site_cover (43)
ຍີ່ປຸ່ນສະເໜີຕັ້ງໜ່ວຍສືບສວນ UAP/UFO ແຫຼ່ງທຳອິດຂອງໂລກ ຫຼັງເຊື່ອວ່າວັດຖຸລຶກລັບອ້ອມປະເທດອາດມາຈາກຈີນ
ຮຽບຮຽງໂດຍ:Soulinda
ເຜີຍແຜ່: 23 May, 2025
ໝວດ: ຂ່າວ

ວັດຖຸລຶກລັບເທິງທ້ອງຟ້າ UFO ເປັນປະເດັນຄວາມໝັ້ນຄົງລະດັບຊາດໃນຫຼາຍປະເທດມະຫາອຳນາດ ລວມທັງຍີ່ປຸ່ນ ທີ່ມີການຮຽກຮ້ອງໃຫ້ລັດຖະບານຈັດຕັ້ງຫົວໜ່ວຍສືບສວນເພື່ອຮັບມືກັບວັດຖຸລຶກລັບເທິງທ້ອງຟ້າຂຶ້ນມາ

 

ຊຶ່ງຖ້າຄຳຮ້ອງນີ້ຖືກພິຈາລະນາ ແລະ ເກີດຂຶ້ນແທ້ ຍີ່ປຸ່ນຈະກາຍເປັນປະເທດທຳອິດຂອງໂລກທີ່ມີຫົວໜ່ວຍສືບສວນວັດຖຸລຶກລັບຢ່າງເປັນທາງການ

 

UAP ແລະ UFO ແມ່ນຫຍັງ?

 

ເຖິງວ່າຄົນໃນສັງຄົມຈຳນວນຫນຶ່ງຈະນິຍົມເອີ້ນ ປະກົດການທີ່ພົບເຫັນວັດຖຸລຶກລັບເທິງທ້ອງຟ້າວ່າ ຢູເອຟໂອ (UFO – Unidentified Flying Object)

 

ແຕ່ຊື່ທີ່ເປັນທາງການ ແລະ ໃຊ້ໃນການລະບຸໃນເຊີງຄວາມໝັ້ນຄົງຈະນິຍົມເອີ້ນວ່າ ຢູເອພີ (UAP – Unidentified Aerial Phenomena)

 

ຊຶ່ງເປັນປະກົດການທາງອາກາດທີ່ຍັງບໍ່ສາມາດອະທິບາຍໄດ້ວ່າເປັນສິ່ງໃດ ມີຈາກປະເທດ ຫຼື ຕົວແທນຂອງໃຜ

 

ທາງການສະຫະລັດລະບຸລາຍງານວ່າໃນປີ 2024 ທີ່ຜ່ານມາ ມີລາຍງານການກວດພົບ UAP ກວ່າ 510 ລາຍການ ຊຶ່ງຫຼາຍກວ່າທີ່ກວດພົບໄດ້ໃນປີ 2021 ເຖິງ 3 ເທົ່າ ແລະ ອົງການບໍລິຫານການບິນແຫ່ງຊາດ ຫຼື ນາຊາ (NASA) ກໍຢູ່ລະຫວ່າງຜັກດັນການສຶກສາ UAP ເພື່ອຜົນປະໂຫຍດທາງວິທະຍາສາດຢູ່ໃນປັດຈຸບັນ

 

ນອກຈາກນີ້ ຄະນະອະນູກຳມາທິການຄວາມໝັ້ນຄົງແຫ່ງຊາດດ້ານແນວຊາຍແດນ ແລະ ກິດຈະການຕ່າງປະເທດ ສະພາຄົງເກຣສຂອງສະຫະລັດຍັງເຄີຍເປີດການສອບສວນຕໍ່ກໍລະນີທີ່ອ້າງວ່າ ລັດຖະບານສະຫະລັດປິດບັງຄວາມຈິງກ່ຽວກັບ UAP ແລະ ເກັບຊິ້ນສ່ວນຍານບິນລຶກລັບມາໄດ້ນານຫຼາຍທົດສະວັດ

 

