໄຟໄໝ້ທີ່ Marina Bay Sands ສິງກະໂປ
jane - 2025-10-29T100304.972
ກວດເຊັກເບິ່ງເລີຍ ອຢ ໄທອອກແຈ້ງເຕືອນ ຢາດົມສະໜຸນໄພກາຫົງໄທ ສູດ 2 ພົບສານປົນເປື້ອນ ບໍ່ຜ່ານມາດຕະຖານ.
jane - 2025-10-29T091150.098
ລາຍງານສະພາບອາກາດປະຈໍາວັນທີ 29 ຕຸລາ 2025
jane - 2025-10-28T162215.259
ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ
pele - 2025-10-28T160942.634
ເປີດກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກກະຊວງ ອຄ ຄັ້ງທີ VI
jane - 2025-10-28T154933.398
ກຸ່ມບໍລິສັດ ສຽນເສີງ ສະໜັບສະໜູນ ທີມນັກກິລາເຕະບານ ນວ 500 ລ້ານກີບ
jane - 2025-10-28T153835.323
ເກີດເຫດໄຟໄໝ້ຮ້ານອາຫານ ພູຊິໂອ ຢູ່ນະຄອນປາກເຊ ແຂວງຈຳປາສັກ ເວລາປະມານ 13:25 ນາທີ ວັນທີ 28 ຕຸລາ 2025
ຢ່າລື່ມກົດຕິດຕາມ