ລັດຖະບານສະຫະລັດ ພາຍໃຕ້ປະທານາທິບໍດີໂດນາເດີ ທຣຳ ຖອນສິດຂອງມະຫາວິທະຍາໄລຮາວາດໃນການຮັບນັກສຶກສາຕ່າງປະເທດຢ່າງເປັນທາງການ
ໂດຍກະຊວງຄວາມໝັ້ນຄົງແຫ່ງມາຕຸພູມິ (DHS) ລະບຸວ່າ “ຮາວາດຈະບໍ່ສາມາດຮັບນັກສຶກສາຕ່າງປະເທດລາຍໃໝ່ໄດ້ອີກ ແລະ ນັກສຶກສາຕ່າງປະເທດທີ່ມີຢູ່ຕ້ອງຫາທາງໂອນຍ້າຍອອກ ຫຼື ບໍ່ກໍສູນເສຍສະຖານະທາງກົດໝາຍໃນສະຫະລັດ”
ນະໂຍບາຍນີ້ມາຈາກຄຳສັ່ງຂອງ ຄິຣດຕີ ໂນເອັມ ລັດຖະມົນຕີວ່າການກະຊວງຄວາມໝັ້ນຄົງແຫ່ງມາຕຸພູມິ ຊຶ່ງກ່າວຫາຮາວາດວ່າບໍ່ຍອມສົ່ງມອບບັນທຶກພຶດຕິກຳຂອງນັກສຶກສາຕ່າງປະເທດທີ່ລັດຖະບານຮ້ອງຂໍເມື່ອເດືອນທີ່ແລ້ວ
ໂດຍໃຫ້ເຫດຜົນວ່າ ຮາວາດ “ມີບັນຍາກາດທີ່ບໍ່ປອດໄພສຳລັບນັກຮຽນຊາວຢິວ ສະໜັບສະໜູນແນວຄິດນິຍົມຮາມາດ ແລະ ຍັງຄົງໃຊ້ນະໂຍບາຍຄວາມຫຼາກຫຼາຍທີ່ຫຍຽດເຊື້ອຊາດ”
ການຖອນສິດນີ້ໝາຍເຖິງການຢຸດຕິການຮັບນັກຮຽນຕ່າງປະເທດ ລວມທັງການຄຸ້ມຄອງທາງກົດໝາຍຜ່ານໂຄງການ SEVP ຫຼື ໂຄງການນັກສຶກສາຜູ້ຍ້ຽມຊົມ ແລະ ໂຄງການແລກປ່ຽນ (Student and Exchange Visitor Program)
ຊຶ່ງອາດກະທົບເຖິງນັກສຶກສາຕ່າງຊາດປະມານ 27.2% ຂອງນັກສຶກສາຮາວາດທັງໝົດໃນປີການສຶກສາ 2024–2025 ຫຼື ກວ່າ 6,700 ຄົນ
ກ່ອນໜ້ານີ້ ຮາວາດ ແລະ ລັດຖະບານທຣຳມີຂໍ້ພິພາດເຮື້ອຣັງເລື່ອງນະໂຍບາຍຄວາມຫຼາກຫຼາຍ ການຄັດເລືອກບຸກຄະລາກອນ ການສະແດງອອກທາງການເມືອງຂອງນັກຮຽນກ່ຽວກັບສົງຄາມອິສຣາເອນ–ຮາມາດ
ໂດຍລັດຖະບານໄດ້ຮຽກຮ້ອງໃຫ້ມະຫາວິທະຍາໄລປັບປ່ຽນນະໂຍບາຍດ້ານ DEI ຫຼື ນະໂຍບາຍຄວາມແຕກຕ່າງ ຄວາມເທົ່າທຽມ ແລະ ຄວາມມີສ່ວນຮ່ວມ (Diversity, Equity, Inclusion)
ດ້ານເຈສັນ ນິວຕັນ ໂຄສົກມະຫາວິທະຍາໄລອອກຖະແຫຼງການຕອບໂຕ້ວ່າ ນີ້ເປັນການກະທຳເຊີງຕອບໂຕ້ທີ່ຜິດກົດໝາຍ ແລະ ຈະກໍ່ໃຫ້ເກີດຄວາມເສຍຫາຍຢ່າງຮຸນແຮງຕໍ່ຊຸມຊົນຮາວາດ ແລະ ປະເທດຊາດ
ເຂົາຢ້ຳວ່າ ຮາວາດຈະເຮັດທຸກວິຖີທາງເພື່ອປົກປ້ອງສະຖານະຂອງນັກສຶກສາຕ່າງຊາດ ແລະກຳລັງເລັ່ງໃຫ້ຄຳແນະນຳແລະຄວາມຊ່ວຍເຫຼືອແກ່ຜູ້ທີ່ໄດ້ຮັບຜົນກະທົບ