ໂດຍມີພະຍານເປັນອະດີດເຈົ້າໜ້າທີ່ລະດັບສູງຫົວໜ່ວຍຂ່າວກອງສະຫະລັດຂຶ້ນເປັນພະຍານໃນປີ 2023 ທີ່ຜ່ານມາດ້ວຍ

 

ຫຼັກການຫົວໜ່ວຍສືບສວນ UAP ແລະ UFO ທີ່ຍີ່ປຸ່ນ

 

ດີເຟນສ໌ບລັອກ (Defence Blog) ສື່ດ້ານການທະຫານຊື່ດັງໃນສະຫະລັດລາຍງານວ່າ ຄະນະສຶກສາວ່າດ້ວຍການລະບຸວັດຖຸເທິງອາກາດທີ່ລະບຸທີ່ມາບໍ່ໄດ້ໃນເຊີງຄວາມໝັ້ນຄົງຂອງລັດສະພາຍີ່ປຸ່ນ ຫຼື ຄະນະ UAP (Parliamentary League for UAP Clarification from a Security Perspective, UAP League)

 

ໄດ້ຍື່ນເລື່ອງຕໍ່ລັດຖະມົນຕີວ່າການກະຊວງປ້ອງກັນປະເທດເພື່ອໃຫ້ຈັດຕັ້ງຫົວໜ່ວຍສືບສວນ UAP ແລະ UFO ຂຶ້ນຢ່າງເປັນທາງການ

 

ໂດຍຫົວໜ້າງານທີ່ວ່ານີ້ຈະຢູ່ໃນລະດັບພະແນກ (Division) ໃໝ່ພາຍໃຕ້ກະຊວງປ້ອງກັນປະເທດ ທີ່ມີໜ້າທີ່ຕິດຕາມ ລວບລວມ ວິເຄາະຂໍ້ມູນທີ່ກ່ຽວກັບເຫດການ UAP ກ່ອນທີ່ຈະເປີດເຜີຍຜົນການວິເຄາະບາງສ່ວນຕໍ່ສາທາລະນະ ແລະ ລາຍງານຜົນການສືບສວນໃຫ້ກັບລັດຖະບານ ແລະ ຫົວໜ້າງານຄວາມໝັ້ນຄົງຮັບຮູ້ຕໍ່ໄປ

 

ມຸມມອງເຊີງຄວາມໝັ້ນຄົງ UAP ແລະ UFO ໃນຍີ່ປຸ່ນ

 

ຮາມາດະ ຢາສຶຄະຊຸ (Hamada Yasukazu) ຜູ້ນຳຄະນະ UAP ກ່າວວ່າ “ການຍື່ນເລື່ອງເປັນສ່ວນສຳຄັນຢ່າງຫຼວງຫຼາຍທີ່ຕ້ອງປິດຊ່ອງວ່າງ ໃນການຮັບມືຕໍ່ເຫດການວັດຖຸເທິງອາກາດຊຶ່ງອະທິບາຍບໍ່ໄດ້ວ່າມັນແມ່ນຫຍັງ ແລະ ສະຫະພັນຈະເຮັດທຸກທາງໃນການກຽມພ້ອມກັບທຸກຄວາມເປັນໄປໄດ້ທີ່ຈະເກີດຂຶ້ນ”

 

ນອກຈາກນີ້ ຄະນະ UAP ຕ້ອງການຮຽກຮ້ອງໃຫ້ລັດຖະບານເພີ່ມການລະວັງໄພ ແລະ ລວບລວມຂໍ້ມູນໃນການຕອບໂຕ້ການຈູ່ໂຈມຈາກໂດຣນ ຫຼື ອາກາດຍານໄຮ້ຄົນຂັບ ແລະ ບອນລູນກວດການຊຶ່ງຄະນະ UAP ເຊື່ອວ່າມີສ່ວນກ່ຽວຂ້ອງກັບຈີນດ້ວຍເຊັ່ນກັນ

 

ດ້ານນາກາທານິ ເກັນ (Nakatani Gen) ລັດຖະມົນຕີວ່າການອຍີ່ປຸ່ນຊຶ່ງກໍຮ່ວມຕັ້ງຄະນະ UAP ກ່າວວ່າ

 

“ໃນຖານະທີ່ຂ້າພະເຈົ້າເຄີຍຮ່ວມຕັ້ງຄະນະ UAP ມາກ່ອນ ກໍຍັງຄົງລະລຶກເຖິງຄວາມສຳຄັນເຊີງກົນຍຸດຂອງ UAP ຢູ່ເສມີ ຊຶ່ງເຮົາກຳລັງຮັກສາການຈັບຕາຢ່າງລະອຽດແລະຄອບຄຸມກັບເຫດການເທິງອາກາດທັງໝົດທີ່ອາດກະທົບຄວາມໝັ້ນຄົງແຫ່ງຊາດ ລວມໄປເຖິງເຫດການສິ່ງທີ່ລະບຸທີ່ມາບໍ່ໄດ້ເທິງອາກາດດ້ວຍເຊັ່ນກັນ”

 

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Monday, 13 October, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,531
21,808
thailand (1)
THB
657.17
669
european-union
EUR
24,072
24,554
china
CNY
2,938
2,996
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Wednesday, 8 October, 2025
ຊະນິດນ້ຳມັນ
ລາຄາ
28,650
23,990
19,320
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 8 October, 2025
ປະເພດ
ລາຄາຊື້
ລາຄາຂາຍ
42,720,000
43,250,000
42,370,000
43,359,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
pele - 2025-10-13T112028.196
ຕິດຕັ້ງໄຟເຍືອງທາງ 253 ເສົາ ຕາມເສັ້ນທາງຫລັກເຂົ້າສູ່ດອນໂຂງ
jane - 2025-10-13T112733.620
ແຈ້ງການເກີດແຜ່ນດິນໄຫວໃນຄັ້ງວັນທີ 12 ຕຸລາ 2025 ເວລາ 7:00 ໂມງເຊົ້າ ຫາ ວັນທີ 13 ຕຸລາ 2025 ດັ່ງລຸ່ມນີ້
pele - 2025-10-13T103353.933
ກຽມເປີດ ນະຄອນຫຼວງວຽງຈັນເກມ 2025, ເລີ່ມ 15 ພະຈິກ ນີ້
jane - 2025-10-13T101808.563
ນາຍຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ຈະເດີນທາງຢ້ຽມຢາມ ສປປ ລາວ
jane - 2025-10-13T094242.532
ຄະນະຜູ້ແທນຂັ້ນສູງຈາກພັກ ສປປ ລາວ ເຂົ້າຮ່ວມພິທີ ສະຫລອງວັນສ້າງຕັ້ງພັກແຮງງານເກົາຫລີ ຄົບຮອບ 80 ປີ
pele - 2025-10-13T091033.806
ຄໍາມ່ວນ ຈັດກິດຈະກໍາຍ່າງເພື່ອສຸຂະພາບ ເນື່ອງໃນໂອກາດວັນການທູດລາວ ຄົບຮອບ 80 ປີ
jane - 2025-10-13T092349.578
ພະຍາກອນອາກາດປະຈໍາວັນທີ 13 ຕຸລາ 2025
jane - 2025-10-10T153622.374
ພິທີທຳລາຍສິງເສບຕິດ ຢູ່ທີ່ກອງບັນຊາການ ປກສ ແຂວງ (ຊົມເຊີຍ ວັນຕ້ານຢາເສບຕິດແຫ່ງຊາດ ຄົບຮອບ 24 ປີ)
pele - 2025-10-10T151506.831
ຜູ້ນຳ IMF ເຕືອນຄວາມບໍ່ແນ່ນອນດ້ານເສດຖະກິດໂລກຍັງຄົງຢູ່
jane - 2025-10-10T143139.061
ເຫດການແຜ່ນດິນໄຫວຮຸນແຮງຢູ່ປະເທດຟີລິບປິນ ໃນວັນສຸກທີ 10 ຕຸລາ 2025
ຢ່າລື່ມກົດຕິດຕາມ