ມະຫາວິທະຍາໄລຍັງກຽມດຳເນີນການທາງກົດໝາຍເພື່ອຍັບຍັ້ງການຕັດເງິນທຶນສະໜັບສະໜູນກວ່າ 2,200 ລ້ານໂດລາ ແລະ ຍັງຕ້ອງເຈີກັບຄວາມເປັນໄປໄດ້ທີ່ກົມພາສີອາກອນສະຫະລັດອາດ ຖອນສະຖານະການບໍ່ເສຍອາກອນຂອງມະຫາວິທະຍາໄລ
ຂ່າວນີ້ແຜ່ກະຈາຍໄປໃນກຸ່ມນັກສຶກສານານາຊາດຢ່າງໄວ ກໍ່ໃຫ້ເກີດຄວາມຢ້ານກົວ ແລະ ຄວາມຫງຸດຫງິດໃນໝູ່ນັກສຶກສາຫຼາຍພັນຄົນທີ່ອະນາຄົດຂອງພວກເຂົາຕົກຢູ່ໃນຄວາມບໍ່ແນ່ນອນຢ່າງກະທັນຫັນ
ເຈົ້າໜ້າທີ່ຂອງມະຫາວິທະຍາໄລຮາວາດ ແລະ ທຣຳມີເລື່ອງຂັດແຍ້ງກັນມານານຫຼາຍເດືອນ ໂດຍຝ່າຍບໍລິຫານຮຽກຮ້ອງໃຫ້ມະຫາວິທະຍາໄລເຮັດການປ່ຽນແປງໂປຣແກຣມນະໂຍບາຍ ການຈ້າງງານ ແລະ ການຮັບເຂົ້າຮຽນໃນມະຫາວິທະຍາໄລ
ເພື່ອຂົບລ້າງລັດທິຕໍ່ຕ້ານຊາວຢິວໃນມະຫາວິທະຍາໄລ ແລະ ລົບລ້າງສິ່ງທີ່ເອີ້ນວ່າ “ແນວທາງ ‘ຄວາມຫຼາກຫຼາຍ ຄວາມເທົ່າທຽມ ແລະ ການມີສ່ວນຮ່ວມ’ ທີ່ຫຍຽດຊື້ອຊາດ” ຝ່າຍບໍລິຫານໄດ້ເນັ້ນໄປທີ່ນັກສຶກສາ ແລະ ເຈົ້າໜ້າທີ່ຕ່າງຊາດທີ່ເຊື່ອວ່າເຂົ້າຮ່ວມການປະທ້ວງໃນມະຫາວິທະຍາໄລກ່ຽວກັບສົງຄາມອິສຣາເອນ-ຮາມາດ
ແຕ່ຜູ້ນຳຂອງມະຫາວິທະຍາໄລໂຕ້ແຍ້ງວ່າຄຳຮ້ອງຂໍຫຼາຍປະການ ລວມທັງການກວດມຸມມອງຂອງນັກສຶກສາ ແລະ ເຈົ້າໜ້າທີ່ນັ້ນ ເກີນເລີຍບົດບາດຂອງລັດຖະບານກາງໄປໄກ ແລະ ອາດລະເມີດສິດມະນຸດຕາມລັດຖະທຳມະນູນຂອງມະຫາວິທະຍາໄລຮາວາດ
ໃນເດືອນເມສາທີ່ຜ່ານມາ ກະຊວງຄວາມໝັ້ນຄົງແຫ່ງມາຕຸພູມິຊີ້ວ່າ ຈະຖອນການເຂົ້າເຖິງໂປຣແກຣມວີຊ່ານັກສຶກສາຂອງມະຫາວິທະຍາໄລ ຫາກບໍ່ປະຕິບັດຕາມຄຳຂໍໃຫ້ເປີດເຜີຍຂໍ້ມູນຢ່າງລະອຽດຈາກຝ່າຍບໍລິຫານທີ່ກ່ຽວຂ້ອງກັບນັກສຶກສາຕ່າງຊາດ
ສະກຸນເງິນ | ຊື້ | ຂາຍ |
---|---|---|
![]() USD | 21,465 | 21,676 |
![]() THB | 645.78 | 658.05 |
![]() EUR | 23,022 | 23,483 |
![]() CNY | 2,893 | 2,951 |
ຊະນິດນ້ຳມັນ | ລາຄາ |
---|---|
![]() | 28,230 |
![]() | 22,560 |
![]() | 18,370 |
ປະເພດ | ລາຄາຊື້ | ລາຄາຂາຍ |
---|---|---|
![]() | 34,080,000 | 34,610,000 |
![]() | 33,730,000 | 34,719,000 |